ກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານສະຫະພັນກຳມະບານ ແຂວງອຸດົມໄຊ ສະໄໝທີ IX

ກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານສະຫະພັນກຳມະບານ ແຂວງອຸດົມໄຊ ສະໄໝທີ IX
ກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານສະຫະພັນກຳມະບານແຂວງອຸດົມໄຊ ສະໄໝທີ IX ໄດ້ເປີດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ສະຫາຍນາງ ທຸມມາ ປັນຍາສິດ ປະທານສະຫະພັນກຳມະບານແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມມີ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ມີຄະນະບໍລິຫານງານຂັ້ນແຂວງ, ເມືອງ ແລະ ບັນດາຮາກຖານໜ່ວຍອ້ອມຂ້າງແຂວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນການສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນກຳມະບານແຂວງກາງສະໄໝ 2020-2023 ແລະ ທິດທາງແຜນການ 2023-2025 ພ້ອມດຽວກັນນີ້ຍັງໄດ້ຜ່ານມາດຖານ, ເງື່ອນໄຂ, ສິດ, ໜ້າທີ່ ແລະ ຂໍ້ຫ້າມຂອງຄະນະບໍລິຫານງານ, ທາບທາມຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນ, ຄະນະບໍລິຫານງານກຳມະບານແຂວງສະໄໝທີ IX ດ້ວຍການລົງຄະແນນສຽງໃສ່ຮ່າງທາບທາມ, ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວຮອບດ້ານ, ຮ່າງບົດລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂົງເຂດກຳມະບານປີ 2020-2023 ແລະ ທິດທາງແຜນການປີ 2023-2025, ຂໍ້ຕົກລົງຮັບ ຮອງເອົາຄໍາຂວັນຂອງສູນກາງສະຫະພັນກຳມະບານລາວ. ພ້ອມນີ້ຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມອບໃບຢັ້ງຢືນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານລາວ ປະຈຳປີ 2022 ໃຫ້ແກ່ສະຫະພັນກຳມະບານແຂວງອຸດົມໄຊ.
ກອງປະຊຸມໄດ້ມີການປະກອບຄວາມຄິດເຫັນເຂົ້າໃນວຽກງານຕ່າງໆ ໂດຍສະເພາະແມ່ນຄຳຖາມເຈາະຈີ້ມຂອງຂັ້ນເທິງຕໍ່ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສະຫະພັນກຳມະບານແຂວງ ແລະ ບົດສຳຫຼວດບຸກຄົນຕື່ມອີກ.
ຂ່າວ: ແສງອາທິດ

ຄໍາເຫັນ

ຂ່າວການຮ່ວມມື

ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ທີ່ປະເທດໄທ

ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ທີ່ປະເທດໄທ

ຫວ່າງມໍ່ໆມານີ້ ທີ່ບາງກອກ ປະເທດໄທ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດກະຊວງການຕ່າງປະເທດໄດ້ຕາງໜ້າ ສປປ ລາວ ໃນນາມປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ໃຫ້ກຽດ ກ່າວເປີດກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ພາຍໃຕ້ຫົວຂໍ້ “People, Partnership, Progress: Powering GMS Development through Nexus Solutions” ຊຶ່ງມີຜູ້ຕາງໜ້າຈາກພາກລັດ, ພາກເອກະຊົນ, ສະຖາບັນຄົ້ນຄວ້າ ແລະ ອົງການຈັດຕັ້ງທາງສັງຄົມຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ມານດີບ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ມານດີບ

ໃນວັນທີ 23 ກໍລະກົດຜ່ານມານີ້, ທ່ານ ນາງ ວິທະຍາ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານໂມຮາເມັດ ມູອິສຊູ (H.E.Dr.Mohamed Muizzu) ປະທານາທິບໍດີແຫ່ງ ສາທາລະນະລັດ ມານດີບ ທີ່ສໍານັກງານປະທານາທິບໍດີ ນະຄອນຫຼວງມາເລ ສາທາລະນະລັດ ມານດີບ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ມານດີບ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງນິວແດນລີ ສ ອິນເດຍ.
ຊາວຫວຽດນາມຢູ່ແຂວງຊຽງຂວາງ ລະນຶກວັນເສຍອົງຄະ ນັກຮົບຫວຽດນາມ

