![]() |
ການເຮັດວຽກຮ່ວມຄັ້ງນີ້, ເປັນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍສາຍພົວພັນທີ່ເປັນມູນເຊື້ອ ຄູ່ຮ່ວມຍຸດທະສາດຮອບດ້ານ, ໜັ້ນຄົງຍາວນານ ຕາມທິດ 4 ດີ ຕິດພັນກັບການຈັດຕັ້ງສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ເພື່ອເປັນການລົງເລິກ ການຮ່ວມມືໃນຂົງເຂດການເມືອງ ແລະ ການປົກຄອງ ເວົ້າລວມ, ເວົ້າສະເພາະ ແມ່ນການເພີ່ມທະວີແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການຄົ້ນຄວ້າ ວິທະຍາສາດສັງຄົມ. ຊຶ່ງທັງສອງຝ່າຍ ໄດ້ນໍາສະເໜີສະພາບການພົ້ນເດັ່ນໂດຍຫຍໍ້ ຂອງອົງການຕົນໃຫ້ກັນ ແລະ ກັນໄດ້ຮັບຮູ້, ທັງມີການແລກປ່ຽນສົນທະນາ ກ່ຽວກັບການຮ່ວມມືທາງດ້ານວິຊາການ, ວຽກງານທິດສະດີ-ພຶດຕິກຳ, ວຽກງານສາສະໜາ, ທິດສະດີແນວຄິດໄກສອນ, ວຽກງານການຮ່ວມລາວ-ຈີນ, ລວມທັງພື້ນຖານທິດສະດີເສດຖະກິດ ກ່ຽວກັບການລົງທຶນ ແລະ ການສ້າງບຸກຄະລາກອນໃນອະນາຄົດ.
ໂອກາດເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານ ພູທອນ ຫຼວງວິໄລ ໄດ້ຕາງໜ້າໃຫ້ຄະນະ ແລະ ຊາວຫຼວງພະບາງ ເຊີນຊວນຄະນະຜູ້ແທນ ມະຫາວິທະຍາໄລ ສປ ຈີນ ທ່ຽວຊົມສະຖານທີ່ທ່ອງທ່ຽວ ຂອງນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ເປັນເມືອງທ່ອງທ່ຽວ ທີ່ສາກົນໄດ້ຮັບຮອງ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)
ຄໍາເຫັນ