ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ
ພິທີລົງນາມສັນຍາຮ່ວມມືດ້ານນະວັດຕະກໍາປັນຍາປະດິດລາວ-ຈີນລະຫວ່າງກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດChina-ASEAN Information Habor ຈໍາກັດແລະບໍລິສັດALO Technology ໄດ້ຈັດຂຶ້ນ ເມື່ອຕົ້ນເດືອນເມສາຜ່ານມາທີ່ສູນອິນເຕີເນັດແຫ່ງຊາດ,

 

ໃຫ້ກຽດເຂົ້າຮ່ວມໂດຍທ່ານບໍ່ວຽງຄໍາວົງດາລາລັດຖະມົນຕີກະຊວງເຕັກໂນໂລຊີແລະການສື່ສານຊຶ່ງມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສູນ, ອົງການພາຍໃນກະຊວງ, ມີຜູ້ຕາງໜ້າຄະນະກໍາມະການຮ່ວມມືລາວ-ຈີນແລະພາກສ່ວນບໍລິສັດເຂົ້າຮ່ວມ.

ຈຸດປະສົງຂອງການລົງນາມຮ່ວມມືໃນຄັ້ງນີ້ແມ່ນເພື່ອຮ່ວມມືການກໍ່ສ້າງແລະດໍາເນີນງານຂອງສູນການຮ່ວມມືນະວັດຕະກໍາປັນຍາປະດິດ ລາວ-ຈີນ ຊຶ່ງຈະຮ່ວມກັນສ້າງພື້ນຖານໂຄງລ່າງການປະມວນຜົນຂອງປັນຍາປະດິດແລະພື້ນຖານລະບົບຂໍ້ມູນພາສາລາວຂະໜາດໃຫຍ່, ສຸມໃສ່ສ້າງຕົວແບບປັນຍາປະດິດດ້ານອຸດສາຫະກໍາ ໃນຂົງເຂດການແພດ, ກະສິກໍາ, ການສຶກສາ, ການຄ້າແລະຂະແໜງການອື່ນໆ; ພ້ອມທັງສົມທົບກັນ ຜັນຂະຫຍາຍບັນດາໂຄງການຝຶກອົບຮົມກໍ່ສ້າງຜູ້ທີ່ມີຄວາມສາມາດໃນທ້ອງຖິ່ນ. ການລົງນາມໃນສັນຍາຮ່ວມມືຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າການຮ່ວມມືດ້ານປັນຍາປະດິດລາວ-ຈີນໄດ້ກ້າວເຂົ້າສູ່ໄລຍະການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ທັງຍັງໄດ້ໃຫ້ການສະໜັບສະໜູນຢ່າງເຂັ້ມແຂງໃນການພັດທະນາເສດຖະກິດດີຈີຕອນຂອງສປປລາວ.

ຮ່ວມລົງນາມຮ່ວມມືໃນຄັ້ງນີ້ຕາງໜ້າຝ່າຍກະຊວງເຕັກໂນໂລຊີແລະການສື່ສານໂດຍທ່ານພວງປະເສີດແກ້ວສຸວັນຫົວໜ້າຫ້ອງການ, ທ່ານປອທະວີສັກມະໂນທຳຫົວໜ້າສູນບໍລິຫານລັດດີຈີຕອນແລະຝ່າຍບໍລິສັດໂດຍທ່ານ(ຈອງ ແນັງ) Zhong nengປະທານບໍລິສັດChina-ASEAN Information Harbor ຈໍາກັດແລະທ່ານອານຸສອນພົນອາມາດບໍລິສັດALO Technology, ໂດຍໃຫ້ກຽດເປັນສັກຂີພິຍານຂອງ ທ່ານບໍ່ວຽງຄຳວົງດາລາ ແລະບັນດາທ່ານທີ່ເຂົ້າຮ່ວມ.

(ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: ກຕສ)

