![]() |
ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງດັ່ງກ່າວ, ໂດຍຜູ້ຕາງໜ້າພິເສດຂອງປະທານອາຊຽນ ກ່ຽວກັບ ມຽນມາ. ພ້ອມນີ້, ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ລັດຖະມົນຕີຕ່າງປະເທດຂອງ ຟິລິບປິນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າພິເສດຂອງປະທານອາຊຽນ. ກອງປະຊຸມ ໄດ້ປຶກສາຫາລືແນວທາງໃນຕໍ່ໜ້າເພື່ອຊ່ວຍເຫຼືອ ມຽນມາ ຊອກຫາວິທີທາງແກ້ໄຂວິກິດການໃນ ມຽນມາ ແບບສັນຕິວິທີ ແລະ ຍືນຍົງ, ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ, ສູນປະສານງານການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ໄພພິບັດອາຊຽນ (AHA Centre).
ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