ອງປະຊຸມພົບປະແລກປ່ຽນ ຂໍ້ມູນຂ່າວສານໃນການຮ່ວມມືປະຕິບັດກົດໝາຍ

ລາວ, ມ້ຽນມາ, ໄທ ແລະ ສປ ຈີນ ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ

ລາວ, ມ້ຽນມາ, ໄທ ແລະ ສປ ຈີນ ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ
ໃນວັນທີ 20 ພະຈິກຜ່ານມານີ້, ຢູ່ທີ່ໂຮງແຮມໝອນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ຂໍ້ມູນຂ່າວສານໃນການຮ່ວມມືປະຕິບັດກົດໝາຍ

 ແລະ ການລາດຕະເວນຮ່ວມຕາມລຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຂຶ້ນ ຊຶ່ງຄະນະຜູ້ແທນຝ່າຍຈີນນຳໂດຍ ທ່ານ ພົນໂທ ຢວນຢາພິງ ຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງຢຸນນານ, ສປປ ລາວນໍາໂດຍ ທ່ານ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ສ. ມຽນມານຳໂດຍ ທ່ານ ພັນໂທ ອອງຈົງມອງ ຫົວໜ້າກອງບັນຊາການຕຳຫຼວດບ້ານປຸງ ເມືອງທ່າຂີ້ເຫຼັກ ແລະ ຣາຊະອານາຈັກ ໄທນຳໂດຍ ທ່ານ ພັນເອກ ພານຸວັດ ຮອງຫົວໜ້າກອງກົມກົດໝາຍຕຳຫຼວດພູທອນພາກ 5 ຕະຫຼອດຮອດພະນັກງານວິຊາການ 4 ປະເທດເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຄືນສະພາບການຮ່ວມມືໃນການປົກປັກຮັກສາຊາຍແດນ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມມືໃນການປະຕິບັດສັນຍາວ່າ ດ້ວຍການລາດຕະເວນຮ່ວມທາງນໍ້າ, ການແກ້ໄຂບັນຫາສະພາບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນ. ນອກນັ້ນ, ກອງປະຊຸມ ຍັງໄດ້ທົບທວນຄືນ ແລະ ຍົກໃຫ້ເຫັນວຽກງານການປະສານສົມທົບລະຫວ່າງ 4 ປະເທດ (ຈີນ, ລາວ, ມ້ຽນມາ ແລະ ໄທ) ທີ່ໄດ້ມີການພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດກົດ ໝາຍລາດຕະເວນຮ່ວມກັນເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມລຳແມ່ນໍ້າຂອງ ຂອງ 4 ປະເທດ, ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມື. ຊຶ່ງກອງປະຊຸມໄດ້ເປັນເອກະພາບກ່ຽວກັບທິດທາງແຜນການທີ່ສອງຝ່າຍຈະໄດ້ສືບຕໍ່ຮ່ວມມືກັນໃນຕ່ໍໜ້າເປັນຕົ້ນ: ການກຽມຄວາມພ້ອມໃນການລາດຕະເວນຮ່ວມກັນຄັ້ງທີ 148 ທີ່ຈະມາເຖິງນີ້ ແລະ ການຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງ 4 ປະເທດໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່, ສ້າງຊາຍແດນໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາຮອບດ້ານ; ພ້ອມກັນນັ້ນ 4 ຝ່າຍຈະໄດ້ແລກປ່ຽນສະພາບເຊິ່ງກັນ ແລະ ກັນໃຫ້ເປັນປົກກະຕິ.

(ຂ່າວ: ພາກ ສຸທິປັນຍາ)

ຄໍາເຫັນ

ຂ່າວການຮ່ວມມື

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ມອບເງິນສົມທົບພັດທະນາເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງຄຳມ່ວນ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ປະກອບສ່ວນມອບເງິນ 500 ລ້ານກີບ ສົມທົບທຶນປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກທີ 12 ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 200 ລ້ານກີບ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຄູນຄຳ. ພິທີມອບ-ຮັບ ຈັດຂຶ້ນໃນວັນທີ 27 ກໍລະກົດນີ້, ທີ່ຫ້ອງວ່າການແຂວງຄຳມ່ວນ ໃຫ້ກຽດຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມອບໂດຍທ່ານ ຫານ ຫຸຍລູ ປະທານບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ, ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ສາທາຄໍາມ່ວນ-ນະຄອນພະນົມ ທົບທວນການຮ່ວມມືສອງຝ່າຍ

