ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ເຮັດໃຫ້ປະ ເທດລາວມີການພັດທະ ນາດີຂຶ້ນ

ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ເຮັດໃຫ້ປະ ເທດລາວມີການພັດທະ ນາດີຂຶ້ນ
ໂດຍ: ສຸວັນລີ
     ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ສຳ ພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນປະຈຳລາວ (CMG) ເມື່ອບໍ່ດົນມານີ້ວ່າ: ສາຍພົວພັນຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ກາຍ ເປັນກົນໄກໜຶ່ງທີ່ເປັນເງື່ອນໄຂພາໃຫ້ປະເທດລາວ, ປະຊາຊົນລາວມີການພັດທະນາໄດ້ດີຂຶ້ນນັບແຕ່ມີການເຊັນສັນ ຍາມິດຕະພາບ, ສ້າງຕັ້ງສາຍພົວພັນການທູດນຳກັນ ການພົວພັນລາວ-ຈີນ ກາຍເປັນການພົວ ພັນແບບຄູ່ຮ່ວມຊາຕາກໍາທີ່ມີຄວາມໝາຍທາງດ້ານຍຸດທະສາດ ແລະ ຖຶກຍົກລະດັບເປັນຄູ່ຮ່ວມມືແບບຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີລະ ຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນມາເປັນ “ຄູ່ຮ່ວມຊາຕາກໍາລາວ-ຈີນ”. ນັບແຕ່ນັ້ນເປັນຕົ້ນມາ, ພັກ-ລັດ ປະຊາຊົນຈີນ ອ້າຍນ້ອງໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ຈາກເງື່ອນໄຂດັ່ງກ່າວນີ້, ພັກ-ລັດຖະບານ ແລະ ປະຊາຊົນລາວມີເງື່ອນໄຂ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດີຂຶ້ນເປັນກ້າວໆ. ໂຄງການໃຫຍ່ທີ່ສຸດທີ່ພວກເຮົາເຫັນແມ່ນໂຄງການຮ່ວມມືທາງດ້ານການລົງທຶນ ດ້ານໄຟຟ້າ, ດ້ານບໍ່ແຮ່, ການພັດທະນາພຶ້ນຖານໂຄງລ່າງ ອັນໃໝ່ທີ່ສຸດແມ່ນໂຄງການສ້າງທາງລົດໄຟລາວ-ຈີນທີ່ເປັນໂຄງການໃຫຍ່ລະດັບຊາດໄດ້ຊ່ວຍການຂັບເຄື່ອນການຂົນສົ່ງການພັດທະ ນາເສດຖະກິດ-ສັງຄົມ ຂອງລາວດີຂຶ້ນຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວການຮ່ວມມື

ມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈຳຕົວໄລຍະ 1

ມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈຳຕົວໄລຍະ 1

ພິທີມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈໍາຕົວໄລຍະທີ 1) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ), ທ່ານ ລາດຊະໂລ ວາຣາດີ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຮົງກາລີ, ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ

ສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ

ໃນວັນທີ 9 ພຶດສະພາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ສປປ ລາວ ໄດ້ຈັດພິທີໂຮມຊຸມນຸມເພື່ອຮັບຊົມການຖ່າຍທອດສົດ ການເດີນສວນສະໜາມສະເຫຼີມສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ ພິທີດັ່ງກ່າວໄດ້ຈັດຢູ່ນະຄອນຫຼວງມົສກູ ສະຫະພັນຣັດເຊຍ,
ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ

ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພານີ້ ທີ່ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງທ່ານ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳສປປ ລາວ, ມີທ່ານ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນໍາກະຊວງປ້ອງກັນປະເທດ, ກົມ, ກອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່  ຣາຊະອານາຈັກ ກຳປູເຈຍ

ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກ ກຳປູເຈຍ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ChivKeng ປະທານສານສູງສຸດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກຳປູເຈຍ
ກິດ​ຈະ​ກຳ “ທ່ຽວ​ຊົມ​ປະ​ເທດ​ຈີນ” ປີ 2025 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ

ກິດ​ຈະ​ກຳ “ທ່ຽວ​ຊົມ​ປະ​ເທດ​ຈີນ” ປີ 2025 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ຄ່ຳ​ວັນ​ທີ 7 ພຶດ​ສະ​ພາ ຜ່ານມາ​ນີ້, ໂທ​ລະ​ພາບ​ສາ​ກົນ​ຈີນ ຫຼື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMGແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ນະ​ຄອນ​ອູ​ຮັ້ນ​ ໄດ້​ເຊື້ອ​ເຊີນ​ເຈົ້າ​ໜ້າ​ທີ່​ການ​ທູດ​​ຈາກ 5 ປະ​ເທດຄື:
ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ສະຫາຍຮອງເລຂາພັກນະຄອນຫຼວງຮ່າໂນ້ຍ

ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ສະຫາຍຮອງເລຂາພັກນະຄອນຫຼວງຮ່າໂນ້ຍ

ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເຈິນ ສີ ແທັງ ກຳມະການສູນກາງພັກ ຮອງເລຂາພັກ ປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ທີ່ສຳນັກງານຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ບຽມບາຊູເຣນ ຈຳສຣັງ (Byambasuren JAMSRAN) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວໃນວັນທີ 8 ພຶດສະພານີ້ ທີ່ທໍານຽບປະທານປະເທດ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ແນະນໍາວິ​ທີ​ການ​ສະ​ໝັກ​ ​ໂຄງການລາງວັນຮອນ​​ດາຢູ່ ສປປ ລາວ

ແນະນໍາວິ​ທີ​ການ​ສະ​ໝັກ​ ​ໂຄງການລາງວັນຮອນ​​ດາຢູ່ ສປປ ລາວ

ເພື່ອເຮັດໃຫ້ນັກສຶກສາ ປີທີ 2, 3 ແລະ4 ຂອງຄະນະຊັບພະຍາກອນນ້ຳ (ຄຊນ)ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບວິທີການສະໝັກເຂົ້າຮ່ວມໂຄງການລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈຳປີ 2025,ສະ​ຖາ​ບັນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ລາວ​-ຍີ່​ປຸ່ນ
ຄະນະນຳ ກອງບັນຊາການທະຫານແຂວງຫຼວງພະບາງ ຕ້ອນຮັບຄະນະຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ

ຄະນະນຳ ກອງບັນຊາການທະຫານແຂວງຫຼວງພະບາງ ຕ້ອນຮັບຄະນະຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ

ວັນທີ 6 ພຶດສະພາ 2025 ນີ້, ທ່ານ ພັນເອກ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ - ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ທ່ານ ພັນເອກ ຕັ້ງດຶງແຕ່ງ ຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ, ມີທ່ານ ພັນເອກ ສິງທອງ ອິນທະວອງ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຫຼວງ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ເມື່ອບໍ່ດົນມານີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບໃບຍ້ອງຍໍ ຂັ້ນກະຊວງ ໃຫ້ແກ່ໂຮງງານປຸງແຕ່ງປາສະຫວາຍ ທີ່ໄດ້ມີຜົນງານດີເດັ່ນ ໃນການປະກອບສ່ວນລົງທຶນລ້ຽງປາສະຫວາຍ ແບບອຸດສາຫະກໍາ ແລະ ໄດ້ສໍາເລັດການກໍ່ສ້າງໂຮງງານປຸງແຕ່ງ, ຕາງໜ້າມອບໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ຮັບໂດຍ ທ່ານ ຊູ ຈັນມິນ
ເພີ່ມເຕີມ