ກອງປະຊຸມສາກົນລະດັບສູງວ່າດ້ວຍແມ່ຍິງ, ສັນຕິພາບແລະຄວາມໝັ້ນຄົງ

ຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມສາກົນລະດັບສູງວ່າດ້ວຍແມ່ຍິງ, ສັນຕິພາບແລະຄວາມໝັ້ນຄົງ

ຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມສາກົນລະດັບສູງວ່າດ້ວຍແມ່ຍິງ, ສັນຕິພາບແລະຄວາມໝັ້ນຄົງ
ໃນລະຫວ່າງວັນທີ 28-30 ຕຸລາຜ່ານມາ, ຄະນະຜູ້ແທນສປປລາວນຳພາໂດຍທ່ານໂພໄຊໄຂຄຳພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ

 

ຊຶ່ງປະກອບມີຕາງໜ້າຈາກຕະຊວງການຕ່າງປະເທດ,ຄະນະກໍາມະການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ,ແມ່ແລະເດັກແລະສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມກອງປະຊຸມສາກົນລະດັບສູງວ່າດ້ວຍແມ່ຍິງ, ສັນຕິພາບແລະຄວາມໝັ້ນຄົງ (International Conference on Women, Peace and Security) ທີ່ມານິລາປະເທດຟີລິບປິນ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວເພື່ອສົ່ງເສີມການຈັດຕັ້ງປະຕິບັດຍັດຕິສະພາຄວາມໝັ້ນຄົງອົງການສະຫະປະຊາຊາດເລກທີ 1325 ວ່າດ້ວຍແມ່ຍິງ, ສັນຕິພາບແລະຄວາມໝັ້ນຄົງ, ກໍຄືການສະເຫຼີມສະຫຼອງຄົບຮອບ 25 ປີໃນການຮັບຮອງຍັດຕິດັ່ງກ່າວ. ກອງປະຊຸມລະດັບສູງຄັ້ງນີ້ເປັນການປຶກສາຫາລື, ແລກປ່ຽນຄຳເຫັນໃນວຽກງານການສົ່ງເສີມຄວາມກ້າວໜ້າແມ່ຍິງ, ຄວາມສະເໝີພາບຍິງ-ຊາຍແລະການເຊື່ອມສານວຽກງານດັ່ງກ່າວເຂົ້າທຸກຂົງເຂດວຽກງານທີ່ກ່ຽວຂ້ອງໂດຍສະເພາະການສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງໃນທຸກຂະບວນການສ້າງສັນຕິພາບ, ການພັດທະນາເສດຖະກິດ, ສັງຄົມແລະວັດທະນະທຳ. ນອກຈາກນັ້ນແມ່ນໄດ້ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໃນການແກ້ໄຂບັນຫາທີ່ໄດ້ເອົາໃຈໃສ່ແມ່ຍິງເປັນໃຈກາງ,ໂດຍໄດ້ມີການຮັບຮອງຖະແຫຼງການມະນິລາວ່າດ້ວຍແມ່ຍິງ,ສັນຕິພາບແລະຄວາມໝັ້ນຄົງທີ່ມີເນື້ອໃນສົ່ງເສີມການພົວພັນຮ່ວມມືລະຫວ່າງພາກລັດ,ອົງການຈັດຕັ້ງທາງສັງຄົມ,ອົງການຈັດຕັ້ງສາກົນໃນການປະກອບສ່ວນຮ່ວມມືກັນຈັດຕັ້ງປະຕິບັດວາລະແມ່ຍິງ, ສັນຕິພາບແລະຄວາມໝັ້ນຄົງໃຫ້ບັນລຸຕາມຈຸດປະສົງເປົ້າໝາຍ.

ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວຄະນະຜູ້ແທນສປປລາວກໍໄດ້ປະກອບຄຳເຫັນຕໍ່ກອງປະຊຸມໂດຍຢ້ຳຄືນຄຳໝາຍໝັ້ນຂອງລັດຖະບານສປປລາວໃນການສະໜັບສະໜູນສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ,ຄວາມສະເໝີພາບຍິງຊາຍໃນທຸກຂົງເຂດວຽກງານໂດຍການສົ່ງເສີມບົດບາດແລະການມີສ່ວນຮ່ວມຂອງແມ່ຍິງຕຳແໜ່ງນຳພາຄຸ້ມຄອງແລະຂັ້ນຕັດສິນບັນຫານັບມື້ຫຼາຍຂຶ້ນ, ຍົກໃຫ້ເຫັນຜົນສຳລັດການຈັດຕັ້ງປະຕິບັດຜ່ານມາ, ໄດ້ແລກປ່ຽນບົດຮຽນໃນນາມປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກລະເບີດບໍ່ທັນແຕກ (ລບຕ) ທີ່ວຽກການແກ້ໄຂບັນຫາ(ລບຕ)ໄດ້ສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງໂດຍເຊື່ອມສານບົດບາດຍິງ-ຊາຍເຂົ້າໃນຂະແໜງການເພື່ອຮັບປະກັນການແກ້ໄຂບັນຫາ(ລບຕ)ໃຫ້ທຸກຄົນໄດ້ຮັບຜົນປະໂຫຍດແລະຊີວິດປະຊາຊົນປອດໄພຈາກ(ລບຕ)ນອກນັ້ນ,ໄດ້ຍົກໃຫ້ເຫັນຜົນງານການເປັນເຈົ້າພາບອາຊຽນຂອງສປປລາວທີ່ໄດ້ກຳນົດເອົາການສົ່ງເສີມຄວາມກ້າວໜ້າແມ່ຍິງແລະຄວາມສະເໝີພາບຍິງ-ຊາຍເປັນໜຶ່ງໃນວຽກງານບຸລິມະສິດ, ໂດຍພາຍໃຕ້ການເປັນປະທານຂອງສປປລາວ, ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດການນຳແມ່ຍິງອາຊຽນຄັ້ງທີ 3 ແລະໄດ້ຮັບຮອງເອກະສາານດັ່ງກ່າວໃນກອງປະຊຸມສຸດຍອດອາຊຽນທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້ເປັນກອງປະຊຸມຄັ້ງທຳອິດທີ່ໄດ້ຈັດໃນອາຊີຕາເວັນອອກສ່ຽງໃຕ້, ມີຜູ້ເຂົ້າຮ່ວມຫຼາຍກວ່າ 400 ຄົນຈາກ 85 ປະເທດທີ່ມາຈາກບັນດາຂະແໜງການກ່ຽວຂ້ອງຈາກພາກລັດຖະບານ, ລັດຖະສະພາຂອງຫຼາຍປະເທດ, ອົງການຈັດຕັ້ງທາງສັງຄົມແລະອົງການຈັດຕັ້ງສາກົນ.

ຂ່າວ-ພາບ:ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ຫາລື ການສົ່ງເສີມ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ

ລາວ-ຈີນ ຫາລື ການສົ່ງເສີມ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ

ຄະນະຜູ້ແທນກະຊວງການເງິນ ນໍາໂດຍທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ຮ່ວມກັບ ສໍານັກງານສົ່ງເສີມການລົງທຶນ (Invest HK) ເຂດປົກຄອງພິເສດຮົງກົງ ສປ ຈີນ ໃນວັນທີ 9 ມີນາຜ່ານມາ. ຈຸດປະສົງເພື່ອປຶກສາຫາລື ແລກປ່ຽນປະສົບການ ໃນການສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງ ປະເທດ, ສຶກສາແລກປ່ຽນການປະຕິບັດນະໂຍບາຍພາສີ-ອາກອນ ແລະ ການປະຕິບັດນະໂຍບາຍພັນທະຄ່າທໍານຽມໃຫ້ບັນດາບໍລິສັດນັກລົງທຶນຂະໜາດນ້ອຍ ແລະ ຂະໜາດໃຫຍ່ ຊຶ່ງເຂດປົກຄອງພິເສດຮົງກົງ ເປັນສູນກາງການລົງທຶນທາງດ້ານການເງິນສາກົນ ແລະ ເປັນປະຕູດ່ານໜ້າ ໃນການເຂົ້າສູ່ຕະຫຼາດສາກົນ; ພ້ອມນັ້ນ, ຍັງໄດ້ພ້ອມກັນປຶກສາຫາລື ແລກປ່ຽນແນວທາງການຈັດຕັ້ງປະຕິບັດນະໂຍບາຍການເງິນສີຂຽວ, ສິນເຊື່ອກາກບອນ, ນະ ໂຍບາຍການສົ່ງເສີມພັນທະບັດສີຂຽວ ແລະ ອື່ນໆ.
ກອງປະຊຸມຄະນະກຳມາທິການສະຖິຕິສະຫະປະຊາຊາດ ຄັ້ງທີ 57