ຄໍາເຫັນ

ຂ່າວການຮ່ວມມື

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ລະຫວ່າງວັນທີ 2-4 ພຶດສະພາ ຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ມີໄຊ ພົມເຂ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ
ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖານທູດກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ (ຄຕພ) ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ພັກກອມມູນິດກູບາ ຄົບຮອບ 65 ປີ (16 ເມສາ 1961- 16 ເມສາ 2026) ຂຶ້ນໃນວັນທີ 7 ພຶດສະພານີ້
ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ໃນວັນທີ 4 ພຶດສະພາ ຜ່ານມາ ທີ່ສໍານັກງານກອງເລຂາອາຊຽນ, ຈາກາກຕາ, ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມກອງເລຂາອາຊຽນຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ. ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR).
ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ກອງປະຊຸມພົບປະ ສາຫາລື ແລະ ແລກປ່ຽນ ກ່ຽວກັບການຈັດສັນ ຈາລະຈອນພາຫະນະຄົມມະນາຄົມ ແລະ ການເຂົ້າອອກ ຂອງພົນລະເມືອງ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ ໃນໄລຍະທີ່ນະຄອນດານັງ ຈັດຕັ້ງປະຕິບັດ ການລົງທຶນໂຄງການກໍ່ສ້າງຍົກລະດັບເສັ້ນທາງແຫ່ງຊາດ 14D ລະຫວ່າງ ຄະນະເຮັດວຽກແຂວງເຊກອງ ສປປ ລາວ ແລະ ຄະນະເຮັດວຽກ ນະຄອນດານັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງເຊກອງ, ໂດຍການເປັນປະທານຮ່ວມ ຂອງທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ, ທ່ານ ທ່ຽວ ຫວຽດ ຢຸ້ງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຈູລາຍ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ໃນວັນທີ 5 ພຶດສະພາ ນີ້ ທີ່ ທຳນຽບປະທານາທິບໍດີແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ກິບຣານ ຣາຄາບຸຫມິງ ຣາຄາ ຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ໃນໂອກາດເດີນທາງຢ້ຽມຢາມ ສ ອິນໂດເນເຊຍຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026.
ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

​ ກອງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ເມືອງໂຂງ ແຂວງຈຳປາສັກ ໄດ້ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພາຍໃນປີ 2025 ທີ່ຜ່ານມາ.​ ທ່ານ ພັນໂທ ໂພສະຫວັນ ພິມມະວົງ ຫົວໜ້າພະແນກແຜນການສັງລວມ, ຮສຮ ກະຊວງປ້ອງກັນປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ:
ກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າ

ກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າ

ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ທະນາຄານພັດທະນາອາຊີ (ADB), ໄດ້ຈັດກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າໂດຍຜ່ານການເສີມ ສ້າງສະຖາບັນ ແລະ ການສ້າງຄວາມສາມາດພາຍໃນຂະແໜງການນໍ້າໃນຕົວເມືອງ,ໂດຍການເປັນ ປະທານ ຮ່ວມຂອງ ທ່ານ ນາງ ພູວັນ ແສນບຸດຕະລາດ ຮອງຫົວໜ້າກົມນໍ້າປະປາ ກະຊວງໂຍທາ ທິການ ແລະ ຂົນສົ່ງ, ທ່ານ ນາງ ນິຕາ ໂພເດຄວ ຫົວໜ້າຂະແໜງນໍ້າ ແລະ ການພັດທະນາຕົວເມືອງ ທະນາຄານພັດທະນາອາຊີ ADB, ມີບັນດາລັດວິສາຫະກິດນໍ້າປະປາແຂວງທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ແລະ ສ ອິນໂດເນເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສປປ ລາວ ແລະ ສ ອິນໂດເນເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສຸກິໂອໂນ ລັດຖະມົນຕີຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ ອິນໂດເນເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
GAMCILຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງຕໍ່ສື່ມວນຊົນ​ລາວ

GAMCILຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງຕໍ່ສື່ມວນຊົນ​ລາວ

​ ໂຄງ​ການ​ແກມ​ຊິວ (GAMCIL) ຈັດ​ຝຶກ​ອົບ​ຮົມໃຫ້​ແກ່​ນັກ​ຂ່າວ​ທົ່ວ​ປະ​ເທດ ພາຍ​ໃຕ້​ຫົວ​ຂໍ້ ”ລາຍ​ງານ​ຂ່າວ​ບັນ​ຫາ​ສີ​ຂຽວ”ຂຶ້ນໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້ ທີ່​ນະ​ຄອນຫຼວງ​ພະ​ບາງ ແຂວງຫຼວງພະບາງ, ໃຫ້ກຽດເປັນປະທານ ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມ ນັກຂ່າວ, ທ່ານ ບຸນເພັງ ທຳມະວົງ ຫົວໜ້າບໍລິຫານແຜນງານໂຄງການອາວຸໂສ ອົງການແຄຣ໌ ລາວ, ມີແຂກຖືກເຊີນ ພ້ອມ​ດ້ວຍຄະນະສະມາຄົມນັກຂ່າວ,ຄູຝຶກ ແລະ ນັກ​ຂ່າວ​ທົ່ວ​ປະ​ເທດ​ເຂົ້າຮ່ວມ.
ເພີ່ມເຕີມ