ກອງປະຊຸມໂຕະມົນລະຫວ່າງບັນດາທູດປະເທດອາຊຽນແລະປະເທດກຸ່ມ

ກອງປະຊຸມໂຕະມົນລະຫວ່າງບັນດາທູດປະເທດອາຊຽນແລະປະເທດກຸ່ມ BRICS ປະຈໍາສິງກະໂປ

ກອງປະຊຸມໂຕະມົນລະຫວ່າງບັນດາທູດປະເທດອາຊຽນແລະປະເທດກຸ່ມ BRICS ປະຈໍາສິງກະໂປ
ໃນວັນທີ 14 ສິງຫາ ຜ່ານມາ ທີ່ໂຮງແຮມ Pan Pacific Singapore ໄດ້ຈັດກອງປະຊຸມໂຕະມົນລະຫວ່າງບັນດາທູດປະເທດອາຊຽນແລະປະເທດກຸ່ມ

 

 BRICS ປະຈໍາສິງກະໂປ (Roundtable between ASEAN and BRICS Heads of Mission) ໂດຍມີບັນດາທູດ, ຜູ້ຕາງໜ້າບັນດາສະຖານທູດຈາກປະເທດອາຊຽນ ແລະ ກຸ່ມ BRICS, ຜູ້ຊ່ຽວຊານ ແລະ ບັນດາແຂກຈາກພາກສ່ວນຕ່າງໆເຂົ້າຮ່ວມ 120 ທ່ານ. ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປພາຍໃຕ້ 3 ວາລະຄື: 1. ຍຸດທະສາດໂລກເພື່ອການຄ້າແລະຄວາມໝັ້ນຄົງທາງດ້ານສະບຽງອາຫານທີ່ຍືນຍົງ (Global Strategies for Sustainable Trade and Food Security); 2. ການດັດປັບພຶດຕິກໍາທາງການຄ້າໃຫ້ຍືນຍົງ (Aligning Sustainable Trade Practices) ແລະ 3. ສິ່ງທ້າທາຍໃນອະນາຄົດ ຂອງການຮ່ວມມື ໃຕ້-ໃຕ້ (Future Challenges and South-South Collaboration). ທ່ານ ແສງແກ້ວ ປວງປະດິດ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາສິງກະໂປ, ໃນນາມປະທານ ASEAN 2024 ແລະ ທ່ານ Nikolay Rishatovich KUDASHEV ເອກອັກຄະລັດຖະທູດແຫ່ງ ສະຫະພັນຣັດເຊຍ ປະຈໍາ ສິງກະໂປ ໃນນາມປະທານ BRICS 2024 ໄດ້ຮັບກຽດຂຶ້ນກ່າວເປີດພິທີຢ່າງເປັນທາງການ ແລະ ປະກອບຄໍາເຫັນໃນວາລະທີ 1.

