ກອງປະຊຸມ ຄະນະຊີ້ນໍາໂຄງການຄັ້ງທີ 3ໂຄງການຮ່ວມມືດ້ານສະຖິຕິ  ລາວ-ລຸກຊໍາບວກ 

ກອງປະຊຸມ ຄະນະຊີ້ນໍາໂຄງການຄັ້ງທີ 3ໂຄງການຮ່ວມມືດ້ານສະຖິຕິ  ລາວ-ລຸກຊໍາບວກ 
ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການຄັ້ງທີ 3, ໂຄງການຮ່ວມມືດ້ານສະຖິຕິ ລາວ-ລຸກຊໍາຂຶ້ນໃນວັນທິ 9 ກຸມພານີ້ ທີ່ ໂຮງແຮມຄຣາວພລາຊານະຄອນຫຼວງວຽງຈັນ.
ເປັນກຽດໃນກອງປະຊຸມມີທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ຫົວໜ້າຄະນະຊີ້ນໍາໂຄງການ,ທ່ານ ແຟຣັງ ໄພເຟຣີຜູ້ຮັບຜິດຊອບວຽກງານການຮ່ວມມືເພື່ອການພັດທະນາ, ຈາກສະຖານທູດປະເທດລຸກຊໍາບວກ ປະຈໍາ ສປປລາວ, ທ່ານ ໂອລີເວຍ ທູນູດຫົວໜ້າພະແນກ ຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າເສດຖະກິດ ແລະ ສະຖິຕິ, ບັນດາຄະນະຊີ້ນໍາໂຄງການ, ທ່ານ ສະເຕຟານ ຄຣີດສເຈ ຫົວໜ້າ ຜູ້ນໍາພາຄະນະຊ່ຽວຊານ ຈັດຕັ້ງປະຕິບັດໂຄງການຂອງ ບໍລິສັດທີ່ປຶກສາ (GOPA), ບັນດາທ່ານ ຫົວໜ້າກົມ, ຮອງກົມ, ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ. 
ທ່ານ ນາງ ພອນສະຫຼີ ສຸກສະຫວັດກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ເຂົ້າຮ່ວມເປັນປະທານຮ່ວມໃນກອງປະຊຸມທີ່ສຳຄັນ ຂອງຄະນະຊີ້ນໍາໂຄງການຮ່ວມມືດ້ານສະຖິຕິ ລາວ-ລຸກຊໍາບວກ ໄລຍະ II ໃນມື້ນີ້ຊຶ່ງເປັນກອງປະຊຸມຄັ້ງທີ 3 ເພື່ອສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດໂຄງການປະຈຳປີ2023, ກາງສະໄໝ (2021-2023) ແລະ ຮັບຮອງແຜນປີ 2024. 
ໃນຊຸມປີຜ່ານມາ ສູນສະຖິຕິແຫ່ງຊາດ ໄດ້ລິເລີ່ມຂະບວນການບຸກທະລຸຫັນປ່ຽນຢ່າງຮອບດ້ານ ເພື່ອກ້າວໄປສູ່ ການທັນສະໄໝ ໃນຂົງເຂດວຽກງານສະຖິຕິ  ແລະ ໃຫ້ບັນລຸໃນການຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່ ໃນການຕອບສະໜອງຂໍ້ມູນສະຖິຕິທາງການ ໃຫ້ແກ່ການຕິດຕາມ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ມີການເຊື່ອມສານບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDG), ການຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແລະ ຍຸດທະສາດການເຕີບໂຕສີຂຽວໃຫ້ໄດ້ດີຍິ່ງຂຶ້ນ ແລະ ທັງກຽມພ້ອມຮັບມືກັບການປ່ຽນແປງ ກໍຄືຄວາມຕ້ອງການໃໝ່ທາງດ້ານສະຖິຕິທີ່ວ່ອງໄວຂອງສັງຄົມໃນຍຸກສະໄໝການເຊື່ອມໂຍງ ແລະ ດີຈີຕອນ. 
