ຄະນະຜູ້ແທນປະເທດໃຫ້ທຶນ ຢ້ຽມຢາມສະໜາມເກັບກູ້ລະເບີດບໍ່ທັນແຕກ ຢູ່ບ້ານດ່ອງ ເມືອງແປກ ແຂວງຊຽງຂວາງ

ຄະນະຜູ້ແທນປະເທດໃຫ້ທຶນ ຢ້ຽມຢາມສະໜາມເກັບກູ້ລະເບີດບໍ່ທັນແຕກ ຢູ່ບ້ານດ່ອງ ເມືອງແປກ ແຂວງຊຽງຂວາງ
ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ປະທານຄະນະກຳມະການ ເພື່ອແກ້ໄຂລະເບີດບໍ່ທັນແຕກ (ລບຕ) ແຂວງຊຽງຂວາງ ໄດ້ນຳພາຄະນະຜູ້ແທນທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ຕາງໜ້າປະເທດຜູ້ໃຫ້ທຶນ ລົງພົບປະຢ້ຽມຢາມປະຊາຊົນ ບ້ານດ່ອງ ເມືອງແປກ ແຂວງຊຽງຂວາງ ທີ່ເປັນບ້ານໜຶ່ງໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກໃນສະໄໝສົງຄາມ ໃນວັນທີ 9 ພະຈິກນີ້ ທີ່ແຂວງຊຽງຂວາງ ຊຶ່ງການລົງຢ້ຽມຢາມຄັ້ງນີ້, ໂຄງການເກັບກູ້ລະເບີດແຫ່ງຊາດ (UXO) ປະຈຳແຂວງຊຽງຂວາງ ໄດ້ຈັດກິດຈະກຳໂຄສະນາວຽກງານເກັບກູ້ລະເບີດບໍ່ທັນແຕກ ແນໃສ່ ແນວຄິດຂອງຊຸມຊົນຕໍ່ບັນຫາລະເບີດບໍ່ທັນແຕກ, ພຶດຕິກຳຂອງຊຸມຊົນໂດຍຕັ້ງຄຳຖາມທົດສອບຄວາມຮູ້, ຮັບຟັງລາຍງານປະສົບການຜູ້ຖືກເຄາະຮ້າຍ ແລະ ອື່ນໆ.
ທ່ານ ບຸນມີ ພົມວົງກອງ  ເລຂາພັກບ້ານນາຍບ້ານໆດ່ອງໄດ້ລາຍງານວ່າ: ບ້ານດ່ອງ ເປັນບ້ານໜຶ່ງໃນບັນດາບ້ານຂອງແຂວງຊຽງຂວາງທີ່ຖືກຜົນກະທົບຈາກບັນດາລະເບີດບໍ່ທັນແຕກ, ມີເນື້ອທີ່ 2.427 ເຮັກຕາ, ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 25 ຄົນ, ເສຍຊີິວິດ 2 ຄົນ ແລະ ບາດເຈັບ 1 ຄົນ. ຈຸດພິເສດຂອງບ້ານດ່ອງໄລຍະຜ່ານມາ ແມ່ນຖືກສົງຄາມຖະຫຼົ່ມລູກລະເບີດຢ່າງໜັກ ເຮັດໃຫ້ເຮືອນຊານ, ໄຮ່ນາ, ພູຜາ-ປ່າໄມ້ ໄດ້ກາຍເປັນພື້ນທີ່ສີແດງ ພໍ່ແມ່ລູກປະຊາຊົນໄດ້ຕາຍພັດພາກກັນ. ປັດຈຸບັນ ປະຊາຊົນຍັງມີຄວາມສຽງຕໍ່ລະເບີດໃນການດຳລົງຊີວິດ ໂດຍສະເພາະການເຮັດໄຮ່-ນາ, ຮົ້ວສວນ ແລະ ອື່ນໆ. ພ້ອມນີ້, ທ່ານນາຍບ້ານ ບ້ານດ່ອງ ຍັງໄດ້ສະເໜີນຳອົງການຈັດຕັ້ງສາກົນ  ແລະ ຜູ້ໃຫ້ທຶນກວດກູ້ພື້ນທີ່ມີລະເບີດຕົກຄ້າງ ເປັນຕົ້ນ ລັດຖະບານປະເທດ ນິວຊີແລນ ຈົ່ງສືບຕໍ່ຫາແຫ່ງທຶນມາສຸມໃສ່ກວດກູ້ລະເບີດໃຫ້ຊາວບ້ານດ່ອງ ໄດ້ນຳໃຊ້ເນື້ອທີ່ດິນຢ່າງປອດໄພເພື່ອການດຳລົງຊີວິດຂອງລູກຫຼານໃນອະນາຄົດ.
   ໃນຕອນບ່າຍວັນດຽວກັນ, ຄະນະຜູ້ແທນຍັງໄດ້ໄປ ຢ້ຽມຢາມສະໜາມການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ແລະ ການສາທິດວຽກການການສຳຫຼວດດ້ານວິຊາການ ຢູ່ບ້ານດັ່ງກ່າວ. ການລົງຢ້ຽມຢາມຄັ້ງນີ້, ຍັງເປັນສ່ວນຂອງແຜນ 5 ປີ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ “ການສະໜັບສະໜູນດ້ານປະສິດທິຜົນ ແລະ ປະສິດທິພາບ ຂອງຂະແໜງແກ້ໄຂບັນຫາ ລບຕ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III ທີ່ໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານເກົາຫຼີ, ນູແວນເຊລັງ, ອຽກລັງ ແລະ ລຸກຊຳບວກ ແຕ່ປີ 2022 ຫາ 2026.
ເລີ່ມແຕ່ ປີ 2008 ຫາ ເດືອນຕຸລາ 2023 ຢູ່ແຂວງຊຽງຂວາງ ມີອຸບັດເຫດຈາກລະເບີດບໍ່ທັນແຕກທັງໝົດ 232 ຄັ້ງ, ເຮັດໃຫ້ມີຜູ້ເສຍຊີວິດ ຫຼື ບາດເຈັບ 331 ຄົນ, ເສຍຊີວິດ 52 ຄົນ. 
(ຂ່າວ-ພາບ:ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ອົງການໃຈບຸນສາກົນ ເດເຊເຣັດ (DIC) ມອບເຂົ້າສານ 300 ໂຕນ ໃຫ້ ສນຊ

