ແຂວງຢາລາຍ-ສາລະວັນ ພົບປະແລກປ່ຽນບົດຮຽນຮ່ວມກັນ

ຄະນະຜູ້ແທນສະພາປະຊາຊົນແຂວງຢາລາຍ-ສາລະວັນ ພົບປະແລກປ່ຽນບົດຮຽນຮ່ວມກັນ

ຄະນະຜູ້ແທນສະພາປະຊາຊົນແຂວງຢາລາຍ-ສາລະວັນ ພົບປະແລກປ່ຽນບົດຮຽນຮ່ວມກັນ
ເມື່ອບໍ່ດົນມານີ້, ຢູ່ແຂວງຢາລາຍ (GIA LAI) ສສ.ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງ ຄະນະຜູ້ແທນຂັ້ນສູງ

 ສະພາປະຊາຊົນແຂວງ ຢາລາຍ ສສ.ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ສະພາປະຊາຊົນແຂວງ ສາລະວັນ ສປປ ລາວ; ຝ່າຍແຂວງຢາລາຍ ນໍາໂດຍ ສະຫາຍ ໂຮ່ ວັນ ນຽນ (Hồ Văn Niên) ກໍາມະການຄະນະບໍລິຫານງານສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງ ຢະລາຍ; ຝ່າຍ ແຂວງສາລະວັນ ນໍາໂດຍ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ສາລະວັນ; ມີຄະນະຜູ້ແທນຂັ້ນສູງສອງຝ່າຍເຂົ້າຮ່ວມ;

ໃນທີ່ປະຊຸມ ສະຫາຍ ໂຮ່ ວັນ ນຽນ ໄດ້ກ່າວວ່າ: ຄະນະປະຈໍາສະພາປະຊາຊົນແຂວງ ຢາລາຍ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ສະຫາຍ ສີເຮັງ ຫອມສົມບັດ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນຮ່ວມກັບຄະນະປະຈຳສະພາປະຊາຊົນແຂວງຢາລາຍ; ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍສໍາຄັນ, ສືບຕໍ່ຮັດ ແໜ້ນນໍ້າໃຈສາມັກຄີ, ຖານມິດສະຫາຍອ້າຍນ້ອງອັນເລິກເຊິ່ງ ລະຫວ່າງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນແຂວງສາລະວັນ ກັບຄະນະພັກ, ອົງການປົກຄອງ ແລະ ປະຊາຊົນແຂວງຢາລາຍ; ພ້ອມນັ້ນ, ຮັດແໜ້ນ ແລະ ຍົກສູງປະສິດທິຜົນຂອງການຮ່ວມມືພັດທະນາຢ່າງຮອບດ້ານລະຫວ່າງແຂວງ ສາລະວັນ ແລະ ແຂວງ ຢາລາຍ.

ຈາກນັ້ນ, ຕາງໜ້າສະພາປະຊາຊົນແຂວງ ຢາລາຍ ແລະ ສາລະວັນ ໄດ້ຜັດປ່ຽນກັນຜ່ານບົດລາຍງານບາງເນື້ອໃນໂດຍຫຍໍ້ ຈຸດພິເສດທີ່ຕັ້ງຂອງແຂວງ, ພາລະບົດບາດ, ສິດ ແລະ ໜາທີ່ຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ຄະນະຜູ້ແທນກອງປະຊຸມໄດ້ຮັບຊາບ ແລະ ໄດ້ລົງເລິກຄົ້ນຄວ້າປຶກສາຫາລືແລກປ່ຽນບົດຮຽນນຳກັນ ໂດຍສະເພາະ ແລກປ່ຽນກ່ຽວກັບການເປັນເສນາທິການຮັບໃຊ້ໃຫ້ແກ່ຄະນະປະຈໍາ ສະພາປະຊາຊົນແຂວງ, ດ້ານງົບປະມານ, ຂອດການພົວພັນປະສານງານກັບຫ້ອງວ່າການແຂວງ, ວິທີແກ້ໄຂບັນຫາການປະລະການຮຽນ.

ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງສະພາປະຊາຊົນແຂວງສາລະວັນ ໄດ້ເດີນທາງໄປຢ້ຽມຊົມພື້ນຖານການຜະລິດກາເຟ ຂອງໂຮງງານກາເຟ ວິງ ຮຽບ ຊຶ່ງສ້າງຕັ້ງຂຶ້ນໃນປີ 1991 ພາຍຫຼັງກວ່າ 30 ປີ ດໍາເນີນທຸລະກິດດ້ານການຜະລິດ, ຊື້, ປຸງແຕ່ງ ແລະ ສົ່ງອອກ ກາເຟ, ໝາກພິກໄທ ແລະ ກາເຟທັນສະໃໝ ມີກໍາລັງການຜະລິດກາເຟ 5,000 ໂຕນຕໍ່ປີ, ໄດ້ເປັນໜຶ່ງໃນບັນດາວິສາຫະກິດນຳໜ້າໃນການສົ່ງອອກຜະລິດຕະພັນການກະເສດ, ໄດ້ຮັບການຮັບຮອງຈາກລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເປັນຫົວໜ່ວຍສົ່ງອອກຂອງຫວຽດນາມ.

(ພາບ-ຂ່າວ: ດີລໍາພົນ ພົມມະຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຊາວໜຸ່ມກອມມູນິດໂຮ່ຈິມິນ ເຂົ້າຢ້ຽມພົບປະ ສະຫາຍເລຂາຄະນະບໍລິຫານງານ ສຊປລ

ຊາວໜຸ່ມກອມມູນິດໂຮ່ຈິມິນ ເຂົ້າຢ້ຽມພົບປະ ສະຫາຍເລຂາຄະນະບໍລິຫານງານ ສຊປລ

ວັນທີ 7 ກໍລະກົດ ນີ້ ທີ່ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ສະຫາຍ ຫວຽນ ເຕື່ອງ ເລີມ ຮອງເລຂາສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມພົບປະ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ມີບັນດາຫົວໜ້າກົມ ແລະ ພາກສ່ວນທີ່ກ້ຽວຂອງທັງສອງຝ່າຍເຂົ້າຮ່ວມ.
ຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນ  ຕິດຈອດລາວ-ຫວຽດນາມ-ກໍາປູເຈຍ

ຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນ ຕິດຈອດລາວ-ຫວຽດນາມ-ກໍາປູເຈຍ

ອີງຕາມ ການຕົກລົງຂອງການນຳສູງສຸດ ໃນກອງປະຊຸມພົບປະຂອງ 3 ພັກ-ລັດຖະບານ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງວັນທີ 25 ກັນຍາ 2021 ຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໃນຕອນເຊົ້າຂອງວັນທີ 8 ກໍລະກົດ ນີ້ ທີ່ ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ, ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງປ້ອງກັນປະເທດ,​ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລາວ ໄດ້ພ້ອມກັນຈັດພິທີເປີດຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ມີສະຫາຍຄະນະນໍາ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ແລະ ບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ພ້ອມທັງນັກສໍາມະນາກອນຂອງ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້

ໃນວັນທີ 7 ກໍລະກົດ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ​ພົງສະຫວັນ ສີສຸລາດ ຮອງ​ລັດ​ຖະ​ມົ​ນ​ຕີ​ກະຊວງການຕ່າງ​ປະ​ເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.
ທູດ​ລາວ​ປະ​ຈຳຫວຽດ​ນາມຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ 2 ​ແຂວງຂອງ​ຫວຽດ​ນາມ

ທູດ​ລາວ​ປະ​ຈຳຫວຽດ​ນາມຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ 2 ​ແຂວງຂອງ​ຫວຽດ​ນາມ

