ການເງິນແຂວງເຊກອງ ແລະ ແຂວງກວາງນາມ ແລກປ່ຽນບົດຮຽນດ້ານວິຊາການ

ການເງິນແຂວງເຊກອງ ແລະ ແຂວງກວາງນາມ ແລກປ່ຽນບົດຮຽນດ້ານວິຊາການ

ການເງິນແຂວງເຊກອງ ແລະ ແຂວງກວາງນາມ ແລກປ່ຽນບົດຮຽນດ້ານວິຊາການ
ກອງປະຊຸມແລກປ່ຽນບົດຮຽນດ້ານວິຊາການ ຂອງພະແນກການເງິນແຂວງເຊກອງ ສປປ ລາວ ແລະ ແຂວງກວາງນາມ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາຜ່ານມາ ທີ່ພະແນກການເງິນແຂວງເຊກອງ, ໂດຍມີ ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ, ທ່ານ ດ່ວນ ຫງ໋ອກ ກວາງ ຮອງຫົວໜ້າພະແນກການເງິນແຂວງກວາງນາມ ພ້ອມຄະນະ ທັງສອງແຂວງເຂົ້າຮ່ວມ.

ໂອກາດນີ້, ຄະນະນໍາພະແນກທັງສອງແຂວງ ໄດ້ແລກປ່ຽນບົດຮຽນ ໂດຍໄດ້ຜັດປ່ຽນກັນລາຍງານການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ການປະຕິບັດລາຍຈ່າຍ ແລະ ວຽກງານວິຊາສະເພາະຂອງແຕ່ລະຂະແໜງການ. ທ່ານ ຄໍາຮູ້ ອ່ອນມະນີ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ການຈັດຕັ້ງປະຕິບັດຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ 4 ເດືອນກວ່າ ຕົ້ນປີ 2025 ສາມາດຈັດເກັບລາຍຮັບໄດ້ທັງໝົດ 153.45 ຕື້ກີບ ທຽບໃສ່ແຜນປີ ປະຕິບັດໄດ້ 24.87%, ທຽບໃສ່ໄລຍະດຽວຂອງປີຜ່ານມາ (131.66 ຕື້ກີບ) ເພີ່ມຂຶ້ນ 16.55%. ໃນນັ້ນ, ມີລາຍຮັບພູດສູນກາງ ປະຕິບັດຢູ່ທ້ອງຖິ່ນໄດ້ 45.4 ຕື້ກີບ, ທຽບໃສ່ແຜນປີເທົ່າກັບ 47.65%; ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 108.05 ຕື້ກີບ ທຽບໃສ່ແຜນປີ ປະຕິບັດໄດ້ 20.71%, ໂດຍລາຍຮັບພູດທ້ອງຖິ່ນ ລວມມີ: ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 71.02 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 15%, ລາຍຮັບຊັບສິນປະຕິບັດໄດ້ 37.03 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 51%.

ທ່ານ ຄໍາຮູ້ ອ່ອນມະນີ ກ່າວຕື່ມວ່າ: ການມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນທາງດ້ານວິຊາການຂອງຄະນະນໍາພະແນກການເງິນ ແຂວງກວາງນາມໃນຄັ້ງນີ້ ແມ່ນເປັນການຮັດແໜ້ນ ແລະ ສືບຕໍ່ເສີມສ້າງສາຍພົວພັນ ຮ່ວມມືມິດຕະພາບ, ຄວາມສາມັກຄີແບບພິເສດ ທີ່ມີມູນເຊື້ອຂອງສອງພັກ-ສອງລັດ ເວົ້າລວມ, ເວົ້າສະເພາະສອງຂະແໜງການເງິນໃຫ້ເພີ່ມພູນຄູນສ້າງ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ. ໃນໄລຍະຜ່ານມາ, ພະແນກການເງິນທັງ ສອງແຂວງ ເຊກອງ-ກວາງນາມ ໄດ້ສ້າງເງື່ອນໄຂ ແລະ ພົວພັນແລກປ່ຽນບົດຮຽນດ້ານວິຊາການ ລະຫວ່າງຂະແໜງລາຍຮັບ, ຂະແໜງລາຍຈ່າຍ ແລະ ຂະແໜງການອື່ນໆ. ໃນຕໍ່ໜ້າ ຈະສືບຕໍ່ພົວພັນຮ່ວມມືນໍາກັນໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາແລກປ່ຽນບົດຮຽນທາງດ້ານວິຊາສະເພາະ ແລະ ການກໍ່ສ້າງຊັບພະຍາກອນມະນຸດດ້ານການເງິນ.