ກອງປະຊຸມທົບທວນການຮ່ວມມືດ້ານສາທາລະນະສຸກ ແລະ ການດໍາເນີນງານແກ້ໄຂບັນຫາສາທາລະນະສຸກຊາຍແດນ ແລະ ຝຶກຊ້ອມແຜນກຽມຄວາມພ້ອມ ຕອບໂຕ້ພາວະສຸກເສີນດ້ານສາທາລະນະສຸກສອງແຂວງ, ສອງປະເທດ ລະຫວ່າງແຂວງຄໍາມ່ວນ ສປປ ລາວ ແລະ ສາທາລະນະສຸກຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ຈັດຂຶ້ນໃນລະຫວ່າງວັນທີ 23-24 ກໍລະກົດຜ່ານມາ, ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ, ທ່ານ ປຣີດາ ວອນຫານ ຕາງໜ້າສາທາລະນະສຸກຈັງຫວັດນະຄອນພະນົມ ພ້ອມດ້ວຍພະນັກງານທັງຝ່າຍເຂົ້າຮ່ວມ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ

ວັນທີ 24 ກໍລະກົດ ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 99 ປີ ແລະ ວັນໄຊຊະນະການເດີນທັບທາງໄກ ຂອງກອງທັບກຳມະກອນ ແລະ ຊາວກະສິກອນຈີນ ຄົບຮອບ 90 ປີ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີສະຫາຍ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ​ ສປ​ ຈີນ ປະຈໍາ​ ສປປ​ ລາວ, ມີຄະນະນຳກະຊວງ ປກຊ-ປກສ, ຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ​ ສປ​ ຈີນ ປະຈໍາ​ ສປປ​ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ ຣາຊະອານາຈັກໄທ

ຫວ່າງມໍ່ໆມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການ ສ້າງຕັ້ງສະຖາບັນແມ່ນໍ້າຂອງ ທີ່ ບາງກອກ ຣາຊະອານາຈັກໄທ ຊຶ່ງມີບັນດາຜູ້ກໍ່ຕັ້ງ, ຄະນະສະພາ ບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າຈາກ ພາກລັດ ແລະ ພາກເອກະຊົນຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງບັນດາຄູ່ ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງພ້ອມພຽງ.
ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ວັນທີ 24 ກໍລະກົດ 2026 ນີ້, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ການນຳເມືອງທຸລະຄົມ ນໍາໂດຍ ສະຫາຍ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງທຸລະຄົມ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມວາງພວງມາລາ - ຈູດທູບທຽນໄວ້ອາໄລເຖິງດວງວິນຍານບັນດາທະຫານອາສາສະໝັກ ນັກຮົບວິລະຊົນ
ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ໃນວັນທີ 23 ກໍລະກົດນີ້ ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ Bakhodir Burkhanov ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.
ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 23 ກໍລະກົດນີ້ ທີ່ ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມຄັ້ງທີ 27, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 33 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 16.
ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ໃນວັນທີ 23 ກໍລະກົດຜ່ານມາ ທີ່ ນະຄອນຫຼວງມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ - ສ ເກົາຫຼີ ຄັ້ງທີ 14 (14thMekong-ROKForeignMinisters’ Meeting) ໂດຍການເປັນປະທານຮ່ວມຂອງທ່ານ SihasakPhuangketkeow ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄທ ແລະ ທ່ານChoHyun ລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ເຂົ້າຢ້ຽມອໍາລາ

ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ເຂົ້າຢ້ຽມອໍາລາ

ໃນວັນທີ 23 ກໍລະກົດນີ້ ທີ່ ຫ້ອງຮັບແຂກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະ ແລະ ອຳລາ ຂອງ ທ່ານ ນາງ Mel Barlow ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກ ອັງກິດ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານໄດ້ສຳເລັດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 22 ກໍລະກົດນີ້ ທີ່ ມະນີລາ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາອາຊຽນ ຈໍານວນ 11 ກອງປະຊຸມ ຄື: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ອິນເດຍ, ການາດາ, ສ.ອາເມຣິກາ, ຣັດເຊຍ, ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອົສຕຣາລີ, ນິວຊີແລນ, ອັງກິດ ແລະ ສະຫະພາບເອີຣົບ.
ເພີ່ມເຕີມ