ບັນດາຜູ້ແທນກອງປະຊຸມ ໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ຕາມວາລະຂອງກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການຄ້າທີ່ຍືນຍົງ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການກໍານົດນະໂຍບາຍ, ຍຸດທະສາດ ແລະ ມາດຕະການທີ່ມີປະສິດທິພາບ ແລະ ເປັນຮູບປະທໍາ ຮ່ວມກັນລະຫວ່າງບັນດາປະເທດຕ່າງໆໃນໂລກ ໂດຍສະເພາະ ການຮ່ວມມືລະຫວ່າງ ບັນດາປະເທດອາຊຽນ ແລະ ກຸ່ມ BRICS, ອົງການຈັດຕັ້ງພາກພື້ນ ແລະ ສາກົນອື່ນໆ ເພື່ອເພີ່ມທະວີການຜະລິດສະບຽງອາຫານ ແລະ ຮັບປະກັນດ້ານໂພຊະນາການ, ການປົກປ້ອງ ແລະ ຮັບປະກັນຕ່ອງໂສ້ການສະໜອງດ້ານສະບຽງອາຫານ ດ້ວຍຮູບການຕ່າງໆ, ການຮັບປະກັນສັນຕິພາບ ແລະ ສະຖຽນລະພາບ ກໍຄື ຄວາມຕັດສິນໃຈທາງການເມືອງ ຂອງບັນດາປະເທດຕ່າງໆ ແລະ ອື່ນໆ ໂດຍຖືເປັນເງື່ອນໄຂພື້ນຖານເພື່ອຮັບປະກັນໃຫ້ແກ່ການຄ້າ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ທີ່ຍືນຍົງ, ໃນຂະນະດຽວກັນ ກໍເສີມຂະຫຍາຍການຮ່ວມມື ແລະ ການປະສານງານສາກົນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆໃນອະນາຄົດລວມທັງໂດຍຜ່ານຂອບການຮ່ວມມື ໃຕ້-ໃຕ້ ເພື່ອປະກອບສ່ວນເຂົ້າໃນການບັນລຸວາລະ 2030 ຂອງອົງການສະຫະປະຊາຊາດ ກ່ຽວກັບ ການພັດທະນາແບບຍືນຍົງ ກໍຄື ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ຂອງບັນດາປະຊາຊາດ ໃນໂລກ. ໃນການປະກອບຄໍາເຫັນຕໍ່ກອງປະຊຸມ, ທ່ານ ແສງແກ້ວ ປວງປະດິດ ໄດ້ຍົກໃຫ້ເຫັນແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ ສປປ ລາວ ທີ່ກ່ຽວຂ້ອງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 2021-2025, ຊຶ່ງສຸມໃສ່ການສ້າງລະບົບສະບຽງອາຫານທີ່ຍືນ ໂດຍຖືເອົາຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ເປັນເປົ້າໝາຍຕົ້ນຕໍ; ການດໍາເນີນການປະຕິຮູບລະບົບສະບຽງອາຫານ ທີ່ກວມເອົາຫຼາຍຂົງເຂດເຊັ່ນ: ກະສິກໍາ ແລະ ປ່າໄມ້, ສາທາລະນະສຸກ, ການສຶກສາ, ການຄ້າ, ການປົກປ້ອງສັງຄົມ ແລະ ສິ່ງແວດລ້ອມ ໃນເຂດຕົວເມືອງ ແລະ ຊົນນະບົດເພື່ອຮັບປະກັນສະບຽງອາຫານທີ່ປອດໄພ ແລະ ມີໂພຊະນາການສໍາລັບໝົດທຸກຄົນ, ຊຸກຍູ້ການຜະລິດສະບຽງອາຫານທີ່ເປັນມິດຕໍ່ສິ່ງແວດລ້ອມໃຫ້ໄດ້ຢ່າງພຽງພໍ, ຍົກສູງຊີວິດການເປັນຢູ່ໃຫ້ມີຄວາມເທົ່າທຽມ ແລະ ສ້າງຄວາມເຂັ້ມແຂງເພື່ອຕ້ານທານກັບຄວາມອ່ອນໄຫວ, ຄວາມສ່ຽງຈາກການກະທົບກະທັນຫັນ ແລະ ແຮງກົດດັນຕ່າງໆ ທີ່ອາດເກີດຂຶ້ນກັບລະບົບສະບຽງອາຫານ ຂອງ ສປປ ລາວ ເພື່ອເຮັດໃຫ້ລະບົບສະບຽງອາຫານຂອງ ສປປ ລາວ ມີຄວາມຍືນຍົງ.

