ຄະນະຜູ້ແທນແຂວງຮ່າຕິິ່ງ ເຂົ້າອວຍພອນການນໍາ ແຂວງຄໍາມ່ວນ ໂອກາດປີໃໝ່ລາວ ພສ 2569

ຄະນະຜູ້ແທນແຂວງຮ່າຕິິ່ງ ເຂົ້າອວຍພອນການນໍາ ແຂວງຄໍາມ່ວນ ໂອກາດປີໃໝ່ລາວ ພສ 2569

ຄະນະຜູ້ແທນແຂວງຮ່າຕິິ່ງ ເຂົ້າອວຍພອນການນໍາ ແຂວງຄໍາມ່ວນ ໂອກາດປີໃໝ່ລາວ ພສ 2569
ໃນວັນທີ 2 ເມສານີ້, ຄະນະຜູ້ແທນຈາກແຂວງຮ່າຕິ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເຢືອງ ເຕິດ ຖັງ ກຳມະການຄະນະປະຈຳພັກແຂວງ ຮອງປະທານຜູ້ປະຈໍາການ ສະພາປະຊາຊົນແຂວງ ແລະ ຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນການນໍາພັກ-ລັດ ແຂວງຄໍາມ່ວນ ໃນໂອກາດ ປີໃໝ່ລາວ ພສ 2569 ໂດຍຈັດຂຶ້ນທີ່ຫ້ອງຮັບແຂກ ຫ້ອງວ່າການ ແຂວງ, ໃຫ້ກຽດເຂົ້າຮ່ວມໃນການອວຍພອນ ໃນຄັ້ງນີ້ ໂດຍສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍການນໍາແຂວງ.
ຄະນະຜແທນແຂວງຮາຕງ ເຂາອວຍພອນການນາ ແຂວງຄາມວນ ໂອກາດປໃໝລາວ ພສ 2569 - image 1
 

ສະຫາຍ ເຢືອງ ເຕີດ ຖັງ ໄດ້ອວຍພອນໄຊອັນປະເສີດມາຍັງ ສະຫາຍ ໄຊຊະນະ ໂຄດພູທອນ ພ້ອມດ້ວຍບັນດາການນຳຂອງແຂວງ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນ ເນື່ອງໃນໂອກາດປີໃໝ່ລາວ ທີ່ໃກ້ຈະມາເຖິງໃນໝໍ່ໆນີ້ ຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ, ມີຄວາມເບີກບານມ່ວນຊື່ນ ສືບຕໍ່ພັດທະນາແຂວງຄຳມ່ວນ ໃຫ້ຈະເລີນກ້າວໜ້າຍິ່ງຂຶ້ນ.

ຄະນະຜແທນແຂວງຮາຕງ ເຂາອວຍພອນການນາ ແຂວງຄາມວນ ໂອກາດປໃໝລາວ ພສ 2569 - image 2
 

ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ເຢືອງ ເຕິດ ຖັງ ພ້ອມດ້ວຍຄະນະ ທີ່ໄດ້ສະຫຼະເວລາອັນມີຄ່າ ເດີນທາງມາອວຍພອນຄະນະການນໍາແຂວງຄໍາມ່ວນ ແລະ ປະຊາຊົນບັນດາເຜົ່າ ເນື່ອງໃນໂອກາດປີໃໝ່ລາວ ພສ 2569 ແລະ ຖືໂອກາດດັ່ງກ່າວ ຝາກຄວາມຢ້ຽມຢາມຖາມຂ່າວຜ່ານບັນດາສະຫາຍໄປຍັງ ສະຫາຍ ເລຂາພັກແຂວງ, ຄະນະບໍລິຫານງານພັກແຂວງ, ສະມາຊິກພັກ-ພະນັກງານ ແລະ ປະຊາຊົນຊົນ ແຂວງຮ່າຕິ່ງ ຈົ່ງມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ທັງອວຍພອນໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ-ຫວຽດນາມ, ເວົ້າສະເພາະແມ່ນ ແຂວງຄຳມ່ວນ ແລະ ແຂວງຮ່າຕິ່ງ ຈົ່ງນັບມື້ນັບໝັ້ນຄົງທະນົງແກ່ນ ຕະຫຼອດໄປ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວການຮ່ວມມື

