ຄະນະປະຕິບັດງານພິເສດແຫ່ງ ສສ ຫວຽດນາມມອບໃບຍ້ອງຍໍ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ

ຄະນະປະຕິບັດງານພິເສດແຫ່ງ ສສ ຫວຽດນາມມອບໃບຍ້ອງຍໍ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ
ເມື່ອບໍ່ດົນມານີ້ ທີ່ສະໂມສອນຂອງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີມອບໃບຍ້ອງຍໍຂອງຄະນະປະຕິບັດງານພິເສດແຫ່ງ ສສ ຫວຽດນາມ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ,ໂດຍການເປັນປະທານຂອງ ສະຫາຍ ພັອ ດາວນ້ອຍ ບຸດບົວທອງ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີສະຫາຍ ແພງຊ້ອຍ ແພງເມືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄອບ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັທ ຄໍາປ່ຽງ ແດນມີໄຊ ຫົວໜ້າພະແນກພົວພັນຕ່າງປະເທດ ກໍໄດ້ຜ່ານບົດບັນທຶກ ວ່າດ້ວຍການມອບ-ຮັບ ວັດຖຸ,ຍ້ອງຍໍຂອງຄະນະປະຕິບັດງານພິເສດ ສສ ຫວຽດນາມ ສົກປີ 2013-2020 ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ທີ່ໄດ້ປະກອບສ່ວນໃນການລົງສໍາຫຼວດເກັບກໍາຂໍ້ມູນຄົ້ນອັດຖິຂອງທະຫານອາສາສະໝັກຫວຽດນາມທີ່ເສຍສະຫຼະຊີວິດຢູ່ແຂວງໄຊຍະບູລີ, ອີງຕາມຂໍ້ຕົກລົງຂອງຄະນະປະຕິບັດງານພິເສດລັດຖະບານລາວ ລົງວັນທີ 8 ກັນຍາ 2023 ວ່າດ້ວຍການນໍາສົ່ງວັດຖຸຍ້ອງຍໍຂອງຄະນະປະຕິບັດງານພິເສດ ສສ ຫວຽດນາມ: ຄະນະປະຕິບັດງານພິເສດເຫັນດີມອບໃບຍ້ອງຍໍໃຫ້ແກ່ກົມກອງລວມໝູ່ 3 ກົມກອງຄື: ກອງບັນຊາການທະຫານເມືອງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ແລະ ບ້ານປາງໄຮ. ໃນນີ້ ມອບໃບຍ້ອງຍໍລັດຖະບານ ສສ ຫວຽດນາມ 3 ກົມກອງ ແລະ ໃບຍ້ອງຍໍກະຊວງປ້ອງກັນປະເທດ ສສ ຫວຽດນາມ ຈໍານວນ 2 ສະຫາຍ. ໃນໂອກາດນີ້ ສະຫາຍ ພັອ ດາວນ້ອຍ ບຸດບົວທອງ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ກໍໄດ້ຂຶ້ນກ່າວມອບໃບຍ້ອງຍໍຂັ້ນລັດຖະບານ ສສ ຫວຽດນາມ ແລະ ສະຫາຍ ແພງຊ້ອຍ ແພງເມືອງ ກໍໄດ້ຂຶ້ນກ່າວມອບ ໃບຍ້ອງຍໍກະຊວງປ້ອງກັນປະເທດ ສສ ຫວຽດນາມ ຕາມລໍາດັບ.
ໃນພິທີດັ່ງກ່າວ, ສະຫາຍ ພັທ ອໍາໄພ ອຸ່ມສາພົນ ຄະນະພັກກອງບັນຊາການ ຮອງຫ້ອງພາລາພິການທະຫານແຂວງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 6681/ກມທ ລົງວັນທີ 16 ຕຸລາ 2023 ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກບໍລິຫານ ກອງບັນຊາການທະຫານເມືອງຄອບ ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງສະຫາຍ ພັຕ ຢາເຮີ ເກີບົວວາ ເປັນຫົວໜ້າພະແນກບໍລິຫານ ກອງບັນຊາການທະຫານເມືອງຄອບ; ຂໍ້ຕົກລົງ ສະບັບເລກທີ 662/ກບຊ ລົງວັນທີ 25 ຕຸລາ 2023 ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງກອງບັນຊາການທະຫານເມືອງຄອບ ກອງບັນຊາການທະຫານແຂວງຕົກລົງ ແຕ່ງຕັ້ງ ສະຫາຍ ພັທ ສົມບຸ ດີເພັດໄທ ເປັນຫົວໜ້າການເມືອງ ກອງບັນຊາການທະຫານເມືອງຄອບ, ສະຫາຍ ພັທ ແສງຈັນ ສຸລິຂັນ ເປັນຫົວໜ້າການທະຫານ ກອງບັນຊາການທະຫານເມືອງຄອບ, ສະຫາຍ ພັຕ ແກ້ວວິໄລ ວົງແສງແກ້ວ ເປັນຮອງການເມືອງ ທັງເປັນຫົວໜ້າພະແນກການເມືອງ ກອງບັນຊາການທະຫານເມືອງຄອບ; ຂໍ້ຕົກລົງສະບັບເລກທີ 728/ກບຊ ລົງວັນທີ 6 ຕຸລາ 2023 ວ່າດ້ວຍຄໍາສັ່ງຍົກຍ້າຍພະນັກງານ ກອງບັນຊາການທະຫານແຂວງ ໄດ້ຍົກຍ້າຍ ສະຫາຍ ຮອ ນາງ ວັນດີ ກອງຊັບ ຄອມພິວເຕີ ກອງບັນຊາການທະຫານເມືອງຄອບ ມາໃຫ້ຫ້ອງການເມືອງ ແລະ ຂໍ້ຕົກລົງ ສະບັບເລກທີ 700/ກບຊ ລົງວັນທີ 8 ພະຈິກ 2023 ວ່າດ້ວຍການອະນຸມັດໃຫ້ພະນັກງານພັກການເພື່ອລໍຖ້າຮັບເບ້ຍບໍານານ ກອງບັນຊາການທະຫານແຂວງຕົກລົງ ອະນຸມັດໃຫ້ ສະຫາຍ ພັທ ເຂັມໃຈ ຍິ່ງສົມບູນ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ພັກການລໍຖ້າຮັບເບ້ຍບໍານານ.
ຂ່າວ-ພາບ: ພົມມະນີ ອິນສະຫວັນ

