ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025 ໄດ້ກ້າວເຂົ້າສູ່ຂັ້ນຕອນປຸງແຕ່ງ ວິເຄາະວິໄຈ ແລະ ສ້າງບົດລາຍງານເຜີຍແຜ່

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025 ໄດ້ກ້າວເຂົ້າສູ່ຂັ້ນຕອນປຸງແຕ່ງ ວິເຄາະວິໄຈ ແລະ ສ້າງບົດລາຍງານເຜີຍແຜ່

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025 ໄດ້ກ້າວເຂົ້າສູ່ຂັ້ນຕອນປຸງແຕ່ງ ວິເຄາະວິໄຈ ແລະ ສ້າງບົດລາຍງານເຜີຍແຜ່
ຫວ່າງບໍ່ດົນມານີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ຈັດພິທີປິດຊຸດຝຶກອົບຮົມກ່ຽວກັບກວດແກ້ ແລະ ການປຸງແຕ່ງຂໍ້ມູນ ຊຶ່ງຖືເປັນບາດກ້າວທີ່ສຳຄັນໃນຂະບວນການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025.
ການສຳຫວດພນລະເມອງ ແລະ ທຢອາໄສທວປະເທດຄງທ 5 ປ 2025 ໄດກາວເຂາສຂນຕອນປງແຕງ ວເຄາະວໄຈ ແລະ ສາງບດລາຍງານເຜຍແຜ - image 1
 

 

ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ຄະນະຊີ້ນຳລະດັບຊາດສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ຜູ້ປະຈຳການ ແລະ ທ່ານ ບັກທີຢໍ ຄາດິໂຣຟຜູ້ຕາງໜ້າອົງການສະຫະປະຊາດກອງທຶນສຳລັບປະຊາກອນໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມພິທີປິດຊຸດຝຶກອົບຮົມດັ່ງກ່າວ ຊຶ່ງໄດ້ດຳເນີນແຕ່ວັນທີ 15-26/6/2026 ພາຍໃຕ້ການສະໜັບສະໜູນທາງດ້ານເຕັກນິກຈາກອົງການສະຫະປະຊາດກອງທຶນສຳລັບປະຊາກອນ ແລະ ຄູ່ຮ່ວມພັດທະນາ; ທ່ານ ນາງ ເພັດສະໝອນ ສອນ ກ່າວວ່າ: ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອຍົກລະດັບຄວາມອາດສາມາດໃຫ້ແກ່ ພະນັກງານສູນສະຖິຕິແຫ່ງຊາດກຽ່ວກັບຫຼັກການ, ວິທີການ ແລະ ການປະຕິບັດຕົວຈິງໃນການກວດແກ້ ແລະ ປຸ່ງແຕ່ງຂໍ້ມູນໂດຍນຳໃຊ້ AI. ຜ່ານການຮຽນນຳຊ່ຽວຊານສາກົນ, ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບຫຼັກການການກວດແກ້ຂໍ້ມູນການປຸງແຕ່ງຂໍ້ມູນລວມທັງການໃສ່ລະຫັດ ແລະ ການກວດແກ້ຄວາມສອດຄ່ອງຂອງຂໍ້ມູນທີ່ໄດ້ຈາກການລົງເກັບກຳຂໍ້ມູນຢູ່ພາກສະໜາມໃນທ້າຍປີ 2025 ແລະ ການສຳຫຼວດປະເມີນຄຸນນະພາບພາຍຫຼັງການສຳຫຼວດໃຫຍ່ ໃນເດືອນມີນາປີ 2026, ໂດຍນຳໃຊ້ລະບົບ AI ເຂົ້າໃນວຽກງານດັ່ງກ່າວ”.

ທ່ານຍັງກ່າວຕື່ມວ່າການຝຶກອົບຮົມກ່ຽວກັບການວິເຄາະວິໄຈຂໍ້ມູນຂອງການສຳຫຼວດຈະຈັດຂຶ້ນໃນເດືອນກໍລະກົດພາຍໃຕ້ແຜນຮ່ວມມືລະຫວ່າງສູນສະຖິຕິແຫ່ງຊາດ ແລະ ອົງການສະຫະປະຊາດກອງທຶນສຳລັບປະຊາກອນ. ຜົນສຳເລັດຂອງການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານສູນສະຖິຕິແຫ່ງຊາດຈະສ້າງພື້ນຖານເພື່ອກ້າວໄປສູ່ການກຽມສ້າງບົດລາຍງານຜົນຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025 ສະບັບສົມບູນ ຊຶ່ງຄາດວ່າບົດລາຍງານດັ່ງຈະຖືກເຜີຍແຜ່ໃນ 2-3 ເດືອນຂ້າງໜ້າ.

