ຂີດໝາຍທາງການທູດຂອງຫວຽດນາມ ໃນຍຸກສະໄໝໃໝ່ ແຫ່ງການເຊື່ອມໂຍງອາຊຽນ

ຂີດໝາຍທາງການທູດຂອງຫວຽດນາມ ໃນຍຸກສະໄໝໃໝ່ ແຫ່ງການເຊື່ອມໂຍງອາຊຽນ

ໃນສະພາບການທີ່ສະຖານະການໂລກ ແລະ ພາກພື້ນ ຍັງສືບຕໍ່ປ່ຽນແປງຢ່າງວ່ອງໄວ, ການແຂ່ງຂັນ ທາງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ ມີພັດທະນາການຢ່າງສັບສົນ, ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບດັ້ງເດີມ ແລະ ບໍ່ແມ່ນແບບດັ້ງເດີມປະສົມປະສານກັນ, ການຢ້ຽມຢາມຢ່າງເປັນທາງການ ຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ທີ່ປະເທດໄທ, ສິງກະໂປ, ຟີລິບປິນ ແລະ ການກ່າວປາໄສໃນເວທີສົນທະນາ Shangri-La ມີຄວາມໝາຍສຳຄັນເປັນພິເສດ.

 

 

ນີ້ບໍ່ພຽງແຕ່ແມ່ນກິດຈະກຳການຕ່າງປະເທດລະດັບສູງຂອງພັກ ແລະ ລັດຫວຽດນາມ ເທົ່ານັ້ນ, ແຕ່ຫາກຍັງແມ່ນສານທາງການເມືອງອັນເລິກເຊິ່ງ ກ່ຽວກັບແນວທາງການຕ່າງປະເທດຂອງຫວຽດນາມ. ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ: ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ; ຫຼາຍຝ່າຍ, ຫຼາຍຮູບແບບໃນການພົວພັນຕ່າງປະເທດ; ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ ແລະ ເປັນສະມາຊິກທີ່ຫ້າວຫັນ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ການເດີນທາງໄປປະຕິບັດພາລະກິດຄັ້ງນີ້, ດຳເນີນຂຶ້ນໃນພື້ນທີ່ພູມີສາດການເມືອງຂອງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຊຶ່ງແມ່ນພາກພື້ນແຫ່ງສາຍຄາຮ່ວມຂອງປະຊາຄົມອາຊຽນ ແລະ ເປັນໜຶ່ງໃນບັນດາສູນກາງການເຕີບໂຕທີ່ມີພະລັງຂັບເຄື່ອນສູງທີ່ສຸດຂອງໂລກ. ສຳລັບຫວຽດນາມ, ອາຊຽນ ຍາມໃດກໍຄົງມີຖານະເປັນບຸລິມະສິດທາງຍຸດທະສາດ ໃນນະໂຍບາຍການຕ່າງປະເທດ. ການທີ່ຜູ້ນຳສູງສຸດຂອງພັກກອມມູນິດ ຫວຽດນາມ ໄດ້ຢ້ຽມຢາມບັນດາຄູ່ຮ່ວມມືສຳຄັນໃນອາຊຽນ ແລະ ເຂົ້າຮ່ວມເວທີດ້ານຄວາມໝັ້ນຄົງຊັ້ນນຳ ຂອງພາກພື້ນ ໄດ້ສະແດງໃຫ້ເຫັນວິໄສທັດທີ່ສອດຄ່ອງທີ່ສຸດ: ຢາກປະກອບສ່ວນສ້າງສາອາຊີຕາເວັນອອກສ່ຽງໃຕ້ ໃຫ້ເປັນພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ເພິ່ງຕົນເອງ, ສາມັກຄີ, ມີສຽງເວົ້າ ແລະ ບົດບາດນັບມື້ສູງຂຶ້ນ ໃນໂຄງປະກອບພາກພື້ນທີ່ກຳລັງກໍ່ຮ່າງສ້າງຕົວຂຶ້ນ.

