ກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ນວ) ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍສສ ຫວຽດນາມ

ຄະນະຜູ້ແທນຂັ້ນສູງນວ- ຮ່າໂນ້ຍ ຮັດແໜ້ນການຮ່ວມມືສອງຝ່າຍ

ຄະນະຜູ້ແທນຂັ້ນສູງນວ- ຮ່າໂນ້ຍ ຮັດແໜ້ນການຮ່ວມມືສອງຝ່າຍ
ກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ນວ) ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍສສ ຫວຽດນາມໄດ້ຈັດຂຶ້ນໃນວັນທີ 17 ກັນຍາ ຜ່ານມາ ທີ່ນວຝ່າຍລາວນຳໂດຍສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນວ

, ຝ່າຍ ສສ ຫວຽດນາມ ນໍາໂດຍສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ ພ້ອມຄະນະ, ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຖານເພື່ອນມິດສະຫາຍອ້າຍນ້ອງມາຍັງສະຫາຍ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ພ້ອມຕີລາຄາສູງຕໍ່ຜົນການຮ່ວມມືຂອງສອງນະຄອນຫຼວງໃນໄລຍະຜ່ານມາ ຊຶ່ງເຫັນໄດ້ວ່າຈະຢູ່ໃນໄລຍະໃດ, ເວລາໃດກໍຍັງຢຶດໝັ້ນອຸດົມການ ແລະ ຄວາມຮັກແພງສະໜິດສະໜົມຖານເພື່ອນມິດຍຸດທະສາດຕໍ່ກັນໃຫ້ນັບມື້ໄດ້ຮັບໝາກຜົນຢ່າງເປັນຮູບປະທໍາ ແລະ ມີຄວາມໝາຍເລິກເຊິ່ງ ການເດີນທາງມາເຂົ້າຮ່ວມກອງປະຊຸມ ຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍໃນຄັ້ງນີ້, ຖືວ່າເປັນການປະກອບສ່ວນເຮັດໃຫ້ກອງປະຊຸມມີຄວາມສຳ
ເລັດ ເປັນການຍົກສູງພາລະບົດບາດຂອງກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ຢູ່ນວ ໃຫ້ມີຄວາມໝາຍຄວາມສຳຄັນຍິ່ງໆຂຶ້ນ ທັງເປັນການສະແດງໃຫ້ເຫັນເຖິງນໍ້າໃຈຮັກແພງອັນດູດດື່ມຊ່ວຍເຫຼືອສະໜັບສະໜູນ ຊຶ່ງກັນ ແລະ ກັນດັ່ງມິດສະຫາຍອ້າຍນ້ອງທີ່ເກີດໃນຄອບຄົວເຮືອນຫຼັງດຽວກັນ. ພ້ອມນັ້ນ, ຍັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງໃຫ້ຍືນຍົງ ແລະ ໜັກແໜ້ນຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ລາຍງານແຜນການພັດທະນາເສດຖະກິດຂອງ ນວ ໃນ 6 ເດືອນຕົ້ນປີ 2024 ນວ. ໃນນັ້ນ, ມີແຜນການດຶງດູດການລົງທຶນທັງໝົດ 55 ໂຄງການ ມີມູນຄ່າການລົງທຶນ 716.187.362.000 ກີບ ເປັນໂຄງການທີ່ຂຶ້ນກັບພາລະບົດບາດຂັ້ນ ນວ ພິຈາລະ
