ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມື ວຽກງານກວດສອບແຫ່ງລັດ

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມື ວຽກງານກວດສອບແຫ່ງລັດ
ສະຫາຍ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ນາງ ຮ່າ ທິ ມິ ຢຸ້ງ ຮອງປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 4 ມີນາ ນີ້ ທີ່ອົງການກວດສອບແຫ່ງລັດ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-8 ມີນາ 2024 ນີ້.
ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ແມ່ນເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຶອັນດີງາມຂອງສອງປະເທດ ກໍຄື ສອງອົງການກວດສອບແຫ່ງລັດ ໃຫ້ນັບມື້ນັບແຕກດອກອອກຜົນ ຊຶ່ງການພົບປະສົນທະນາຄັ້ງນີ້ ໄດ້ດຳເນີນໄປດ້ວຍທ່າມກາງບັນຍາກາດແຫ່ງຄວາມສາມັກຄີມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ, ຄວາມຈິງໃຈ ແລະ ຄວາມຮັບຜິດຊອບສູງ ຊຶ່ງສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງຂອງທັງສອງຝ່າຍ ທີ່ຈະເສີມຂະຫຍາຍສາຍພົວພັນຮ່ວມມືແບບພິເສດ ແລະ ຮອບດ້ານ ທີ່ເປັນມູນເຊື້ອ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຫວຽດນາມ, ເວົ້າລວມ ກໍຄືການຮ່ວມມືຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ຊຶ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ.
ໃນການຢ້ຽມຢາມ ພົບປະຄັ້ງນີ້ ທັງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ ພ້ອມທັງທົບທວນຜົນສໍາເລັດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ.  ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ສະແເດງຄວາມຂອບໃຈ, ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງອົງການກວດສອບແຫ່ງລັດຂອງສອງປະເທດ ໃນໄລຍະປີຜານມາ ພ້ອມທັງມີຄໍາເຫັນສະເໜີທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ: ສືບຕໍ່ແລກປ່ຽນຢ້ຽມຢາມພົບປະລະດັບການນໍາຂັ້ນສູງ ຂອງສອງອົງການກວດສອບແຫ່ງລັດ ຢ່າງເປັນປົກກະຕິ; ສືບຕໍ່ຈັດຕັ້ງປະຕິບັດແຜນກິດຈະກໍາຂອງສອງອົງການກວດສອບແຫ່ງລັດ ທີ່ໄດ້ຖືກຮັບຮອງຕາມຂໍ້ຕົກລົງຂອງສອງລັດຖະບານ ແລະ ແຜນກິດຈະກໍາຮ່ວມມືສອງຝ່າຍ ລະຫວ່າງ ສອງອົງການກວດສອບແຫ່ງລັດ ເປັນຕົ້ນ: ການຝຶກອົບຮົມ, ການແລກປ່ຽນບົດຮຽນ ດ້ານວິຊາສະເພາະກວດສອບ ແລະ ການເຂົ້າຮ່ວມກອງປະຊຸມສໍາຄັນຕ່າງໆ ແລະ ສະເໜີໃຫ້ສືບຕໍ່ສະໜັບສະໜູນສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານອົງການກວດສອບແຫ່ງລັດ ສປປ ລາວ ເພື່ອສ້າງໃຫ້ເປັນນັກກວດສອບມືອາຊິບເທື່ອລະກ້າວ.
ໃນໂອກາດດັ່ງກ່າວ, ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອົງການກວດສອບແຫ່ງລັດ ສສ ຫວຽດນນາມ ທີ່ຍາມໃດກໍໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ.
ພາຍຫຼັງສໍາເລັດການຢ້ຽມຢາມ ພົບປະແລ້ວ, ໄດ້ມີພິທີ ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ (E-Office) ໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ ຊຶ່ງໂຄງການດັ່ງກ່າວ ເປັນການຊ່ວຍເຫຼືອຈາກອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນການສ້າງຄວາມເຂັ້ມແຂງໃນການຫັນເປັນທັນສະໄໝ ເປັນຕົ້ນ: ລະບົບຈັດເກັບເອກະສານເອເລັກໂຕຼນິກ; ຈົດໝາຍທາງເອເລັກໂຕຣນິກ ແລະ ລະບົບຄຸ້ມຄອງເອກະສານຫ້ອງການ ຊຶ່ງມີເປົ້າໝາຍເພື່ອປັບປຸງ, ເຊື່ອມໂຍງ ແລະ ພັດທະນາ ພື້ນຖານໂຄງລ່າງດ້ານ ໄອຊີທີ ແລະ ລະບົບໄອຊີທີ ເປັນເຄື່ອງມືຮັບໃຊ້ວຽກງານບໍລິຫານ ແລະ ວຽກງານການກວດສອບຂອງອົງການກວດສອບແຫ່ງລັດໃຫ້ມີຄວາມທັນສະໄໝ. 
