ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ
ເມື່ອບໍ່ດົນມານີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບໃບຍ້ອງຍໍ ຂັ້ນກະຊວງ ໃຫ້ແກ່ໂຮງງານປຸງແຕ່ງປາສະຫວາຍ ທີ່ໄດ້ມີຜົນງານດີເດັ່ນ ໃນການປະກອບສ່ວນລົງທຶນລ້ຽງປາສະຫວາຍ ແບບອຸດສາຫະກໍາ ແລະ ໄດ້ສໍາເລັດການກໍ່ສ້າງໂຮງງານປຸງແຕ່ງ, ຕາງໜ້າມອບໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ຮັບໂດຍ ທ່ານ ຊູ ຈັນມິນ

 

 (XU JUNMIN) ປະທານບໍລິສັດແມ່ຂອງອຸດສາຫະກໍາການປະມົງ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

ໂຮງງານປຸງແຕ່ງປາສະຫວາຍ ຕັ້ງຢູ່ເຂດເສດຖະກິດພິເສດສີທັນດອນ ບ້ານບຶງງາມ ເມືອງໂຂງແຂວງຈໍາປາສັກ, ເປັນໂຮງງານຜະລິດທີ່ທັນສະໄໝ ໄດ້ມາດຕະຖານ GMP ແລະ ເປັນໂຮງງານທີ່ດໍາເນີນງານປິດ, ອຸນຫະພູມພາຍໃນຄົງທີ່ 20 ອົງສາ, ມີອຸປະກອນການຜະລິດທີ່ທັນສະໄໝ, ປະຕິບັດຕາມມາດຕະຖານສາກົນ ຂອງອຸດສາຫະກໍາສັດນໍ້າ, ປະຕິບັດລະບົບຕິດຕາມ-ກວດກາ ທີ່ກວມເອົາຂະບວນການທັງໝົດ ກ່ຽວກັບຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນສັດນໍ້າ.

ໃນປີ 2025 ນີ້, ໄດ້ສົ່ງອອກຜະລິດຕະພັນປາສະຫວາຍໄປ ສປ ຈີນ ຈໍານວນ 250 ໂຕນ/ເດືອນ, ຄາດວ່າໃນເດືອນມິຖຸນາ 2025 ນີ້ ຈະສົ່ງອອກໃຫ້ໄດ້ ຈໍານວນ 500 ໂຕນ ແລະ ໝົດປີ 2025 ຈະສົ່ງອອກໃຫ້ໄດ້ 1,000 ໂຕນ. ໂຮງງານດັ່ງກ່າວນີ້, ໄດ້ປັບປຸງຊີວິດການເປັນຢູ່ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ.

(ແຫຼ່ງຂ່າວ: ຂ່າວສານກະສິກໍາ,ປ່າໄມ້ ແລະ ພັດທະນາ ຊົນນະບົດ)

ຄໍາເຫັນ

ຂ່າວການຮ່ວມມື

ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ພິທີເປີດໂຮງຮຽນເຊີນຈືເຕີຢ່າງເປັນທາງການ ແລະ ສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026ໄດ້ຈັດຂຶ້ນໃນວັນທີ 24 ມັງກອນຜ່ານມາ ຢູ່ທີ່ໂຮງຮຽນລາວ-ຈີນ ເຊີນຈືເຕີ ເມືອງສິງ ແຂວງຫຼວງນໍ້າທາ, ເຂົ້າຮ່ວມມີທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທຳ-ສັງຄົມແຂວງ,ທ່ານ ຈາງ ເຮີຊຸນ ຮອງກົງສູນໃຫຍ່ແຫ່ງ ສປຈີນ ປະຈຳນະຄອນຫຼວງພະບາງ,ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ງານສະແດງສິລະປະປ້ອງກັນຕົວຍີ່ປຸ່ນ(ບູໂດ) ຄັ້ງທີ 23 ໄດ້ຈັດຂຶ້ນໂດຍສະຖານທູດຍີ່ປຸ່ນປະຈຳລາວ ໃນວັນທີ 24 ມັງກອນ 2026 ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ.
ມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ

ມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ

ພິທີມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ ສປປ ລາວ ໄດ້ຈັດຂຶ້ນຫວ່າງ ມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມັນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼີ ຊີເຈິນ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ຟ້ານ ເວີ້ຍເຫີວນ ຜູ້ອຳນວຍການໃຫຍ່ສຳນັກພິມການສຶກສາຊຽງໄຮ ສປ ຈີນ, ທ່ານ ນາງ ແສງເດືອນ ໄຊຍະກອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ຮອງບັນນາທິການໃຫຍ່ໜັງສືພິມ ເຢີນ ເຢີນ ຕ້ອນຮັບຄະນະສື່ມວນຊົນຕ່າງປະເທດ

ຮອງບັນນາທິການໃຫຍ່ໜັງສືພິມ ເຢີນ ເຢີນ ຕ້ອນຮັບຄະນະສື່ມວນຊົນຕ່າງປະເທດ

ໃນໂອກາດເຂົ້າຮ່ວມ ເກັບກຳຂ່າວ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຊຶ່ງໄດ້ຈັດຂື້ນໃນລະຫວ່າງວັນທີ 19-25 ມັງກອນ 2026, ໃນວັນທີ 22 ມັງກອນ ນີ້, ຄະນະສື່ມວນຊົນຕ່າງປະເທດໃນນັ້ນມີ ນັກຂ່ວຈາກປະເທດລາວ ເຂົ້າຮ່ວມນໍາ ໄດ້ຢ້ຽມຢາມ ແລະ ແລກປ່ຽນບາງບົດຮຽນ ປະສົບການກ່ຽວກັບການອອກຂ່າວໃນໜ້າໜັງສືພິມເຈ້ຍ ແລະ ໜັງສືພິມ ເອເລັກໂຕຣນິກ ກັບພະນັກງານ ໜັງສືພິມ ເຢີນ ເຢີນ ໂດຍໃຫ້ການຕ້ອນຮັບ ຂອງທ່ານ ຟາມ ວັນຮຸງ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເຢີນ ເຢີນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ.
ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ເພີ່ມເຕີມ