![]() |
ທ່ານ ສົມຫວັງ ພີມມະວົງ ໃຫ້ສຳພາດວ່າ: ກອງປະຊຸມຄັ້ງນີ້ ເປັນການເປີດເວທີລະດັບສາກົນ ເພື່ອແລກປ່ຽນປະສົບການ ແລະ ນະໂຍບາຍ ໃນການຄຸ້ມຄອງປ່າດົງດິບ ໃນພາກພື້ນອາຊີ ແລະ ປາຊີຟິກ, ເຊີ່ງຈະມີການຄົ້ນຄວ້ານະໂຍບາຍ ກ່ຽວກັບການຄຸ້ມຄອງ-ການອານຸລັກ ປ່າດົງດິບ ກໍຄືການອານຸລັກຊີວະນາໆພັນ ໃຫ້ມີຄວາມຍືນຍົງ, ຮັກສາໄດ້ລະບົບນິເວດໃຫ້ມີຄວາມອຸດົມສົມບູນ, ພ້ອມທັງຈະມີການປຶກສາຫາລືກ່ຽວກັບແນວທາງ, ແຜນການຮ່ວມມືຂອງພາກພື້ນອາຊີ ແລະ ປາຊີຟິກໃນຕໍ່ໜ້າ, ເພື່ອຊອກຫາແຫຼ່ງທືນເຂົ້າມາຊ່ວຍຊຸກຍູ້ສົ່ງເສີມວຽກງານ.
ທ່ານກ່າວຕື່ມວ່າ: ປີນີ້ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ເຊິ່ງເປັນຂີດໝາຍສຳຄັນໃຫ້ແກ່ການເສີມຂະຫຍາຍທິດທາງຂອງລັດຖະບານ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ ການປົກປ້ອງປ່າໄມ້ດັ້ງເດີມ ເປັນບູລິມະສິດແຫ່ງຊາດ ແລະ ເປັນການລົງທຶນໄລຍະຍາວ ເພື່ອການພັດທະນາທີ່ຍືນຍົງ, ຄວາມທົນທານຕໍ່ສະພາບອາກາດ, ການອະນຸລັກຊີວະນາໆພັນ ແລະ ການຫຼຸດຜ່ອນ ຄວາມທຸກຍາກຂອງປະຊາຊົນ, ທັງຊຸກຍູ້ໃຫ້ຄາດໝາຍ ການປົກຫຸ້ມຂອງເນື້ອທີ່ປ່າໄມ້ ກວມ 70% ຂອງເນື້ອທີ່ດິນທັງໝົດໃນປະເທດ, ນອກຈາກນັ້ນ, ສປປ ລາວ ຍັງມຸ່ງໝັ້ນທີ່ຈະເພີ່ມເນື້ອທີ່ອະນຸລັກ ແລະ ພູມສັນຖານອະນຸລັກ ໃຫ້ບັນລຸປະມານ 5.8 ລ້ານເຮັກຕາ ພາຍໃນປີ 2030 ເພື່ອໃຫ້ສອດຄ່ອງກັບຍຸດທະສາດຊີວະນາໆພັນແຫ່ງຊາດ ແລະ ພັນທະສາກົນ.
![]() |
ພາບ-ຂ່າວ: ອາພຸດເດດ ບຸບຜາ


ຄໍາເຫັນ