![]() |
ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິນຍານ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນດັ່ງກ່າວທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ປ ລາວ ແລະ ໄດ້ຖືເອົາໂອກາດດັ່ງກ່າວມາຢ້ຽມຢາມ ໜັງສືພິມປະຊາຊົນ ຊຶ່ງຈະເປັນການປະກອບສ່ວນເສີມສ້າງໃນການຮ່ວມມືກັນລະຫວ່າງ ສອງສຳນັກງານໜັງສືພິມປະຊາຊົນ ແລະ ສຳນັກງານຂ່າວ ກວາງຊີ ໃຫ້ມີບາດກ້າວດີຂຶ້ນເລື້ອຍໆ, ທ່ານ ວັນໄຊ ຕະວິນຍານ ຍັງໄດ້ລາຍງານວຽກງານໜັງສືພິມປະຊາຊົນໃຫ້ຄະນະຜູ້ແທນໄດ້ຮັບຊາບຕື່ມອີກ.
ທ່ານ ຈີນຄາຍເລີ້ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ວັນໄຊ ຕະວິນຍານ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານຈຸດປະສົງໃນການມຢ້ຽມຢາມ ແລະ ເຮັດວຽກໃຫ້ຮັບທ່ານໄດ້ຮັບຊາບ, ໂດຍສະເພາະແມ່ນມີຄວາມສົນໃຈໃນຄວາມເປັນໄປໄດ້ໃນການມາຕັ້ງສຳນັກງານຂ່າວກວາງຊີ ປະຈຳ ສປປ ລາວ, ໃນນັ້ນ ຢາກໃຫ້ສອງສຳນັກງານກວາງຊີ ແລະ ສຳນັກງານໜັງສືພິມປະຊາຊົນ ຮ່ວມມືກັນໃນການແລກປ່ຽນຂໍ້ມູນຂ່າວສານຊຶ່ງກັນ ແລະ ກັນ ແລະ ຢາກໃຫ້ມີການແລກປ່ຽນການຢ້ຽມຢາມ ຂອງສອງສຳນັກງານຕື່ມອີກ.
![]() |
ທ່ານ ວັນໄຊ ຕະວິນຍານ ກໍໄດ້ທິດຊີ້ນຳຕໍ່ຄະນະຜູແທນດັ່ງກ່າວ ທີ່ຢາກມາຕັ້ງສຳນັກງານຂ່າວກວາງຊີ ປະຈຳ ສປປ ລາວ ແມ່່ນຕ້ອງມີໜັງສືສະເໜີ ຕາມຂັ້ນຕອນ ແລະ ຕາມລະບຽບການຂອງລາວ ແລະ ສຳລັບການແລກປ່ຽນຂໍ້ມູນຂ່າວສານ ຂອງສອງສຳນັກງານແມ່ນເຫັນດີ, ສ່ວນການແລກປ່ຽນຢ້າມຢາມ ກໍເຫັນດີຕາມຄວາມທີ່ເໝາະສົມ.
(ຂ່າວ-ພາບ: ສຳນານ)
ຄໍາເຫັນ