![]() |
ການມາເຄື່ອນໄຫວ ພົບປະແລກປ່ຽນບົດຮຽນຄັ້ງນີ້, ເປັນການສືບຕໍ່ປະຕິບັດບົດບັນທຶກການພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ກັບ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຂອງລາວ ແລະ ແຜນການພົວພັນການ ຕ່າງປະເທດ ຂອງແຂວງດຽນບຽນ ປະຈໍາປີ 2025, ເພື່ອຮ່ວມກັນຕີລາຄາ ໝາກຜົນແຫ່ງການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ທີ່ໄດ້ລົງນາມລະຫວ່າງ ຄະນະໂຄສະນາສຶກສາພັກແຂວງດຽນບຽນ (ປັດຈຸບັນແມ່ນຄະນະໂຄສະນາ ແລະ ຂົນຂວາຍ ຄະນະບໍລິຫານງານພັກແຂວງດຽນບຽນ) ກັບ ຄະນະໂຄສະນາອົບຮົມ 3 ແຂວງຂອງລາວ ແລະ ການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານພື້ນຖານ ກ່ຽວກັບເສດຖະກິດ, ວັດທະນະທຳ, ສັງຄົມຂອງແຂວງ; ຂ່າວສານ ແລະ ບົດຮຽນ ໃນວຽກງານໂຄສະນາສຶກສາ ແລະ ຂົນຂວາຍ ຮ່ວມກັນໃຫ້ເລິກເຊີ່ງ ກວ້າງຂວາງ.
ການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ຈະໄດ້ເຂົ້າຢ້ຽມຢາມການນຳຂອງແຂວງ, ໄປຢ້ຽນຢາມ-ທ່ຽວຊົມຮ່ອງຮອຍປະວັດສາດໃນສະໜາມຮົບດຽນບຽນຟູ ແລະ ບັນດາກິດຈະກໍາວັດທະນະທໍາ, ພິພິທະພັນ ແລະ ຢ້ຽມຊົມບາງສະຖານທີ່ ທີ່ມີການພັດທະນາເສດຖະກິດຂອງບ້ານ ຕື່ມອີກ.
(ຂ່າວ: ຈາລູນີ ດວງມະນີ)

ຄໍາເຫັນ