ກ່ອນອື່ນໝົດ, ການຢ້ຽມຢາມຄັ້ງນີ້ ໄດ້ຢືນຢັນຢ່າງແຂງແຮງເຖິງການໃຫ້ຄວາມສຳຄັນຂອງ ຫວຽດນາມ ຕໍ່ສາຍພົວພັນເພື່ອນບ້ານມິດຕະພາບ ແລະ ການຮ່ວມມືຮອບດ້ານກັບປະເທດໄທ. ຫວຽດນາມ ແລະ ໄທ ແມ່ນສອງເສດຖະກິດສຳຄັນໃນອາຊຽນ, ມີຫຼາຍຈຸດຄ້າຍຄືກັນທາງດ້ານວັດທະນະທຳ, ປະຫວັດສາດ ແລະ ໂຄງສ້າງການພັດທະນາ. ພ້ອມທັງມີຄວາມສາມາດຊ່ວຍເຫຼືອສົ່ງເສີມ ຊຶ່ງກັນ ແລະ ກັນ ດ້ານການຄ້າ, ການລົງທຶນ, ກະສິກຳ, ການທ່ອງທ່ຽວ, ໂລຈິສຕິກ, ການຫັນປ່ຽນດີຈີຕອນ ແລະ ການພັດທະນາສີຂຽວ. ສາຍພົວພັນ ຫວຽດນາມ - ໄທ ໄດ້ຖືກຍົກລະດັບຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ໃນປີ 2025, ສ້າງຂອບການເມືອງໃໝ່ໃຫ້ສອງປະເທດ ນຳການຮ່ວມມືເຂົ້າສູ່ລວງເລິກ ແລະ ແທດຈິງ.

ຄວາມໝາຍຂອງໄລຍະການຢ້ຽມຢາມໄທ ບໍ່ພຽງແຕ່ເປັນການເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງການເມືອງເທົ່ານັ້ນ, ແຕ່ຫາກຍັງໄດ້ມີການກຳນົດຮູບແບບບັນດາພື້ນທີ່ການຮ່ວມມືໃໝ່ ລະຫວ່າງ ສອງເສດຖະກິດທີ່ມີອິດທິພົນໃຫຍ່ໃນອະນຸພາກພື້ນແມ່ນ້ຳຂອງ ແລະ ອາຊຽນ. ໃນຂະນະທີ່ຕ່ອງໂສ້ອຸປະທານຂອງພາກພື້ນກຳລັງໄດ້ຮັບການປັບໂຄງສ້າງໃໝ່. ໃນຂະນະທີ່ຄວາມໝັ້ນຄົງດ້ານອາຫານ, ພະລັງງານ, ແຫຼ່ງນ້ຳ ແລະ ການປ່ຽນແປງດິນຟ້າອາກາດ ກາຍເປັນບັນຫາທີ່ມີຊີວິດຊີວາ, ຫວຽດນາມ ແລະ ໄທ ຈຶ່ງມີເງື່ອນໄຂທີ່ຈະຮ່ວມກັນສົ່ງເສີມບົດບາດນຳພາໃນການຮ່ວມມືອະນຸພາກພື້ນ, ການເຊື່ອມໂຍງໂຄງລ່າງພື້ນຖານ, ການຮັບປະກັນວິຖີຊີວິດທີ່ຍືນຍົງໃຫ້ແກ່ປະຊາຊົນ. ໃນນັ້ນ, ມີປະຊາຊົນບັນດາປະເທດເຂດລຸ່ມແມ່ນ້ຳຂອງ, ລວມທັງ ສປປ ລາວ.

ສຳລັບສິງກະໂປ, ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍແຫ່ງບາດກ້າວປ່ຽນແປງໄປສູ່ຄຸນນະພາບ ໃນສາຍພົວພັນສອງປະເທດ.

ການຢ້ຽມຢາມສິງກະໂປ ຢ່າງເປັນທາງການຂອງສະຫາຍ ໂຕ ເລິມ, ໃນເດືອນມີນາ 2025 ໄດ້ກາຍເປັນຂີດໝາຍປະຫວັດສາດ, ເມື່ອສອງປະເທດ ໄດ້ຍົກລະດັບສາຍພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”, ເປັນການເປີດແຮງຂັບເຄື່ອນໃໝ່ ໃນການຮ່ວມມືດ້ານເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ການເງິນ, ນະວັດຕະກຳ, ການສຶກສາ-ຝຶກອົບຮົມ, ຄວາມໝັ້ນຄົງ ແລະ ການບໍລິຫານຈັດການນະຄອນ.

ສິງກະໂປ ແມ່ນໜຶ່ງໃນສູນກາງຊັ້ນນຳຂອງອາຊີດ້ານການເງິນ, ເຕັກໂນໂລຊີ, ໂລຈິສຕິກ ແລະ ການບໍລິຫານຈັດການສະໄໝໃໝ່. ຂະນະທີ່ຫວຽດນາມແມ່ນເສດຖະກິດທີ່ກຳລັງພັດທະນາຢ່າງມີພະລັງ, ມີຕະຫຼາດກວ້າງຂວາງ, ມີກຳລັງແຮງງານໜຸ່ມ ແລະ ມີຄວາມມຸ່ງຫວັງກ້າວຂຶ້ນຢ່າງແຂງແຮງ. ການປະສານສົມທົບລະຫວ່າງປະສົບການ, ທຶນຮອນ, ເຕັກໂນໂລຊີ ແລະ ການບໍລິຫານຈັດການຂອງສິງກະໂປ ກັບ ສັກຍະພາບ ພັດທະນາຂອງຫວຽດນາມ ໄດ້ສ້າງພື້ນຖານການຮ່ວມມືທີ່ມີອະນາຄົດສົດໃສ ແລະ ເຕັມໄປດ້ວຍຄວາມມຸ່ງຫວັງທີ່ດີ.

