ກອງປະຊຸມສຳມະນາກອງເລຂາອິນເຕີເນັດ ຂອບການຮ່ວມມື FEALAC ຄັ້ງທີ 16

ກອງປະຊຸມສຳມະນາກອງເລຂາອິນເຕີເນັດ ຂອບການຮ່ວມມື FEALAC ຄັ້ງທີ 16

ກອງປະຊຸມສຳມະນາກອງເລຂາອິນເຕີເນັດ ຂອບການຮ່ວມມື FEALAC ຄັ້ງທີ 16
ໃນລະຫວ່າງວັນທີ 8 -9 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມສຳມະນາກອງເລຂາອິນເຕີເນັດ ຄັ້ງທີ 16 ຂອງຂອບການຮ່ວມມືເວທີປຶກສາຫາລືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC)
ກອງປະຊມສຳມະນາກອງເລຂາອນເຕເນດ ຂອບການຮວມມ FEALAC ຄງທ 16 - image 1
 

 

 ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້: ການຮ່ວມມືຂອງປະເທດສະມາຊິກ FEALAC ໃນຍຸກແຫ່ງປັນຍາປະດິດ” (FEALAC Cooperation in the Era of Artificial Intelligence) ໂດຍການເປັນເຈົ້າພາບຂອງກະຊວງການຕ່າງປະເທດ ສ ເກົາຫຼີ ແລະ ມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກ FEALAC ທັງສອງພາກພື້ນຢ່າງພ້ອມພຽງ ເຊັ່ນ: ສ ເກົາຫຼີ, ມົງໂກລີ, ເມັກຊິກ, ໂກລົມບີ, ສິງກະໂປ, ສປປ ລາວ, ຟີລິບປິນ, ຈີເລ, ຍີ່ປຸ່ນ, ມາເລເຊຍ ແລະ ສປ ຈີນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເນັ້ນໃສ່ການປຶກສາຫາລື ກ່ຽວກັບບັນຫາການເຕີບໂຕຢ່າງສຳຄັນຂອງວຽກງານປັນຍາປະດິດ ແລະ ບົດບາດຂອງປັນຍາປະດິດ ໃນການຂັບເຄື່ອນການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ ຊຶ່ງບັນດາຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນກ່ຽວກັບຍຸດທະສາດແຫ່ງຊາດໃນການສົ່ງເສີມວຽກງານປັນຍາປະດິດ, ຊອກຫາຊ່ອງທາງໃນການຮ່ວມມືກັນ ລະຫວ່າງ ພາກພື້ນອາຊີຕາເວັນອອກ ແລະ ອາເມລິກາລາຕິນ ເພື່ອຮັບປະກັນທາງດ້ານຜົນປະໂຫຍດຂອງປັນຍາປະດິດ ຢ່າງກວ້າງຂວາງ ແລະ ສະເໝີພາບ. ໃນໂອກາດດັ່ງກ່າວ, ທ່ານ ສົມບູນ ສີຫານາດ ໄດ້ຂຶ້ນນຳສະເໜີບົດ ກ່ຽວກັບ ແຜນຍຸດທະສາດແຫ່ງຊາດ ແລະ ຂໍ້ລິເລີ່ມໃນການຮ່ວມມືວຽກງານປັນຍາປະດິດຂອງ ສປປ ລາວ, ຊຶ່ງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານປັນຍາປະດິດ ແລະ ວິໄສທັດຂອງລັດຖະບານ ລວມທັງການຮ່ວມມືກັບບັນດາຄູ່ຮ່ວມມືຍຸດທະສາດທີ່ສຳຄັນ ເພື່ອເປັນຂົວຕໍ່ໃນການຮ່າງແຜນຍຸດທະສາດແຫ່ງຊາດໃນການສົ່ງເສີມວຽກງານປັນຍາປະດິດ ຂອງ ສປປ ລາວ. ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສົມບູນ ສີຫານາດ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປະເທດປະສານງານພາກພື້ນ ຂອງຂອບການຮ່ວມມື FEALAC ປະຈຳປີ 2026 (FEALAC Interim Coordination Meeting)