ໃນການຢ້ຽມຢາມ ສປປ ລາວຄັ້ງນີ້, ສະຫາຍ ນາງ ຮ່າ ທິ ມິ ຢຸ້ງ ພ້ອມດ້ວຍຄະນະ ຈະສືບຕໍ່ ເຂົ້າຮ່ວມພິທີເປິດຝຶກອົບຮົມວຽກງານກວດສອບ ໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ ໃນ 3 ຫົວຂໍ້ຄື: 1). ທັກສະຂອງການເປັນຫົວໜ້າຄະນະກວດສອບ; 2). ທັກສະການສຳພາດເປົ້າໝາຍຖືກກວດສອບ ແລະ 3). ວິທີການຄັດເລືອກເປົ້າໝາຍຖືກກວດສອບ ເຂົ້າໃນແຜນການກວດສອບປະຈໍາປີ ຊຶ່ງການຝຶກອົບຮົມດັ່ງກ່າວ ຄະນະຄູ່ຝືກຈາກອົງການກວດສອບແຫ່ງລັດ ສສ ຫວຽດນາມ ຈະສືບຕໍ່ຝຶກອົບຮົມ ເປັນເວລາ 3 ວັນ ນັບແຕ່ວັນທີ່ 5-7 ມີນາ 2024.
ນອກຈາກນີ້ ສະຫາຍ ນາງ ຮ່າ ທິ ມີ ຢຸ້ງ ພ້ອມຄະນະ ຈະສືືບຕໍ່ເຄື່ອນໄຫວຢ້ຽມຢາມອົງການກວດສອບແຫ່ງລັດ ປະຈໍາພາກເໜືອ 1 ທີ່ແຂວງ ຫຼວງພະບາງ ເພື່ອພົບປະ ແລະ ເຮັດວຽກ ກັບຄະນະນໍາ ຂອງອົງການກວດສອບແຫ່ງລັດ ປະຈໍາພາກເໜືອ 1 ແລະ ແລກປ່ຽນບົດຮຽນທາງດ້ານວິຊາການກວດສອບ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ. 
ຂ່າວ: ອົງການກວດສອບແຫ່ງລັດ

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ໃນວັນທີ 28 ກັນຍາ ນີ້ ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 27-28 ກັນຍາ 2026.
ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ໃນລະຫວ່າງວັນທີ 21-25 ກັນຍາຜ່ານມານີ້, ຄະນະຜູ້ແທນ ນໍາໂດຍ ທ່ານ ວັນທະນາ ບໍລິນທາ ກຳມະການ ຜູ້ປະຈຳການ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ(ຄລທ), ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ໃນຫົວຂໍ້: ວຽກງານສົ່ງເສີມການລົງທຶນ ແລະ ການພັດທະນາຂະແໜງອຸດສາຫະກຳຜະລິດ ແລະ ປະກອບລົດຍົນ ຢູ່ ປະເທດກຳປູເຈຍ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ໃນວັນທີ 25 ກັນຍາ ຜ່ານມາ, ວິທະຍຸໂທລະພາບສູນຈີນ (CMG) ປະຈຳລາວ ຮ່ວມກັບກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງຈັດງານສາຍຮູບເງົາສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ ຄົບຮອບ 77 ປີ ຂຶ້ນທີ່ໂຮງລະຄອນແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຈ່າງ ເຊີ້ຜິງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮວ່ມຫຼາຍຮ້ອຍຄົນ.
ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27 (27th SCI) ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ກັນຍາ ນີ້ ທີ່ ນະຄອນຫຼວງວຽງຈັນ.
ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດຈີນ ວັນທີ່ 1 ຕຸລາ ຄົບຮອບ 77 ປີ, ໃນວັນທີ 25 ກັນຍາຜ່ານມາ ທີ່ ແຂວງຫຼວງພະບາງ ໂດຍມີ ທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍ ການນຳຂັ້ນສູງຂອງບັນດາແຂວງພາກເໜືອ, ນັກທຸລະກິດຊາວຈີນ ເຂົ້າຮ່ວມ.
ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ພາຍຫຼັງດຳເນີນມາເປັນເວລາ 14 ວັນ ບັນດານັກສຳມະນາກອນຈາກ ລາວ, ໄທ, ກຳປູເຈຍ ແລະ ມຽນມາ ໄດ້ຮ່ວມແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການດ້ານສື່ໃໝ່ ຈາກພາກສ່ວນຂອງ ສປຈີນ, ຊຶ່ງປະກອບ ສ່ວນສ້າງພື້ນຖານໃໝ່ໃຫ້ການຮ່ວມມືສື່ຈີນ-ອາຊຽນໃນຍຸກດີຈີຕອນ. ໄດ້ປິດລົງໃນວັນທີ 28 ກັນຍາ 2026 ນີ້ ທີ່ນະຄອນຫຼວງປັກກິ່ງ ສປຈີນ ໃຫ້ກຽດເຂົ້າຮ່ວມປິດໂດຍທ່ານ ເຫີ້ ຕົ່ງໂປ໋ (He DONGBO) ຮອງຜູ້ຈັດການໃຫຍ່ ບໍລິສັດຮ່ວມມືສາກົນດ້ານເສດຖະກິດ ແລະ ເຕັກນິກວິທະຍຸ-ໂທລະພາບຈີນ (CBIC) ຊຶ່ງຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 15-28 ກັນຍາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ ຮ່ວມກັບສູນວິທະຍຸກະຈາຍສຽງຈີນ ຮ່ວມມືດ້ານເສດຖະກິດ-ເຕັກໂນໂລຊີສາກົນ (CBIC) ໂດຍມີນັກສຳມະນາຈາກ 4 ປະເທດອາຊຽນເຂົ້າຮ່ວມ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ວັນທີ 25 ກັນຍາຜ່ານມາ, ສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ແລະ ວິທະຍຸ-ໂທລະ ພາບສູນກາງຈີນປະຈຳລາວ ໄດ້ຈັດງານ "ເທດສະການເດີນສາຍຮູບເງົາດີເດັ່ນລາວ-ຈີນ” ຂຶ້ນທີ່ໂຮງລະຄອນສາກົນຫຼວງພະບາງ, ມີທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າບັນດາແຂວງພາກເໜືອຂອງລາວ, ພະນັກງານ, ນັກຮຽນ-ນັກສຶກສາ ໃນນະຄອນ-ຫຼວງພະບາງ, ລວມທັງນັກທຸລະກິດຊາວຈີນ ແລະ ຊາວຈີນຕ່າງດ້າວ ທີ່ອາໄສຢູ່ແຂວງຫຼວງພະບາງເຂົ້າຮ່ວມຮັບຊົມ.
ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ບໍລິສັດທາງລົດໄຟລາວ-ຈີນ ໄດ້ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດ ຂອງຂະບວນລົດໄຟຖ້ຽວ C95 ໃນວັນທີ 28 ກັນຍາ ນີ້, ໂດຍມີ ທ່ານ ລູ່ ຫາຍໂຈວ (Lu haizhou) ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວຈີນຮ່ວມເດີນທາງໃນຂະບວນລົດໄຟ ທ່ຽວທຳອິດໄດ້ເຄື່ອນອອກຈາກສະຖານີບໍ່ເຕ່ນ ເພື່ອມຸ້ງໜ້າໄປສູ່ສະຖານີນະຄອນຫຼວງວຽງຈັນ, ນີ້ແມ່ນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງຜູ້ນຳສອງປະເທດລາວ-ຈີນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຊຶ່ງມິດຕະພາບລະຫວ່າງສອງຊາດລາວ-ຈີນຈາກຄວາມໄວ້ເນື້ອເຊື່ອໃຈລະຫວ່າງຜູ້ນຳຂັ້ນສູງໃຫ້ກາຍເປັນຜົນປະໂຫຍດຮ່ວມກັນທີ່ປະຊາຊົນບັນດາເຜົ່າສາມາດຈັບຕ້ອງໄດ້.
ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ

ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ

ວັນທີ 26 ກັນຍາຜ່ານມາ, ທີ່ໂຮງແຮມເມືອງຫຼວງ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງ ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານສື່ມວນຊົນແຂວງ ແລະ ທ່ານ ຊະວະຣົງ ລີ້ມປັດທະມະປານີ ປະທານສະພາການສື່ມວນຊົນແຫ່ງຊາດ ປະເທດໄທ ພ້ອມດ້ວຍສື່ມວນຊົນທັງສອງຝ່າຍເຂົ້າຮ່ວມ.
ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມະການຊີ້ນໍາກອງທຶນພັດທະນານໍ້າເທີນ 2ໄດ້ຈັດຂຶ້ນໃນວັນທີ 24 ກນຍາຜ່ານມາທີ່ຫ້ອງວ່າການແຂວງຄໍາມ່ວນ ເພື່ອທົບທວນຜົນການດໍາເນີນງານ, ຮັບຮອງແຜນງານ ແລະ ກໍານົດທິດທາງພັດທະນາກອງທຶນໃນໄລຍະຕໍ່ໜ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະປົກຄອງແຂວງຄໍາມ່ວນ ແລະ ທ່ານ ມາກ-ອັງຕວນ ຣຸບ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ.
ເພີ່ມເຕີມ