ຄະນະຜູ້ແທນໜັງສືພິມ ເຍິນເຢິນ ຢ້ຽມຢາມແຂວງຊຽງຂວາງ

ຄະນະຜູ້ແທນໜັງສືພິມ ເຍິນເຢິນ ຢ້ຽມຢາມແຂວງຊຽງຂວາງ
ໃນລະຫວ່າງວັນທີ 26-27 ທັນວານີ້, ຄະນະຜູ້ແທນໜັງສືພິມ ເຍິນເຢິນ ສຽງຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ດິງ ຍື ຮວານ ຮອງຫົວໜ້າບັນນາທິການໃຫຍ່ ພ້ອມຄະນະ ໄດ້ຢ້ຽມຢາມແຂວຊຽງຂວາງ ເພື່ອເປັນການເສີມຂະຫຍາຍຄວາມການຮ່ວມມືສູ່ທ້ອງຖິ່ນພື້ນຖານການປະຕິວັດ ຄືດັ່ງແຂວງຊຽງຊວາງ ພ້ອມທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆ ທີ່ເປັນຈຸດເດັ່ນຂອງແຂວງ.    ການມາຢ້ຽມຢາມແຂວງຊຽງຂວາງຄັ້ງນີ້, ຄະນະດັ່ງກ່າວ ໄດ້ພົບປະໂອ້ລົມກັບ ສະຫາຍ ນາງ ພວງພະຈັນ ມູນທະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຊຽງຂວາງ. ໂອກາດນີ້, ສະຫາຍຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມແຂວງຊຽງຂວາງ ຂອງຄະນະຜູ້ແທນດັ່ງກ່າວ ຊຶ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນອັນຍິ່ງໃຫຍ່, ຄຕວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້ນລວມ, ເວົ້າສະເພາະແມ່ນການພົວພັນຮ່ວມມືລະຫວ່າງແຂວງຊຽງຂວາງ ກັບຫນັງສືພິມເຍິນເຢິນ.
ສະຫາຍ ດິງ ຍື ຮວານ ກໍໄດ້ຕາງໜ້າຄະນະ ຂອບໃຈຕໍ່ຫົວໜ້າຄະນະໂຄສະນາອົບຮົມແຂວງຊຽງຂວາງ ທີ່ໄດ້ໃຫ້ການຕ້ອນຮັບ; ພ້ອມດຽວກັນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ສະຫາຍຫົວຫນ້າ ຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ຮັບຊາບ.
    ກ່ອນການພົບ, ຄະນະຜູ້ແທນດັ່ງກ່າວໄດ້ນໍາເອົາກະຕ່າໝາກໄມ້ ໄປວາງໄວ້ຕໍ່ໜ້າອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ເພື່ອເຄົາລົບ ແລະ ໄຫວ້ອາໄລ ເຖິງດວງວິນຍານຂອງບັນດາສະຫາຍນັກຮົບນິລະນາມ ທີ່ໄດ້ເສຍສະຫຼະຊີວິດໃນໄລຍະທີ່ມາເຄື່ອນໄຫວພາລະກິດສາກົນ, ຊ່ວຍປວງຊົນລາວຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ. ໃນສະໄໝສົງຄາມຕ້ານຈັກກະພັດຜູ້ຮຸກຮານ ເພື່ອປົດປ່ອຍປະເທດລາວ, ບັນດາສະຫາຍພະນັກງານ, ນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັບກອງທັບປະຊາຊົນລາວ ອ້າຍນ້ອງ ສູ້ຮົບຢ່າງພິລະອາດຫານ ແລະ ໄດ້ເສຍສະຫຼະຊິວິດ ເພື່ອພາລະກິດສາກົນອັນສູງສົ່ງ. 
    ການເຄື່ອນໄຫວຢູ່ແຂວງຊຽງຂວາງຄັ້ງນີ້, ຄະນະຜູ້ແທນດັ່ງກ່າວ ໄດ້ໄປຈຸດຊົມວິວແຂວງຊຽງຂວາງ ທີ່ໂຮງແຮມຊຽງຂວາງວິວ; ໄປທັດສະນະທ່ຽວຊົມອະນຸສາວະລີຣັດເຊຍ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງແຂວງຊຽງຂວາງຈຳນວນຫນຶ່ງ.
 (ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ວັນສີ ກົວມົວ ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງພັກກອມມູນິດຫວຽດນາມ

ທ່ານ ວັນສີ ກົວມົວ ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງພັກກອມມູນິດຫວຽດນາມ

ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບ ທ່ານ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານ ກົງສ້ານຂອງພັກກອມມູນິດຫວຽດນາມ, ພ້ອມຄະນະເຂົ້າຢ້ຽມຂໍ່ານັບໃນວັນທີ 28 ກໍລະກົດນີ້ ທີ່ສຳນັກງານຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນ ລະຫວ່າງວັນທີ 27 ກໍລະກົດ ຫາ 2 ສິງຫານີ້.
ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9

​ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 ພ້ອມດ້ວຍກອງປະຊຸມສະພາທີ່ປຶກສາກ່ຽວກັບບັນຫານ້ຳ ຂອງລັດຖະສະພາອາຊີ (AAWC) ຄັ້ງທີ 9 ຢ່າງເປັນທາງການ ໃນວັນທີ 28 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ.
ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມອຳລາ

ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ນາງ ເມລານີ ລຸຍສ ບາໂລ ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ໃນວັນທີ 28 ກໍລະກົດນີ້ ທີ່ທໍານຽບປະທານປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ທີ່ປະເທດໄທ

ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ທີ່ປະເທດໄທ

ຫວ່າງມໍ່ໆມານີ້ ທີ່ບາງກອກ ປະເທດໄທ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດກະຊວງການຕ່າງປະເທດໄດ້ຕາງໜ້າ ສປປ ລາວ ໃນນາມປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ໃຫ້ກຽດ ກ່າວເປີດກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ພາຍໃຕ້ຫົວຂໍ້ “People, Partnership, Progress: Powering GMS Development through Nexus Solutions” ຊຶ່ງມີຜູ້ຕາງໜ້າຈາກພາກລັດ, ພາກເອກະຊົນ, ສະຖາບັນຄົ້ນຄວ້າ ແລະ ອົງການຈັດຕັ້ງທາງສັງຄົມຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ມານດີບ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ມານດີບ

ໃນວັນທີ 23 ກໍລະກົດຜ່ານມານີ້, ທ່ານ ນາງ ວິທະຍາ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານໂມຮາເມັດ ມູອິສຊູ (H.E.Dr.Mohamed Muizzu) ປະທານາທິບໍດີແຫ່ງ ສາທາລະນະລັດ ມານດີບ ທີ່ສໍານັກງານປະທານາທິບໍດີ ນະຄອນຫຼວງມາເລ ສາທາລະນະລັດ ມານດີບ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ມານດີບ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງນິວແດນລີ ສ ອິນເດຍ.
ຊາວຫວຽດນາມຢູ່ແຂວງຊຽງຂວາງ ລະນຶກວັນເສຍອົງຄະ ນັກຮົບຫວຽດນາມ

ຊາວຫວຽດນາມຢູ່ແຂວງຊຽງຂວາງ ລະນຶກວັນເສຍອົງຄະ ນັກຮົບຫວຽດນາມ

ຄະນະຄຸ້ມຄອງຊາວຫວຽດນາມປະຈຳແຂວງຊຽງຂວາງ ຮ່ວມກັບການນຳແຂວງຊຽງຂວາງ ວາງພວງມາລາຢູ່ອານຸສາວະລີ ຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ໃນວັນທີ 27 ກໍລະກົດຜ່ານມາ, ນຳພາໂດຍທ່ານ ເພັດສະໝອນ ດາວົງສອນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີທ່ານ ຖາຍ ວັນ ແອັງ ປະທານຄະນະຄຸ້ມຄອງຊາວຫວຽດນາມ ປະຈຳແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ປະກອບສ່ວນມອບເງິນ 500 ລ້ານກີບ ສົມທົບທຶນປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 12 ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 200 ລ້ານກີບ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຄູນຄຳ. ພິທີມອບ-ຮັບ ຈັດຂຶ້ນໃນວັນທີ 27 ກໍລະກົດນີ້, ທີ່ຫ້ອງວ່າການແຂວງຄຳມ່ວນ ໃຫ້ກຽດຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມອບໂດຍທ່ານ ຫານ ຫຸຍລູ ປະທານບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ກອງປະຊຸມທົບທວນການຮ່ວມມືດ້ານສາທາລະນະສຸກ ແລະ ການດໍາເນີນງານແກ້ໄຂບັນຫາສາທາລະນະສຸກຊາຍແດນ ແລະ ຝຶກຊ້ອມແຜນກຽມຄວາມພ້ອມ ຕອບໂຕ້ພາວະສຸກເສີນດ້ານສາທາລະນະສຸກສອງແຂວງ, ສອງປະເທດ ລະຫວ່າງແຂວງຄໍາມ່ວນ ສປປ ລາວ ແລະ ສາທາລະນະສຸກຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ຈັດຂຶ້ນໃນລະຫວ່າງວັນທີ 23-24 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ, ທ່ານ ປຣີດາ ວອນຫານ ຕາງໜ້າສາທາລະນະສຸກຈັງຫວັດນະຄອນພະນົມ ພ້ອມດ້ວຍພະນັກງານທັງຝ່າຍເຂົ້າຮ່ວມ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ວັນທີ 24 ກໍລະກົດ ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ ແລະ ວັນໄຊຊະນະການເດີນທັບທາງໄກ ຂອງກອງທັບກຳມະກອນ ແລະ ຊາວກະສິກອນຈີນ ຄົບຮອບ 90 ປີ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີສະຫາຍ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ​ ສປ​ ຈີນ ປະຈໍາ​ ສປປ​ ລາວ, ມີຄະນະນຳກະຊວງ ປກຊ-ປກສ, ຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ​ ສປ​ ຈີນ ປະຈໍາ​ ສປປ​ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ຫວ່າງມໍ່ໆມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການ ສ້າງຕັ້ງສະຖາບັນແມ່ນໍ້າຂອງ ທີ່ ບາງກອກ ຣາຊະອານາຈັກໄທ ຊຶ່ງມີບັນດາຜູ້ກໍ່ຕັ້ງ, ຄະນະສະພາ ບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຈາກ ພາກລັດ ແລະ ພາກເອກະຊົນຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງບັນດາຄູ່ ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