ແຂວງກາເມົາ ອ່ວຍພອນການນໍາ ແຂວງຄໍາມ່ວນ ໃນໂອກາດປີໃໝ່ລາວ ພສ 2567

ແຂວງກາເມົາ ອ່ວຍພອນການນໍາ ແຂວງຄໍາມ່ວນ ໃນໂອກາດປີໃໝ່ລາວ ພສ 2567
ວັນທີ 8 ເມສາຜ່ານມາ, ຄະນະຜູ້ແທນແຂວງ ກາເມົາ ສສ ຫວຽດນາມ ນໍາໂດຍສະຫາຍ ເຈີ່ນ ຮົ່ງ ກວານ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ນະຄອນກາເມົາ ໄດ້ອ່ວຍພອນການນໍາພັກ-ລັດ ແຂວງຄໍາມ່ວນ ເນື່ອງໃນໂອກາດປີໃໝ່ລາວ ພສ 2567 ໂດຍຈັດຂຶ້ນທີ່ເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ, ໂດຍມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍ ຄະນະ.
ໃນນາມຕາງໜ້າຄະນະພັກ, ອຳນາດການປົກຄອງແຂວງກາເມົາ ສະຫາຍ ເຈີ່ນ ຮົ່ງ ກວານ ໄດ້ອ່ວຍພອນໄຊອັນປະເສີດມາຍັງສະຫາຍ ເລຂາພັກແຂວງ ແລະ ບັນດາສະຫາຍການນຳຂອງແຂວງ, ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນທຸກຊັ້ນຄົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກທັງຊີວິດສ່ວນຕົວ, ຄອບຄົວ ແລະ ໜ້າທີ່ການງານມີຄວາມກ້າວໜ້າ ທັງອວຍພອນໃຫ້ມີຄວາມເບີກບານມ່ວນຊື່ນໃນການສະເຫຼີມສະຫຼອງປີໃໝ່ລາວ ພສ 2567. 
ໃນໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ໃນນາມຕາງໜ້າໃຫ້ແກ່ຄະນະການນໍາຂອງແຂວງ ຄໍາມ່ວນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະຫາຍ  ເຈີ່ນ ຮົ່ງ ກວານ ພ້ອມດ້ວຍຄະນະ ທີ່ໄດ້ສະຫຼະເວລາອັນມີຄ່າ ເດີນທາງມາອ່ວຍພອນຄະນະນໍາແຂວງ ແລະ ປະຊາຊົນບັນດາເຜົ່າຊາວແຂວງຄໍາມ່ວນ ແລະ ຂໍຝາກຄວາມຢ້ຽມຢາມຖາມຂ່າວໄປຍັງ ສະຫາຍ ເລຂາພັກແຂວງ ແລະ ປະຊາຊົນຊາວແຂວງກາເມົາ ມານະໂອກາດນີ້ດ້ວຍ, ພ້ອມນີ້ກໍ່ຂໍອວຍພອນໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມມືລະຫວ່າງແຂວງຄໍາມ່ວນ ແລະ ແຂວງກາເມົາ ຈົ່ງນັບມື້ໄດ້ຮັບການພັດທະນາຕໍ່ເຕີມເສີມສ້າງໃຫ້ມີຄວາມໜັກແໜ້ນຍິ່ງໆ ຂຶ້ນໄປ.
ໂອກາດດັ່ງກ່າວແຂວງກາເມົາ ຍັງໄດ້ມອບເງິນຈໍານວນ 1 ຕື້ດົງໃຫ້ແຂວງຄໍາມ່ວນ ເພື່ອຊ່ວຍເຫຼືອສະໜັບສະໜູນທຶນການສຶກສາໃຫ້ແກ່ນັກຮຽນ-ນັກສຶກສາ ແລະ ພະນັກງານ ໃນການສຶກສາຕໍ່ຢູ່ ສສ ຫວຽດນາມ.
(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວການຮ່ວມມື

ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ  ຂອງ ຄະນະຜູ້ແທນກອງທຶນຈີນ

ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຄະນະຜູ້ແທນກອງທຶນຈີນ

ໂດຍຕອບສະໜອງຕາມຄຳເຊີນ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ, ຄະນະຜູ້ແທນກອງທຶນຈີນເພື່ອ ສັນຕິພາບ ແລະ ການພັດທະນາ ນໍາໂດຍ ສະຫາຍ ຫວາງ ເຫີໝິງ ເລຂາທິການກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 24-26 ມີນາ 2026.
ທູດ​ຈີນເຂົ້າ​ຊົມເຊີຍ ​ສະຫາຍ ທອງ​ສະ​ຫວັນ ພົມວິຫານ

ທູດ​ຈີນເຂົ້າ​ຊົມເຊີຍ ​ສະຫາຍ ທອງ​ສະ​ຫວັນ ພົມວິຫານ

ໃນ​ຕອນ​ແລງ​ຂອງ​ວັນ​ທີ 23 ມີນາ ນີ້ ທີ່ກະຊວງ​ການ​ຕ່າງປະເທດ, ສະຫາຍ ທອງ​ສະຫວັນ ພົມວິຫານ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ ໄດ້​ຕ້ອນຮັບສະຫາຍນາງ ຟາງຫົງ (Fang Hong) ເອກ​ອັກ​ຄະ​ລັດ​ຖະ​ທູດແຫ່ງ ສປ ຈີນ ປະ​ຈໍາ ສປປ ລາວ ພ້ອມ​ດ້ວຍ​ຄະນະເຂົ້າ​ອວຍພອນ​ ແລະ ຊົມເຊີຍເນື່ອງ​ໃນ​ໂອກາດ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຮອງ​ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ.
ທູດ​ຫວຽດນາມ ເຂົ້າ​ຊົມເຊີຍສະຫາຍ ທອງ​ສະຫວັນ ພົມວິຫານ

