ລາວ-ກູບາ ສືບຕໍ່ຮ່ວມມືທາງດ້ານເສດຖະກິດ-ການຄ້າ

ລາວ-ກູບາ ສືບຕໍ່ຮ່ວມມືທາງດ້ານເສດຖະກິດ-ການຄ້າ

ລາວ-ກູບາ ສືບຕໍ່ຮ່ວມມືທາງດ້ານເສດຖະກິດ-ການຄ້າ
ເມື່ອບໍ່ດົນມານີ້, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານນາງ ແນນນາເອເທີວຽນວານເດສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ ກູບາ ປະຈຳລາວ ພ້ອມຄະນະເພື່ອປຶກສາຫາລືການສືບຕໍ່ຮ່ວມມືດ້ານເສດຖະກິດ ແລະ ການຄ້າຮ່ວມກັນ.

 

 

ການເຂົ້າຢ້ຽມພົບປະໃນຄັ້ງນີ້, ເພື່ອປຶກສາຫາລືການກະກຽມເຂົ້າຮ່ວມງານວາງສະແດງສິນຄ້າສາກົນຮາວານາຄັ້ງທີ 38 ແລະ ເພື່ອສົົ່ງເສີມສາຍພົວພັນທາງດ້ານການຄ້າລະຫວ່າງລັດຖະບານລາວ ແລະ ປະເທດ ສ ກູບາ ແນໃສ່ສຶກສາການຕະຫຼາດ, ການຄ້າ, ການບໍລິການ, ການລົງທຶນທີີ່ມີທ່າແຮງ ແລະ ກ້າວໄປເຖິງການສົົ່ງເສີມການສົົ່ງອອກຂອງສິນຄ້າລາວໃນຂົງເຂດດັ່ງກ່າວໃຫ້ຫຼາຍຂຶ້ນໃນອະນາຄົດ.

ພ້ອມນັ້ນ, ກໍເປັນການລິເລີີ່ມສ້າງໂຄງການຮ່ວມມືພັດທະນາຂະແໜງການຄ້າລະຫວ່າງສອງປະເທດໂດຍສະເພາະແນໃສ່ການເຊັນບົດບັນທຶກການຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າຂອງ ສປປ ລາວ ແລະກະຊວງການຄ້າ ແລະ ການລົງທຶນຕ່າງປະເທດຂອງ ສ ກູບາ.

(ຂໍ້ມູນ-ພາບ: ສູນສະຖິຕິ-ຂໍ້ມູນຂ່າວສານ)

ดูข้อมูลเชิงลึกและโฆษณา

โปรโมทโพสต์

ความรู้สึกทั้งหมด

77

ຄໍາເຫັນ

ຂ່າວການຮ່ວມມື

ການປະຕິບັດຈິດໃຈ “4 ດີ” ນໍາພາການກໍ່ສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ຢ່າງມີໝາກຜົນ

ການປະຕິບັດຈິດໃຈ “4 ດີ” ນໍາພາການກໍ່ສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ຢ່າງມີໝາກຜົນ

ໂດຍ: ສູຍ ຈື້ຫຼ້ຽງ (xu zhiliang) ນັກຄົ້ນຄວ້າປະຈຳສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (ຄຸນໝິງ) ໃນຖານະທີ່ເປັນເພື່ອນມິດສະຫາຍ-ອ້າຍນ້ອງ ໃນອຸດົມການຂອງລະບອບສັງຄົມນິຍົມ, ພັກກອມມູນິດຈີນ, ລັດຖະບານຈີນ ແລະ ປະຊາຊົນຈີນ ຍາມໃດກໍຖື ພັກປະຊາຊົນ ປະຕິວັດລາວ, ລັດຖະບານລາວ ແລະ ປະຊາຊົນລາວ ເປັນເພື່ອນມິດທີ່ເຊື່ອຖືໄດ້ ແລະ ເປັນຄູ່ຮ່ວມມືທີ່ໄວ້ໃຈໄດ້ ຕະຫຼອດມາ. ໃຫ້ຄວາມສຳຄັນຕໍ່ການພັດທະນາສາຍສໍາພັນຈີນ-ລາວ ໃນລະດັບສູງທາງຍຸດທະສາດແບບຍາວນານ.
ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ຈ່ອງ-ກາບຣີແຢຣ ດຸສ (Jean Gabriel Duss) ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ, ຫ້ອງການຮ່ວມມື ແລະ ກົງສູນສະວິດ (SDC) ເພື່ອລາຍງານ ແລະ ທົບທວນຄືນການຈັດຕັ້ງປະຕິບັດໂຄງການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ SDC ທີ່ຈັດຕັ້ງປະຕິບັດໂດຍບັນດາອົງການຈັດຕັ້ງສາກົນຂອງປະເທດສະວິດ ໂດຍສະເພາະບັນດາກິດຈະກໍາທີ່ຊຸກຍູ້ສົ່ງເສີມນະໂຍບາຍຂະແໜງການທ່ອງທ່ຽວ, ພ້ອມທັງປຶກສາຫາລືກ່ຽວກັບແຜນການຮ່ວມມືກັນໃນຕໍ່ໜ້າ.
ຫາລືການກະກຽມເຂົ້າຮ່ວມງານວາງສະແດງຈີນ-ອາຊຽນ ຄັ້ງທີ 22

