![]() |
ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມປິຕີຍິນດີທີ່ໄດ້ພົບປະກັນໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງຝ່າຍ, ໂດຍສະເພາະໃນປີ 2025 ທີ່ມີຄວາມ
ໝາຍສໍາຄັນນີ້ທີ່ເປັນປີຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ອີຢູ. ພ້ອມນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ອີຢູ ຕະຫຼອດໄລຍະ 50 ປີທີ່ຜ່ານມາ ຊຶ່ງອັນພົ້ນເດັ່ນແມ່ນການຮ່ວມມືທາງດ້ານການສຶກສາ, ໂພຊະນາການ ແລະ ການປົກຄອງທີ່ດີ. ສອງຝ່າຍຍັງເຫັນດີຮ່ວມກັນທີ່ຈະສືບຕໍ່ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືສອງຝ່າຍໃຫ້ນັບມື້ນັບໄດ້ຮັບການພັດທະນາ ແລະ ມີໝາກຜົນຍິ່ງໆຂຶ້ນໃນຕໍ່ໜ້າ. ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນໂດຍສະເພາະການຮ່ວມມືໃນຂອບອາຊຽນ ແລະ ອາຊຽນ-ອີຢູ.
ຂ່າວ: ກະຊວງການຕ່າງປະເທດ
ຄໍາເຫັນ