ຈຸດທີ່ໜ້າສັງເກດ ກໍຄືສາຍພົວພັນ ຫວຽດນາມ-ສິງກະໂປ ບໍ່ພຽງແຕ່ພັດທະນາຢູ່ໃນຂອບເຂດສອງຝ່າຍເທົ່ານັ້ນ, ແຕ່ຫາກຍັງມີພະລັງແຜ່ຂະຫຍາຍໃນລະດັບພາກພື້ນອີກດ້ວຍ. ບັນດາເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ ໃນຫຼາຍປີຜ່ານມາ, ໄດ້ກາຍເປັນສັນຍາລັກຂອງການຮ່ວມມືທີ່ມີປະສິດທິຜົນ, ເຊື່ອມໂຍງການລົງທຶນເຂົ້າກັບການພັດທະນາທ້ອງຖິ່ນ, ສ້າງວຽກເຮັດງານທຳ, ຖ່າຍທອດເຕັກໂນໂລຊີ ແລະ ຊຸກຍູ້ຂະບວນການອຸດ ສາຫະກຳ.

ໃນໄລຍະໃໝ່, ສອງປະເທດ ສາມາດຂະຫຍາຍຮູບແບບນີ້ ໄປສູ່ເຂດອຸດສາຫະກຳສີຂຽວ, ນະຄອນອັດສະລິຍະ, ສູນຂໍ້ມູນ, ພະລັງງານສະອາດ, ການເງິນສີຂຽວ ແລະ ການຝຶກອົບຮົມແຫຼ່ງກຳລັງຄົນຄຸນນະພາບສູງ. ນັ້ນແມ່ນບັນດາຂົງເຂດທີ່ສອດຄ່ອງກັບແນວທາງ ແຫ່ງການພັດທະນາຂອງຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV: ເຕີບໂຕໄວແຕ່ຍືນຍົງ; ພັດທະນາບົນພື້ນຖານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດີຈີຕອນ ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ.

ສຳລັບຟີລິບປິນ, ການຢ້ຽມຢາມຄັ້ງນີ້ ສະແດງເຖິງວິໄສທັດອັນກວ້າງໄກຂອງຫວຽດນາມ ຕໍ່ຄູ່ຮ່ວມມືທາງທະເລທີ່ສຳຄັນໃນອາຊຽນ. ຫວຽດນາມ ແລະ ຟີລິບປິນ ຕ່າງກໍມີຜົນປະໂຫຍດພື້ນຖານຮ່ວມກັນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ເສລີພາບໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ. ຊຸກຍູ້ການແກ້ໄຂຂໍ້ພິພາດດ້ວຍມາດຕະການສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ໂດຍສະເພາະແມ່ນອະນຸສັນຍາສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ປີ 1982.

ພ້ອມກັນນັ້ນ, ສອງປະເທດ ຍັງມີພື້ນທີ່ການຮ່ວມມືອັນກວ້າງຂວາງໃນດ້ານກະສິກຳ, ການຄ້າເຂົ້າສານ, ສິນໃນນ້ຳ, ການສຶກສາ, ການຫັນປ່ຽນດີຈີຕອນ, ການຮັບມືໄພພິບັດ, ການແລກປ່ຽນປະຊາຊົນ ແລະ ການຮ່ວມມືໃນອາຊຽນ.

ໃນສະພາບການທີ່ຟີລິບປິນ ດຳລົງບົດບາດເປັນປະທານອາຊຽນ ໃນປີ 2026, ການເພີ່ມທະວີການພົບປະລະດັບສູງ ລະຫວ່າງ ຫວຽດນາມ-ຟີລິບປິນ ຍິ່ງມີຄວາມໝາຍອັນແທ້ຈິງ. ຫວຽດນາມ ສະໜັບສະໜູນບົດບາດປະທານອາຊຽນຂອງຟີລິບປິນ, ພ້ອມທັງປາຖະໜາຈະຮ່ວມກັບບັນດາປະເທດສະມາຊິກເສີມສ້າງຄວາມສາມັກຄີພາຍໃນກຸ່ມ, ຮັກສາຢ່າງໝັ້ນຄົງບົດບາດແກນກາງຂອງອາຊຽນ, ຊຸກຍູ້ການສ້າງປະຊາຄົມອາຊຽນ ເພິ່ງຕົນເອງ, ກວມລວມ ແລະ ປັບຕົວເຂົ້າກັບສະພາບການຫັນປ່ຽນ.

