ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ
ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 15 ກໍລະກົດນີ້,
ກອງປະຊມວຽກງານສມວນຊນທວປະເທດ ຄງທ I ປດລງດວຍຜນສາເລດຢາງສະຫງາງາມ - image 1
 
 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ໂດຍມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງສປປ ລາວ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາການນໍາ, ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ກອງປະຊມວຽກງານສມວນຊນທວປະເທດ ຄງທ I ປດລງດວຍຜນສາເລດຢາງສະຫງາງາມ - image 2
 
ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາກອງປະຊຸມ ໄດ້ກ່າວປິດກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ ເປັນການສ່ອງແສງໃຫ້ເຫັນເຖິງຜົນງານຂອງວຽກງານສື່ມວນຊົນທົ່ວປະເທດ ແລະ ວາງທິດທາງແຜນພັດທະນາວຽກງານສື່ມວນຊົນ ແຕ່ນີ້ເຖິງປີ 2030; ກອງປະຊຸມໄດ້ຮັບຟັງບົດປະກອບຄໍາເຫັນຂອງພາກສ່ວນຕ່າງໆ ຂອງສື່ມວນຊົນທີ່ກ່ຽວຂ້ອງຈໍານວນ 12 ບົດ ທີ່ມີເນື້ອໃນສ່ອງໃຫ້ເຫັນເຖິງການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງສື່ມວນຊົນຢ່າງມີຜົນສໍາເລັດ. ພ້ອມນັ້ນ, ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາຕ່າງໆຢ່າງກົງໄປກົງມາ ຊຶ່ງເປັນພື້ນຖານໃຫ້ການຍົກສູງພາລະບົດ ບາດ ແລະ ຢັ້ງຢືນເຖິງຜົນງານຫຼາຍດ້ານ ທີ່ຂົງເຂດວຽກງານສື່ມວນຊົນຍາດມາໄດ້ ກໍຄືການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ. 
ກອງປະຊມວຽກງານສມວນຊນທວປະເທດ ຄງທ I ປດລງດວຍຜນສາເລດຢາງສະຫງາງາມ - image 3
 
ກອງປະຊຸມໃນຄັ້ງນີ້, ໄດ້ດໍາເນີນໄປທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນລາວບັນດາ ເຜົ່າ ໄດ້ພ້ອມກັນສຸມເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຊຶ່ງເປັນພື້ນຖານສໍາຄັນໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍກອງປະຊຸມສື່ມວນຊົນ ໃຫ້ປະກົດຜົນເປັນຈິງ, ແນໃສ່ຍົກສູງບົດບາດວຽກງານສື່ມວນຊົນທົ່ວປະເທດ ໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບ ໃໝ່ບົນພື້ນຖານການຈັດຕັ້ງປະຕິບັດຄໍາຂວັນ: “ຍົກສູງບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”; ກອງປະຊຸມໃນຄັ້ງນີ້, ເປັນຄັ້ງທໍາອິດ ພາຍຫຼັງມີມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງລັດຕໍ່ສື່ມວນຊົນໃນໄລຍະໃໝ່ ສະບັບເລກທີ 36 (ປີ 1993) ເປັນຕົ້ນມາ, ພັກເຮົາສາມາດຢັ້ງຢືນໄດ້ວ່າ ໝາກຜົນອັນສຳຄັນທີ່ເປັນຮູບປະທຳໃນການນໍາພາຂອງພັກຕໍ່ວຽກງານສື່ມວນຊົນ. ຕະຫຼອດໄລຍະ 30 ກວ່າປີຜ່ານມາ, ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຫັນການມີສ່ວນຮ່ວມຢ່າງຕັ້ງໜ້າ ຈາກບັນດາພະນັກງານສື່ມວນຊົນໃນອະດີດ ກໍຄືປັດຈຸບັນ ໄດ້ຮ່ວມກັນຕີລາຄາສູງ, ທົບທວນຄືນບັນດາຜົນງານຢ່າງພາວະວິໃສ ຜ່ານພຶດຕິກຳຕົວຈິງ ແລະ ໄດ້ຍົກໃຫ້ເຫັນດ້ານດີທີ່ພົ້ນເດັ່ນ, ດ້ານອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍໃນຍຸກສະໄໝ ແລະ ຖອດໄດ້ບົດຮຽນທີ່ມີຄຸນຄ່າຕໍ່ການພັດທະນາວຽກງານສື່ມວນຊົນ. ພ້ອມດຽວກັນນັ້ນ, ກໍໄດ້ຮ່ວມກັນກຳນົດທິດທາງແຜນການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຍົກສູງຄຸນນະພາບຂອງສື່ມວນຊົນລາວໃຫ້ມີປະສິດທິຜົນກ້າວຂຶ້ນໄປເລື້ອຍໆ. 
ກອງປະຊມວຽກງານສມວນຊນທວປະເທດ ຄງທ I ປດລງດວຍຜນສາເລດຢາງສະຫງາງາມ - image 4
 