ຫາລືການກະກຽມເຂົ້າຮ່ວມງານວາງສະແດງຈີນ-ອາຊຽນ ຄັ້ງທີ 22

ໃນທ້າຍອາທິດຜ່ານມາ ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 22 ປະຈໍາປີ 2025 ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ ໂດຍການເປັນປະທານ ຂອງທ່ານວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳທາ, ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.
ປາກກະດິງ-ບຸ່ງຄ້າ ພົບປະຫາລືວຽກງານປ້ອງກັນຄວາມສະຫງົບຕາມແນວຊາຍແດນ

ປາກກະດິງ-ບຸ່ງຄ້າ ພົບປະຫາລືວຽກງານປ້ອງກັນຄວາມສະຫງົບຕາມແນວຊາຍແດນ

ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງເມືອງປາກກະດິງ ແຂວງບໍລິຄໍາໄຊ, ທ່ານ ດາວ ດວງພະຈັນ ຮັກສາການຮອງເຈົ້າເມືອງປາກກະດິງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມເຊື່ອມສຳພັນທະໄມຕີຂອງຜູ້ແທນອຳເພີບຸ່ງຄ້າ ຈັດຫວັດບຶງການ ຣາຊະອານາຈັກໄທ ນຳພາໂດຍທ່ານ ຄົມກິດ ບຸນທອງ ນາຍອຳເພີ ພ້ອມດ້ວຍຄະນະ.
ຄະນະປະຕິບັດງານພິເສດ 4 ແຂວງ ນໍາສົ່ງຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບສູ່ປະເທດຂອງຕົນ

ຄະນະປະຕິບັດງານພິເສດ 4 ແຂວງ ນໍາສົ່ງຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບສູ່ປະເທດຂອງຕົນ

ໃນວັນທີ 18 ພຶດສະພາຜ່ານມາ, ຄະນະປະຕິບັດງານພິເສດ 4 ແຂວງຄື: ແຂວງຊຽງຂວາງ, ແຂວງໄຊສົມບູນ, ແຂວງວຽງຈັນ ແລະ ແຂວງເຫງະອັນ ນໍາໂດຍ ສະຫາຍ ພົຈວ ບົວພັນ ອີນທະປັນຍາ ຮອງເລຂາພັກແຂວງ ຫົວຫນ້າຄະນະປະຕິບັດງານພິເສດ ແຂວງໄຊສົມບູນ ເຂົ້າຮ່ວມຄະບວນລົດສົ່ງຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນສູ່ປະເທດຂອງຕົນ (ສສ ຫວຽດນາມ) ກໍຄືແຂວງເຫງະອັນ ສສ ຫວຽດນາມ. ຫົວໜ້າຂະບວນໃນການນຳສົ່ງຄັ້ງນີ້, ນໍາໂດຍສະຫາຍ ຟູງ ແທັງ ວິງ ຮອງປະທານຄະນະກຳມະການປະຊາຊົນ ຫົວໜ້າຄະນະປະຕິບັດງານພິເສດ ແຂວງເຫງະອັນ.
ປະທານ ໂຮ່ຈິມິນ ວິລະບູລຸດຜູ້ປົດປ່ອຍຊາດຂອງຫວຽດນາມ  (ໃນໂອກາດວັນເກີດປະທານ ໂຮ່ຈິມິນ ຄົບຮອບ 135 ປີ, 19/5/1890-19/5/2025)

ປະທານ ໂຮ່ຈິມິນ ວິລະບູລຸດຜູ້ປົດປ່ອຍຊາດຂອງຫວຽດນາມ (ໃນໂອກາດວັນເກີດປະທານ ໂຮ່ຈິມິນ ຄົບຮອບ 135 ປີ, 19/5/1890-19/5/2025)