ອີງໃສ່ຄວາມຕ້ອງການ ໃນການນໍາໃຊ້ຂໍ້ມູນ,ສູນສະຖິຕິແຫ່ງຊາດໄດ້ ພະຍາຍາມສູງ ສືບຕໍ່ນຳພາຊີ້ນໍາຄຸ້ມຄອງວຽກງານສະຖິຕິໃນຂອບເຂດທົ່ວປະເທດຕາມແຜນທີ່ໄດ້ກຳນົດໄວ້ ແລະ ກໍາລັງສືບຕໍ່ກໍານົດ ແລະ ປັບປຸງຂະບວນການຜະລິດສະຖິຕິ ໂດຍການເພີ່ມການເຂົ້າເຖິງ ແລະ ນໍາໃຊ້ຂໍ້ມູນໃນລະດັບລວມ ແລະ ລະດັບຍ່ອຍ ລົງເລິກແຍກປະເພດ (Aggregated and Disaggregated data), ການສ້າງສະພາບແວດລ້ອມ ແລະ ອໍານວຍຄວາມສະດວກ ໃນການຫັນປ່ຽນ ເພື່ອເພີ່ມປະສິດທິພາບ ແລະ ປະສິດທິຜົນໃນການປະສານງານ  ຂອງລະບົບສະຖິຕິແຫ່ງຊາດ.
ມາຮອດປັດຈຸບັນ, ສ້າງໄດ້ພື້ນຖານ ແລະ ຂະບວນການຜະລິດ ຕອບສະໜອງຄວາມຕ້ອງການທາງດ້ານຂໍ້ມູນຂ່າວສານໃນຍຸກໃໝ່ຈໍານວນໜຶ່ງ, ໄດ້ສືບຕໍ່ຍົກລະດັບການພັດທະນາລະບົບສະຖິຕິແຫ່ງຊາດທີ່ນຳໃຊ້ເຄື່ອງມືICTເຂົ້າໃນລະບົບການເກັບກຳ,ການສຳຫຼວດ ແລະ ການຜະລິດຂໍ້ມູນສະຖິຕິທາງການທີ່ຮັບປະກັນມາດຕະຖານສາກົນ.ໄດ້ປັບປຸງລະບອບວິທີການການຄິດໄລ່ອັດຕາການເຕີບໂຕເສດຖະກິດ,ລວມຍອດຜະລິດຕະພັນພາຍໃນ,ດັດຊະນີລາຄາຜູ້ຊົມໃຊ້ຂອງສປປລາວ.ໄດ້ປະສານສົມທົບກັບບັນດາຂະແໜງການແລະທ້ອງຖິ່ນປັບປຸງລະບອບການລາຍງານສະຖິຕິເສດຖະກິດ,ສະຖິຕິສັງຄົມລວມທັງບົດບາດຍິງຊາຍ,ສະຖິຕິສິ່ງແວດລ້ອມແລະຄວາມໝັ້ນຄົງເພື່ອລາຍງານປະຈຳເດືອນ,ໄຕມາດ,ປະຈຳປີເປັນລະບົບແລະໄວຂຶ້ນ. ພວກເຮົາໄດ້ສໍາເລັດການສຳຫຼວດວິສາຫະກິດປະຈຳງວດປີ 2023ທີ່ຈະເປັນພື້ນຖານ ໃນການສ້າງສະຖິຕິທະບຽນວິສາຫະກິດ (SBR), ສຳເລັດການສຳຫຼວດ ດັດຊະນີໝາຍສັງຄົມ (LSIS III), ການສຳຫຼວດໂພຊະນາການ ຊຶ່ງເປັນຖານຂໍ້ມູນທີ່ສຳຄັນໃຫ້ແກ່ລະບົບຂໍ້ມູນຂ່າວສານດ້ານໂພສະນາການ (NIPN) ແລະ ສຳເລັດການກະກຽມເອກະສານໂຄງການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ Vໂດຍໄດ້ຈັດກອງປະຊຸມຄະນະຊີ້ນຳລະດັບຊາດຄັ້ງປະຖົມະລືກໃນເດືອນ ມິຖຸນາ 2023;ກອງປະຊຸມລະດົມການມີສ່ວນຮ່ວມ ແລະ ລະດົມທຶນ ໃນການຈັດຕັ້ງປະຕິບັດການສໍາຫຼວດ ກ່ອນກ້າວໄປສູ່ກອງປະຊຸມໂຕະມົນຫວ່າງມໍ່ໆມານີ້ໃນ  ວັນທີ 6 ກຸມພາ 2024.ພ້ອມນັ້ນ, ພວກເຮົາຍັງເປັນຈຸດປະສານງານ ແລະ ໃຈກາງ ໃນການຕອບສະໜອງຂໍ້ມູນເຂົ້າໃນບົດລາຍງານແຫ່ງຊາດແບບສະໝັກໃຈ ຂອງ ສປປ ລາວ ຊຶ່ງປັດຈຸບັນນີ້ ຂໍລາຍງານໃຫ້ບັນດາທ່ານຊາບວ່າ ພວກເຮົາກໍາລັງກະກຽມເຫຼັ້ມທີ3 ຊຶ່ງຕາມແຜນ ແມ່ນໃຫ້ສໍາເລັດບົດລາຍງານທາງດ້ານສະຖິຕິ ໃນທ້າຍເດືອນ ກຸມພາ 2024 ແລະ ດໍາເນີນຕາມຂະບວນການສ້າງບົດລາຍງານສຸດທ້າຍ ໃຫ້ສໍາເລັດໃນເດືອນມິຖຸນາ ແລະ ນໍາສະເໜີ ທີ່ກອງປະຊຸມຂັ້ນສູງ (HLPF) ຢູ່ສະຫະປະຊາຊາດ ໃນເດືອນ ກໍລະກົດ 2024 ທີ່ຈະມາເຖິງນີ້. 