ຊາວຫວຽດນາມຢູ່ແຂວງຊຽງຂວາງ ລະນຶກວັນເສຍອົງຄະ ນັກຮົບຫວຽດນາມ

ຄະນະຄຸ້ມຄອງຊາວຫວຽດນາມປະຈຳແຂວງຊຽງຂວາງ ຮ່ວມກັບການນຳແຂວງຊຽງຂວາງ ວາງພວງມາລາຢູ່ອານຸສາວະລີ ຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ໃນວັນທີ 27 ກໍລະກົດຜ່ານມາ, ນຳພາໂດຍທ່ານ ເພັດສະໝອນ ດາວົງສອນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີທ່ານ ຖາຍ ວັນ ແອັງ ປະທານຄະນະຄຸ້ມຄອງຊາວຫວຽດນາມ ປະຈຳແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ປະກອບສ່ວນມອບເງິນ 500 ລ້ານກີບ ສົມທົບທຶນປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 12 ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 200 ລ້ານກີບ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຄູນຄຳ. ພິທີມອບ-ຮັບ ຈັດຂຶ້ນໃນວັນທີ 27 ກໍລະກົດນີ້, ທີ່ຫ້ອງວ່າການແຂວງຄຳມ່ວນ ໃຫ້ກຽດຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມອບໂດຍທ່ານ ຫານ ຫຸຍລູ ປະທານບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ກອງປະຊຸມທົບທວນການຮ່ວມມືດ້ານສາທາລະນະສຸກ ແລະ ການດໍາເນີນງານແກ້ໄຂບັນຫາສາທາລະນະສຸກຊາຍແດນ ແລະ ຝຶກຊ້ອມແຜນກຽມຄວາມພ້ອມ ຕອບໂຕ້ພາວະສຸກເສີນດ້ານສາທາລະນະສຸກສອງແຂວງ, ສອງປະເທດ ລະຫວ່າງແຂວງຄໍາມ່ວນ ສປປ ລາວ ແລະ ສາທາລະນະສຸກຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ຈັດຂຶ້ນໃນລະຫວ່າງວັນທີ 23-24 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ, ທ່ານ ປຣີດາ ວອນຫານ ຕາງໜ້າສາທາລະນະສຸກຈັງຫວັດນະຄອນພະນົມ ພ້ອມດ້ວຍພະນັກງານທັງຝ່າຍເຂົ້າຮ່ວມ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ວັນທີ 24 ກໍລະກົດ ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ ແລະ ວັນໄຊຊະນະການເດີນທັບທາງໄກ ຂອງກອງທັບກຳມະກອນ ແລະ ຊາວກະສິກອນຈີນ ຄົບຮອບ 90 ປີ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີສະຫາຍ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ​ ສປ​ ຈີນ ປະຈໍາ​ ສປປ​ ລາວ, ມີຄະນະນຳກະຊວງ ປກຊ-ປກສ, ຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ​ ສປ​ ຈີນ ປະຈໍາ​ ສປປ​ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ຫວ່າງມໍ່ໆມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການ ສ້າງຕັ້ງສະຖາບັນແມ່ນໍ້າຂອງ ທີ່ ບາງກອກ ຣາຊະອານາຈັກໄທ ຊຶ່ງມີບັນດາຜູ້ກໍ່ຕັ້ງ, ຄະນະສະພາ ບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຈາກ ພາກລັດ ແລະ ພາກເອກະຊົນຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງບັນດາຄູ່ ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງພ້ອມພຽງ.
ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ວັນທີ 24 ກໍລະກົດ 2026 ນີ້, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ການນຳເມືອງທຸລະຄົມ ນໍາໂດຍ ສະຫາຍ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງທຸລະຄົມ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມວາງພວງມາລາ - ຈູດທູບທຽນໄວ້ອາໄລເຖິງດວງວິນຍານບັນດາທະຫານອາສາສະໝັກ ນັກຮົບວິລະຊົນ
ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ໃນວັນທີ 23 ກໍລະກົດນີ້ ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ Bakhodir Burkhanov ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.
ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 23 ກໍລະກົດນີ້ ທີ່ ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມຄັ້ງທີ 27, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 33 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 16.
ເພີ່ມເຕີມ