ນາ ມີທັງໝົດ 45 ໂຄງການ ມີມູນຄ່າການລົງທຶນ 5.600.000.000 ກີບ ນອນໃນກິດຈະການລົງທຶນສໍາປະທານ 18 ໂຄງການມີມູນຄ່າການລົງທຶນ 342.780.662.000 ກີບ ແລະ ນອນໃນກິດຈະການທົ່ວໄປ (ຄວບຄຸມ) 27 ໂຄງການ ມີມູນຄ່າການລົງທຶນ 361.636.700.000 ກີບ ເຫັນດີເຊັນບົດບັນທຶກຄວາມເຂົ້າໃຈ 2 ໂຄງການ ແລະ ເຊັນສັນຍາສໍາປະທານ 2 ໂຄງການ ໂຄງການປະກອບຄໍາເຫັນໃຫ້ສູນກາງ 10 ໂຄງການມີມູນຄ່າການລົງທຶນ 6.170.000.000 ໂດລາ. ສຸມທຸກກໍາລັງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ (ອຸດສາຫະກໍາ-ກະສິກຳ ແລະ ຫັດຖະກຳ) ສ້າງເຄືອຂ່າຍ ແລະ ຂະຫຍາຍການຜະລິດພາຍໃນ ແລະ ຍົກສູງມາດຕະຖານສິນຄ້າ ສ້າງຕະຫຼາດສິນຄ້າພາຍໃນ ແລະ ຕ່າງປະເທດ ຕິດພັນກັບການສ້າງບຸກຄະລາກອນທີ່ຊຳນານງານ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ. ສຳລັບແຜນການພັດທະນາເສດຖະກິດຂອງ ນວ ໃນ 6 ເດືອນທ້າຍປີ 2024ຈະສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍັງສືບຕໍ່ຈັດຕັ້ງປະຕິບັດ 4 ບຸກລະທຸດ້ານຈິນຕະນາການ ດ້ານການພັດທະນາຊັບພະຍາກອນມະນຸດ ດ້ານກົນໄກນອກລະບອບລະບຽບການ ແລະ ດ້ານແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງຕັ້ງໜ້າ ແຂວງແຮງ ແລະ ກ້າວເຂົ້າສູ່ລວງເລິກກວ່າເກົ່າເພື່ອໃຫ້ສາມາດຜ່ານຜ່າອຸປະສັກ
ແລະ ສິ່ງທ້າທາຍຕ່າງໆເປັນຕົ້ນ ຄວາມສ່ຽງທາງດ້ານເສດຖະກິດມະຫາພາກ, ບັນຫາໜີ້ສິນ ການເກັບລາຍຮັບງົບປະມານເຂົ້າລັດ, ການຄຸ້ມຄອງລາຍຈ່າຍ ແລະ ການລົງທຶນ, ບັນຫາການຄຸ້ມຄອງອັດຕາໄພເງິນເຟີ, ການແກ້ໄຂບັນຫາການວ່າງງານເພື່ອບໍ່ໃຫ້ຕົກຢູ່ໃນສະພາວະວິກິດ, ຮັບປະກັນຢ່າງຮອບດ້ານໃນການປະຕິບັດໂຄງສ້າງເສດຖະກິດຢ່າງເຖິງຖອງ ເສີມຂະຫຍາຍ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງ ນວ ຢ່າງມີປະສິດທິຜົນ ຫັນການພັດທະນາໄປຕາມທິດຄຸນນະພາບ ມີຈຸດສຸມ ສີຂຽວ ແລະ ຍືນຍົງ.
ໃນໄລຍະຜ່ານມາທີ່ສອງນະຄອນຫຼວງໄດ້ລົງນາມຮ່ວມກັນໃນປີ 2022 ຫຼາຍໜ້າວຽກແມ່ນມີຄວາມຄືບໜ້າດີເຊັ່ນ: ການໃຫ້ທຶນການສຶກສາແກ່ ນວ20 ທຶນຕໍ່ປີ ໃນສົກປີ 2024 ກໍໄດ້ກະກຽມ ແລະ ຄັດເລືອກເພື່ອສົ່ງມາສຶກສາຮໍ່າຮຽນ ແລະ ກຳລັງລໍຖ້າການແຈ້ງຄືນຂອງນະຄອນຫຼວງຮ່າໂນ້ຍ. ພ້ອມກັນນັ້ນ,ກໍໄດ້ບິແບ່ງນໍ້າໃຈໃຫ້ທຶນການສຶກສາປະລິນຍາຕີດ້ານພາສາລາວໃຫ້ແກ່ ສສ ຫວຽດນາມ ເປັນຕົ້ນ ນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈິມິນ ແລະ ແຂວງແທ່ງຮວາ ປີລະ 2 ທຶນ ການຊ່ວຍເຫຼືອໂຄງການກໍ່ສ້າງອາຄານຂອງພະແນກຍຸຕິທໍາ ແລະ ອົງການໄອຍະການປະຊາຊົນ ນວ ມູນຄ່າ 3 ລ້ານໂດລາກໍໄດ້ຮັບການຈັດຕັ້ງປະຕິບັດສໍາເລັດໃນຕົ້ນເດືອນມີນາ 2024. ສໍາລັບການຮ່ວມມືຂອງບັນດາພະແນກການກ່ຽວຂ້ອງຂອງສອງນະຄອນກໍໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ລົງນາມຮ່ວມກັນເພື່ອສ້າງໂຄງການຮ່ວມມືລະອຽດໂດຍສະເພາະບັນດາໂຄງການຮ່ວມມືຂອງບັນດາອົງການຈັດຕັ້ງການເມືອງ ແລະ ອົງການຈັດຕັ້ງມະຫາຊົນໄດ້ມີການແລກປ່ຽນສະໜັບສະໜູນຊ່ວຍເຫຼືອກັນໃນດ້ານການຝຶກອົບຮົມແລກ
ປ່ຽນມູນຂ່າວສານເຊັ່ນ: ສະຫະພັນກໍາມະບານ, ສະຫະພັນແມ່ຍິງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພະແນກແຮງງານ ແລະ ສະຫວັດດີການສັງຄົມນວ ກໍໄດ້ມີແຜນໄປຝຶກອົບຮົມຢູ່ນະຄອນຫຼວງຮ່າໂນ້ຍ. ນອກນັ້ນ, ຍັງມີການຮ່ວມມືຂອງບັນດາພະແນກການເມືອງ ແລະ ວຽກງານອື່ນໆ ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນຍັງມີຫຼາຍໜ້າວຽກການຮ່ວມມືທີ່ຍັງບໍ່ທັນແຂງແຮງທີ່ສອງນະຄອນຈະໄດ້ຍູ້ແຮງການຈັດຕັ້ງປະຕິບັດຕື່ມເຊັ່ນ: ວຽກງານຄຸ້ມຄອງລັດ, ສ້າງລັດຖະບານເອເລັກໂຕຣນິກ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນອົງການບໍລິຫານລັດ, ການເພີ່ມທະວີການຮ່ວມມືໃນຂົງເຂດສະກັດກັ້ນຢາເສບຕິດຄຸ້ມຄອງ ແລະ ຊ່ວຍເຫຼືອຜູ້ຕິດຢາເສບຕິດຊຶ່ງຜູ້ຮັບຜິດຊອບແມ່ນກອງບັນຊາການປ້ອງກັນຄວາມສະຫງົບ ນວ ແລະ ພະແນກຕຳຫຼວດນະຄອນຫຼວງຮ່າໂນ້ຍ ການຮ່ວມມືໃນວຽກງານການຜະລິດກະສິກໍາ ແລກປ່ຽນບົດຮຽນໃນຂົງເຂດງົບປະມານແຫ່ງລັດ, ຈັດເກັບລາຍຮັບ ແລະ ປະຕິບັດນະໂຍບາຍປະຢັດຕ້ານການຟຸມເຟືອຍ ປະຕິບັດຕາມກົນໄກກຸ້ມຕົນເອງທາງດ້ານການເງິນຂອງຫົວໜ່ວຍທຸລະກິດຂອງລັດສ້າງຕັ້ງຈັດສັນສັບຊ້ອນ, ການຫັນທຶນບັນດາລັດວິສາຫະກິດ, ບັນດາຫົວໜ່ວຍທຸລະກິດຂອງລັດ ການແບ່ງປັນບົດຮຽນໃນວຽກງານຄຸ້ມຄອງ ແລະ ດຶງດູດການລົງທຶນຈາກພາຍໃນສັງຄົມ ແລະ ການລົງທຶນຈາກຕ່າງປະເທດ ການພັດທະນາການທ່ອງທ່ຽວ ແລະ ບັນດາການບໍລິການທີ່ກ່ຽວຂ້ອງ. ນອກຈາກນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະເໜີໃຫ້ສອງນະຄອນສືບຕໍ່ຮ່ວມມືໃນດ້ານຕ່າງໆທີ່ສອງຝ່າຍໃຫ້ຄວາມສົນໃຈ.
(ຂ່າວ: ວັນເພັງ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