ຢ້ຽມຢາມມະຫາວິທະຍາໄລແຫ່ງຊາດລາວ

ຄະນະບໍດີວິທະຍາໄລວິຊາຊີບ ຊານຕົງເວິຍຝາງຢ້ຽມຢາມບັນດາໂຮງຮຽນເພື່ອເສີມຂະຫຍາຍການຮ່ວມມື

ຄະນະບໍດີວິທະຍາໄລວິຊາຊີບ ຊານຕົງເວິຍຝາງຢ້ຽມຢາມບັນດາໂຮງຮຽນເພື່ອເສີມຂະຫຍາຍການຮ່ວມມື
ທ່ານ ເສີນ ເຫວີຍເຊຍ ຮອງຄະນະບໍດີວິທະຍາໄລວິຊາຊີບ ຊານຕົງເວິຍຝາງ ສປ ຈີນ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມມະຫາວິທະຍາໄລແຫ່ງຊາດລາວ,

ວິທະຍາໄລເຕັກນິກລາວເຢຍລະມັນ ແລະ ບໍລິສັດບໍ່ແຮ່ລາວວຽງຈັນ ຈໍາກັດ ໃນລະຫວ່າງວັນທີ 4 ຫາ 5 ພະຈິກ ຜ່ານມາ ເພື່ອເສີມຂະຫຍາຍການຮ່ວມມືມິດຕະພາບລະຫວ່າງໂຮງຮຽນ ແລະ ເປີດ “ສູນພາສາຈີນບໍ່ແຮ່ລາວວຽງຈັນ” “ວິທະຍາໄລລາວ-ບ້ານໂມ”, ຊຸກຍູ້ການແລກປ່ຽນ ແລະ ຮ່ວມມືວຽກງານສຶກສາວິຊາຊີບລາວ-ຈີນ. ວິທະຍາໄລວິຊາຊີບເວີຍຝາງ ເປັນວິທະຍາໄລວິຊາຊີບຊັ້ນສູງທົ່ວໄປທີ່ຮຽນເຕັມເວລາ ຊຶ່ງໄດ້ສ້າງຕັ້ງຂຶ້ນໃນປີ 2001 ໂດຍໄດ້ຮັບອະນຸຍາດຢ່າງເປັນທາງການຈາກລັດຖະບານແຂວງຊານຕົງ, ເປັນໂຮງຮຽນວິຊາຊີບຊັ້ນສູງແລະໜ່ວຍງານກໍ່ສ້າງວິຊາຊີບຂັ້ນສູງທີ່ມີຄຸນລັກສະນະຂອງຈີນ, ເປັນວິທະຍາໄລວິຊາຊີບຊັ້ນສູງທີ່ມີວິຊາສະເພາະຊັ້ນດີຂອງປະເທດ, ຖືກຄັດເລືອກເປັນວິທະຍາໄລວິຊາຊີບຊັ້ນສູງດີເດັ່ນແຫ່ງຊາດ “ຕິດTop 50 ຂອງໂຮງຮຽນທີ່ມີອິດທິພົນໃນເວທີສາກົນ, Top 50 ໃນການປະກອບສ່ວນດ້ານການບໍລິການດີ ແລະ Top 50 ໂຮງຮຽນທີ່ມີຊັບພະຍາກອນການສອນດີ".

ໃນວັນທີ 4 ຄະນະຜູ້ແທນໄດ້ມີການພົບປະທ່ານ ພູເພັດ ກຽວພິລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ບຸນເຮືອງ ປັນຍາທອງ ຮອງຫົວໜ້າຫ້ອງການສາກົນ ພ້ອມຄະນະ. ຜ່ານການໂອ້ລົມສົນທະນາມິດຕະພາບ ທັງສອງຝ່າຍໄດ້ທໍາຄວາມເຂົ້າໃຈສະພາບການເຄື່ອນໄຫວຂອງໂຮງຮຽນ ແລະ ລັກສະນະພິເສດຊຶ່ງກັນ ແລະ ກັນ, ທັງສອງຝ່າຍໄດ້ບັນລຸຈຸດປະສົງໃນການຮ່ວມມືໃນການແລກປ່ຽນ ແລະ ຝຶກອົບຮົມຄູ-ອາຈານ, ການຈັດນັກສຶກສາລາວໄປຝຶກອົບຮົມຢູ່ ສປ ຈີນ ແລະ ອື່ນໆ ແລະ ໃນຕອນບ່າຍຂອງວັນດຽວກັນ, ທີ່ວິທະຍາໄລເຕັກນິກລາວເຢຍລະມັນ ທາງຄະນະຜູ້ແທນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສຸລິຍາ ພະໄຊ ອໍານວຍການວິທະຍາໄລເຕັກນິກລາວເຢຍລະມັນພ້ອມດ້ວຍບັນດາການນຳວິທະຍາໄລ, ຜ່ານການແລກປ່ຽນທາງຄະນະໄດ້ທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຮູບແບບການຝຶກອົບຮົມດ້ານວິຊາການ, ຮູບແບບການຮ່ວມມື ແລະ ຮູບແບບທຸລະກິດຂອງວິທະຍາໄລ, ໄດ້ປຶກສາຫາລືການຮ່ວມມືຝຶກອົບຮົມນັກສຶກສາ, ການໄປຝຶກງານ ແລະ ຝຶກອົບຮົມຢູ່ ສປ ຈີນ. ການຢ້ຽມຢາມຄັ້ງນີ້ ສອງໂຮງຮຽນໄດ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ສ້າງສາຍພົວພັນມິດຕະພາບຂອງໂຮງຮຽນ, ເປີດໂອກາດໃໝ່ໃນການຮ່ວມມືດ້ານອາຊີບ.