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ໃນວັນທີ 9 ກັນຍາຜ່ານ​ມາທີ່ຫ້ອງວ່າການແຂວງເຊກອງ, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຈຳນວນ 250 ຖົງ ເພື່ອຊ່ວຍປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ໂດຍຜ່ານການນໍາແຂວງ ເພື່ອມອບຕໍ່ໃຫ້ກັບປະຊາຊົນ, ກ່າວຮັບແມ່ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ວັນທີ 9 ກັນຍາຜ່ານມາ, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 23 (ຜ່ານລະບົບທາງໄກ). ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້: “ການເສີມສ້າງກອງທັບອາກາດອາຊຽນໃຫ້ມີຄວາມສາມາດປະສານງານ ແລະ ເຊື່ອມໂຍງກັນ ການຮ່ວມມືປະຕິບັດການເພື່ອສະຖຽນລະພາບພາກພື້ນ” ໂດຍການເປັນປະທານຂອງທ່ານ ພົນໂທ ອາເທີມ ໂກດູລາ ຜູ້ບັນຊາການທະຫານອາກາດ ແຫ່ງຟີລິບປິນ ພ້ອມດ້ວຍຜູ້ບັນຊາການທະຫານອາກາດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ.
ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ພິທີເຊັນສັນຍາ ຮ່ວມມື (MOA) ວ່າດ້ວຍການພັດທະນາ ແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງ ສປປ ລາວ ລະຫວ່າງ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ບໍລິສັດ ເທັດສະຫຍາມອິນເຕີເນເຊີນໍ ຈຳກັດ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ຕາງໜ້າກົມໄປສະນີ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ໂກວິດ ທັນຍາຣັດຕະກູນ ປະທານກຳມະການຜູ້ຈັດການ ບໍລິສັດ ເທດສະຍາມອິນເຕີເນເຊີນໍ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງຣາຊະອາຈັກໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-09/09/2026),
ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ໂດຍອີງຕາມການເຊື້ອເຊີນຂອງ ພັກກອມມູນິດປອກຕຸຍການ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50 (Avante Festival) ຂອງ ພັກກອມມູນິດປອກຕຸຍການ (Portuguese Communist Party) ທີ່ເມືອງລິດສະບອນ ປະເທດປອກຕຸຍການ, ໃນລະຫວ່າງວັນທີ 4–6 ກັນຍາ ຜ່ານມາ.
ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາຜ່ານມາ ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ
ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

​ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສຳມະນາ ເພື່ອແລກປ່ຽນບົດຮຽນຮ່ວມກັບ ຄະນະຊ່ຽວຊານຈາກ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນຫົວຂໍ້: ແບບແຜນວິທີເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ແຂວງ, ເມືອງ ແລະ ນະຄອນ, ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຂອງຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ.
ເປີດການນໍາໃຊ້ກາສັນຍາລັກ ສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກໍາປູເຈຍ

ເປີດການນໍາໃຊ້ກາສັນຍາລັກ ສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກໍາປູເຈຍ

ໃນຕອນບ່າຍຂອງວັນທີ 7 ກັນຍານີ້, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີເປີດການນໍາໃຊ້ກາສັນຍາລັກ (Logo) ຢ່າງເປັນທາງການ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກໍາປູເຈຍ ຄົບຮອບ 70 ປີ (5 ກໍລະກົດ 1956 - 5 ກໍລະກົດ 2026) ຊຶ່ງຕາງໜ້າລັດຖະບານລາວ ເຂົ້າຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານ ກໍາປູເຈຍ ເຂົ້າຮ່ວມໂດຍ ທ່ານພາ ໜອງ, ເອກອັກຄະລາຊະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