ທູດ​ຫວຽດນາມ ເຂົ້າ​ຊົມເຊີຍສະຫາຍ ທອງ​ສະຫວັນ ພົມວິຫານ

ໃນວັນທີ 23 ມີນານີ້ ທີ່ກະຊວງ​ການ​ຕ່າງປະເທດ, ສະຫາຍ ທອງ​ສະຫວັນ ພົມວິຫານ ຮອງ​ນາ​ຍົກ​ລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ ໄດ້​ຕ້ອນຮັບສະຫາຍ ຫ​ງວຽນມິງເຕິມ ທູດ​ຫວຽດນາມ​ປະຈຳ​ລາວ​ເຂົ້າ​ອວຍພອນ​ ແລະ ຊົມເຊີຍ ເນື່ອງ​ໃນ​ໂອກາດ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຮອງ​ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ.
ກິດຈະກຳ ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ

ກິດຈະກຳ ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ຫ້ອງການການຕ່າງປະເທດ ແຂວງຢຸນນານ ສປ ຈີນ ໄດ້ຈັດກິດຈະກຳ "ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ" ຂຶ້ນໃນລະຫວ່າງວັນທີ 22-31 ມີນານີ້ ທີ່ແຂວງຢຸນນານ ນະຄອນຄຸນໝິງ ສປ ຈີນ ນໍາໂດຍ ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສຶກສາ ສາມັນ ກະຊວງ ສສກ, ມີຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ໂຮງຮຽນຫຼຽວໂຕ, ໂຮງຮຽນມັດທະຍົມສຶກສາສົມບູນ ສັນຕິພາບຫຼວງພະບາງເຂົ້າຮ່ວມ.
ກອງປະຊຸມເສວະນາ "ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ " ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດ້ວຍຜົນສຳເລັດ

ກອງປະຊຸມເສວະນາ "ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ " ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດ້ວຍຜົນສຳເລັດ

ທ່ານ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ: ເມື່ອພວກເຮົາເວົ້າເຖິງ “ຈີນໃນລະດູບານໃໝ່”, ພວກເຮົາບໍ່ໄດ້ໝາຍເຖິງພຽງແຕ່ການປ່ຽນແປງຂອງດິນຟ້າອາກາດ, ແຕ່ພວກເຮົາກຳລັງເວົ້າເຖິງ “ຍຸກສະໄໝໃໝ່” ຂອງການພັດທະນາທີ່ທົ່ວໂລກກຳລັງຕິດຕາມເບິ່ງຢ່າງໃກ້ຊິດຕິດແທດ ໂດຍພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຈີນ ທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນຳ, ປະເທດຈີນໄດ້ສ້າງສິ່ງມະ ຫັດສະຈັນຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດ.
ທ່ານ ສີພັນດອນ ອ້ອຍບົວບຸດດີ ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີເເຫ່ງ ສ ອາກເມນີ

ທ່ານ ສີພັນດອນ ອ້ອຍບົວບຸດດີ ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີເເຫ່ງ ສ ອາກເມນີ

ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນ ສະເໝີປາຍ ຂອງພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນວັນທີ 19 ມີນາ ຜ່ານມາ ຢູ່ ທໍານຽບປະທານາທິບໍດີ ອາກເມນີ ທີ່ນະຄອນຫຼວງ ເຢເຣວານ, ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ທ່ານ ວາຮັກ ກາຈາຕູຣຽນ (H.E. Mr. Vahagn KHACHATURYAN) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາກເມນີ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ອາກເມນີ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງມົສກູ ສະຫະພັນຣັດເຊຍ.
ສປປ ລາວ - ສ ເກົາຫຼີ ຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ

ສປປ ລາວ - ສ ເກົາຫຼີ ຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ

ກອງປະຊຸມການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ລະຫວ່າງ ສປປ ລາວ - ສ ເກົາຫຼີ ໄດ້ຈັດຂຶ້ນໃນວັນທີ 23 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຈ່ອງຢ່ອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ  ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

ໃນວັນທີ 23 ມີນາ ນີ້ ທີ່ກະຊວງການຕ່າງປະເທດ, ສະຫາຍ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ສະຫາຍ ນາງ ດັ້ງ ທິ ຫາຍ ເຕິມ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເລຂາທິການໃຫຍ່ພັກແຮງງານເກົາຫຼີ ສົ່ງສານອວຍພອນ ເລຂາທິການໃຫຍ່ ພັກ ປປ ລາວ

ເລຂາທິການໃຫຍ່ພັກແຮງງານເກົາຫຼີ ສົ່ງສານອວຍພອນ ເລຂາທິການໃຫຍ່ ພັກ ປປ ລາວ

ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71ປີ, ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງມີເນື້ອໃນດັ່ງນີ້:
ນັກສຶກສາລາວ 18 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ນັກສຶກສາລາວ 18 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ຫວ່າງມໍ່ໆມານີ້ທີ່ບ້ານພັກທູດຍີ່ປຸ່ນປະຈຳລາວ ໄດ້ຈັດງານລ້ຽງແກ່ນັກສຶກສາລາວທີ່ກຳລັງກະກຽມໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນພາຍໃຕ້ທຶນການສຶກສາ MEXT (Ministry of Education, Culture, Sports, Science and Technology)
ເພີ່ມເຕີມ