ສຳລັບປະເທດລາວ ຊຶ່ງຍາມໃດກໍໃຫ້ຄວາມສຳຄັນຕໍ່ຄວາມສາມັກຄີພາຍໃນອາຊຽນ ແລະ ການຮ່ວມມືອະນຸພາກພື້ນ, ເອກະສານດັ່ງກ່າວມີຄວາມໝາຍໃກ້ຊິດຕິດແທດ: ອາຊຽນທີ່ແຂງແຮງ ແມ່ນເງື່ອນໄຂສຳຄັນ ໃຫ້ແຕ່ລະປະເທດສະມາຊິກ, ບໍ່ວ່າໃຫຍ່ ຫຼື ນ້ອຍ, ລ້ວນແຕ່ມີສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນ ລະພາບ ແລະ ໂອກາດໃນການພັດທະນາ.

ຈຸດເນັ້ນທີ່ມີຂະໜາດຄວາມສຳຄັນລະດັບພາກພື້ນ ແລະ ສາກົນ ກໍຄືທີ່ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ໄດ້ກ່າວປາໄສ ໃນເວທີສົນທະນາ Shangri-La ທີ່ສິງກະໂປ.

ນີ້ແມ່ນເວທີດ້ານຄວາມໝັ້ນຄົງ-ປ້ອງກັນຊາດຊັ້ນນຳຂອງອາຊີ, ເປັນບ່ອນໂຮມຊຸມນຸມຂອງບັນດາຜູ້ນຳ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນັກຊ່ຽວຊານດ້ານຍຸດທະສາດ ແລະ ບັນດາຜູ້ກຳນົດນະໂຍບາຍ ເພື່ອປຶກສາຫາລືບັນດາບັນຫາຄວາມໝັ້ນຄົງອັນຮີບດ່ວນຂອງພາກພື້ນ. IISS ໄດ້ບັນຍາຍເວທີສົນທະນາ Shangri-La ວ່າ: ແມ່ນກອງປະຊຸມດ້ານປ້ອງກັນຊາດຊັ້ນນຳຂອງອາຊີ, ເປັນບ່ອນທີ່ບັນດາລັດຖະມົນຕີປຶກສາຫາລືບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ດຳເນີນການພົບປະສອງຝ່າຍທີ່ສຳຄັນ.

ການທີ່ຜູ້ນຳສູງສຸດຂອງຫວຽດນາມ ກ່າວບົດປາໄສໃນເວທີດັ່ງກ່າວ, ໄດ້ສະແດງໃຫ້ເຫັນກຽດສັກສີ, ຖານະບົດບາດ ແລະ ຄວາມຮັບຜິດຊອບນັບມື້ສູງເດັ່ນຂຶ້ນຂອງຫວຽດນາມ ໃນບັນດາບັນຫາພາກພື້ນ ແລະ ໂລກ. ບົດລາຍງານຂອງຫວຽດນາມ ທີ່ Shangri-La ບໍ່ໄດ້ມຸ່ງສ້າງການປະເຊີນໜ້າ, ບໍ່ໄດ້ຢືນຢູ່ຝ່າຍໜຶ່ງເພື່ອຕໍ່ຕ້ານອີກຝ່າຍໜຶ່ງ, ແຕ່ຫາກຢຶດໝັ້ນຈຸດຢືນແຫ່ງການສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍສາກົນ, ແກ້ໄຂຄວາມແຕກຕ່າງດ້ວຍມາດຕະການສັນຕິວິທີ, ເພີ່ມທະວີການຮ່ວມມືເພື່ອຈັດການບັນດາສິ່ງທ້າທາຍຮ່ວມ.

ນັ້ນກໍແມ່ນຈິດໃຈຫຼັກທີ່ສອດຫ້ອຍຢູ່ໃນແນວທາງການຕ່າງປະເທດຂອງຫວຽດນາມ: ເອກະລາດ ແລະ ເປັນເຈົ້າຕົນເອງ ແຕ່ບໍ່ໂດດດ່ຽວ; ເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແຕ່ບໍ່ໃຫ້ເສຍສັກສີ ແລະ ຜົນປະໂຫຍດແຫ່ງຊາດ-ປະຊາຊາດ; ຮ່ວມມືກັບທຸກຄູ່ຮ່ວມມື ບົນພື້ນຖານຄວາມສະເໝີພາບ, ເຄົາລົບຊຶ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