ກອງປະຊມສຳມະນາກອງເລຂາອນເຕເນດ ຂອບການຮວມມ FEALAC ຄງທ 16 - image 2
 

ໂດຍການເປັນປະທານຮ່ວມ ລະຫວ່າງ ມົງໂກລີ (ປະເທດປະສານງານພາກພື້ນອາຊີຕາເວັນອອກ) ແລະ ສ ໂດມິນິກັນ (ປະເທດປະສານງານພາກພື້ນອາເມລິກາລາຕິນ ແລະ ມີ 5 ປະເທດສະມາຊິກ FEALAC Troika (ມົງໂກລີ, ສ ໂດມິນິກັນ, ສປປ ລາວ, ກົວເຕມາລາ, ສ ເກົາຫຼີ) ແລະ ປະທານໜ່ວຍງານວິຊາການຈຳນວນໜຶ່ງເຂົ້າຮ່ວມ. ຈຸດປະສົງ ເພື່ອຮັບຟັງການລາຍງານຜົນຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 10 ໃນປີ 2025 ຜ່ານມາ, ການລາຍງານຂອງປະທານໜ່ວຍງານວິຊາການ, ການນຳໃຊ້ກອງທຶນ FEALAC ແລະ ກິດຈະກໍາຂອງກອງເລຂາອິນເຕີເນັດ FEALAC ລວມທັງທິດທາງແຜນການຮ່ວມມືໃນຕໍ່ໜ້າ. ໂອກາດນີ້, ທ່ານ ສົມບູນ ສີຫານາດ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຄວາມສຳຄັນຂອງຂອບການຮ່ວມມື FEALAC ໃນຕະຫຼອດ 26 ປີຜ່ານມາ ຊຶ່ງເປັນເວທີທີ່ສໍາຄັນຕໍ່ການເຊື່ອມໂຍງສອງພາກພື້ນຕະຫຼອດມາ, ແນວໃດກໍຕາມ ສປປ ລາວ ເຫັນວ່າ FEALAC ຈະຕ້ອງທົບທວນຄືນບັນດາເອກະສານຕ່າງໆ ທີ່ໄດ້ຮັບຮອງຮ່ວມກັນເພື່ອຊຸກຍູ້ບັນດາຂໍ້ລິເລີ່ມຕ່າງໆ ໃຫ້ເປັນຮູບປະທຳຫຼາຍຂຶ້ນ.