ຄະ​ນະ​ຜູ້​ແທນ​ສະ​ຖານ​ທູດ​ລາວປະ​ຈຳ ສ​ສ ຫວຽດ​ນາມ ຊຶ່ງ​ນຳ​ໂດຍ​ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ​ຄະ​ນະໄດ້ເດີນ​ທາງຢ້ຽມ​ຢາມ​ ແລະ ເຮັດ​ວຽກ​ຢູ່​ແຂວງແທັງ​ຫົວ ແລະ ແຂວງເຫງະ​ອານ ແຕ່​ວັນ​ທີ 3-5 ກໍ​ລະ​ກົດ​ ຜ່ານ​ມາ. ໃນ​ໂອ​ກາດນີ້, ຄະ​ນະ​ໄດ້ເຂົ້າ​ຢ້ຽມ​ຂ່ຳ​ນັບ​​ສະ​ຫາຍ ຫງວຽນ ຢວານ ແອັງກຳມະການສູນກາງພັກ ເລຂາພັກແຂວງ ພ້ອມ​ຄະ​ນະທີ່​ສຳ​ນັກ​ງານ​ຫ້ອງການ​ຄະ​ນະ​ພັກ​ແຂວງໂດຍ​ໄດ້​ຮັບ​ການ​ຕ້ອນ​ຮັບຢ່າງອົບອຸ່ນສະໜິດສະໜົມ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ.
ໄຂກອງປະຊຸມສະພາການຄ້າຈີນ ປະຈໍາແຂວງຫຼວງພະບາງ ຄັ້ງທີ່ III

ໄຂກອງປະຊຸມສະພາການຄ້າຈີນ ປະຈໍາແຂວງຫຼວງພະບາງ ຄັ້ງທີ່ III

ກອງປະຊຸມສະພາການຄ້າຈີນ ປະຈໍາແຂວງຫຼວງພະບາງ ຄັ້ງທີ່ III ໄດ້ຈັດຂຶ້ນໃນວັນທີ່ 5 ກໍລະກົດຜ່ານມານີ້ ທີ່ຫ້ອງປະຊຸມບໍລິສັດໄຟຟ້ານ້ຳອູຈຳກັດ, ມີທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ຈາງ ເສີ ພີງ ກົງສູນໃຫຍ່ ສປ ຈີນ ປະຈຳພາກ ເໜືອ ແຂວງຫຼວງພະບາງ, ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍຜູ້ຕາງໜ້າສະພາການຄ້າ ສປ ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ

ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ

ໃນວັນທີ 1​-3 ກໍລະກົດ ນີ້ ທີ່ ເມືອງ ເຊີວີລ ປະເທດ ເເອັດສະປາຍ ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ກອງປະຊຸມລະດັບສູງວ່າດ້ວຍປະເທດດ້ອຍພັດທະນາ” ໂດຍການເປັນປະທານຮ່ວມຂອງ ທ່ານນາຍົກລັດຖະມົນຕີ ເນປານ ເເລະ ທ່ານ ຮອງເລຂາທິການໃຫຍ່ ສປຊ.​ ໃນນັ້ນ, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ວິທີການຈັດຕັ້ງປະຕິບັດ ເອກະສານຄວາມໝາຍໝັ້ນ ເຊວິລໃຫ້ມີປະສິດທິພາບ ເເລະ ປະສິດທິຜົນ ຕາມຄວາມຕ້ອງການຂອງບັນດາປະເທດ ດ້ອຍພັດທະນາ.ທ່ານ ຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເນື້ອໃນກໍຄືຜົນຂອງກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນບຸລິມະສິດຂອງ ບັນດາປະເທດດ້ອຍພັດທະນາ ເປັນຕົ້ນການເພີ່ມທະວີການຮ່ວມມືທາງດ້ານອາກອນ; ການລະດົມງົບປະມານພາຍໃນ; ການພັດທະນາອຸດສາຫະກໍາ ເເລະ ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ. ນອກນັ້ນ, ທ່ານຍັງໄດ້ນໍາສະເໜີຕໍ່ທີ່ປະຊຸມ ກ່ຽວກັບ ການກະກຽມໃຫ້ເເກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ເເລະ ການຊ່ວຍເຫຼືອບັນດາປະເທດດ້ອຍພັດທະນາໂດຍການສ້າງສູນປະຊາສໍາພັນດ້ານການລົງທຶນສໍາລັບປະເທດ ດ້ອຍພັດທະນາ; ການເຂົ້າເຖິງເເຫຼ່ງທຶນ ເເລະ ການຢຶດໝັ້ນຕໍ່ພັນທະຂອງຕົນໃນການສະ ໜອງທຶນຊ່ວຍເຫຼືອ ເພື່ອການພັດທະນາໃຫ້ເເກ່ບັນດາປະເທດດ້ອຍພັດທະນາ.​
ກອງປະຊຸມວິຊາການກ່ຽວກັບການແຈ້ງເຕືອນໄພລ່ວງໜ້າສໍາລັບຄົນທີ່ມີຄວາມ  ບົກຜ່ອງທາງຮ່າງກາຍ

