ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ

ຄໍາມ່ວນ ແລະ ກຸ້ຍໂຈ ລົງນາມຮ່ວມມືສ້າງສາຍພົວພັນມິດຕະພາບ
ພິທີເຊັນບົດບັນທຶກ ເຈດຈໍານົງ ວ່າດ້ວຍການສ້າງຕັ້ງສາຍພົວພັນມິດຕະພາບ ລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງກຸ້ຍໂຈ ສປ ຈີນ ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ສໍານັກງານອົງການປົກຄອງ ແຂວງກຸ້ຍໂຈ, ໃຫ້ກຽດລົງນາມເຊັນບົດບັນທຶກໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ຫຼີປິນຈູນ ເຈົ້າແຂວງ ກຸ້ຍໂຈ.
ຄາມວນ ແລະ ກຍໂຈ ລງນາມຮວມມສາງສາຍພວພນມດຕະພາບ - image 1
 

ການລົງນາມຄັ້ງນີ້, ເພື່ອປະຕິບັດຕາມຄວາມເຫັນດີເປັນເອກະພາບກັນຂອງການນໍາທັງສອງແຂວງ ໃຫ້ບັນລຸຜົນເປັນຈິງ, ເພີ່ມທະວີ ແລະ ເສີມຂະຫຍາຍຄວາມເຂົ້າໃຈ, ມິດຕະພາບລະຫວ່າງປະຊາຊົນ ສອງຊາດ ລາວ-ຈີນ, ຮັດແໜ້ນ ແລະ ພັດທະນາ ການຮ່ວມມືທີ່ເປັນມິດຕະພາບ ລະຫວ່າງ ສອງແຂວງ. ໂດຍຜ່ານການປຶກສາຫາລືກັນດ້ວຍຄວາມເປັນມິດຕະພາບ, ສອງຝ່າຍໄດ້ບັນລຸຕາມເຈດຈຳນົງ ວ່າດ້ວຍການສ້າງຕັ້ງສາຍພົວພັນແຂວງມິດຕະພາບຄື: ຍິນດີເພີ່ມທະວີການແລກປ່ຽນ ການຮ່ວມມືທີ່ເປັນມິດຕະພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ສົ່ງເສີມໂຄງການຮ່ວມມືທີ່ມີຜົນປະໂຫຍດຕໍ່ການພັດທະນາຂອງທັງສອງຝ່າຍ. ຍຶດໝັ້ນຫຼັກການຄວາມສະເໝີພາບ, ສົ່ງເສີມການແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ສອງຝ່າຍໃນຂົງເຂດຊັບພະຍາກອນແຮ່ທາດ, ການສຶກສາ, ເຕັກໂນໂລຊິກະສິກຳ, ເສດຖະກິດ-ການຄ້າ, ການທ່ອງທ່ຽວ, ການຜະລິດເກືອໂປຕາສຊ່ຽມ ແລະ ອື່ນໆ. ເພື່ອສົ່ງເສີມການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ຮັກສາການຕິດຕໍ່ພົວພັນ ແລະ ປຶກສາຫາລືກັນໃນໄລຍະຍາວ, ເພີ່ມທະວີການຢ້ຽມຢາມ ແລກປ່ຽນບົດຮຽນ ລະຫວ່າງ ບຸກຄະລາກອນຂອງທັງສອງຝ່າຍ ແລະ ສົ່ງເສີມການຮ່ວມ ມືໃນຂົງເຂດຕ່າງໆ.

ຄາມວນ ແລະ ກຍໂຈ ລງນາມຮວມມສາງສາຍພວພນມດຕະພາບ - image 2
 

ໂອກາດນີ້, ການນໍາທັງສອງແຂວງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກ ລວມທັງທ່າແຮງ ພື້ນຖານໃນການພັດທະນາເສດຖະກິດຂອງແຕ່ລະແຂວງ ໃຫ້ແກ່ກັນ ແລະ ກັນ ໄດ້ຮັບຮູ້, ທັງໄດ້ສະເໜີເງື່ອນໄຂ ທ່າແຮງທາງດ້ານ ຊັບພະຍາກອນ ເພື່ອຊຸກຍຸ້ສົ່ງເສີມດ້ານການລົງທຶນຮ່ວມກັນ ລະຫວ່າງ ສອງແຂວງໃນຕໍ່ໜ້າ ຢ່າງມີຈຸດສຸມ.

