ກອງປະຊຸມເສີມສ້າງຊາຍແດນສັນຕິພາບມິດຕະພາບ

ກອງປະຊຸມເສີມສ້າງຊາຍແດນສັນຕິພາບມິດຕະພາບ
ກອງປະຊຸມເສີມສ້າງຊາຍແດນສັນຕິພາບມິດຕະພາບລາວ-ກຳປູເຈຍຄັ້ງທີ3ຈັດຂຶ້ນຢ່າງເປັນທາງການຝ່າຍລາວນຳໂດຍທ່ານຄຳໄຫຼສີປະເສີດກຳມະການສູນກາງພັກຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດຝ່າຍກຳປູເຈຍນຳໂດຍທ່ານແຍມວາລີກຳມະການສູນກາງພັກປະຊາຊົນກຳປູເຈຍຮອງປະທານສະພາແນວໂຮມສາມັກຄີພັດທະນາມາຕຸພູມຣາຊະອານາຈັກກຳປູເຈຍ, ເຂົ້າຮ່ວມມີທ່ານສາຍທອງໄຊຍະວົງຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງຈຳປາສັກ, ມີຜູ້ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະກຳມະການຊາຍແດນແຫ່ງຊາດກະຊວງການຕ່າງປະເທດ, ທະຫານຊາຍແດນກະຊວງປ້ອງກັນປະເທດ,  ພ້ອມດ້ວຍຄະນະຜູ້ແທນສອງຝ່າຍລາວ-ກຳປູເຈຍເຂົ້າຮ່ວມທີ່ເມືອງໂຂງແຂວງຈຳປາສັກ, ໃນວັນທີ3ຕຸລາ ນີ້.
ໃນກອງປະຊຸມຄັ້ງນີ້,ທັງສອງຝ່າຍໄດ້ທົບທວນການຜັນຂະຫຍາຍຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງຄະນະກຳມະການສູນກາງແນວລາວສ້າງຊາດແລະສະພາແນວໂຮມສາມັກຄີພັດທະນາມາຕຸພູມຣາຊະອານາຈັກກຳປູເຈຍໄລຍະ2019-2023ແລະບົດລົງນາມການຮ່ວມມືທີ່ໄດ້ລົງນາມປີ2020ທີ່ແຂວງຊຽງແຕງຣາຊະອານາຈັກກຳປູເຈຍ, ຕີລາຄາຜົນການຈັດຕັ້ງປະຕິບັດຖະແຫຼງການຮ່ວມກອງປະຊຸມເສີມສ້າງຊາຍແດນສັນຕິພາບມິດຕະພາບຄັ້ງທີ2ປີ2019ຜ່ານມາ; ພ້ອມກັນນີ້, ທ່ານຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດໄດ້ມີຄຳເຫັນຕໍ່ກອງປະຊຸມທີ່ມີຄວາມໝາຍສຳຄັນນີ້ວ່າ: ຕະຫຼອດໄລຍະຜ່ານມາສອງປະເທດກໍຄືປະຊາຊົນສອງຊາດລາວ-ກໍາປູເຈຍໄດ້ປະກອບສ່ວນເອົາໃຈໃສ່ສຶກສາອົບຮົມປຸກລະດົມເຕົ້າໂຮມຄວາມສາມັກຄີ,ປົກປັກຮັກສາເສັ້ນຊາຍແດນເປັນຊາຍແດນສັນຕິພາບ-ມິດຕະພາບ, ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ປະຊາຊົນຢູ່ລຽບຕາມຊາຍແດນສາມາດໄປມາຫາສູ່, ມີຄວາມຮັກແພງທີ່ສະໜິດແໜ້ນ, ແລກປ່ຽນວັດທະນະທຳ, ສິລະປະວັນນະຄະດີ, ດ້ານເສດຖະກິດແລະການຄ້າຂາຍໄດ້ມີການຮ່ວມມືກັນເປັນຢ່າງດີ; ກອງປະຊູມຄັ້ງນີ້ໄດ້ຜ່ານບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດຖະແຫຼງການຮ່ວມໄລຍະ5ປີຜ່ານມາ2019-2023ຊຶ່ງໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນເປັນຕົ້ນແມ່ນສາມາດຮັກສາເສັ້ນຊາຍແດນລາວ-ກຳປູເຈຍເປັນຊາຍແດນສັນຕິພາບ, ມິດຕະພາບເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນຢູ່ລຽບຕາມຊາຍແດນລາວ-ກຳປູເຈຍສາມາດຮັກສາໄດ້ຄວາມສາມັກຄີ, ຄວາມເປັນລະບຽບຮຽບຮ້ອຍໄປມາຫາສູ່, ແລກປ່ຽນຄ້າຂາຍ, ແລກປ່ຽນວັດທະນະທຳຊຶ່ງໄດ້ບັນລຸໝາກຜົນຫຼາຍດ້ານເປັນໜ້າເພິ່ງພໍໃຈນີ້ແມ່ນສະແດງເຖິງຜົນສຳເລັດຂອງສອງປະເທດກໍຄືສອງອົງການແນວໂຮມ, ບັນດາແຂວງຂອງລາວແລະແຂວງຂອງກຳປູເຈຍທີ່ມີຊາຍແດນຕິດຈອດກັນໄດ້ປະກອບຄຳເຫັນຕໍ່ກອງປະຊຸມເພື່ອເປັນການຢັ້ງຢືນເຖິງຄວາມສາມັກຄີມິດຕະພາບ, ຄວາມຮັດແໜ້ນສາຍພົວພັນຂອງບັນແຂວງທີ່ມີຊາຍແດນຕິດຈອດກັນຄື: ແຂວງຈຳປາສັກ-ແຂວງຊຽງແຕງ, ແຂວງອັດຕະປື-ແຂວງລັດຕະນະຄີຣີແລະແຂວງເພຣຍວິເຮຍ;
ກອງປະຊຸມເສີມສ້າງຊາຍແດນສັນຕິພາບມິດຕະະພາບຄັ້ງທີ3ນີ້ທັງສອງຝ່າຍໄດ້ພ້ອມກັນລົງນາມບົດຖະແຫຼງການຮ່ວມແລະສືບຕໍ່ການຈັດຕັ້ງປະຕິບັດ7ບັນຫາທີ່ສຳຄັນຄື: (1) ສືບຕໍ່ຜັນຂະຫຍາຍການໂຄສະນາ, ສຶກສາອົບຮົມຢ່າງມີປະສິດທິຜົນສາຍພົວພັນລະຫວ່າງລາວ-ກຳປູເຈຍແຕ່ປີ2023-2027; (2) ເສີມຂະຫຍາຍສາຍພົວພັນຮ່ວມມືທາງດ້ານການເມືອງ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮ່ວມມືດ້ານເສດຖະກິດ, ດ້ານການທ່ອງທ່ຽວແລະອື່ນໆ; (3) ສອງອົງການແນວໂຮມສືບຕໍ່ຢຶດໝັ້ນປະຫວັດມູນເຊື້ອຄວາມສາມັກຄີທີ່ເຄີຍມີມາແຕ່ດົນນານ; (4) ເພີ່ມທະວີເປີດກວ້າງການພົວພັນລະຫວ່າງແນວໂຮມ, ບັນດາອົງການພາຄີຂອງສອງປະເທດ (5) ສົ່ງເສີມໃຫ້ປະຊາຊົນສອງປະເທດມີການແລກປ່ຽນຄ້າຂາຍສິນຄ້າທີ່ຖືກຕ້ອງຕາມລະບຽບກົດໝາຍຢູ່ລຽບຕາມບໍລິເວນຊາຍແດນໃຫ້ຫຼາຍຂຶ້ນ; (6) ຊຸກຍູ້, ສົ່ງເສີມ, ຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອຊອ່ງກັນແລະກັນໃນຂົງເຂດພຸດທະສາສະໜາ, ວັດທະນະທຳອັນດີງາມຂອງທ້ອງຖິ່ນ; (7) ກົນໄກການເສີມສ້າງຊາຍແດນສັນຕິພາບມິດຕະພາບແມ່ນຊຸກຍູ້ໃຫ້ອົງການປົກຄອງຂັ້ນບ້ານ, ເມືອງ, ແນວໂຮມເມືອງ, ແຂວງທີ່ມີຊາຍແດນຕິດຈອດກັນຕ້ອງມີການແລກປ່ຽນຄະນະຜູ້ແທນແລະໃຫ້ສືບຕໍ່ໃກ້ຊິດໄປມາຫາສູ່ກັນແບບຍາດພີ່ນ້ອງຕະຫຼອດໄປ.
(ຂ່າວ-ພາບ: ເລົ່າລໍ່; ບກ: ກົງແກ້ວທຳມະໂຄດ)