(ຂ່າວ: ພຸດທະສອນ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ວັນທີ 10 ມິຖຸນາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ຈີນ, ອົສຕຣາລີ, ການາດາ, ອິນເດຍ, ນິວຊີແລນ, ຍີ່ປຸ່ນ, ຣັດດເຊຍ, ສ ເກົາຫຼີ, ສ ອາເມຣິກາ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 26 ຕາມລໍາດັບ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16

ໃນວັນທີ 10 ກໍລະກົດ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ທີ່ ຫໍປະຊຸມແຫ່ງຊາດ ກົວລາລຳເປີ ປະເທດ ມາເລເຊຍ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Bui Thanh Son ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ IWAYA Takeshi ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ, ຊຶ່ງມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນຈາກປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມ.​
ລາວ - ສ ເກົາຫຼີ ລົງນາມຈັດສົ່ງແຮງງານໄປເຮັດວຽກລະດູການ

ລາວ - ສ ເກົາຫຼີ ລົງນາມຈັດສົ່ງແຮງງານໄປເຮັດວຽກລະດູການ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ກຽດຕ້ອນຮັບທ່ານ Park Yomg Cheol ເຈົ້າເມືອງກັງຮວາ ນະຄອນອິນຊອນ ສ ເກົາຫຼີ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10 ກໍລະກົດ ຜ່ານມາ.
ລມຕ ຕ່າງປະເທດ ລາວ - ຣັດເຊຍ ພົບປະສອງຝ່າຍ

ລມຕ ຕ່າງປະເທດ ລາວ - ຣັດເຊຍ ພົບປະສອງຝ່າຍ

​ໃນ​ວັນ​ທີ 10 ກໍລະກົດ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ປຶກສາຫາລືສອງຝ່າຍ​ ກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 58 ທີ່ ມາເລເຊຍ.
ເລັ່ງດັດແກ້ໃບຕາດິນທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ - ຈີນ ໃຫ້ສໍາເລັດໃນເດືອນສິງຫານີ້

ເລັ່ງດັດແກ້ໃບຕາດິນທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ - ຈີນ ໃຫ້ສໍາເລັດໃນເດືອນສິງຫານີ້

ໃນວາລະການດຳເນີນກອງປະຊຸມສະໄໝາສາມັນ ເທື່ອ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II, ໃນວັນທີ 9 ກໍລະກົດ ຜ່ານມານີ້ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ອະໂນໄທ ຈັນທະລາສີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 9 ກໍລະກົດ ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອານເດຣອັສ ມົດສະເຟ ຄຣາວິກ (Andreas Motzfeldt Kravik) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະ ມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ຫວ່າງມໍ່ໆມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ແລະ ຄະນະ ໄດ້ຮັບຕ້ອນ ແລະ ພົບປະກັບທ່ານ ONISHI Norio ອະດີດອາສາສະໝັກ JICA ຊຸດທໍາອິດທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ ໃນປີ 1965 ພ້ອມດ້ວຍ ທ່ານ TAKAHATA Tsuneo ອະດີດຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຜູ້ທໍາອິດ ໃນປີ 1996 ທັງເປັນອະດີດອາສາສະໝັກ JICA ໃນປີ 1970 ແລະ ທ່ານ KATO Tomoaki ອະດີດອາສາສະໝັກ JICA, ທັງເປັນປະທານອະດີດອາສາສະໝັກ JICA ເຂົ້າຮ່ວມ.
​ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ເເບບຄົບຄະນະ ແລະ ແບບວົງແຄບ

​ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ເເບບຄົບຄະນະ ແລະ ແບບວົງແຄບ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 (ແບບຄົບຄະນະ ແລະ ແບບວົງແຄບ) ຊຶ່ງມີພິທີເປີດຢ່າງເປັນທາງການໃນວັນທີ 9 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ. ກ່ອນເຂົ້າຮ່ວມພິທິເປີດກອງປະຊຸມ ບັນດາບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີແຫ່ງ ມາເລເຊຍ
ລມຕ ກະຊວງການຕ່າງປະເທດ ລາວ ແລະ ອານເຊຣີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ກະຊວງການຕ່າງປະເທດ ລາວ ແລະ ອານເຊຣີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 8 ກໍລະກົດ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເມັດເອັດເທັບ (Ahmed Attaf) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນອານເຊລີ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ  ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ

ໃນວັນທີ 8 ກໍລະກົດ ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