ຄຽງຄູ່ກັບການຈັດກອງປະຊຸມໂຕະມົນຄັ້ງນີ້ ຍັງໄດ້ມີການຈັດງານວາງສະແດງກ່ຽວກັບອາຫານພື້ນເມືອງ ແລະ ເຄື່ອງດື່ມຂອງບັນດາປະເທດທີ່ເຂົ້າຮ່ວມ ເພື່ອເປັນການແລກປ່ຽນດ້ານວັດທະນະທໍາໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທາງດ້ານວັດທະນະທໍາແລະ ລົດຊາດອາຫານທີ່ຫຼາກຫຼາຍຂອງກັນແລະກັນ. ສະເພາະສະຖານທູດລາວເຮົາກໍໄດ້ນໍາເອົາຊາ ແລະ ກາເຟປາກຊ່ອງມາວາງສະແດງເພື່ອໃຫ້ແຂກໄດ້ດື່ມໄດ້ຊີມ ແລະ ເຫັນວ່າໄດ້ຮັບຄໍາຍ້ອງຍໍຊົມເຊີຍຈາກແຂກຈໍານວນຫຼາຍວ່າຊາແລະກາເຟລາວເຮົາແຊບ ແລະ ມີຄຸນນະພາບດີຫຼາຍ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ໂດຣນຄົ້ນຫາ ແລະ ກູ້ໄພໄດ້ບິນຂຶ້ນສູ່ທ້ອງຟ້າເພື່ອສຳຫຼວດທາງອາກາດໃນຂອບເຂດກວ້າງ, ໃນຂະນະທີ່ໝາຫຸ່ນຍົນສີ່ຂາເຂົ້າໄປໃກ້ຈຸດເກີດໄພເພື່ອສຳຫຼວດສະພາບພື້ນທີ່ ແລະ ຍານພາຫະນະບໍ່ມີຄົນຄວບຄຸມແບບຕິດຕາມເສັ້ນທາງໄດ້ເຄື່ອນໄປຂ້າງໜ້າເພື່ອລຳລຽງ “ຜູ້ບາດເຈັບ”.
ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ໃນວັນທີ 9 ກັນຍາຜ່ານ​ມາທີ່ຫ້ອງວ່າການແຂວງເຊກອງ, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຈຳນວນ 250 ຖົງ ເພື່ອຊ່ວຍປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ໂດຍຜ່ານການນໍາແຂວງ ເພື່ອມອບຕໍ່ໃຫ້ກັບປະຊາຊົນ, ກ່າວຮັບແມ່ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ວັນທີ 9 ກັນຍາຜ່ານມາ, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 23 (ຜ່ານລະບົບທາງໄກ). ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້: “ການເສີມສ້າງກອງທັບອາກາດອາຊຽນໃຫ້ມີຄວາມສາມາດປະສານງານ ແລະ ເຊື່ອມໂຍງກັນ ການຮ່ວມມືປະຕິບັດການເພື່ອສະຖຽນລະພາບພາກພື້ນ” ໂດຍການເປັນປະທານຂອງທ່ານ ພົນໂທ ອາເທີມ ໂກດູລາ ຜູ້ບັນຊາການທະຫານອາກາດ ແຫ່ງຟີລິບປິນ ພ້ອມດ້ວຍຜູ້ບັນຊາການທະຫານອາກາດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ.
ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ພິທີເຊັນສັນຍາ ຮ່ວມມື (MOA) ວ່າດ້ວຍການພັດທະນາ ແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງ ສປປ ລາວ ລະຫວ່າງ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ບໍລິສັດ ເທັດສະຫຍາມອິນເຕີເນເຊີນໍ ຈຳກັດ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ຕາງໜ້າກົມໄປສະນີ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ໂກວິດ ທັນຍາຣັດຕະກູນ ປະທານກຳມະການຜູ້ຈັດການ ບໍລິສັດ ເທດສະຍາມອິນເຕີເນເຊີນໍ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງຣາຊະອາຈັກໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-09/09/2026),
ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ໂດຍອີງຕາມການເຊື້ອເຊີນຂອງ ພັກກອມມູນິດປອກຕຸຍການ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50 (Avante Festival) ຂອງ ພັກກອມມູນິດປອກຕຸຍການ (Portuguese Communist Party) ທີ່ເມືອງລິດສະບອນ ປະເທດປອກຕຸຍການ, ໃນລະຫວ່າງວັນທີ 4–6 ກັນຍາ ຜ່ານມາ.
ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາຜ່ານມາ ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ
ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

​ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສຳມະນາ ເພື່ອແລກປ່ຽນບົດຮຽນຮ່ວມກັບ ຄະນະຊ່ຽວຊານຈາກ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນຫົວຂໍ້: ແບບແຜນວິທີເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ແຂວງ, ເມືອງ ແລະ ນະຄອນ, ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຂອງຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ.
ເພີ່ມເຕີມ