ຮຽບຮຽງໂດຍ: ບກ ປະທານ ໂຮ່ຈິມິນ ວິລະບູລຸດແຫ່ງການປົດປ່ອຍປະເທດຊາດ, ເປັນສັນຍາລັກອັນຍິ່ງໃຫຍ່ ແຫ່ງເຈດ ຈໍານົງຂອງປວງຊົນທັງຊາດ ທີ່ໄດ້ອຸທິດທັງຊີວິດຂອງຕົນ ໃຫ້ແກ່ພາລະກິດປົດປ່ອຍປະເທດຊາດຫວຽດ ນາມ ແລະ ປະກອບສ່ວນສໍາຄັນໃນການຕໍ່ສູ້ຮ່ວມຂອງປະເທດຊາດຕ່າງໆ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
ສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈິມິນ ຄົບຮອບ 135 ປີ

ສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈິມິນ ຄົບຮອບ 135 ປີ

ວັນທີ 18 ພຶດສະພານີ້ ທີ່ອານຸສອນສະຖານປະທານໂຮ່ຈິມິນ, ບ້ານຊຽງຫວາງ, ເມືອງໜອງບົກ ແຂວງຄໍາມ່ວນ, ສະຖານທູດຫວຽດນາມ ປະຈໍາລາວ ຮ່ວມກັບ ອົງການປົກຄອງແຂວງຄໍາມ່ວນ ຈັດພິທີສະເຫຼີມສະຫຼອງ ຄົບຮອບ 135 ປີ ວັນເກີດຂອງປະທານ ໂຮ່ຈິມິນ, ໂດຍມີບັນດາການນໍາພັກ - ລັດ ຂັ້ນແຂວງ ແລະ ເມືອງ, ນໍາໂດຍ ສະຫາຍ ສົມສະອາດ ອຸ່ນສີດາ ກໍາມະການພັກແຂວງ ຮອງເຈົ້າແຂວງຄໍາມ່ວນ, ສະຫາຍ ຫວຽນ ມິ ເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ພ້ອມດ້ວຍສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ມວນຊົນໃນຂົງເຂດດັ່ງກ່າວເຂົ້າຮ່ວມ.
ອຽກລັງ ໃຫ້ການສະໜັບສະໜູນ ຊາວກະສິກອນຍິງ ໃນ ສປປ ລາວ

ອຽກລັງ ໃຫ້ການສະໜັບສະໜູນ ຊາວກະສິກອນຍິງ ໃນ ສປປ ລາວ

ເພື່ອຄວາມໝັ້ນຄົງທາງດ້ານອາຫານ ແລະ ໂພຊະນາການ ພ້ອມທັງເສີມສ້າງຄວາມຕ້ານທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດໂດຍມຸ່ງເນັ້ນໃນການສົ່ງເສີມສິດທິ ແລະ ສັກກະຍະພາບຂອງຜູ້ຍິງ ໃນພາກການກະສິກໍາ; ປະເທດ ອຽກລັງ ໄດ້ໃຫ້ການສະໜັບສະໜູນຊາວກະສິກອນຂະໜາດນ້ອຍ ທີ່ເປັນເພດຍິງ ໃນພາກເໜືອ ຂອງ ສປປ ລາວ ປະມານ 1,000 ຄົນ ຜ່ານ ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ປະຈໍາ ສປປ ລາວ ດ້ວຍມູນຄ່າ 400,000 ເອີໂຣ.
ລະດົມຄຳຄິດເຫັນດ້ານເນື້ອໃນໃສ່ປຶ້ມ 50 ປີສາຍພົວພັນ ສພຊ ລາວ - ສພຊ ຫວຽດນາມ

ລະດົມຄຳຄິດເຫັນດ້ານເນື້ອໃນໃສ່ປຶ້ມ 50 ປີສາຍພົວພັນ ສພຊ ລາວ - ສພຊ ຫວຽດນາມ

ກອງປະຊຸມລະດົມຄໍາຄິດເຫັນດ້ານເນື້ອໃນໃສ່ປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ (ສພຊ)ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດແຫ່ງ ສສ ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ພັດທະນາ” ໄດ້ຈັດຂຶ້ນໃນວັນທີ 15-16 ພຶດສະພານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ
ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ ( HTSN13 )ໃຫ້ ພະແນກກະສິກຳ ແລະປ່າໄມ້

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ ( HTSN13 )ໃຫ້ ພະແນກກະສິກຳ ແລະປ່າໄມ້

ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ (HTSN13) ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ຢູ່ສູນຄົ້ນຄວ້າກະສິກໍາທ່າຊະໂນ ໂດຍການເຂົ້າຮ່ວມຂອງທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄວານ ໂດຮາ ຜູ້ອໍານວຍການສູນໂກເປຍ ປະຈໍາ ສປປ ລາວ,
ເພີ່ມເຕີມ