ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມສະຫຼອງ 70 ປີ ວັນສ້າງຕັ້ງ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ 

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມສະຫຼອງ 70 ປີ ວັນສ້າງຕັ້ງ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ 
ສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ (02/12/1953-2/12/2023) ຂຶ້ນເມື່ອວັນທີ 2 ທັນວາ ຜ່ານມາ ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໂດຍມີ ສະຫາຍ ຫງວຽນ ຊວນ ຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ຫົວໜ້າສະຖາບັນການເມືອງແຫ່ງຊາດຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງ ອະດີດປະທານສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ ເຂົ້າຮ່ວມ ແລະ ກ່າວຄຳເຫັນ, ມີສະຫາຍ ເຈີ່ນຮົ່ງຮ່າ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ມີສະຫາຍ ຟານ ຈີ້ ຮ່ຽວ ເລຂາຄະນະພັກ ປະທານສະຖາບັນວິທະຍາສາດສັງຄົມຫວຽດນາມ ຄະນະຜູ້ແທນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ (ສວສສຊ) ນໍາໂດຍ ສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານ ສວສສຊ ເຂົ້າຮ່ວມພິທີດັ່ງກ່າວ.
    ວັນທີ 2 ທັນວາປີ 1953, ເທິງແຜ່ນດິນແຫ່ງປະຫວັດສາດ, ທ່ານເລຂາທິການໃຫຍ່ ເຈືອງຈິງ ໄດ້ອອກຖະແຫຼງການເລກທີ 34-QN/TW ສ້າງຕັ້ງ "ຄະນະຄົ້ນຄວ້າປະຫວັດສາດ, ພູມສາດ, ວັນນະຄະດີ" (ອົງການຈັດຕັ້ງກ່ອນໜ້າຂອງສະຖາບັນໃນທຸກວັນນີ້) ຂຶ້ນກັບ ຄະນະກໍາມະການສູນກາງພັກແຮງງານຫວຽດນາມ. ນີ້ແມ່ນອົງການຄົ້ນຄ້ວາວິທະຍາສາດສັງຄົມ ແລະ ມະນຸດສາດທຳອິດຂອງລັດປະຊາທິປະໄຕຫວຽດນາມ.
    ພາຍຫຼັງ 70 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ສະຖາບັນໄດ້ເຕີບໃຫຍ່ຂະຫຍາຍຕົວໃນທຸກດ້ານ, ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານຄື: ໜ້າທີ່ການເມືອງ, ວຽກງານວິຊາສະເພາະ, ການຈັດຕັ້ງຂອງສະຖາບັນແມ່ນນັບມື້ນັບສົມບູນ; ພະນັກງານ-ລັດຖະກອນ ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ; ບັນລຸໄດ້ບັນດາຜົນງານດີເດັ່ນໃນການຄົ້ນຄວ້າວິທະຍາສາດຄື: ມີບົດເລື່ອງນັບສິບພັນບົດທີ່ລົງພິມໃນວາລະສານວິທະຍາສາດ, ປື້ມກວ່າ 7 ພັນຫົວຕີພິມຢູ່ພາຍໃນ ແລະ ຕ່າງປະເທດ; ນັກວິທະຍາສາດ 21 ຄົນຂອງສະຖາບັນ ໄດ້ຮັບລາງວັນໂຮ່ຈີມິນ: ນັກວິທະຍາສາດ 28 ຄົນທີ່ມີຜົນງານ ແລະ ກຸ່ມຜົນງານໄດ້ຮັບລາງວັນຂອງລັດ; ການຄົ້ນຄ້ວາຂອງສະຖາບັນໄດ້ໃຫ້ຂໍ້ສະຫຼຸບວິທະຍາສາດ ແລະ ຊີ້ແນະພາກປະຕິບັດທີ່ມີຄຸນຄ່າຫຼາຍຢ່າງ ເພື່ອແນໃສ່ວາງແຜນ ແລະ ນະໂຍບາຍຂອງພັກ ແລະ ລັດ ໃນການ ພັດທະນາເສດຖະກິດ - ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນ; ການຝຶກອົບຮົມ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແລະ ອື່ນໆ.
