ກອງປະຊຸມເຈົ້າໜ້າທີ່ອາວຸໂສເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ

ກອງປະຊຸມເຈົ້າໜ້າທີ່ອາວຸໂສເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ
ໃນວັນທີ 29 ກຸມພາ ນີ້, ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ເຂດສາມ ຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ, ໂດຍການເປັນປະທານ ຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າເຈົ້າໜ້າທີ່ອາວຸໂສເຂດສາມຫຼ່ຽມພັດ ທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ຊຶ່ງມີຄະນະຜູ້ແທນຈາກປະເທດສະມາຊິກ ເຂົ້າຮ່ວມ ຈາກສູນກາງ ແລະ ທ້ອງຖິ່ນ, ພ້ອມທັງບັນດາການນຳ ແລະ ພາກສ່ວນກ່ຽວຂ້ອງ ຈາກ 4 ແຂວງພາກໃຕ້ ຈຳປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ ໃນເຂດສາມຫຼ່ຽມພັດທະນາ ຂອງ ສປປ ລາວ. 
ກອງປະຊຸມ ໄດ້ຕີລາຄາຄືນຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ໃນເຂດສາມຫຼ່ຽມພັດທະນາ ຮອດປີ 2020 ແລະ ສະບັບປັບປຸງໃໝ່ ຮອດປີ 2030, ແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດດ້ານເສດຖະກິດ ຮອດປີ 2030, ແຜນພັດທະນາການທ່ອງທ່ຽວ ເຂດສາມຫຼ່ຽມພັດທະນາ. ພ້ອມດຽວກັນນີ້, ຍັງໄດ້ຮັບຟັງການລາຍງານຜົນຂອງ 4 ກອງປະຊຸມອະນຸກໍາມະການ: ກອງປະຊຸມອະນຸກຳມະການດ້ານຄວາມໝັ້ນຄົງ ແລະ ວຽກງານການຕ່າງປະເທດ, ກອງປະຊຸມອະນຸກຳມະການດ້ານເສດຖະກິດ, ກອງປະຊຸມອະນຸກໍາມະການດ້ານສັງຄົມ ແລະ ສິ່ງແວດ ລ້ອມ  ແລະ ກອງປະຊຸມອະນຸກຳມະການປະສານງານ ລະດັບແຂວງ ແລະ 3 ກິດຈະກໍາປີ່ນອ້ອມ, ເພື່ອທົບທວນຄືນຄວາມຄືບໜ້າ ແລະ ກໍານົດທິດທາງການຮ່ວມມື ໃນແຕ່ລະດ້ານຂອງຂອບການຮ່ວມມືດັ່ງກ່າວ ຊຶ່ງໄດ້ເນັ້ນໃສ່ການສົ່ງເສີມການຄ້າ ແລະ ການລົງທຶນ, ການແລກປ່ຽນວັດທະນະທໍາ ໂດຍຜ່ານກິດຈະກໍາຊາວໜຸ່ມຂອງປະເທດ CLV.
ກອງປະຊຸມໄດ້ຮັບຮອງເອົາບົດບັນທຶກກອງປະຊຸມເຈົ້າໜ້າທີ່ອາວຸໂສ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ເພື່ອລາຍງານຕໍ່ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ໃນວັນທີ 1 ມີນາ  2024.  
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງຕໍ່ໄປ ຈະຈັດຂຶ້ນ ໃນປີ 2026 ທີ່ ສສ ຫວຽດນາມ. 
(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ໃນວັນທີ15 ກໍລະກົດນີ້, ທ່ານ ເມແກັນຈອນສເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະຮ່ວມກັບທ່ານ ຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວແລະອົດສະຕຣາລີແລະການສະໜັບສະໜູນຂອງອົດສະຕຣາລີຕໍ່ຂະແໜງສື່ມວນຊົນຂອງລາວ. ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນແລະ ວັນຊາດ ແຫ່ງ ສາທາລະນະລັດຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ເພີ່ມເຕີມ