ໂດຍທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະ.
ທ່ານ ກີໂມນິຣ໋ວດ ກ່າວວ່າ: ໃນໂອກາດທີ່ປະຊາຊົນລາວບັນດາເຜົ່າຊາວແຂວງເຊກອງ ພວມສະເຫຼີມສະຫຼອງວັນບຸນປີໃໝ່ລາວ ພສ 2568 ນີ້ ຂໍຕາງໜ້າໃຫ້ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ຂໍອວຍພອນໃຫ້ການນໍາພັກ-ລັດ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວແຂວງເຊກອງ ຈົ່ງມີພາລະນາໄມສົມບູນ ແຂງແຮງ ເພື່ອສືບຕໍ່ສ້າງສາ ແລະ ພັດທະນາແຂວງເຊກອງ ໃຫ້ຈະເລີນຮຸ່ງເຮືອງກ້າວຂຶ້ນ.
ໂອກາດນີ້, ທ່ານ ເຫຼັກໄຫລ ສີວິໄລ ກໍໄດ້ກ່າວສະແດງຄວາມຂອບໃຈ, ຍ້ອງຍໍຊົມເຊີຍ ຕໍ່ທ່ານ ກີໂມນິຣ໋ວດ ທີ່ເຫັນຄວາມໝາຍຄວາມສໍາຄັນ ຂອງຮີດຄອງປະເພນີອັນດີງາມຂອງຊາດລາວ ແລະ ຜ່ານມາ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ກໍໄດ້ເຮັດໜ້າທີ່ເປັນຢ່າງດີ ໃນການເປັນຂົວຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ໂດຍສະເພາະ ກໍແມ່ນບັນດາແຂວງພາກໃຕ້ລາວ ແລະ ໃນອະນາຄົດຄັ້ງໜ້າ ຂໍໃຫ້ສືບຕໍ່ພົວພັນຮ່ວມມືທີ່ດີນໍາກັນ ຕະຫຼອດໄປ.
(ຂ່າວ: ອັດສະວິນ)
ຄໍາເຫັນ