ກອງປະຊມສຳມະນາກອງເລຂາອນເຕເນດ ຂອບການຮວມມ FEALAC ຄງທ 16 - image 3
 

ພ້ອມດຽວກັນ, ກໍສະແດງຄວາມຂອບໃຈຕໍ່ ສ ໂດມິນິກັນ ແລະ ມົງໂກລີ ໃນການເຮັດໜ້າທີ່ປະເທດປະສານງານຢ່າງຫ້າວຫັ້ນ ແລະ ຫວັງວ່າພາກພື້ນອາເມຣິກາລາຕິນ ຈະສາມາດກຳນົດປະເທດປະສານງານໃໝ່ ເພື່ອມາຮັບໜ້າທີ່ຕໍ່ຈາກ ສ ໂດມິນິກັນ ໃນເວລາທີ່ເໝາະສົມ. ກອງປະຊຸມສຳມະນາກອງເລຂາອິນເຕີເນັດ ແມ່ນຈັດຂຶ້ນເປັນປະຈຳທຸກປີ ໂດຍການເປັນເຈົ້າພາບຂອງ ສ ເກົາຫຼີ ຊຶ່ງຖືເປັນເວທີທີ່ສຳຄັນໃນການເຕົ້າໂຮມບັນດາປະເທດສະມາຊິກ ແລະ ຂັບເຄື່ອນຂອບການຮ່ວມມື FEALAC ລວມທັງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິິບັດຂໍ້ລິເລີ່ມ ແລະ ກິດຈະກໍາຕ່າງໆໃຫ້ມີໝາກຜົນເປັນຮູບປະທຳຫຼາຍຂຶ້ນ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ ແຂວງອັດຕະປື.
ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະ ການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນ ຄັ້ງທີ 24 (The 24th International Meeting of Communist and Workers’ Parties) ແລະ ກອງປະຊຸມສຳມະນາສາກົນ ຄັ້ງທີ I“ຟີແດນ: ມູນເຊື້ອ ແລະ ອະນາຄົດ” (The 1st International Colloquium “Fidel: Legacy and Future”)ແຕ່ວັນທີ 7-12 ສິງຫາ 2026 ທີ່ ນະຄອນຫຼວງລາຮາວານ, ສ ກູບາ ໂດຍມີບັນດາພັກການເມືອງໃນທົ່ວໂລກ ເຂົ້າຮ່ວມຫຼາຍກວ່າ 48 ພັກການເມືອງ.
ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ໃນວັນທີ 13 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາລາວ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 76 ປີ ( 13/8/1950-13/8/2026) ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ໃນນາມຜູ້ຕາງໜ້າພິເສດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກໍາມະກອນ ແລະ ສໍາມະນາສາກົນ ຢູ່ ສ ກູບາ ແຕ່ວັນທີ 4-12 ສິງຫາ 2026.
ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ໃນວັນທີ 11 ສິງຫານີ້ ທີ່ໂຮງເເຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຄົບຮອບ 16 ປີ(1/8/2010-1/8/2026), ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈຳການ ຄຊກລ ແລະ ມີບັນດາທ່ານທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານລັດຖະບານ ແລະ ນັກສຶກສາເຂົ້າຮ່ວມ ຈຳນວນ 200 ຄົນ.
ສະຫາຍ ເຈີນ ເກີມ ຕູ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ສະຫາຍ ເຈີນ ເກີມ ຕູ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 12 ສິງຫາ ນີ້ ທີ່ ຫໍປະຊຸມແຫ່ງຊາດ, ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເຈີນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ ຜ່ານມາ.
ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຊັ່ນ: ສະຖານທູດຈີນ, ກູບາ, ອິນໂດເນເຊຍ, ຣັດເຊຍ, ຮົງກາລີ, ຕວັກກີ, ການາດາ, ມຽນມາ, ເຢຍລະມັນ, ມົງໂກລີ, ຕີມໍ, ຟີລິບປິນ, ອາເມຣິກາ, ຝຣັ່ງ, ອົສຕຣາລີ, ສປປ ເກົາຫຼີ, ສະວິດເຊີແລນ, ບຣູໄນ, ຍີ່ປຸ່ນ, ສ ເກົາຫຼີ, ມາເລເຊຍ, ສິງກະໂປ, ລຸກຊຳບວກ, ອິນເດຍ, ສະມາຄົມມິດຕະພາບມຽນມາ-ລາວ, ທະນາຄານພັດທະນາອາຊີ (ADB), ສະຫະພາບເອີຣົບ, ຫ້ອງການສະ ຫະປະຊາຊາດປະຈຳລາວ, ທະນາຄານໂລກ ໄດ້ມາວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ; ນອກຈາກນີ້, ສະຖານເອກອັກຄະຣາຊາທູດ ແຫ່ງ ຣາສະອານາຈັກໄທ ປະຈຳ ສປປ ລາວ ກໍໄດ້ນຳເອົາ ພວງມາລາ ພະຣາສະທານສົມເດັດພະກະນິດຖາຣາດເຈົ້າກົມສົມເດັດພະເທບພະຣັດຣາດຊະສຸດາ ສະຫຍາມບໍຣົມມະຣາດສະກຸມມາຣີ, ພວງມາລາຂອງ ນາຍົກລັດ ຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາສະອານາຈັກໄທ, ກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ, ປະທານສະມາຄົມໄທ-ລາວເພື່ອມິດຕະພາບ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງ ພັກ-ລັດ ແລະ ຫົວໜ່ວຍທຸລະກິດ ແລະ ປະຊາຊົນຂັ້ນຕ່າງໆ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະ​ຫາຍ ໄຊສົມພອນ ພົມວິຫານກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດລາວ, ໄດ້ເຖິງແກ່ມໍລະນະກຳໃນເວ​ລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026, ຖືເປັນການສູນເສຍອັນໃຫຍ່ຫຼວງ ບໍ່ພຽງແຕ່ຕໍ່ກັບ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ, ຫາກຍັງໄດ້ຝາກຄວາມອາໄລຮັກ ແລະ ໂສກເສ້າເສຍດາຍຢ່າງສຸດຊຶ້ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ອີກດ້ວຍ.
ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້, ທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແລະ ສະພາຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະຜູ້ແທນຂັ້ນສູງຈາກກຳປູເຈຍ ນຳພາໂດຍ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ເພີ່ມເຕີມ