    ທ່ານ ຟານ ຈີ້ ຮ່ຽວ ປະທານ ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ VASS ໄດ້ເນັ້ນໜັກວ່າ: ພິທີສະເຫຼີມສະຫຼອງມີຄວາມໝາຍສຳຄັນ, ເພື່ອແນ່ໃສ່ຍ້ອງຍໍຊົມເຊີຍ ແລະ ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະ 70 ປີແຫ່ງການກໍ່ສ້າງ ແລະ ພັດທະນາ; ຊຸກຍູ້ຮີດຄອງປະເພນີອັນຮຸ່ງເຮືອງ, ເຊີດຊູຄວາມພາກພູມໃຈ, ຄວາມສາມັກຄີ, ສະຕິປັນຍາ, ລະບຽບວິໄນ, ຄວາມຮັບຜິດຊອບ ແລະ ຄວາມກະຕືລືລົ້ນໃນການຄົ້ນຄວ້າວິທະຍາສາດຂອງພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານ. ໃນເສັ້ນທາງພັດທະນາໃໝ່, ສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ ຈະປະຕິບັດແນວທາງ, ນະໂຍບາຍຂອງພັກ, ນະໂຍບາຍຂອງລັດກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີຢ່າງມີປະສິດທິຜົນ, ມຸ່ງໄປເຖິງການພັດທະນາວິທະຍາສາດເຕັກໂນໂລຊີ ສຸມໃສ່ພັດທະນາສະຖາບັນບັນດິດ ໃຫ້ເປັນສູນກາງຄົ້ນຄວ້າວິທະຍາສາດສັງຄົມ ແລະ ມະນຸດສາດ, ຄຽງຄູ່ກັບບັນດາປະເທດກ້າວໜ້າໃນພາກພື້ນ ແລະ ໃນໂລກ, ພັດທະນາໃຫ້ກາຍເປັນອົງການຄົ້ນຄວ້າທິດສະດີ ແລະ ໃຫ້ຄຳປຶກສາຍຸດທະສາດຂອງພັກ ແລະ ລັດທີ່ມີຄຸນນະພາບ, ສ້າງພື້ນຖານວິທະຍາສາດສຳຄັນໃຫ້ແກ່ການວາງແຜນກຳນົດທິດທາງ, ຍຸດທະສາດ, ແຜນການ ແລະ ນະໂຍບາຍກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ; ປະກອບສ່ວນສໍາຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນວິທະຍາສາດສັງຄົມສໍາລັບປະເທດ ເປົ້າໝາຍສະເພາະຄື: (i) ປັບປຸງຄຸນນະພາບການຄົ້ນຄວ້າວິທະຍາສາດພື້ນຖານຢ່າງຮອບດ້ານ ດ້ວຍບັນດາໂຄງການ ແລະ ໂຄງການຄົ້ນຄວ້າໃຫຍ່ ແລະ ສຳຄັນ; ສ້າງການປ່ຽນແປງຢ່າງແຂງແຮງດ້ານຄຸນນະພາບຂອງບັນດາຜະລິດຕະພັນວິທະຍາສາດເຊັ່ນ: ບັນດາຫົວຂໍ້, ໂຄງການຄົ້ນຄວ້າ, ເວທີປາໄສວິທະຍາສາດ, ສິ່ງພິມ, ວາລະສານພິເສດ, ໄດ້ກ້າວເຂົ້າສູ່ລະດັບສາກົນເທື່ອລະກ້າວ; (ii) ຍູ້ແຮງວຽກງານຄົ້ນຄວ້າສ້າງພື້ນຖານວິທະຍາສາດໃຫ້ແກ່ການສ້າງນະໂຍບາຍ, ຍຸດທະສາດ, ແຜນການ ແລະ ແຜນງານຂອງພັກ ແລະ ລັດ; ດຳເນີນການສຳຫຼວດຢ່າງເລິກເຊິ່ງ, ເຜີຍແຜ່ບົດລາຍງານການຄົ້ນຄວ້າດ້ວຍຄຸນຄ່າທາງວິທະຍາສາດອັນໃຫຍ່ຫຼວງ, ປະເມີນ ແລະ ຄາດຄະເນສະພາບການທີ່ມີຄວາມຊັດເຈນສູງ; ຕັ້ງໜ້າເຂົ້າຮ່ວມສັງລວມຂະບວນການປະດິດສ້າງຂອງປະເທດ, ຄົ້ນຄວ້າທິດສະດີ, ຕົວແບບ, ປະສົບການພັດທະນາຂອງບັນດາປະເທດໃນທົ່ວໂລກ, ປະກອບສ່ວນແກ້ໄຂປັບປຸງບັນດາແຫຼ່ງຕ່າງໆ ທີ່ຕິດພັນກັບການປ່ຽນແປງໃໝ່; ສ້າງບາດກ້າວເພື່ອໃຫ້ ຫວຽດນາມ ກາຍເປັນປະເທດພັດທະນາດ້ວຍອຸດສາຫະກຳທັນສະໄໝ ແລະ ມີລາຍຮັບສະເລ່ຍສູງຮອດປີ 2030 (iii) ສ້າງການປ່ຽນແປງຮອບດ້ານໃນການຝຶກອົບຮົມນັກຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບສູງໃນຂົງເຂດວິທະຍາສາດສັງຄົມ ແລະ ມະນຸດວິທະຍາ ເພື່ອກ້າວໄປສູ່ເປົ້າໝາຍ ສ້າງບັນດາພະນັກງານນັກຄົ້ນຄວ້າທີ່ມີຄຸນນະພາບສູງຂອງປະເທດໃນຂົງເຂດວິທະຍາສາດສັງຄົມ ແລະ ມະນຸດສາດ. 
    ໃນບັນຍາກາດອັນສະໜິດສະໜົມ ແລະ ອົບອຸ່ນ, ສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ ເປັນກຽດໄດ້ຮັບຫຼຽນໄຊມິດຕະພາບ ຂອງ ສປປ ລາວ ເຊິ່ງຕາງໜ້າຝ່າຍລາວ ມອບໂດຍ ທ່ານ ສອນທະນູ ທໍາມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ນີ້ບໍ່ພຽງແຕ່ແມ່ນຜົນງານການປະກອບສ່ວນໃນການຮ່ວມມືໃນຂົງເຂດການຄົ້ນຄວ້າວິທະຍາສາດ ຂອງສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ກັບສະຖາບັນວິທະຍາສາດເສດຖະກິດ-ສັງຄົມ ສປປ ລາວ ເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນເຖິງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ; ລາວ - ຫວຽດນາມ.
ຂ່າວ: ສວສສຊ 

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