![]() |
ຈຸດປະສົງຂອງການຈັດກອງປະຊຸມວິຊາການໃນຄັ້ງນີ້, ເພື່ອເປັນການເຜີຍແຜ່ບາງຂໍ້ມູນ, ມາດຕະການນະໂຍບາຍຕ່າງໆ ແລະ ເປັນການແລກປ່ຽນຄວາມຄິດເຫັນບົດຮຽນປະສົບການກ່ຽວກັບສະພາບການຕ່າງໆ ທີ່ເກີດຂຶ້ນທັງໄລຍະຜ່ານມາຕະຫຼອດຮອດປັດຈຸບັນ ບໍ່ວ່າຈະເປັນສະພາບຕັ້ງໜ້າສິ່ງທ້າທາຍ ກ່ຽວກັບວຽກງານນະໂຍບາຍເງິນຕາການຄຸ້ມຄອງເງິນຕາຕ່າງປະເທດທີ່ມີສ່ວນຮ່ວມ ແນໃສ່ຮັກສາຄ່າເງິນກີບ ແລະ ການຄຸ້ມຄອງເງິນຕາຕ່າງປະເທດ ໂດຍລົງເລິກກ່ຽວກັບພາບລວມ ແລະ ທິດທາງການຈັດຕັ້ງປະຕິບັດວຽກງານນະໂຍບາຍເງິນຕາການຄຸ້ມຄອງເງິນຕາຕ່າງປະເທດຮັບຮູ້ກ່ຽວກັບຂັ້ນຕອນ ແລະ ຂະບວນການໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານການເງິນລະຫວ່າງທະນາຄານ ແລະ ລູກຄ້າ ແລະ ລະຫວ່າງສະຖາບັນການເງິນ ແລະ ລູກຄ້າ, ຮັບຮູ້ເຖິງສາເຫດໃນຕົວ, ນອກຕົວ ແລະ ສິ່ງທ້າທາຍໃນການເຂົ້າເຖິງແຫຼ່ງທຶນສິນເຊື່ອຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ພ້ອມທັງການຫັນເປັນທັນສະໄໝຂອງລະບົບການຊຳລະ ແລະ ສ້າງພູມຄຸມກັນທາງໄຊເບີ ທີ່ຕິດພັນກັບຂະແໜງການທະນາຄານເປັນປະກົດການຫຍໍ້ທໍ້ຕ່າງໆທີ່ປະກົດຂຶ້ນໃນສັງຄົມ.
![]() |
ພ້ອມນີ້, ທ່ານ ນາງ ຄະວິຕາ ອິຍັງກາ ນັກເສດຖະສາດອາວຸໂສ ຂອງທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ໄດ້ມີຄຳເຫັນວ່າ: ໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ສົ່ງເສີມການເຕີບໂຕຢ່າງຍືນຍົງ. ສະນັ້ນ, ທຫລ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ຈັດກອງປະຊຸມວິຊາການຂະແໜງການທະນາຄານ ເພື່ອເປັນເວທີສົນທະນາແລກປ່ຽນຄວາມຮູ້ວິຊາການລະຫວ່າງຂະແໜງການທະນາຄານ, ກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນທີ່ເປັນທະນາຄານ ແລະ ບໍ່ແມ່ນທະນາຄານ ຊຶ່ງກອງປະຊຸມວິຊາການຂະແໜງການທະນາຄານ ປະກອບມີ 3 ຫົວຂໍ້ຄື: 1 ການຮັກສາຄ່າເງິນກີບ ແລະ ການຄຸ້ມຄອງເງິນຕາຕ່າງປະເທດທີ່ມີສ່ວນຮ່ວມ; 2. ທິດທາງນະໂຍບາຍການຄຸ້ມຄອງສະຖາບັນການເງິນທີ່ເປັນທະນາຄານ ແລະ ບໍ່ແມ່ນທະນາຄານ ແລະ 3. ການຫັນເປັນທັນສະໄໝໃນວຽກງານການຊໍາລະ ແລະ ການສ້າງພູມຄຸ້ມກັນທາງໄຊເບີ.
ກອງປະຊຸມດັ່ງກ່າວໄດ້ຮັບຟັງການອະທິບາຍຈາກນັກວິທະຍາກອນ ແລະ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມມີການແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ວຽກງານໃສ່ສາມຫົວຂໍ້ ຕື່ມອີກ.
(ຂ່າວ:ຕຸໄລເພັດ)
ຄໍາເຫັນ