ອົງການໃຈບຸນສາກົນ ເດເຊເຣັດ (DIC) ມອບເຂົ້າສານ 300 ໂຕນ ໃຫ້ ສນຊ

ເພື່ອເປັນການປະກອບສ່ວນຮ່ວມໃຈບັນເທົາທຸກ ມອບນໍ້າໃຈໃຫ້ຜູ້ປະສົບໄພ, ໃນວັນທີ 14 ກັນຍາ 2026, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີ ມອບ-ຮັບ ເຂົ້າສານ ຈຳນວນ 300 ໂຕນລວມມູນຄ່າ 248,017 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອສົ່ງຕໍ່ຄວາມຫ່ວງໃຍ ແລະ ໃຫ້ການຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພນ້ຳຖ້ວມ ຢູ່ 2 ແຂວງພາກໃຕ້ ຄື: ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.
ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະຫງົບປະຈຳປີ 2026 ຄັ້ງ ທີ່ l

ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະຫງົບປະຈຳປີ 2026 ຄັ້ງ ທີ່ l

ໃນວັນທີ 11ກັນຍາ 2026 ທີ່ຫ້ອງປະຊຸມກອງບັນຊາ ການ ປກສ ແຂວງກວາງງາຍ ສສ ຫວຽດນາມ ໄດ້ຈັດພິທີ ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍ ປະຈຳປີ 2026 ຄັ້ງ ທີ່ l ລະຫວ່າງກອງບັນຊາການ ປກສ ແຂວງກວ່າງງາຍ ແຫ່ງ ສສ ຫວຽດນາມ ກັບກອງບັນຊາການ ປກສ ແຂວງອັດຕະປື, ຈຳປາສັກ ແລະ ກອງບັນຊາການ ປກສ ແຂວງເຊກອງ ແຫ່ງ ສປປ ລາວ,
ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ອີງຕາມກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ສະບັບເລກທີ 88/ສພຊ, ລົງວັນທີ 12 ພະຈິກ 2020; ໃນວັນທີ 14 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຜູ້ຖືກຫາກໍ່ອາຊະຍາກຳທາງອິນເຕີເນັດ ສັນຊາດຈີນ ຈໍານວນ 98 ຄົນ ຍິງ 6 ຄົນ ພ້ອມຂອງກາງມີໂທລະສັບ 50 ໜ່ວຍ, ຄອມພິວເຕີຕັ້ງໂຕະ 50 ເຄື່ອງ ແລະ ອື່ນໆອີກຈຳນວນໜຶ່ງ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ນຳຕົວໄປດຳເນີນຄະດີ.
ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ໂດຣນຄົ້ນຫາ ແລະ ກູ້ໄພໄດ້ບິນຂຶ້ນສູ່ທ້ອງຟ້າເພື່ອສຳຫຼວດທາງອາກາດໃນຂອບເຂດກວ້າງ, ໃນຂະນະທີ່ໝາຫຸ່ນຍົນສີ່ຂາເຂົ້າໄປໃກ້ຈຸດເກີດໄພເພື່ອສຳຫຼວດສະພາບພື້ນທີ່ ແລະ ຍານພາຫະນະບໍ່ມີຄົນຄວບຄຸມແບບຕິດຕາມເສັ້ນທາງໄດ້ເຄື່ອນໄປຂ້າງໜ້າເພື່ອລຳລຽງ “ຜູ້ບາດເຈັບ”.
ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ໃນວັນທີ 9 ກັນຍາຜ່ານ​ມາທີ່ຫ້ອງວ່າການແຂວງເຊກອງ, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຈຳນວນ 250 ຖົງ ເພື່ອຊ່ວຍປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ໂດຍຜ່ານການນໍາແຂວງ ເພື່ອມອບຕໍ່ໃຫ້ກັບປະຊາຊົນ, ກ່າວຮັບແມ່ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ວັນທີ 9 ກັນຍາຜ່ານມາ, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 23 (ຜ່ານລະບົບທາງໄກ). ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້: “ການເສີມສ້າງກອງທັບອາກາດອາຊຽນໃຫ້ມີຄວາມສາມາດປະສານງານ ແລະ ເຊື່ອມໂຍງກັນ ການຮ່ວມມືປະຕິບັດການເພື່ອສະຖຽນລະພາບພາກພື້ນ” ໂດຍການເປັນປະທານຂອງທ່ານ ພົນໂທ ອາເທີມ ໂກດູລາ ຜູ້ບັນຊາການທະຫານອາກາດ ແຫ່ງຟີລິບປິນ ພ້ອມດ້ວຍຜູ້ບັນຊາການທະຫານອາກາດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ.
ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ພິທີເຊັນສັນຍາ ຮ່ວມມື (MOA) ວ່າດ້ວຍການພັດທະນາ ແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງ ສປປ ລາວ ລະຫວ່າງ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ບໍລິສັດ ເທັດສະຫຍາມອິນເຕີເນເຊີນໍ ຈຳກັດ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ຕາງໜ້າກົມໄປສະນີ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ໂກວິດ ທັນຍາຣັດຕະກູນ ປະທານກຳມະການຜູ້ຈັດການ ບໍລິສັດ ເທດສະຍາມອິນເຕີເນເຊີນໍ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງຣາຊະອາຈັກໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-09/09/2026),
ເພີ່ມເຕີມ