ສປປ ລາວ ໄດ້ເລີ່ມຕົ້ນດຳເນີນຂະບວນການເກັບກຳຂໍ້ມູນພາກສະໜາມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025 ແຕ່ວັນທີ 3 ພະຈິກປີ 2025 ຫາວັນທີ 28 ທັນວາ 2025 ພາຍຫຼັງສຳເລັດວາງແຜນ ແລະ ກະກຽມຄວາມພ້ອມດ້ານຕ່າງໆເປັນເວລາ 4 ປີພາຍໃຕ້ການຊ່ວຍເຫຼືອດ້ານວິຊາການຈາກອົງການສະຫະປະຊາດກອງທຶນສຳລັບປະຊາກອນ ແລະ ບັນດາຄູ່ຮ່ວມພັດທະນາເຊັ່ນ: ລັດຖະບານອົສຕຣາລີ, ສປ ຈີນ, ສະວິດ, ລຸກຊຳບວກ, ສະຫະລັດ ອາເມຣິກາ ແລະ ເຢຍລະມັນ; ການສຳຫຼວດຄັ້ງນີ້ ແນໃສ່ເກັບກຳຂໍ້ມູນເພື່ອຊີ້ໃຫ້ເຫັນສະພາບຊີວິດການເປັນຢູ່ ຂອງປະຊາຊົນ, ທ່າອ່ຽງການປ່ຽນແປງດ້ານປະຊາກອນ ແລະ ທີ່ຢູ່ອາໄສ. ຂໍ້ມູນດັ່ງກ່າວຈະເປັນພື້ນຖານທີ່ສຳຄັນແກ່ການສ້າງນະໂຍບາຍທີ່ອີງໃສ່ຫຼັກຖານ, ເປັນບ່ອນອີງໃຫ້ແກ່ການວາງແຜນພັດທະນາ, ຈັດສັນງົບປະມານ ແລະ ຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດວຽກບຸລິມະສິດຂອງລັດຖະບານລວມທັງຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະ ບັນດາຄຳໝາຍໝັ້ນຕໍ່ການຈັດຕັ້ງປະຕິບັດໜ້າວຽກງານຍຸດທະສາດອື່ນໆ.

ການສຳຫວດພນລະເມອງ ແລະ ທຢອາໄສທວປະເທດຄງທ 5 ປ 2025 ໄດກາວເຂາສຂນຕອນປງແຕງ ວເຄາະວໄຈ ແລະ ສາງບດລາຍງານເຜຍແຜ - image 2
 

