ກອງປະຊຸມພາກທຸລະກິດການສ້າງຕັ້ງກົນໄກການຮ່ວມມື ເຂດຊາຍແດນຈີນ-ລາວ-ໄທ ແລະ ມຽນມາ

ກອງປະຊຸມພາກທຸລະກິດການສ້າງຕັ້ງກົນໄກການຮ່ວມມື ເຂດຊາຍແດນຈີນ-ລາວ-ໄທ ແລະ ມຽນມາ
ໃນໂອກາດຈັດກອງປະຊຸມ 4 ປະເທດ 9 ຝ່າຍຄັ້ງທີ IX ທີ່ເຂດເສດຖະກິດບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ ໃນລະຫວ່າງ ວັນທີ 28-30 ພະຈິກ ຜ່ານມາ ໄດ້ຈັດກອງປະຊຸມສໍາລັບພາກທຸລະກິດ, ໂດຍການເປັນປະທານຂອງ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ, ທ່ານ ຄໍາແສນ ສີສະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີປະທານສະພາບໍລິຫານເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ມີບັນດານັກທຸລະກິດຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ບຸນສົງ ແກ້ວມະນີວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ເຖິງຈຸດປະສົງຂອງກອງປະຊຸມໂດຍສະເພາະແມ່ນການສ້າງຕັ້ງກົນໄກການຮ່ວມມືເຂດຊາຍແດນຈີນ -ລາວ-ໄທ ແລະ ມຽນມາ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມມືກັນທາງດ້ານການຄ້າ, ການລົງທຶນ ແລະ ໂລຈີສຕິກ, ການທ່ອງທ່ຽວ, ການຂົນສົ່ງ ແລະ ການສຶກສາ-ວັດທະນະທໍາ, ການສະເໜີກ່ຽວກັບການພັດທະນາການຄ້າຊາຍແດນ ແລະ ພັດທະນາສົ່ງເສີມ SME ລະຫວ່າງ 4 ປະເທດ 9 ຝ່າຍ ເຂດຊາຍແດນ ໃນໄລຍະຜ່ານມາ; ສະພາບການພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ໃນຖານະທີ່ເປັນຕົວເມືອງໃໝ່ເຂດຊາຍແດນ, ຕັ້ງໜ້າໃນການເຊື່ອມເຂົ້າໃນການຮ່ວມມືຂອງອາຊຽນ, ຈະກາຍເປັນການພັດທະນາທີ່ເຊື່ອມໂຍງທັງການຄົມມະນາຄົມ, ການຂົນສົ່ງ, ກິດຈະການ, ການຄ້າ; ຫຼັງຈາກນັ້ນ ໄດ້ດໍາເນີນ ເວທີສົນທະນາປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ໃນຫົວຂໍ້: ສົ່ງເສີມຜູ້ປະກອບການ SME ການຄ້າຊາຍແດນ ແລະ ຜະລິດຕະພັນ ກະສິກໍາເປັນສິນຄ້າໃນ ເວທີ 4 ປະເທດ 9 ຝ່າຍ ແລະ ເວທີສົນທະນາ ປຶກສາຫາລື ແລກປ່ຽນຄໍາຄິດ ຄໍາເຫັນ ຫົວຂໍ້: ສົ່ງເສີມການທ່ອງທ່ຽວ ແບບຍືນຍົງ ຈາກນັ້ນກອງປະຊຸມກໍໄດ້ເຊັນສັນຍາການລົງທຶນຂອງເຂດເສດຖະກິດພິເສດບໍ່ເຕ່ນແດນງາມກັບຄູ່ຮ່ວມທຸລະກິດ.
ໂອກາດນີ້, ບັນດາທ່ານຜູ້ແທນກໍໄດ້ໄປທ່ຽວຊົມງານວາງສະແດງສິນຄ້າ, ຜະລິດຕະພັນພາຍໃນແຂວງຫຼວງນໍ້າທາ, ທ່ຽວຊົມສະຖານີລົດໄຟບໍ່ເຕ່ນ, ຢ້ຽມຊົມບັນດາບໍລິສັດໂລຈີສຕິກ, ສະຖານທີ່ທ່ອງທ່ຽວວັດທະນະທໍາ ແລະ ສູນຈໍາລອງເຂດເສດຖະກິດບໍ່ເຕ່ນແດນງາມຕື່ມອີກ.
(ຂ່າວ-ພາບ: ມຸນຕີ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ວັນສີ ກົວມົວ ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງພັກກອມມູນິດຫວຽດນາມ

ທ່ານ ວັນສີ ກົວມົວ ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງພັກກອມມູນິດຫວຽດນາມ

ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບ ທ່ານ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານ ກົງສ້ານຂອງພັກກອມມູນິດຫວຽດນາມ, ພ້ອມຄະນະເຂົ້າຢ້ຽມຂໍ່ານັບໃນວັນທີ 28 ກໍລະກົດນີ້ ທີ່ສຳນັກງານຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນ ລະຫວ່າງວັນທີ 27 ກໍລະກົດ ຫາ 2 ສິງຫານີ້.
ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ແລະ ກອງປະຊຸມ AAWC ຄັ້ງທີ 9

​ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 ພ້ອມດ້ວຍກອງປະຊຸມສະພາທີ່ປຶກສາກ່ຽວກັບບັນຫານ້ຳ ຂອງລັດຖະສະພາອາຊີ (AAWC) ຄັ້ງທີ 9 ຢ່າງເປັນທາງການ ໃນວັນທີ 28 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ.
ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມອຳລາ

ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມອຳລາ

ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ນາງ ເມລານີ ລຸຍສ ບາໂລ ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ໃນວັນທີ 28 ກໍລະກົດນີ້ ທີ່ທໍານຽບປະທານປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ທີ່ປະເທດໄທ

ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ທີ່ປະເທດໄທ

ຫວ່າງມໍ່ໆມານີ້ ທີ່ບາງກອກ ປະເທດໄທ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດກະຊວງການຕ່າງປະເທດໄດ້ຕາງໜ້າ ສປປ ລາວ ໃນນາມປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ໃຫ້ກຽດ ກ່າວເປີດກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ພາຍໃຕ້ຫົວຂໍ້ “People, Partnership, Progress: Powering GMS Development through Nexus Solutions” ຊຶ່ງມີຜູ້ຕາງໜ້າຈາກພາກລັດ, ພາກເອກະຊົນ, ສະຖາບັນຄົ້ນຄວ້າ ແລະ ອົງການຈັດຕັ້ງທາງສັງຄົມຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ມານດີບ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ມານດີບ

ໃນວັນທີ 23 ກໍລະກົດຜ່ານມານີ້, ທ່ານ ນາງ ວິທະຍາ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານໂມຮາເມັດ ມູອິສຊູ (H.E.Dr.Mohamed Muizzu) ປະທານາທິບໍດີແຫ່ງ ສາທາລະນະລັດ ມານດີບ ທີ່ສໍານັກງານປະທານາທິບໍດີ ນະຄອນຫຼວງມາເລ ສາທາລະນະລັດ ມານດີບ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ມານດີບ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງນິວແດນລີ ສ ອິນເດຍ.
ຊາວຫວຽດນາມຢູ່ແຂວງຊຽງຂວາງ ລະນຶກວັນເສຍອົງຄະ ນັກຮົບຫວຽດນາມ

ຊາວຫວຽດນາມຢູ່ແຂວງຊຽງຂວາງ ລະນຶກວັນເສຍອົງຄະ ນັກຮົບຫວຽດນາມ

ຄະນະຄຸ້ມຄອງຊາວຫວຽດນາມປະຈຳແຂວງຊຽງຂວາງ ຮ່ວມກັບການນຳແຂວງຊຽງຂວາງ ວາງພວງມາລາຢູ່ອານຸສາວະລີ ຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ໃນວັນທີ 27 ກໍລະກົດຜ່ານມາ, ນຳພາໂດຍທ່ານ ເພັດສະໝອນ ດາວົງສອນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີທ່ານ ຖາຍ ວັນ ແອັງ ປະທານຄະນະຄຸ້ມຄອງຊາວຫວຽດນາມ ປະຈຳແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ປະກອບສ່ວນມອບເງິນ 500 ລ້ານກີບ ສົມທົບທຶນປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 12 ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 200 ລ້ານກີບ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຄູນຄຳ. ພິທີມອບ-ຮັບ ຈັດຂຶ້ນໃນວັນທີ 27 ກໍລະກົດນີ້, ທີ່ຫ້ອງວ່າການແຂວງຄຳມ່ວນ ໃຫ້ກຽດຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມອບໂດຍທ່ານ ຫານ ຫຸຍລູ ປະທານບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ກອງປະຊຸມທົບທວນການຮ່ວມມືດ້ານສາທາລະນະສຸກ ແລະ ການດໍາເນີນງານແກ້ໄຂບັນຫາສາທາລະນະສຸກຊາຍແດນ ແລະ ຝຶກຊ້ອມແຜນກຽມຄວາມພ້ອມ ຕອບໂຕ້ພາວະສຸກເສີນດ້ານສາທາລະນະສຸກສອງແຂວງ, ສອງປະເທດ ລະຫວ່າງແຂວງຄໍາມ່ວນ ສປປ ລາວ ແລະ ສາທາລະນະສຸກຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ຈັດຂຶ້ນໃນລະຫວ່າງວັນທີ 23-24 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ, ທ່ານ ປຣີດາ ວອນຫານ ຕາງໜ້າສາທາລະນະສຸກຈັງຫວັດນະຄອນພະນົມ ພ້ອມດ້ວຍພະນັກງານທັງຝ່າຍເຂົ້າຮ່ວມ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ວັນທີ 24 ກໍລະກົດ ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ ແລະ ວັນໄຊຊະນະການເດີນທັບທາງໄກ ຂອງກອງທັບກຳມະກອນ ແລະ ຊາວກະສິກອນຈີນ ຄົບຮອບ 90 ປີ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີສະຫາຍ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ​ ສປ​ ຈີນ ປະຈໍາ​ ສປປ​ ລາວ, ມີຄະນະນຳກະຊວງ ປກຊ-ປກສ, ຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ​ ສປ​ ຈີນ ປະຈໍາ​ ສປປ​ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ຫວ່າງມໍ່ໆມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການ ສ້າງຕັ້ງສະຖາບັນແມ່ນໍ້າຂອງ ທີ່ ບາງກອກ ຣາຊະອານາຈັກໄທ ຊຶ່ງມີບັນດາຜູ້ກໍ່ຕັ້ງ, ຄະນະສະພາ ບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຈາກ ພາກລັດ ແລະ ພາກເອກະຊົນຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງບັນດາຄູ່ ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