ໃນວັນທີ 5ພະຈິກ ນີ້ ຢູ່ບໍລິສັດ ບໍ່ແຮ່ລາວວຽງຈັນ ຈໍາກັດ ໄດ້ຈັດພິທີເປີດ “ສູນພາສາຈີນບໍ່ແຮ່ລາວວຽງຈັນ” ແລະ “ວິທະຍາໄລລາວ-ບ້ານໂມ”. ໃນປີ 2021 ສູນແລກປ່ຽນ ແລະ ການຮ່ວມມືດ້ານພາສາຕ່າງປະເທດຂອງກະຊວງສຶກສາທິການຈີນ,ວິທະຍາໄລວິຊາຊີບເວີນຝາງ ແລະ ບໍລິສັດບໍ່ແຮ່ລາວວຽງຈັນຈຳກັດ ສາມຝ່າຍໄດ້ຮ່ວມກັນສ້າງ "ສູນພາສາຈີນ-ລາວ" ຢູ່ລາວເພື່ອຈັດໃຫ້ມີການຝຶກອົບຮົມ "ພາສາຈີນ + ວິຊາຊີບ" ໃຫ້ແກ່ບຸກຄະລາກອນໃນ ສປປ ລາວ. ປີ 2024 ພະແນກສຶກສາແຂວງຊານຕົງໄດ້ມອບໃບອະນຸຍາດໃຫ້ "ວິທະຍາໄລລາວ-ບ້ານໂມ". ສອງຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບບັນຫາການດຳເນີນງານຂອງໂຄງການໃນຕໍ່ໜ້າ ແລະ ພ້ອມກັນຊຸກຍູ້ໂຄງການຝຶກອົບຮົມພະນັກງານຢູ່ທ້ອງຖິ່ນ ແລະ ພັດທະນາການສອນຫຼາຍປະເພດ ແລະ ຫຼາຍພາສາ. ຄະນະຜູ້ແທນ ຍັງໄດ້ລົງສຳຫຼວດພື້ນທີ່ຂຸດຄົ້ນບໍ່ແຮ່ ຢູ່ແຂວງສະຫວັນນະເຂດ ຂອງກຸ່ມບໍລິສັດຂຸດຄົ້ນບໍ່ແຮ່ລາວວຽງຈັນ ເພື່ອທໍາຄວາມເຂົ້າໃຈຕົວຈິງກ່ຽວກັບຄວາມຕ້ອງການການຝຶກອົບຮົມທັກສະຂອງພະນັກງານ, ເພື່ອເປັນພື້ນຖານໃນການຄັດເລືອກສາຂາວິຊາສະເພາະ ມີລັກສະນະເຈາະຈົງໃນການອົບຮົມພາສາຈີນ ແລະ ວິທະຍາໄລລາວ-ບ້ານໂມ ໃນຕໍ່ໜ້າ.

ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ໄດ້ຊ່ວຍໃຫ້ທຸກຝ່າຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະ ກັນໃນການຮ່ວມມືເທົ່ານັ້ນ, ຫາກຍັງໄດ້ຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງ ສປ ຈີນ ກັບ ສປປ ລາວ ເພີ່ມບົດບາດຂອງທຸກຝ່າຍໃນເວທີສາກົນອີກດ້ວຍ. ທຸກຝ່າຍຈະສືບຕໍ່ສົມທົບກັນເພື່ອພັດທະນາການຮ່ວມມືສາກົນດ້ານອາຊີວະສຶກສາໃຫ້ມີຄຸນນະພາບສູງ ແລະ ປູກຝັງບຸກຄະລາກອນທີ່ມີຄວາມສາມາດດ້ານເຕັກນິກ ແລະ ທັກສະທີ່ມີຄຸນະພາບສູງຫຼາຍຂຶ້ນ ເພື່ອຮັບໃຊ້ການຮ່ວມມືດ້ານການຜະລິດລະຫວ່າງປະເທດ.

ຂ່າວ-ພາບສຸດໃຈ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ(ອກສລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນລະຫວ່າງທີ 16-20 ກໍລະກົດ ຜ່ານມາ.
ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ ສປສສ, ໃຫ້ກຽດປາຖະກະຖາ ໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຊຶ່ງມີຮອງປະທານ ສປສສ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຂອງສານເຂົ້າຮ່ວມ.
ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ ຂຶ້ນໃນວັນທີ18 ກໍລະກົດຜ່ານມາ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ໄດ້ຮັບຜົນຢ່າງຈົບງາມ, ກອງປະຊຸມຄັ້ງນີ້ເປັນຂີດໝາຍສຳຄັນໃນການເສີມສ້າງສາຍພົວພັນດ້ານການຄ້າ ແລະ ການລົງທຶນ, ພ້ອມທັງຊອກຫາໂອກາດໃໝ່ໆເພື່ອການພັດທະນາເສດຖະກິດຮ່ວມກັນ.
ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ສູນວັດທະນະທໍາຈີນປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາຊາສູ່ຄວາມປອງດອງ-ສຳຜັດສິລະປະການຊົງຊາ ແລະ ຊິມຊາຈີນຂຶ້ນໃນວັນທີ 19 ກໍລະກົດ ຜ່ານມາ ທີ່ສູນດັ່ງກ່າວ, ໃຫ້ການບັນຍາຍໂດຍ ນາງ ວຽງນະຄອນ ວົງວິໄຊ ອາຈານສອນສິລະປະການຊົງຊາຈີນຊຶ່ງມີແຂກຮັບເຊີນເຂົ້າຮ່ວມຫຼາຍກວ່າ 20 ຄົນ.
ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