ໃນວັນທີ 30 ເມສາ ຜ່ານມາ, ຄະນະຊີ້ນຳລະດັບຊາດສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ໄດ້ເປີດກອງປະຊຸມເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025. ນອກຈາກນີ້, ກອງປະຊຸມຍັງຮຽກຮ້ອງໃຫ້ສູນສະຖິຕິແຫ່ງຊາດ ແລະ ຄູ່ຮ່ວມງານໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສຳຫຼວດພົນລະເມືອງໃຫ້ໄປຕາມແຜນທີ່ກຳນົດໄວ້ ພ້ອມທັງສືບຕໍ່ ກວດກາ, ປຸງແຕ່ງ ແລະ ວິເຄາະຂໍ້ມູນເພື່ອຮັບປະກັນໃຫ້ການສ້າງບົດລາຍງານຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສສະບັບສົມບູນສຳເລັດຕາມແຜນທີ່ວາງໄວ້ ພ້ອມທັງມີຄຸນນະພາບສູງ; ທ່ານ ລຽນທອງ ສຸພານີ ຫົວໜ້າກົມສະຖິຕິເສດຖະກິດ-ສັງຄົມ, ສູນສະຖິຕິແຫ່ງຊາດທັງເປັນຫົວໜ້າຫ້ອງການສຳຫຼວດຂັ້ນສູນກາງໄດ້ກ່າວວ່າ: ພາຍຫຼັງທີ່ໄດ້ສຳເລັດການເກັບກຳຂໍ້ມູນພາກສະໜາມໃນທົ່ວປະເທດໃນທ້າຍປີ 2025 ແລະ ການສຳຫຼວດປະເມີນຄຸນນະພາບຫຼັງການສຳຫຼວດໃຫຍ່. ມາຮອດປັດຈຸບັນການສຳຫຼວດໄດ້ກ້າວເຂົ້າສູ່ ໄລຍະທ້າຍຂອງໂຄງການແລ້ວ ຊຶ່ງເປັນໄລຍະທີ່ນຳເອົາຂໍ້ມູນຈາກການເກັບກຳພາກສະໜາມມາວິເຄາະວິໄຈ, ຂຽນບົດລາຍງານຜົນຂອງການສຳຫຼວດ ແລະ ຈະໄດ້ເຜີຍແຜ່ຜົນຂອງການສຳຫຼວດໃນເວລາອັນໃກ້ນີ້; "ເຖິງວ່າໄດ້ປະເຊີນກັບສິ່ງທ້າທາຍຫຼາຍດ້ານ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025 ໄດ້ດຳເນີນຕາມກຫຼັກການສາກົນ ແລະ ສາມາດປະຕິບັດຕາມແຜນທີ່ກຳນົດໄວ້. ຜົນສຳເລັດດັ່ງກ່າວສ່ອງແສງໃຫ້ເຫັນຄຳໝາຍໝັ້ນ, ການຮ່ວມມື, ການປະສານສົມທົບທີ່ເຂັ້ມແຂງລະຫວ່າງລັດຖະບານແຫ່ງ ສປປ ລາວ, ຄູ່ຮ່ວມພັດທະນາ ແລະ ພາກ ສ່ວນທີ່ກ່ຽວຂ້ອງ. ຜົນຂອງການສຳຫຼວດຄັ້ງນີ້ຈະເປັນຫຼັກຖານສຳຄັນເພື່ອນຳໃຊ້ເຂົ້າໃນການກຳນົດແຜນພັດທະນາ, ກຳນົດນະໂຍບາຍ ແລະ ຈັດສັນງົບປະມານແຫ່ງຊາດ,” ຜູ້ຕາງໜ້າອົງການສະຫະປະຊາດກອງທຶນສຳລັບປະຊາກອນທ່ານ ບັກທີຢໍຄາດິໂຣຟ ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນກາຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງໃນໄລຍະຜ່ານມາ ພ້ອມທັງໃຫຢືນຢັນຄືນຄຳໝາຍໝັ້ນຂອງອົງການທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານແຫ່ງ ສປປ ລາວ ບັນລຸຜົນສຳເລັດການສຳຫຼວດພົນລະເມືອງຄັ້ງນີ້.

“ຂະນະທີ່ພວກເຮົາພວມຫຍັບເຂົ້າໃກ້ຜົນສຳເລັດຂອງການຈັດຕັ້ງປະຕິບັດຂະບວນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025, ພວກເຮົາຮັບຮູ້ວ່າເປົ້າໝາຍສູງສຸດຂອງການສຳຫຼວດພົນລະເມືອງແມ່ນເພື່ອປະຊາຊົນ. ຢູ່ເບື້ອງຫຼັງຂອງທຸກຂໍ້ມູນແມ່ນບຸກຄົນ, ຄອບຄົວ ແລະ ຊຸມຊົນ. ຜົນສຳຫຼວດຄັ້ງນີ້ຈະສະໜອງຫຼັກຖານທີ່ສຳຄັນສຳລັບການກຳນົດນະໂຍບາຍ ແລະ ເປັນບ່ອນອີງໃນການຈັດສັນການລົງທຶນ ແລະ ການກຳນົດແນວທາງການພັດທະນາແນໃສ່ຍົກລະດັບຊິວິດເປັນຢູ່ຂອງປະຊາຊົນໂດຍສະເພາະແມ່ຍິງ, ຊາວໜຸ່ມ ແລະ ຜູ້ສູງອາຍຸລວມທັງຜູ້ດ້ອຍໂອກາດ. ໂດຍຮັບປະກັນໃຫ້ທຸກຄົນໄດ້ຮັບການຈົດນັບ, ພວກເຮົາຈຶ່ງສາມາດຮັບປະກັນໃຫ້ທຸກຄົນຖືກເບິ່ງເຫັນ, ຖືກໄດ້ຍິນ ແລະ ມີໂອກາດປະກອບສ່ວນເຂົ້າໃນສ້າງສາພັດທະນາປະເທດຊາດ.

(ແຫຼ່ງຂ່າວ: UNDP)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