ຄໍາເຫັນ

ຂ່າວການຮ່ວມມື

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ໃນວັນທີ15 ກໍລະກົດນີ້, ທ່ານ ເມແກັນຈອນສເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະຮ່ວມກັບທ່ານ ຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວແລະອົດສະຕຣາລີແລະການສະໜັບສະໜູນຂອງອົດສະຕຣາລີຕໍ່ຂະແໜງສື່ມວນຊົນຂອງລາວ. ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນແລະ ວັນຊາດ ແຫ່ງ ສາທາລະນະລັດຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສ. ໂອຕຣິດ

ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສ. ໂອຕຣິດ

ໃນວັນທີ 11 ກໍລະກົດຜ່ານມາ ທີ່ສຳນັກງານປະທານາທິບໍດີນະຄອນຫຼວງວຽນນາ​ ສາທາລະນະລັດ ໂອຕຣິດ,​ ທ່ານ ຄໍາເເພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ອາເລັກຊານເດີ ຟານເເດ ເບເລນ (H.E. Mr. Alexander Van der Bellen) ປະທານາທິບໍດີ ເເຫ່ງ ສາທາລະນະລັດ ໂອຕຣິດ ເພື່ອດໍາລົງຕໍາເເໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ໂອຕຣິດ.
ການນໍາຂັ້ນສູງ ສຊປລ ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ

