ຊຶ່ງສະຫາຍໄດ້ຖືເອົາໂອກາດດັ່ງກ່າວ ເຂົ້າພົບປະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ໃນຕອນບ່າຍຂອງວັນທີ 24 ກັນຍາຜ່ານມາ ຢູ່ທີ່ຫ້ອງວ່າການແຂວງ ເພື່ອລາຍງານຈຸດປະສົງ ໃຫ້ສະຫາຍເລຂາພັກແຂວງໄດ້ຮັບຊາບ. ຈຸດປະສົງໃນການມາເຄື່ອນໄຫວໃນຄັ້ງນີ້ ເພື່ອເປັນການລົງມາຊຸກຍູ້ ຕິດຕາມສະມາຄົມຊາວຄ້າຂາຍຫວຽດນາມ ແລະ ເພື່ອເປັນການສ້າງເງື່ອນໄຂ ໃຫ້ແກ່ຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ເຄື່ອນໄຫວດຳເນີນທຸລະກິດ ຢູ່ພາຍໃນແຂວງໄຊສົມບູນ. ພ້ອມນີ້ ກໍຈະໄດ້ລົງໄປຢ້ຽມຢາມ ສະມາຄົມຊາວຄ້າຂາຍຫວຽດນາມ ຕື່ມອີກ.
ໃນຕອນບ່າຍຂອງວັນດຽວກັນນີ້, ກໍໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານສະມາຄົມຊາວຫວຽດນາມ ໂດຍມີສະຫາຍ ລັດດາພອນ ສີສະອາດ ຮອງຫົວໜ້າຫ້ອງວ່າການແຂວງ, ມີພະແນກການກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ກໍເພື່ອເປັນການຄົ້ນຄວ້າ ປຶກສາຫາລື ຊອກຫາແນວທາງນະໂຍບາຍ, ກົນໄກ, ປຸກລະດົມ ໃນການສ້າງຕັ້ງສະມາຄົມຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ເຄື່ອນໄຫວດຳເນີນທຸລະກິດ ຢູ່ພາຍໃນແຂວງໄຊສົມບູນ ເພື່ອເກັບກຳສະພາບ, ສະຖິຕິທີ່ຕິດພັນກັບຊາວຫວຽດນາມ ທັງເປັນການສ້າງກົນໄກໃນການສ້າງຕັ້ງສະມາຄົມຊາວຫວຽດນາມ ຕື່ມອີກ.
(ຂ່າວ: ສີລິພອນ ສົງຄຳ)
ຄໍາເຫັນ