ກອງປະຊຸມຄະນະກຳມາທິການສະຖິຕິສະຫະປະຊາຊາດ ຄັ້ງທີ 57

ກອງປະຊຸມສະໄໝທີ 57 ຂອງຄະນະກຳມາທິການສະຖິຕິ ແລະ ກອງປະຊຸມຫົວຂໍ້ປິ່ນອ້ອມ ຈັດຂຶ້ນໃນລະຫວ່າງວັນທີ 3-6 ມີນາຜ່ານມາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ນິວຢອກ ສະຫະລັດອາເມຣິກາ. ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍທ່ານ ນາງ ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງເປັນເວທີປຶກສາຫາລືປະຈຳປີລະດັບສູງຂອງຫົວໜ້າອົງການສະຖິິຕິເພື່ອກໍານົດທິດທາງ, ແລກປ່ຽນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ເສີມສ້າງການຮ່ວມມື ສືບຕໍ່ຜະລິດຂໍ້ມູນສະຖິຕິທີ່ມີຄຸນນະພາບ ສະຖິຕິສາມາດຕອບສະໜອງການກໍານົດນະໂຍບາຍ ແລະ ການພັດທະນາຢ່າງຍືນຍົງໃນລະດັບໂລກ​, ພາກພື້ນ ແລະ ປະເທດ.
ປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ

ປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ

ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ຈັດຂຶ້ນໃນວັນທີ 10 ມີນານີ້ ທີ່ໂຮງແຮມລາດສະວົງ ແວນດ້າ ວິສຕາ ໂດຍການເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ, ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນ​ດາ​ການນໍາພັກ-ລັດ, ຄະ​ນະ​ນຳ​ກະ​ຊວງ, ອົງ​ການ​ຂັ້ນ​ສູນ​ກາງ, ຄອບ​ຄົວ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ-ລັດ, ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ, ອະ​ດີດການ​ນຳຂອງ​ສະ​ຫະ​ພັນ​ແມ່​ຍິງ​ລາວເຂົ້າຮ່ວມ.
ກະຊວງປ້ອງກັນປະເທດ ປະດັບຫຼຽນໄຊໃຫ້ກົມໃຫຍ່ II ກະຊວງປ້ອງກັນປະເທດຫວຽດນາມ

ກະຊວງປ້ອງກັນປະເທດ ປະດັບຫຼຽນໄຊໃຫ້ກົມໃຫຍ່ II ກະຊວງປ້ອງກັນປະເທດຫວຽດນາມ

ພິທີປະດັບຫຼຽນໄຊລັດຖະບານ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ກົມໃຫຍ່ II ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ທີ່ມີຜົນງານດີເດັ່ນໃນການຮ່ວມມື ແລະ ຊ່ວຍເຫຼືອກອງທັບປະຊາຊົນລາວຕະຫຼອດໄລຍະຜ່ານມາ, ເນື່ອງໃນໂອກາດວັນມູນເຊື້ອກົມໃຫຍ່ II ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຄົບຮອບ 80 ປີ ຈັດຂຶ້ນໃນວັນທີ 9 ມີນາຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ໂດຍສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຟານ ວັນຢາງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ມີຄະນະນໍາກະຊວງປ້ອງກັນປະເທດກໍາປູເຈຍ, ເອກອັກຄະລັດຖະທູດ ສ ກູບາ ປະຈໍາຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ-ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ລາວ-ສ.ເກົາຫຼີ ຮ່ວມກັນຈັບແກ໋ງສໍ້ໂກງທາງອອນລາຍ 14 ຄົນ

ລາວ-ສ.ເກົາຫຼີ ຮ່ວມກັນຈັບແກ໋ງສໍ້ໂກງທາງອອນລາຍ 14 ຄົນ

ອີງຕາມ ໜັງສືພິມລາຍວັນ Chosunilbo ຂອງ ສ. ເກົາຫຼີ ທີ່ອອກໃນວັນທີ 26 ກຸມພາ 2026ຜ່ານມາ ວ່າ: ໃນເດືອນກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ ຂອງ ສ. ເກົາຫຼີ ໄດ້ຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ພາໃຫ້ໃນເດືອນຕຸລາ 2025ຜ່ານມາ. ເຈົ້າໜ້າທີ່ໄດ້ບຸກເຂົ້າກວດຫ້ອງການສູນຄໍເຊັນເຕີ ຢູ່ທ້ອງຖິ່ນ (ຢູ່ລາວ) ແລະ ຈັບກຸມສະມາຊິກເຄືອຂ່າຍ ຂອງກຸ່ມຫຼອກລວງທາງອອນລາຍ ຫຼື ແກ໋ງສໍ້ໂກງທາງອອນລາຍ ທີ່ເປັນຄົນ ສ. ເກົາຫຼີ ໄດ້ 14 ຄົນ.
ກິດຈະກໍາພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ  ສະຫຼອງບຸນກຸດຈີນ

ກິດຈະກໍາພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ ສະຫຼອງບຸນກຸດຈີນ

ເພື່ອເປັນການສະເຫຼີມສະຫຼອງບຸນກຸດຈີນ, ສູນວັດທະນະທໍາຈີນ ປະຈຳ ສປປ ລາວໄດ້ຈັດກິດຈະກໍາ “ພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ
ຄະນະຜູ້ແທນກະຊວງ ສສກ ແລກປ່ຽນບົດຮຽນຢູ່ອິນໂດເນເຊຍ

ຄະນະຜູ້ແທນກະຊວງ ສສກ ແລກປ່ຽນບົດຮຽນຢູ່ອິນໂດເນເຊຍ

ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ຂອງ ສປປ ລາວ 13 ທ່ານ ຊຶ່ງນຳໂດຍທ່ານ ນາງ ສີລິນທອນ ສັກລໍຄຳ ຜູ້ອຳນວຍການສູນການສຶກສາ ເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກ ສ່ຽງໃຕ້ ຫຼື ຊີເມວ ພ້ອມດ້ວຍກົມສາມັນສຶກສາ, ກົມການສຶກສາເດັກກ່ອນໄວຮຽນ, ກົມສ້າງຄູ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກົມຮ່ວມມືກັບຕ່າງປະເທດ ແລະ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມພາກພື້ນທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 2-3 ມີນາຜ່ານມາ ເພື່ອແລກປ່ຽນບົດຮຽນ ແລະ ເສີມສ້າງເຄືອຂ່າຍຄວາມຮ່ວມມື ກັບບັນດາປະເທດຢູ່ພາກພື້ນ, ຄູ່ຮ່ວມພັດທະນາດ້ານການສຶກສາ ແລະ ຜູ້ໃຫ້ທຶນ ເພື່ອນຳມາໝູນໃຊ້ໃນການພັດທະນາ ການສຶກສາຂອງ ສປປ ລາວ ໃຫ້ມີປະສິດທິຜົນຫຼາຍຂຶ້ນ.
ເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ

ເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ

ພິທີເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ ໃນ ສປປ ລາວ ຈັດຂຶ້ນໃນວັນທີ 3 ມີນານີ້ ທີ່ໂຮງໝໍເສດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະ ມົນຕີກະຊວງສາທາລະນະສຸກ, ມີທ່ານ ບິລາລ ອູແຣງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາລາວ, ທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານກໍາມະການປົກຄອງນະຄອນຫຼວງ, ມີບັນດາແພດໝໍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ການປະສານພະລັງຂອງຈີນເຂົ້າໃນຂະບວນການຫັນເປັນທັນສະໄໝໃນລະດັບທົ່ວໂລກ

ການປະສານພະລັງຂອງຈີນເຂົ້າໃນຂະບວນການຫັນເປັນທັນສະໄໝໃນລະດັບທົ່ວໂລກ

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ: "ເພື່ອຮັບມືກັບບັນຫາທ້າທາຍຮ່ວມກັນ ແລະ ກ້າວໄປສູ່ອະນາຄົດທີ່ດີກວ່າເກົ່າ ພວກເຮົາຕ້ອງການບໍ່ພຽງແຕ່ຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງຕ້ອງການຄວາມເຂັ້ມແຂງທາງດ້ານວັດທະນະທໍາ ແລະ ອາລິຍະທໍາອີກດ້ວຍ." ການຫັນເປັນທັນສະໄໝ ແລະ ອາລິຍະທໍາມີຄວາມກ່ຽວຂ້ອງກັນຢ່າງໃກ້ຊິດ, ໂດຍພື້ນຖານແລ້ວແມ່ນຕົວແທນແຫ່ງຂະບວນການປະຕິບັດຕົວຈິງຂອງວິວັດທະນາການຂອງອາລິຍະທໍາມະນຸດ.
ລມຕ ກະຊວງການຕ່າງປະເທດຕ້ອນຮັບທູດການາດາ ປະຈໍາ ສປປ ລາວ

ລມຕ ກະຊວງການຕ່າງປະເທດຕ້ອນຮັບທູດການາດາ ປະຈໍາ ສປປ ລາວ

ຫວ່າງບໍ່ດົນມານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ສະເໜີຕົວ ຂອງ ທ່ານ ເຄັນທ໌ວາຊ່ອງ ເອກອັກຄະລັດຖະທູດ ແຫ່ງ ການາດາ ປະຈຳ ສປປ ລາວ ແລະ ໄດ້ສະແດງຄວາມຍິນດີຕໍ່ການມາປະຕິບັດໜ້າທີ່ຂອງ ທ່ານເອກອັກຄະລັດຖະທູດ ນັບແຕ່ເດືອນຕຸລາ 2025 ເປັນຕົ້ນມາ.
ເພີ່ມເຕີມ