ຄໍາເຫັນ

ຂ່າວການຮ່ວມມື

ຄອສພ ​ອວ​ຍ​ພອນເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ

ຄອສພ ​ອວ​ຍ​ພອນເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະ ໄດ້ເຂົ້າອວຍພອນເອກອັກຄະລັດຖະທູດຫວຽດນາມ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ວັນລະນຶກການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945-2/9/ 2025) ຄົບຮອບ 80 ປີ ໃນວັນທີ 20 ສິງຫານີ້ ທີ່ສະຖານທູດຫວຽດນາມ ປະຈຳລາວ.
ຮອງຫົວໜ້າ ຄຕພ ອວ​ຍ​ພອນເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ

ຮອງຫົວໜ້າ ຄຕພ ອວ​ຍ​ພອນເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ

ໃນຕອນເຊົ້າວັນທີ 20 ສິງຫານີ້, ຄະນະພັກ-ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ນໍາໂດຍສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າ ຄຕພ ໄດ້ເຂົ້າອວຍພອນເອກອັກຄະລັດຖະທູດ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ວັນລະນຶກການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945-2/9/2025) ຄົບຮອບ 80 ປີ.
ຄະນະຜູ້ແທນມະຫາວິທະຍາໄລ ສປ ຈີນ ພົບປະຮ່ວມມືດ້ານວິຊາການ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ

ຄະນະຜູ້ແທນມະຫາວິທະຍາໄລ ສປ ຈີນ ພົບປະຮ່ວມມືດ້ານວິຊາການ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ

ວັນທີ 18 ສິງຫາ ນີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງພະບາງ, ທ່ານ ພູທອນ ຫຼວງວິໄລ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງພະບາງ ພ້ອມຄະນະ ໄດ້ຕ້ອນຮັບການຢ້ຽມຢາມ ແລະ ເຮັດວຽກຮ່ວມຂອງຄະນະຜູ້ແທນ ຈາກມະຫາວິທະຍາໄລ ສປ ຈີນ ນຳໂດຍ ທ່ານ ຟາງ ເລີຍ ຫົວໜ້າສູນຄົ້ນຄວ້າ ສັງຄົມນິຍົມສະໄໜປັດຈຸບັນ ມະຫາວິທະຍາໄລ ຊານຕົງ ສປ ຈີນ ພ້ອມດ້ວຍຄະນະ.
ຄະນະຜູ້ແທນມະຫາວິທະຍາໄລ ສປ ຈີນ ພົບປະຮ່ວມມືດ້ານວິຊາການ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ

ຄະນະຜູ້ແທນມະຫາວິທະຍາໄລ ສປ ຈີນ ພົບປະຮ່ວມມືດ້ານວິຊາການ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ

ວັນທີ 18 ສິງຫາ ນີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງພະບາງ, ທ່ານ ພູທອນ ຫຼວງວິໄລ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງພະບາງ ພ້ອມຄະນະ ໄດ້ຕ້ອນຮັບການຢ້ຽມຢາມ ແລະ ເຮັດວຽກຮ່ວມຂອງຄະນະຜູ້ແທນ ຈາກມະຫາວິທະຍາໄລ ສປ ຈີນ ນຳໂດຍ ທ່ານ ຟາງ ເລີຍ ຫົວໜ້າສູນຄົ້ນຄວ້າ ສັງຄົມນິຍົມສະໄໜປັດຈຸບັນ ມະຫາວິທະຍາໄລ ຊານຕົງ ສປ ຈີນ ພ້ອມດ້ວຍຄະນະ.
27 ປີ ໃນການປະຕິບັດພາລະບົດບາດ - ໜ້າທີ່ຂອງວຽກງານກວດສອບແຫ່ງລັດ  (ເນື່ອງໃນວັນສ້າງຕັ້ງ ອົງການກວດສອບແຫ່ງລັດ 5/8/1998 – 5/8/2025)

27 ປີ ໃນການປະຕິບັດພາລະບົດບາດ - ໜ້າທີ່ຂອງວຽກງານກວດສອບແຫ່ງລັດ (ເນື່ອງໃນວັນສ້າງຕັ້ງ ອົງການກວດສອບແຫ່ງລັດ 5/8/1998 – 5/8/2025)

ໃນຂະບວນວິວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວລະບົບການເມືອງຂອງປະເທດໜຶ່ງໆກໍຕ້ອງປະກອບດ້ວຍຫຼາຍພາກສ່ວນສຳຄັນເປັນຕົ້ນ: ແມ່ນອົງການຈັດຕັ້ງພັກ, ອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງມະຫາຊົນ-ສັງຄົມ ແລະ ອື່ນໆ; ໃນນັ້ນ, ອົງການຈັດຕັ້ງລັດແມ່ນອົງການຈັດຕັ້ງໜຶ່ງທີ່ມີບົດບາດສຳຄັນເປັນໃຈກາງໜຶ່ງ ໃນລະບົບການເມືອງ. ດ້ວຍບົດບາດ ແລະ ຄວາມສຳຄັນດັ່ງກ່າວ, ພັກ-ລັດຖະບານແຫ່ງ ສປປ ລາວ ຈຶ່ງເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງອົງການອຳນາດລັດໃຫ້ມີຄວາມຄ່ອງຕົວ, ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດປະຕິວັດໃນແຕ່ລະໄລຍະ.
ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ

ໃນວັນທີ 15-16 ສິງຫາຜ່ານມາ, ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມຊ່ວຍເຫຼືອລາວ ມາຈາກແຂວງຮ່າຕິ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນຕຽນດົງ ພ້ອມຄະນະ ໄດ້ມາຢ້ຽມຢາມ ສະຫະພັນນັກຮົບເກົ່າແຂວງຄໍາມ່ວນ ຊຶ່ງໃຫ້ກຽດຕ້ອນຮັບຕ່າງໜ້າການນຳແຂວງ ໂດຍ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ປະທານສະຫະພັນນັກຮົບເກົ່າແຂວງ ພ້ອມຄະນະ.
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10

ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10

ໃນວັນທີ 15 ສິງຫາ ນີ້ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ ພາຍໃຕ້ຄຳຂວັນ: ​ທົດສະວັດສີທອງ: ສືບຕໍ່ຍຶດໝັ້ນກໍ່ສ້າງປະຊາຄົມທີ່ດີກວ່າດ້ວຍຄວາມສາມັກຄີ(Golden Decade: Staying Committed to Building a Better Community through Solidarity) ໂດຍການເປັນປະທານຮ່ວມຂອງ ທ່ານ ຫວັງ ອີ້, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທໂດຍໄດ້ມີບັນດາລັດຖະມົນຕີຕ່າງປະເທດພ້ອມດ້ວຍຄະນະຜູ້ແທນຈາກປະເທດສະ ມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ

ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ

ໂຄງການຊ່ວຍເຫຼືອໃນຂົງເຂດສາທາລະນະສຸກຢູ່ ສປປ ລາວ ຂອງສາທາລະນະລັດເກົາຫຼີ (ສ ເກົາຫຼີ) ໄດ້ຊ່ວຍປັບປຸງສຸຂະພາບຂອງປະຊາຊົນລາວດີຂຶ້ນເປັນກ້າວໆມາ. ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດເກົາຫຼີ ຄົບຮອບ 30 ປີ, ໃນວັນທີ 14 ສິງຫານີ້, ສະຖານທູດ ສ ເກົາຫຼີ ປະຈຳລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສື່ມວນຊົນຢ້ຽມຢາມ ແລະ ຕິດຕາມວຽກງານການຊ່ວຍເຫຼືອ ເພື່ອການພັດທະນາໂຄງການຊ່ວຍເຫຼືອ ຂອງ ສ ເກົາຫຼີ ໃນຂົງເຂດສາທາລະນະສຸກ ຢູ່ ສປປ ລາວ, ໂດຍມີ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ, ມີບັນດາອົງການຈັດຕັ້ງສາກົນ ຄູ່ຮ່ວມງານ ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ.
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ອີຣານ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ອີຣານ

ໃນວັນທີ 10 ສິງຫາ ຜ່ານມາ ທີ່ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ທີ່ ນະຄອນຫຼວງ ເຕຮາຣານ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ມາຊຸດ ເປແຊັສກຽນ (H.E.Mr. Masoud Pezeshkian) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ອີຣານ ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງນິວແດນລີ ປະເທດອິນເດຍ.
ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ

ລມຕ ກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ

ໃນວັນທີ 12 ສິງຫານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ ສິງກະໂປ (Istana), ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣັນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 11-12 ສິງຫາ 2025.
ເພີ່ມເຕີມ