ຄຽງຄູ່ກັບການປະຕິບັດໜ້າທີ່ການຜະລິດ ແລະ ເຜີຍແຜ່ ຍັງໄດ້ເພີ່ມທະວີວຽກງານການຮ່ວມມືໂດຍປະຕິບັດພັນທະ ແລະ ເຂົ້າຮ່ວມກອງປະຊຸມຕ່າງໆຂອງສາກົນໂດຍສະເພາະແມ່ນກອງປະຊຸມຄະນະກໍາມະການສະຖິຕິອາຊຽນຄັ້ງທີ 13,ກອງປະຊຸມປະຈໍາປີ ຄັ້ງທີ 54 ຂອງຄະນະກໍາມາທິການດ້ານສະຖິຕິຂອງສະຫະປະຊາຊາດ ແລະ ກອງປະຊຸມຄະນະກໍາມາທິການເສດຖະກິດ-ສັງຄົມ ສໍາລັບ ອາຊີ-ປາຊີຟິກ. 
ສູນສະຖິຕິແຫ່ງຊາດ ກໍາລັງຢູ່ໃນໄລຍະຂຸ້ນຂ້ຽວຈັດຕັ້ງປະຕິບັດ 2ປີ ສຸດທ້າຍ ຂອງແຜນຍຸດທະສາດ ພັດດທະນາລະບົບສະຖິຕິແຫ່ງຊາດ ເພື່ອໃຫ້ບັນລຸການຜະລິດ ແລະ ການເຜີຍແຜ່ ໃນເງື່ອນໄຂໃໝ່ ແນໃສ່ການຍົກສູງບົດບາດຂອງຕົນ ກໍຄືການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມແລະ ຜູ້ນໍາໃຊ້ ຕໍ່ຄຸນນະພາບຂອງຂໍ້ມູນສະຖິຕິ ແລະ ການນໍາໃຊ້ຂໍ້ມູນດັ່ງກ່າວເຂົ້າໃນການວາງນະໂຍບາຍ, ການວາງແຜນ ແລະ ຕິດຕາມຜົນສໍາເລັດໃນການຈັດຕັ້ງປະຕິບັດ.ການປັບປຸງລະບົບສະຖິຕິແຫ່ງຊາດ ແມ່ນເນັ້ນໃສ່ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການລາຍງານຂໍ້ມູນລະບົບບໍລິຫານຂອງບັນດາແຂວງ, ກະຊວງ,ຂະແໜງການ ແລະ ທ້ອງຖິ່ນຕາມກົດໝາຍວ່າດ້ວຍສະຖິຕິ, ຄໍາສັ່ງ ເລກທີ 19/ນຍ ແລະ ຂໍ້ຕົກລົງ 1544/ຜທ. ໂດຍການສົມທົບກັບທຸກພາກສ່ວນ ແລະ ຊັບພະຍາກອນ ທີ່ມີ ຈາກການສະໜັບສະໜູນ ຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ, ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ໄດ້ສືບຕໍ່ນໍາພາຊີ້ນໍາໃນການຕິດຕາມ, ຊຸກຍູ້ ແລະ ຈັດຕັ້ງປະຕິບັດແຜນງານການຜະລິດຂໍ້ມູນຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດເປັນຕົ້ນແມ່ນການເກັບກຳຂໍ້ມູນສະຖິຕິປະຈຳງວດ, ປະຈຳປີໃຫ້ເປັນປົກກະຕິ ໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງຂະແໜງການຕ່າງໆທັງສູນກາງ ແລະທ້ອງຖິ່ນ, ກໍ່ສ້າງພັດທະນາຊັບພະຍາກອນມະນຸດ,ການສ້າງຖານຂໍ້ມູນແລະການຄຸ້ມຄອງບໍລິຫານວຽກງານສະຖິຕິ;ຈັດຕັ້ງປະຕິບັດວຽກງານການຜະລິດແລະເຜີຍແຜ່ວຽກງານສະຖິຕິໃຫ້ກວ້າງຂວາງ ເລິກເຊິ່ງທັງພາຍໃນ ແລະ ຕ່າງປະເທດພ້ອມທັງປັບປຸງກົນໄກການເຂົ້າເຖິງ, ຊ່ອງທາງ, ຮູບການການເຜີຍແຜ່ໃຫ້ຫຼາຍຂຶ້ນ ແລະການເຊື່ອມຖານຂໍ້ມູນສະຖິຕິກັບຂະແຫນງການເພື່ອສ້າງເປັນຖານຂໍ້ມູນລວມສູນແຫ່ງຊາດທີ່ສາມາດຕອບສະໜອງຂໍ້ມູນທີ່ເປັນເອກະພາບຮັບໃຊ້ການປະເມີນທ້າຍສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີIXແລະກະກຽມແຜນການ 5ປີ ຄັ້ງທີX.