(ພາບ+ຂ່າວ: ນັກຂ່າວແຂວງຄໍາມ່ວນ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ຫົວໜ້າ ຄຕພ ຕ້ອນຮັບ ທູດ ສ ກູບາ ເຂົ້າມາອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ

ສະຫາຍ ຫົວໜ້າ ຄຕພ ຕ້ອນຮັບ ທູດ ສ ກູບາ ເຂົ້າມາອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ

ໃນຕອນເຊົ້າວັນທີ 26​ມີນາ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ໃຫ້ການຕ້ອນຮັບ ສະຫາຍ ນາງ ​ເອັກ​ນາ ​​ເວ​ຍ ວາລ​ເດດ​ສ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ ກູ​ບາ ປະ​ຈຳ​ ສ​ປ​ປ ລາວພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22/3/1955-22/3/2025).
ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ສະໂລເວນີ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ສະໂລເວນີ

ຫວ່າງບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ແຫ່ງສາທາລະນະລັດ ສະໂລເວນີ, ທ່ານ ຄຳແພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ນາຕາຊາ ເພຍ ມູຊາ (Nataša Pirc Musar) ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລເວນີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລເວນີ, ໂດຍມີສໍານັກງານຕັ້ງຢູ່ນະຄອນຫຼວງວຽນນາ ປະເທດໂອຕຣິດ.
ຄະນະຜູ້ແທນເມືອງລ້າ ແລກປ່ຽນບົດຮຽນດ້ານວິຊາການຢູ່ເມືອງ​ພຽງ

ຄະນະຜູ້ແທນເມືອງລ້າ ແລກປ່ຽນບົດຮຽນດ້ານວິຊາການຢູ່ເມືອງ​ພຽງ

ໃນວັນທີ 24 ມີນານີ້, ຄະນະຜູ້ແທນເມືອງລ້າ ແຂວງສິບສອງພັນນາ ສປ ຈີນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນດ້ານວິຊາການ ຢູ່ບໍລິສັດ ລາວ-ຈີນຢົງຮຸ່ຍ ພັດທະນາກະສິກຳຈຳກັດຜູ້ດຽວ ບ້ານໂພນສະຫວ່າງ ເມືອງ​ພຽງ ແຂວງໄຊຍະບູລີ, ຊຶ່ງນຳໂດຍ ທ່ານ ຕົງ ຊົງຢານ ຮອງຫົວໜ້າຫ້ອງການ-ການຄ້າເມືອງລ້າ ພ້ອມດ້ວຍຄະນະ, ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ເສນ ພັັນລັກ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະນຳຂອງເມືອງ ແລະ ບໍລິສັດ ລາວ-ຈີນຢົງຮຸ່ຍ ພັດທະນາກະສິກຳຈຳກັດຜູ້ດຽວ.
ງານລ້ຽງຕ້ອນຮັບຄະນະຜູ້ແທນ ສສກ ເນື່ອງໃນໂອກາດກິດຈະກຳແລກປ່ຽນມິດຕະພາບລາວ-ຈີນ ທີ່ມີມົນສະເໜ່ ແຂວງຢຸນນານ

ງານລ້ຽງຕ້ອນຮັບຄະນະຜູ້ແທນ ສສກ ເນື່ອງໃນໂອກາດກິດຈະກຳແລກປ່ຽນມິດຕະພາບລາວ-ຈີນ ທີ່ມີມົນສະເໜ່ ແຂວງຢຸນນານ

ຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ໄດ້ຈັດງານລ້ຽງຕ້ອນຮັບຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ເນື່ອງໃນໂອກາດກິດຈະກຳແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ ທີ່ມີມົນສະເໜ່ ແຂວງຢຸນນານ ຂຶ້ນໃນວັນທີ 24 ມີນານີ້ ທີ່ແຂວງຢຸນນານ ນະຄອນຄຸນໝິງ ສປ ຈີນ ໂດຍມີທ່ານ ປອງດອງ ປະຊາພັກດີ ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍານະຄອນຄຸນໝິງ, ທ່ານ ອຸ່ນ ຈືສົງ ຮອງຫົວໜ້າຫ້ອງການພົວພັນການຕ່າງປະເທດ ແຂວງຢຸນນານ, ພ້ອມດ້ວຍບັນດາຄະນະອໍານວຍການໂຮງຮຽນ, ຄູ-ອາຈານ, ນັກຮຽນ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ໂຮງຮຽນຫຼຽວໂຕ, ໂຮງຮຽນມັດທະຍົມສຶກສາສົມບູນນສັນຕິພາບ ແຂວງຫຼວງພະບາງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ການນໍາ ແຂວງຄໍາມ່ວນ ຕ້ອນຮັບການເຂົ້າອວຍພອນ ຂອງກົງສູນໃຫຍ່ຫວຽດນາມ

ການນໍາ ແຂວງຄໍາມ່ວນ ຕ້ອນຮັບການເຂົ້າອວຍພອນ ຂອງກົງສູນໃຫຍ່ຫວຽດນາມ

ວັນທີ 25 ມີນານີ້, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງ ແຂວງຄໍາມ່ວນ ພ້ອມດ້ວຍພະແນກການກ່ຽວຂ້ອງໄດ້ໃຫ້ການຕ້ອນຮັບ ທ່ານ ນາງ ດັ່ງ ທິ ຮ່າຍເຕີມ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະ ເຂົ້າອວຍພອນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້. ພ້ອມກັນນັ້ນ ກໍໄດ້ຖືໂອກາດນີ້ກ່າວອໍາລາພາຍຫຼັງທີ່ສໍາເລັດການປະຕິບັດໜ້າທີ່ຢູ່ລາວ.
ຊາວກະສິກອນ ແຂວງພາກເໜືອ ແລກປ່ຽນບົດຮຽນ ຄວາມສາມາດປັບໂຕກັບການປ່ຽນແປງດິນຟ້າອາກາດ

ຊາວກະສິກອນ ແຂວງພາກເໜືອ ແລກປ່ຽນບົດຮຽນ ຄວາມສາມາດປັບໂຕກັບການປ່ຽນແປງດິນຟ້າອາກາດ

ວັນທີ່ 26 ມີນານີ້ ທີ່ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນ ຄວາມສາມາດປັບໂຕກັບການປ່ຽນແປງດິນຟ້າອາກາດ (CSA) ລະຫວ່າງ ຊາວກະສິກອນບັນດາ ແຂວງພາກເໜືອ (ຫຼວງພະບາງ, ອຸດົມໄຊ, ຫົວພັນ, ຜົ້ງສາລີ, ຊຽງຂວາງ) ໂດຍເປັນປະທານຮ່ວມຂອງ ທ່ານ ບຸນມີ ສະຫວັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ, ທ່ານ ສຸວັນທອງ ນາມວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຊ່ຽວຊານ ແລະ ຜູ້ຕາງໜ້າໂຄງການ-ຄູ່ຮ່ວມງານຫຼາຍພາກສ່ວນ ທີ່ເຮັດວຽກກ່ຽວກັບກະສິກຳ, ການປັບໂຕເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຊົນນະບົດທົ່ວພາກເໜືອຂອງລາວ, ລວມທັງຊາວກະສິກອນ ເຂົ້າຮ່ວມ.
ວາງສະແດງຮູບພາບການຮ່ວມມື ຊາວໜຸ່ມຫວຽດນາມ - ລາວ ແລະ ວັນສ້າງຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ

ວາງສະແດງຮູບພາບການຮ່ວມມື ຊາວໜຸ່ມຫວຽດນາມ - ລາວ ແລະ ວັນສ້າງຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ

ງານວາງສະແດງຮູບພາບກ່ຽວກັບກິດຈະກຳການຮ່ວມມືຂອງຄະນະຊາວໜຸ່ມສາຍພົວພັນຄວາມສາມັກຄິພິິເສດຫວຽດນາມ-ລາວ ແລະ ຄົບຮອບ 95 ປີວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດຂຶ້ນໃນວັນທີ 25 ມີນາ ຜ່ານມານີ້ ທີ່ສະຖານທູດຫວຽດນາມປະຈໍາລາວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.
10 ປີແຫ່ງການຮ່ວມແຮງຮ່ວມໃຈຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ: ກ້າວໄປສູ່ອະນາຄົດ  ດ້ວຍການຂີ່ເຮືອລໍາດຽວທີ່ຮ່ວມສຸກ, ຮ່ວມທຸກນຳກັນ

10 ປີແຫ່ງການຮ່ວມແຮງຮ່ວມໃຈຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ: ກ້າວໄປສູ່ອະນາຄົດ ດ້ວຍການຂີ່ເຮືອລໍາດຽວທີ່ຮ່ວມສຸກ, ຮ່ວມທຸກນຳກັນ

ທ່ານ ຫວາງອີ້ ກໍາມະການກົມການເມືອງສູນກາງພັກ ແລະ ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ ໄດ້ມີຄຳເຫັນວ່າ: ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຮ່ວມກັບບັນດາທ່ານສະເຫຼີມສະຫຼອງການເປີດກອງປະຊຸມຜູ້ນຳຄັ້ງປະຖົມມະລືກຂອງຂໍ້ລິເລີ່ມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 10 ປີ. ຂໍຖືໂອກາດນີ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາປະເທດເພື່ອນມິດທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕະຫຼອດໄລຍະຜ່ານມາ, 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງດື່ມນ້ຳສາຍດຽວກັນ, ຊາຕາກໍາມີຄວາມຜູກພັນກັນຢ່າງແໜ້ນແຟ້ນ.
ນັກຮຽນລາວ ທັດສະນະສຶກສາຢູ່ໂຮງຮຽນມັດທະຍົມຊົນເຜົ່ານະຄອນຕ້າລີ

ນັກຮຽນລາວ ທັດສະນະສຶກສາຢູ່ໂຮງຮຽນມັດທະຍົມຊົນເຜົ່ານະຄອນຕ້າລີ

ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ນໍາໂດຍ ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງ ສສກ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ໂຮງຮຽນຫຼຽວໂຕ, ໂຮງຮຽນມັດທະຍົມ ສຶກສາສົມບູນ ສັນຕິພາບຫຼວງພະບາງ ຈາກ ສປປ ລາວ ໄດ້ສືບຕໍ່ທັດສະນະສຶກສາ ຢູ່ໂຮງຮຽນມັດທະຍົມຊົນເຜົ່ານະຄອນຕ້າລີ ໃນວັນທີ 25 ມີນາຜ່າມານີ້ ທີ່ແຂວງຢຸນນານ ສປ ຈີນ ໂດຍທ່ານ ລີ ຊຸນຮົວ (Li Chunhua) ອໍານວຍການໂຮງຮຽນມັດທະຍົມຊົນເຜົ່າຕ້າລີນະຄອນຕ້າລີ, ພ້ອມດ້ວຍ ຄູ-ອາຈານ, ນັກຮຽນໃຫ້ການຕ້ອນຮັບ.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບ ທູດໄທ ເຂົ້າຊົມເຊີຍ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບ ທູດໄທ ເຂົ້າຊົມເຊີຍ

ໃນຕອນບ່າຍຂອງວັນທີ 25 ມີນາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ແລະ ຊົມເຊີຍ ເນື່ອງໃນໂອກາດໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ເພີ່ມເຕີມ