ອັນທໍາອິດ, ພວກເຮົາຕ້ອງເສີມສ້າງພື້ນຖານໃຫ້ແກ່ການພັດທະນາຮ່ວມກັນໂດຍຜ່ານການຮຽນຮູ້ຊຶ່ງກັນ ແລະກັນລະຫວ່າງອາລິຍະທໍາຕ່າງໆ. ແນວຄິດອາລິຍະທໍາການຫັນເປັນທັນສະໄໝແບບຈີນສະໜັບສະໜູນການບັນລຸການພັດທະນາຮ່ວມກັນໂດຍຜ່ານການແລກປ່ຽນ ແລະ ການຮຽນຮູ້ຊຶ່ງກັນ ແລະ ກັນ. ຜ່ານການຮ່ວມມືຕົວຈິງ ເຊັ່ນ: ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ, ພວກເຮົາສົ່ງເສີມການເຊື່ອມໂຍງ "ການເຊື່ອມຕໍ່ທີ່ແຂງແກ່ນ" ໃນພື້ນຖານໂຄງລ່າງ ກັບ "ການເຊື່ອມຕໍ່ທີ່ອ່ອນໂຍນ" ໃນກົດລະບຽບ ແລະ ມາດຕະຖານ, ຊ່ວຍໃຫ້ບັນດາປະເທດທີ່ເຂົ້າຮ່ວມເສີມຂະຫຍາຍຄວາມສາມາດໃນການພັດທະນາເອກະລາດ. ໂດຍອີງໃສ່ຂໍ້ລິເລີ່ມການພັດທະນາທົ່ວໂລກ, ພວກເຮົາຈັດຕັ້ງປະຕິບັດໂຄງການທີ່ເປັນປະໂຫຍດຕໍ່ປະຊາຊົນໃນດ້ານກະສິກໍາ, ການພັດທະນາສີຂຽວ ແລະ ເຕັກໂນໂລຊີດີຈີຕອນ, ເຮັດວຽກ ຮ່ວມກັບປະເທດອື່ນໆເພື່ອບັນລຸການພັດທະນາທີ່ຮອບດ້ານ ແລະ ສະເໝີພາບ. ໂດຍການສົ່ງເສີມປະສົບການໃນນະວັດຕະກໍາເຕັກໂນໂລຊີ ແລະ ການຫັນປ່ຽນສີຂຽວ ແລະ ການຈັດຕັ້ງປະຕິບັດໂຄງການສາທິດ ພວກເຮົາຊ່ວຍບັນດາປະເທດແກ້ໄຂບັນຫາສິ່ງທ້າທາຍຂອງການການຫຼຸດຜ່ອນຄວາມທຸກຍາກ, ພັດທະນາຮ່ວມກັນ. ແນວຄິດອາລິຍະທໍາການຫັນເປັນທັນສະໄໝແບບຈີນຢຶດໝັ້ນໃນການສ້າງຄວາມເຂັ້ມແຂງສອງທາງ, ຄວາມສະເໝີພາບ ແລະ ຜົນປະໂຫຍດຮ່ວມກັນ, ປ່ຽນການຮຽນຮູ້ຊຶ່ງກັນ ແລະ ກັນ ລະຫວ່າງອາລິຍະທໍາໃຫ້ກາຍເປັນການປະຕິບັດການພັດທະນາຮ່ວມກັນທີ່ມີສ່ວນຮ່ວມ ແລະ ເປັນປະໂຫຍດ. ອັນທີສອງ, ພວກເຮົາປົກປ້ອງສະພາບແວດລ້ອມທີ່ສະຫງົບສຸກສໍາລັບການຢູ່ຮ່ວມກັນຂອງ ອາລິຍະທໍາຕ່າງໆ ໂດຍຜ່ານຄວາມໝັ້ນຄົງສາກົນ. ແນວຄິດອາລິຍະທໍາການຫັນເປັນທັນສະໄໝແບບຈີນຢືນຢັນໃນການແກ້ໄຂຄວາມແຕກຕ່າງຜ່ານການສົນທະນາ ແລະ ການປຶກສາຫາລື, ມຸ່ງໝັ້ນທີ່ຈະແກ້ໄຂຂໍ້ພິພາດຢ່າງສັນຕິ ແລະ ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງມະຫາອໍານາດໂດຍຜ່ານການກະທໍາທີ່ເປັນຮູບປະທໍາ. ພວກເຮົາສະໜັບສະໜູນແນວຄວາມຄິດດ້ານຄວາມໝັ້ນຄົງຮ່ວມກັນ, ຮອບດ້ານ, ຮ່ວມມື ແລະ ຍືນຍົງ, ເຮັດວຽກຮ່ວມກັບທຸກຝ່າຍເພື່ອສ້າງແບບຢ່າງຂອງການຮ່ວມມືດ້ານຄວາມໝັ້ນຄົງທົ່ວໂລກ. ໃນຖານະຜູ້ນໍາໃນການຮັກສາສັນຕິພາບ ແລະ ສະຖຽນລະພາບ, ພວກເຮົາສືບຕໍ່ຈັດຕັ້ງປະຕິບັດຂໍ້ລິເລີ່ມດ້ານຄວາມໝັ້ນຄົງລະດັບທົ່ວໂລກຢ່າງຕໍ່ເນື່ອງ, ສົ່ງເສີມການສ້າງສະຖາປັດຕະຍະກໍາຄວາມໝັ້ນຄົງທົ່ວໂລກທີ່ສົມດຸນ, ມີປະສິດທິພາບ ແລະ ຍືນຍົງ, ຮັກສາສະຖຽນລະພາບໃນພາກພື້ນອ້ອມຂ້າງຢ່າງມີປະສິດທິພາບ ແລະ ສ້າງສະພາບແວດລ້ອມສາກົນທີ່ສະຫງົບສຸກສໍາລັບການຢູ່ຮ່ວມກັນຂອງອາລິຍະທໍາມະນຸດ. ອັນທີສາມ, ພວກເຮົາຄວນສ້າງເຄືອຂ່າຍຮ່ວມມືສໍາລັບການສົນທະນາລະຫວ່າງອາລິຍະທໍາໂດຍຜ່ານການເປີດກວ້າງ ແລະ ການມີສ່ວນຮ່ວມ. ແນວຄິດອາລິຍະທໍາ ການຫັນເປັນທັນສະໄໝແບບຈີນ ມີລັກສະນະເດັ່ນຄື ການເປີດກວ້າງ ແລະ ການມີສ່ວນຮ່ວມ. ໂດຍສະໜັບສະໜູນ ໃນຂະນະທີ່ຮັກສາລັກສະນະອາລິຍະທໍາຂອງຕົນເອງໄວ, ຄວນສົ່ງເສີມ ແລະ ຮຽນຮູ້ຈາກຜົນສໍາເລັດທີ່ດີເລີດທັງໝົດຂອງອາລິຍະທໍາມະນຸດດ້ວຍຈິດໃຈທີ່ເປີດກວ້າງ ແລະ ມຸ່ງໝັ້ນໃນການສ້າງຮູບແບບອາລິຍະທໍາທີ່ຄວບຄຸມ ແລະ ຫຼາກຫຼາຍ. ປະຕິບັດຂໍ້ລິເລີ່ມອາລິຍະທໍາທົ່ວໂລກ, ສ້າງເຄືອຂ່າຍໃນທົ່ວໂລກຫຼາຍລະດັບ ແລະ ສາມມິຕິ ສໍາລັບການສົນທະນາ ແລະ ການຮ່ວມມືລະຫວ່າງອາລິຍະທໍາ, ຂະຫຍາຍຊ່ອງທາງ ແລະ ຂອບເຂດຂອງການແລກປ່ຽນ ແລະ ການຮຽນຮູ້ຊຶ່ງກັນ ແລະ ກັນລະຫວ່າງ ອາລິຍະທໍາຢ່າງຕໍ່ເນື່ອງ. ໂດຍຄ່ອຍໆພັດທະນາຮູບແບບການປະຕິສໍາພັນທີ່ຄວບຄຸມ ແລະ ສາມມິຕິ ຕັ້ງແຕ່ພາກລັດໄປຈົນເຖິງພາກເອກະຊົນ ແລະ ຈາກໂລກແຫ່ງຄວາມເປັນຈິງໄປຈົນເຖິງໂລກສະເໝືອນຈິງ.
ຄໍາເຫັນ