ພ້ອມກັນນັ້ນ, ກໍສືບຕໍ່ດຳເນີນການເກັບກຳຂໍ້ມູນພາກສະໜາມຂອງການສໍາຫຼວດການຊົມໃຊ້ແລະ ການໃຊ້ຈ່າຍຄົວເຮືອນ ຄັ້ງທີ VII ແຕ່ເດືອນ 1 ຫາເດືອນ12 ປີ2024,ກະກຽມການສໍາຫຼວດແຮງງານປະຈໍາປີ 2024,ການສໍາຫຼວດເສດຖະກິດ 2024,ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີV ໃນປີ 2025 ໂດຍສະເພາະແມ່ນການກໍານົດ ເຂດສໍາຫຼວດ ແລະ ຂຶ້ນບັນຊີ ໂດຍນໍາໃຊ້ພາບຖ່າຍດາວທຽມ; ແລະສືບຕໍ່ຈັດຕັ້ງປະຕິບັດວຽກງານອື່ນໆ ທີ່ໄດ້ກໍານົດຢູ່ໃນແຜນຍຸດທະສາດພັດທະນາລະບົບສະຖິຕິແຕ່ນີ້ຮອດປີ 2025,ລວມທັງການກະກຽມເປັນເຈົ້າພາບກອງປະຊຸມປະຊາຄົມສະຖິຕິອາຊຽນ ປີ 2024 ແລະ ເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 55 ຂອງຄະນະກໍາມາທິການດ້ານສະຖິຕິຂອງສະຫາປະຊາຊາດ. ພິເສດ, ແມ່ນຊຸກຍູ້ຕິດຕາມຮັບຮອງດໍາລັດວ່າດ້ວຍລະຫັດສາລະບານສະຖິຕິ ຊຶ່ງຈະເປັນບ່ອນອີງໃນການກ້າວໄປສູ່ຄວາມເອກະພາບ ແລະ ຄຸນນະພາບໃນການຜະລິດຂໍ້ມູນ.  ສືບຕໍ່ຈັດຕັ້ງປະຕິບັດ ແລະ ຂະຫຍາຍກອບທາງດ້ານວິຊາການ ແລະ ແລກປ່ຽນກັບອົງການສະຖິຕິ ຂອງບັນດາປະເທດອາຊຽນ ແລະ ປະເທດອື່ນໆໃນຂົົງເຂດ ແລະ ພາກພື້ນຕາມເງື່ຶນໄຂຄວາມເປັນຈິງ.ກະກຽມສ້າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ ແລະ ຍືນຍົງ 10 ປີ ຄັ້ງທີ III,  2026-2035 ແລະ ວິໄສທັດຮອດ 2040 ເພື່ອສະເໜີອະນຸມັດຈາກລັດຖະບານ.
