ກອງປະຊຸມປຶກສາຫາລືກ່ຽວກັບການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ (ວີຊາ E-10-2) ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຕາງໜ້າຈາກ 5 ບໍລິສັດຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ, 9 ບໍລິສັດຈັດຫາງານໃນ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-13 ມິຖຸນາຜ່ານມາ ທີ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫຼີ, ຮັງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການປະສານງານສາກົນກ່ຽວກັບການຂົນສົ່ງຂ້າມແດນເອີຣົບ-ອາຊີ ແລະ ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນຈໍາກັດເຂົ້າຮ່ວມ.
ເພື່ອປະຕິບັດບົດບັນທືກຊ່ວຍຈຳການ (MOU) ຮ່ວມມື ລະຫວ່າງ ພະແນກຍຸຕິທຳແຂວງ ກອນຕູມ ສສ. ຫວຽດນາມ ແລະ ພະແນກຍຸຕິທຳ ແຂວງອັດຕະປື ສປປ ລາວ. ໃນຄັ້ງວັນທີ 9 ມິຖຸນາຜ່ານມາ, ຄະນະນໍາພະແນກຍຸຕິທໍາ ແຂວງອັດຕະປື ນໍາໂດຍ ທ່ານ ຄໍາຫຼ້າ ແກ້ວວັນສອນ ຫົວໜ້າພະແນກຍຸຕິທຳ ແຂວງອັດຕະປື ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບ ພະແນກຍຸຕິທຳ ແຂວງກອນຕູມ ໂດຍການຕ້ອນຮັບຂອງ ທ່ານ ເຈິນ ມິ່ງ ຖັ໋ງ ຫົວໜ້າພະແນກຍຸຕິທຳ ແຂວງກອນຕູມ ພ້ອມຄະນະເຂົ້າຮ່ວມ.
ໃນໄລຍະຜ່ານມາ, ໂດຍປະຕິບັດຕາມນະໂຍບາຍ, ລະບອບ, ລະບຽບ ແລະ ມາດຕະການໃນການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ. ສິ່ງສໍາຄັນອີກບັນຫານໜຶ່ງແມ່ນບົດຮຽນທີຫ້າ: ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງນະໂຍບາຍປົກປ້ອງສັງຄົມກັບ ນະໂຍບາຍສະຫວັດດີການສັງຄົມຕໍ່ເປົ້າໝາຍທີ່ຄວນໄດ້ຮັບ ຊຶ່ງແມ່ນພາລະໜ້າທີ່ໃນການຮັກສາຄວາມປອດໄພ ແລະ ໝູນໃຊ້ບາງຫຼັກການທີ່ຕິດພັນກັບການຕະຫຼາດ.
ກອງປະຊຸມສໍາມະນາການຮ່ວມມືຂອງອົງການປົກຄອງທ້ອງຖິ່ນ ແລະ ການຮ່ວມມືເມືອງພີ່-ເມືອງນ້ອງ ພາຍໃຕ້ຂໍ້ຕົກລົງຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນອາຊີ-ປາຊີຟິກ (RCEP) ປີ 2025 ໄດ້ເປີດຂຶ້ນໃນ ວັນທີ 4-6 ມິຖຸນາ ຜ່ານມາ ທີ່ເມືອງເຫີເຟີຍ ແລະ ເມືອງຫວງຊານ ແຂວງອານຮຸຍ ສປ ຈີນ ແຂວງທາງຕາເວັນອອກຂອງຈີນ. ພາຍໃຕ້ຄໍາຂວັນ ຄູ່ຮ່ວມມືພາກພື້ນເພື່ອການພັດທະນາຮ່ວມກັນ", ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານດ້ານເສດຖະກິດ, ວັດທະນະທຳ ແລະ ອຸດສາຫະກຳລະຫວ່າງປະເທດສະມາຊິກ RCEP. ສ້າງຄວາມເປັນຢູ່ທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດພາກພື້ນ ແລະ ຍົກລະດັບການຄ້າເສລີໃນເຂດອາຊີ-ປາຊີຟິກ.
ໂດຍປະຕິບັດຕາມແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ສະບັບປີ 2024-2028 (ໃນຂົງເຂດເສດຖະກິດ) ໄດ້ລະບຸວ່າ: ເພີ່ມທະວີການປະສານສົມທົບທາງດ້ານຍຸດທະສາດ ໂດຍຖືເອົາແລວທາງເສດຖະກິດ ຈີນ-ລາວ ເປັນແກ່ນຫຼັກ,ຖືເອົາເສັ້ນທາງລົດໄຟ ຈີນ-ລາວ, ຕາຂ່າຍໄຟຟ້າ ແລະ ໂຄງການໃຫຍ່ອື່ນໆ ເປັນກໍາລັງສໍາຄັນ ໃນການລົງເລິກ ການຮ່ວມືທີ່ເປັນຮູບປະທໍາ ໃນທຸກຂົງເຂດຢ່າງຮອບດ້ານ ພາຍໃຕ້ຫຼັກການຕ່າງຝາຍຕ່າງມີຜົນປະໂຫຍດເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ຈີນ-ລາວ.
ແຂວງຊຸງຊອງນຳໂດ Chungcheongnam-do Director for Information Technology ສ.ເກົາຫຼີໂດຍຜ່ານສະມາຄົມສິລະປະແຊຣິງ ສ.ເກົາຫຼີ ໄດ້ມອບຄອມພີວເຕີຕັ້ງໂຕະ(ມືສອງ) ຈໍານວນ 500 ຊຸດມູນຄ່າ 85,490 ໂດລາໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ໃນວັນທີ 10 ມິຖຸນາຜ່ານມາ ທີ່ກະຊວງດັ່ງກ່າວຕາງໜ້າມອບໂດຍແຂວງຊຸງຊອງນຳໂດ ແລະ ສະມາຄົມສິລະປະແຊຣິງ ສ.ເກົາຫຼີ, ໃຫ້ກຽດຮັບໂດຍທ່ານນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 10 ມິຖຸນາຜ່ານມາ ຢູ່ທີ່ເຮືອນຮັບແຂກ ເລກ 1 ແຂວງຄຳ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳແຂວງໄດ້ຕ້ອນຮັບພົບປະ ກຸ່ມບໍລິສັດ TH ໂດຍການນຳພາຂອງທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີທ່ານ ນາງ ຖ໋າຍ ເຮືອງ ປະທານສະພາຍຸດທະສາດ ກຸ່ມບໍລິສັດ TH ພ້ອມດ້ວຍຄະນະ.
ໃນວັນທີ 9 ມິຖຸນາ ຜ່ານມາ ນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງສະມາຄົມສະຫະກອນ ສສ ຫວຽດນາມ ຊຶ່ງນຳພາຄະນະ ໂດຍທ່ານ ນາງ ອານິດ ສີວິໄຊ ໃນນາມປະທານບໍລິສັດ ທະເວວພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວຈຳກັດ ແລະ ປະທານໂຄງການນາຕານກະສິກຳສະອາດ, ມີບັນດາຜູ້ຊ່ຽວຊານ ຈາກ ສສ ຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນລະຫວ່າງວັນທີ 4-5 ມິຖຸນາຜ່ານມານີ້, ທ່ານ ເສີນ ຢົງເຈ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ຊຶ່ງປະກອບມີ ຄະນະກໍາມະການພັດທະນາ ແລະ ປະຕິຮູບແຂວງ, ພະແນກການຄ້າແຂວງ, ບໍລິສັດ ເປົາຫຼານການຄ້າ ຈໍາກັດ, ກຸ່ມບໍລິສັດ ລົງທຶນກໍ່ສ້າງ ແຂວງຢູນນານ ຈໍາກັດ, ບໍລິສັດ ຢຸນຊຽງພັດທະນາກະສິກໍາ ແລະ ການລົງທຶນ (ຢຸນນານ) ຈໍາກັດ, ທະນາຄານ ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ໄດ້ເດີນທາງມາຢ້ຽມຢາມແຂວງບໍ່ແກ້ວ ສປປ ລາວ.
ຄໍາເຫັນ