ເພື່ອສືບຕໍ່ປະຕິບັດໜ້າທີ່ການເມືອງອັນມີກຽດຂອງສື່ມວນຊົນລາວ ແນໃສ່ເຮັດໃຫ້ບົດບາດຂອງວຽກງານສື່ມວນຊົນ ໄດ້ກ້າວສູ່ຄຸນນະພາບໃໝ່ ແລະ ມີການຫັນປ່ຽນທີ່ເລິກຊິ່ງ, ເຖິງຖອງ, ຍົກສູງການຈັດຕັ້ງນໍາພາວຽກງານສື່ມວນຊົນໃຫ້ກາຍເປັນເຄື່ອງມືອັນແຫຼມຄົມ ແລະ ເປັນຂົວຕໍ່ທີ່ສຳຄັນຂອງພັກໃນການໂຄສະນາເຜີຍແຜ່, ແນວ ທາງ, ແຜນນະໂຍບາຍຂອງພັກ-ລັດ ກໍຄືການປະຕິບັດພາລະໜ້າທີ່ຂອງສື່ມວນຊົນ; ທ່ານຍັງໄດ້ເນັ້ນບາງຈຸດອັນ ສໍາຄັນດັ່ງນີ້: 1). ກ່ອນອື່ນ, ຂໍສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບສູງຕໍ່ກັບບັນດາຜົນສໍາເລັດ ແລະ ຜົນງານໃນດ້ານຕ່າງໆ ທີ່ຂະແໜງການຂົງເຂດສື່ມວນຊົນທົ່ວປະເທດຍາດມາໄດ້ ຊຶ່ງໄດ້ເປັນການຢັ້ງຢືນຢ່າງຈະແຈ້ງ ຕໍ່ກັບການປະຕິບັດໜ້າທີ່ການເມືອງ ທີ່ພັກ-ລັດ ໄດ້ມອບໝາຍໃຫ້ ແລະ ຂໍສະເໜີໃຫ້ບັນດາອົງການຂະແໜງການສື່ມວນຊົນທຸກຂົງເຂດຈົ່ ງໄດ້ເອົາໃຈໃສ່ຕໍ່ການເສີມຂະຫຍາຍຜົນງານດັ່ງກ່າວ ໃຫ້ນັບມື້ນັບຫຼາຍຂຶ້ນທັງມີຄຸນນະພາບໃໝ່ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອສ້າງໃຫ້ສື່ມວນຊົນເປັນເຄື່ອງມືທີ່ແຫຼມຄົມຂອງພັກເຮົາ; 2). ຂະແໜງການສື່ມວນຊົນ ສືບຕໍ່ເອົາໃຈໃສ່ສ້າງກົນໄກການປະສານງານ, ການສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນທີ່ຮັບຜິດຊອບວຽກງານສື່ມວນຊົນ ເພື່ອພ້ອມກັນຍົກສູງບົດບາດວຽກງານສື່ມວນຊົນໃຫ້ເຂັ້ມແຂງ, ມີການສະຫຼຸບຖອດຖອນບົດຮຽນ; ການປັບປຸງເນື້ອໃນ ແລະ ຮູບການນໍາສະເໜີຂ່າວ, ການອອກຂ່າວ, ການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບ; ເຮັດໃຫ້ການຕອບໂຕ້ຂ່າວບິດເບືອນ, ບໍ່ມີມູນຄວາມຈິງໄດ້ທັນການ; 3). ຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາ ຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ທີ່ໄດ້ໃຫ້ຄໍາໂອ້ລົມຕໍ່ກອງປະຊຸມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງຂະແໜງການສື່ມວນຊົນທົ່ວປະເທດໃຫ້: “ທັນການ, ທັນໃຈ, ທັນຍຸກ”; ບັນດາສື່ມວນຊົນຈົ່ງພ້ອມກັນປະຕິບັດໃຫ້ເປັນຈິງທິດນໍາທີ່ວ່າ: ສື່ມວນຊົນເປັນຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ທີ່ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ຖືທັດສະນະຊີ້ນໍານີ້ ເປັນເຂັມທິດຊີ້ບອກທາງຂອງສື່ມວນຊົນ ພ້ອມກັນປະຕິບັດໃຫ້ປະກົດຜົນເປັນຈິງຢ່າງມີປະສິດທິຜົນສູງ; 4). ສືບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກ, ແທດເຖິງຕົວຈິງ ແລະ ຫັນເປັນແຜນງານ, ແຜນການ, ວຽກງານອັນລະອຽດໃນແຕ່ລະຂະແໜງການສື່ມວນຊົນທົ່ວປະເທດ ເພື່ອສ້າງການຫັນປ່ຽນ ໃໝ່ຢ່າງແຂງແຮງ, ມີປະສິດທິຜົນໃນການພັດທະນາວຽກງານສື່ມວນຊົນໃນໄລຍະໃໝ່; ເຮັດໃຫ້ຄາດໝາຍທີ່ວາງໄວ້ໃນປີ 2030 ໃຫ້ປະກົດເປັນຈິງ; ບັນດາຖັນແຖວສື່ມວນຊົນ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ ດໍາເນີນການປັບປຸງ, ແກ້ໄຂບັນດາຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໄດ້ສໍາເລັດໝາກຜົນ ແລະ ມີການພັດທະນາຍິ່ງໆຂຶ້ນໄປ. ຕອນທ້າຍພິທີ, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ເພື່ອໃຫ້ທິດຊີ້ນໍາ ແລະ ທິດທາງໃນການສືບຕໍ່ພັດທະນາວຽກງານສື່ມວນຊົນໃຫ້ໄປສູ່ຄຸນນະພາບ ໃໝ່ຢ່າງແຂງແຮງ.
ກອງປະຊມວຽກງານສມວນຊນທວປະເທດ ຄງທ I ປດລງດວຍຜນສາເລດຢາງສະຫງາງາມ - image 5
 
(ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