ກອງປະຊຸມວິຊາການກ່ຽວກັບການແຈ້ງເຕືອນໄພລ່ວງໜ້າສໍາລັບຄົນທີ່ມີຄວາມ ບົກຜ່ອງທາງຮ່າງກາຍ

ອົງການອາຫານໂລກແຫ່ງສະຫະປະຊາຊາດ ຮ່ວມກັບ ກົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກົມສະຫວັດດີການສັງຄົມຂອງກະຊວງແຮງງານ ແລະ ສະຫວັດດິການສັງຄົມ, ຈັດຝຶກອົບຮົມວິຊາການ ກ່ຽວກັບການແຈ້ງເຕືອນໄພລ່ວງໜ້າສຳລັບຄົນທີ່ມີຄວາມພິການໃນນະຄອນຫຼວງວຽງຈັນ, ໃນວັນທີ 3 ກໍລະກົດນີ້ ທີ່ ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ບຸນເຕີມ ສີສຸພັນທະວົງ ຮອງຫົວໜ້າກົມອຸຕຸນິຍົມ ແລະ ອຸທົກະສາດ, ທ່ານ ກິນດາວົງ ຫຼວງລາດ ຮອງຫົວໜ້າກົມສັງຄົມສົງເຄາະ, ທ່ານ ວິງທອງ ຈັນທະວົງ ຜູ້ຈັດການຝ່າຍປະຕິບັດການ, ສູນປຶກສາການບູລະນາການຄົນພິການ, ທ່ານ ນາໂອກິ ມາເອະກາວາ ຮອງຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ, ແຂກຖືກເຊີນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ

ສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ

ພິທີສະເຫຼີມສະຫຼອງ ເນື່ອງໃນໂອກາດວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອາເມຣິກາ ແລະ ວັນຄົບຮອບ 249 ປີ ແຫ່ງການປະກາດເອກະລາດຂອງ ສ ອາເມຣິກາ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 2 ກໍລະກົດ ຜ່ານມານີ້ ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ໂດຍ ການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ ອາເມຣິກາ ແມ່ນ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variava) ເອກອັກຄະລັດຖະທູດ ແຫ່ງ ສ ອາເມຣິກາ ປະຈໍາ ສປປ ລາວ, ພ້ອມທັງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ກະຊວງ ປກສ ລາວ ພົບປະແລກປ່ຽນບົດຮຽນກັບຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາວຸດທິສະພາໄທ

ກະຊວງ ປກສ ລາວ ພົບປະແລກປ່ຽນບົດຮຽນກັບຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາວຸດທິສະພາໄທ

ກອງປະຊຸມພົບປະລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ (ປກສ) ແລະ ຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາວຸດທິສະພາແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ ຜ່ານມາ ທີ່ກະຊວງ ປກສ ໂດຍການເປັນປະທານຮ່ວມຂອງທ່ານ ພົຈວ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດກະຊວງ ປກສ ແລະ ທ່ານ ພົທ ບຸນຈັນ ນວນສາຍ ປະທານຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາວຸດທິສະພາແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ສະພາການຄ້າ ຄໍາມ່ວນ ພົບປະແລກປ່ຽນ ກັບ ຫໍການຄ້ານະຄອນພະນົມ

ສະພາການຄ້າ ຄໍາມ່ວນ ພົບປະແລກປ່ຽນ ກັບ ຫໍການຄ້ານະຄອນພະນົມ

ກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຄໍາມ່ວນ ສປປ ລາວ ແລະ ຫໍການຄ້າ ຈັງຫວັດນະຄອນພະນົມ ຣາຊາອານາຈັກໄທ ຈັດຂຶ້ນໃນວັນທີ 1 ກໍລະກົດຜ່ານມາ ທີ່ພະແນກເຕັກໂນໂລຊີແຂວງຄໍາມ່ວນ ໂດຍມີ ທ່ານ ອຸດົມພົງ ແກ້ວສີສະໂນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ແລະ ທ່ານ ໂຊຕິທະນິນ ອະລຸນທະນາເຂມພັດ ຮອງປະທານສະພາອຸດສາຫະກໍາ ຈັງຫວັດນະຄອນພະນົມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