ປັດຈຸບັນ, ສູນສະຖິຕິແຫ່ງຊາດໄດ້ຮັບການສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງໃນຂົງເຂດສະຖິຕິສິ່ງແວດລ້ອມ ຈາກລັດຖະບານລຸກຊຳບວກ(LLPS2 2021-2026),ໂຄງການສະຖິຕິບົດບາດຍິງຊາຍຈາກການຊ່ວຍເຫຼືອຂອງທະນາຄານພັດທະນາອາຊີ(ADB) ແລະໄດ້ເລີ່ມຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງລະບົບສະຖິຕິແຫ່ງຊາດໄລຍະ 2(LAOSTATII) ປີ (2023-2028) ພາຍໃຕ້ເງິນກູ້ຈາກທະນາຄານໂລກ ເພື່ອຍົກລະດັບການພັດທະນາລະບົບສະຖິຕິແຫ່ງຊາດຂອງປະເທດລາວ.ການສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງໃນຂົງເຂດສະຖິຕິສິ່ງແວດລ້ອມ ຈາກລັດຖະບານລຸກຊຳບວກ(LLPS2 2021-2026), ໄດ້ເປັນສ່ວນໜຶ່ງທີ່ສໍາຄັນ ເຮັດໃຫ້ສູນສະຖິຕິແຫ່ງຊາດ ຍົກສູງບົດບາດໃນການເປັນໃຈກາງຈັດຕັ້ງປະຕິບັດວຽກງານການຜະລິດຂໍ້ມູນສະຖິຕິ ເພື່ອຊຸກຍູ້ການຫັນປ່ຽນໃໝ່ໂດຍສະເພາະສະຖິຕິສິ່ງແວດລ້ອມ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ລັດຖະບານແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນຢ່າງເປັນທາງການ ໃນວັນທີ 20 ຕຸລານີ້, ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ ທັງເປັນປະທານ ຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານຈາກບັນດາກະຊວງ, ອຳ ນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ແຂກຖືກເຊີນເຂົ້າຮ່ວມ.
ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ໂດຍປະຕິບັດຕາມ ຂໍ້ຕົກລົງຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຫັນດີອະນຸມັດໃຫ້ພະ ນັກງານໄປຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ ປະຈຳປີ 2026 ລະຫວ່າງວັນທີ 18/10-12/12/ 2026 ຈຳນວນ 20 ທ່ານ ຍິງ 6 ທ່ານ. ພິທີເປີດຊຸດຝຶກອົບຮົມຢ່າງເປັນທາງການຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ, ທີ່ສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ ໃຫ້ກຽດເປັນປະທານກ່າວເປີດໂດຍທ່ານ ຟ້າມ ມີງເຊີນ ຫົວໜ້າສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ, ມີທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໃນນາມຫົວໜ້າຄະນະ, ທ່ານ ວັນເພັງ ໄຟຍະມາດ ເລຂາເອກສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄູ-ອາ ຈານ ແລະ ສໍາມະນາກອນເຂົ້າຮ່ວມ.
CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 17 ຕຸລາ ຜ່ານມານີ້, ສູນອາຊີ-ອາຟຣິກາ ແລະ ສະຖານີຢຸນນານຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັນຈັດກິດຈະກໍາ “ສາຍຮູບເງົາກາງແຈ້ງ” ສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ - ລາວ - ມຽນມາ - ໄທ ຢູ່ທ່າເຮືອວຽກງານຕໍາຫຼວດຈິງຮ່າ ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ແຂວງຢຸນນານ ຈີນ. ເຈົ້າໜ້າທີ່ປະຕິບັດກົດໝາຍ 200 ກວ່າທ່ານທີ່ເຂົ້າຮ່ວມການລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ໄດ້ເຕົ້າໂຮມກັນຢູ່ແຄມແມ່ນໍ້າລ້ານຊ້າງ ແລະ ຊົມຮູບເງົາ 8K ເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ທີ່ຖ່າຍທໍາໂດຍ CMG. ແນວຄິດປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ ຮູບເງົາເລື່ອງນີ້ນໍາ ສະເໜີໄດ້ສ້າງຄວາມຮູ້ສຶກຮ່ວມກັນຢ່າງເລິກເຊິ່ງໃນຜູ້ຊົມທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ.
ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 109,000 ໂດລາ ເພື່ອປະຕິບັດ “ໂຄງ ການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ” ພາຍໃຕ້​ໂຄງ​ການຊ່ວຍເຫຼືອ​ຂັ້ນ​ຮາກ​ຖານ(GGP); ໂຄງການມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີ.
30 ປີ ແຫ່ງການສະຖາປະນາ ວັນເອກະພາບປະຊາຊົນຣັດເຊຍ ແລະ ເບລາຣຸສ

30 ປີ ແຫ່ງການສະຖາປະນາ ວັນເອກະພາບປະຊາຊົນຣັດເຊຍ ແລະ ເບລາຣຸສ

ເນື່ອງໃນໂອກາດ ຄົບຮອບ 30 ປີ ແຫ່ງການສະຖາປະນາວັນເອກະພາບຂອງປະຊາຊົນຣັດເຊຍ ແລະ ເບລາຣຸສ ຈັດຂຶ້ນໃນວັນທີ 16 ຕຸລາຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ປະຈຳນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ສປປ ລາວ, ທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ທ່ານ ຄິຣິວ ຄາມີເຊຟ ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ສາທາລະນະລັດເບລາຣຸສ ປະຈຳ ສສ ຫວຽດນາມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ເພີ່ມເຕີມ