ການນໍາຂັ້ນສູງ ສຊປລ ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ

ໃນລະຫວ່າງວັນທີ 15-16 ກໍລະກົດນີ້, ການນຳຂັ້ນສູງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ສຊປລ) ໄດ້ເຂົ້າຮ່ວມກອງປະຊຸມການພັດທະນາຊາວໜຸ່ມສາກົນ ປະຈຳປີ 2025 ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍທ່າແຮງຂອງຊາວໜຸ່ມເພື່ອການພັດທະນາໃນໂລກ” ທີ່ເມືອງຊູໂຈ ແຂວງຈຽງຊູ ສປ ຈີນ ຊຶ່ງນໍາພາໂດຍ ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານ ສຊປລ, ມີບັນດາການນໍາຈາກອົງການຈັດຕັ້ງຊາວໜຸ່ມ, ຜູ້ຕາງໜ້າຊາວໜຸ່ມຈາກ 100 ກວ່າປະເທດ ແລະ 17 ອົງການສາກົນໃນທົ່ວໂລກເຂົ້າຮ່ວມ.
ໜັງສືພິມປະຊາຊົນ ຕ້ອນຮັບຫົວໜ້າສູນວັດທະນະທໍາຈີນປະຈໍາລາວ ຄົນໃໝ່

ໜັງສືພິມປະຊາຊົນ ຕ້ອນຮັບຫົວໜ້າສູນວັດທະນະທໍາຈີນປະຈໍາລາວ ຄົນໃໝ່

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ຕ້ອນຮັບ ແລະ ພົບປະທ່ານ ຫຼົວເວິ້ຍຈ້ຽນ ຫົວໜ້າສູນວັດທະນະທໍາຈີນປະຈໍາ ສປປ ລາວ ໃນວັນທີ 15 ກໍລະກົດ ຜ່ານມາ ທີ່ສໍານັກງານໜັງສືພິມປະຊາຊົນ ໃນໂອກາດທີ່ທ່ານ ຫຼົວເວິ້ຍຈ້ຽນ ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນຫົວໜ້າສູນວັດທະນະທໍາຈີນປະຈໍາ ສປປ ລາວ ຄົນໃໝ່.
ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I

ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I

ກອງປະຊຸມອົງການໄອຍະການລາວ-ກໍາປູເຈຍ ຄັ້ງທີ I ວ່າດ້ວຍການຮ່ວມມືໃນການຕ້ານອາຊະຍາກໍາຂ້າມ ຊາດ ໂດຍສະເພາະການຄ້າຂາຍຢາເສບຕິດ ຈັດຂຶ້ນໃນວັນທີ 15 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍ ການໃຫ້ກຽດເປັນປະທານຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ແລະ ທ່ານນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.
ສອງກອງທັບຫາລືກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ “ລາໂຣສ-2025”

ສອງກອງທັບຫາລືກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ “ລາໂຣສ-2025”

ໃນລະຫວ່າງວັນທີ 14-15 ກໍລະກົດນີ້, ຄະນະຜູ້ແທນກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ນໍາໂດຍສະຫາຍ ພັນເອກ ໂຣເຊນໂກ ອາເລັກເຊ ຮອງຫົວໜ້າກົມອົບຮົມທະຫານເຂດຕາເວັນອອກ ກອງທັບສະຫະພັນຣັດເຊຍ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍສາຍພົວພັນການຮ່ວມມືຍຸດທະສາດລະຫວ່າງສອງກອງທັບລາວ-ຣັດເຊຍ ບົນພື້ນຖານຄວາມສະເໝີພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.
ລາວ-ອີຢູ ພົບປະດ້ານການຕ່າງປະເທດ ແລະ ຄວາມໝັ້ນຄົງ

ລາວ-ອີຢູ ພົບປະດ້ານການຕ່າງປະເທດ ແລະ ຄວາມໝັ້ນຄົງ

ໃນວັນທີ 11 ກໍລະກົດ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະກັບທ່ານນາງ ກາຈາການລາ (KajaKallas) ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ (ອີຢູ) ດ້ານການຕ່າງປະເທດ ແລະ ຄວາມໝັ້ນຄົງ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 58 ແລະບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງໃນວັນທີ 8-11 ກໍລະກົດ 2025 ທີ່ກົວລາລໍາເປີ ປະເທດມາເລເຊຍ.
ລາວ - ອົສຕຣາລີ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ - ອົສຕຣາລີ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 11 ກໍລະກົດ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ເພັນນີວອງ (Penny WONG) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງອົສຕຣາລີ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