ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ
ໃນວັນທີ 3 ກໍລະກົດ ຜ່ານມາ, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມພົບປະກັບ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ເພື່ອສະແດງຄວາມຊົມເຊີຍທີ່ທ່ານໄດ້ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະ ມົນຕີ ແລະ ໃຫ້ຄຳໝັ້ນສັນຍາວ່າອົສຕຣາລີຈະສືບຕໍ່ສະໜັບສະໜູນບຸລິມະສິດການພັດທະນາເສດຖະກິດຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືຮອບດ້ານລະຫວ່າງປະເທດອົສຕຣາລີ ແລະ ສປປ ລາວ.
ລາວ-ອສຕຣາລ ຮດແໜນການຮວມມສາງຄວາມເຂມແຂງດານເສດຖະກດ ແລະ ການພດທະນາແບບຍນຍງ - image 1
 

 

ທ່ານທູດມີຄວາມຍິນດີຕໍ່ການໃຫ້ຂໍ້ມູນຂອງທ່ານຮອງນາຍົກລັດຖະມົນຕີ ກ່ຽວກັບທ່າອ່ຽງດ້ານເສດຖະກິດ ແລະ ແຜນການປະຕິຮູບເສດຖະກິດຂອງ ສປປ ລາວ, ລວມທັງຄວາມມຸ່ງໝັ້ນຂອງລັດຖະ ບານລາວທີ່ຈະຍົກລະດັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂຶ້ນເປັນວາລະແຫ່ງຊາດ. ທ່ານທູດກ່າວວ່າ ການຮ່ວມມືເພື່ອການພັດທະນາຂອງອົສຕຣາລີ ແມ່ນສອດຄ່ອງກັບເປົ້າໝາຍເຫຼົ່ານີ້ຂອງລັດຖະບານ ໂດຍຜ່ານການສະໜັບສະໜູນເພື່ອປັບປຸງການດຳລົງຊີວິດຂອງປະຊາຊົນໃຫ້ດີຂຶ້ນ, ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນຕ່າງໆ ແລະ ການຂະຫຍາຍຕົວດ້ານເສດຖະກິດແບບມີສ່ວນຮ່ວມ ແລະ ຍືນຍົງ.

ທ່ານທູດໄດ້ຢັ້ງຢືນຄືນກ່ຽວກັບການເປັນຄູ່ຮ່ວມມືອັນຍາວນານຂອງອົສຕຣາລີກັບ ສປປ ລາວ ແລະ ຢັ້ງຢືນວ່າໂຄງການຊ່ວຍເຫຼືອເພື່ອການພັດທະນາ (ODA) ຂອງອົສຕຣາລີໃຫ້ແກ່ ສປປ ລາວ ສຳລັບສົກປີ 2026-27 ແມ່ນມີມູນຄ່າປະມານ 64.4 ລ້ານໂດລາອົສຕາຣລີ ຊຶ່ງປະກອບມີການຊ່ວຍເຫຼືອໂດຍຜ່ານໂຄງການຮ່ວມມືແບບສອງຝ່າຍ, ລະດັບພາກພື້ນ ແລະ ສາກົນ. ການສະໜັບສະໜູນຂອງອົສຕຣາລີແມ່ນກວມເອົາຫຼາຍຂະແໜງທີ່ສຳຄັນ ເປັນຕົ້ນແມ່ນການຄຸ້ມຄອງການເງິນພາກລັດ, ກະສິ ກຳ, ການສຶກສາ, ສາທາລະນະສຸກ, ພະລັງງານ, ການສ້າງຄວາມເຂັ້ມແຂງໃນການຮັບມືກັບການປ່ຽນ ແປງສະພາບອາກາດ ແລະ ການປົກຄອງ ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາແບບຍືນຍົງ ແລະ ດຶງດູດການລົງທຶນພາກເອກະຊົນທີ່ມີຄຸນນະພາບສູງ.

ລາວ-ອສຕຣາລ ຮດແໜນການຮວມມສາງຄວາມເຂມແຂງດານເສດຖະກດ ແລະ ການພດທະນາແບບຍນຍງ - image 2
 

ທ່ານທູດໄດ້ເນັ້ນເຖິງການຮ່ວມມືອັນຍາວນານຂອງ ອົສຕຣາລີ ກັບກະຊວງການເງິນ ເພື່ອປັບປຸງການຄຸ້ມຄອງການເງິນພາກລັດ ເປັນຕົ້ນແມ່ນການສະໜັບສະໜູນການປະຕິຮູບດ້ານການເງິນ ແລະ ງົບ ປະມານ, ການປະສານງານກ່ຽວກັບການຊ່ວຍເຫຼືອເພື່ອການພັດທະນາ ແລະ ການສ້າງຂີດຄວາມສາມາດຂອງສະຖາບັນ. ຄວາມພະຍາຍາມເຫຼົ່ານີ້ແມ່ນປະກອບສ່ວນໃນການປັບປຸງການຄຸ້ມຄອງເສດຖະກິດ, ຊ່ວຍປັບປຸງການບໍລິການພາກລັດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ.

ທ່ານທູດຍັງສະແດງຄວາມຂອບໃຈຕໍ່ທ່ານຮອງນາຍົກລັດຖະມົນຕີ ແລະ ກະຊວງການເງິນ ທີ່ໃຫ້ການສະໜັບສະໜູນຕະຫຼອດມາຕໍ່ໂຄງການຮ່ວມມືເພື່ອການພັດທະນາຂອງອົສຕຣາລີ ແລະ ໂຄງການລົງທຶນຂອງອົສຕຣາລີຢູ່ ສປປ ລາວ ຊຶ່ງທ່ານໄດ້ຮັບຮູ້ບົດບາດອັນສຳຄັນຂອງການລົງທຶນທີ່ມີຄວາມຮັບຜິດຊອບ ໃນການສະໜັບສະໜູນການເຕີບໂຕເສດຖະກິດແບບຍືນຍົງ ແລະ ການສ້າງວຽກເຮັດງານທຳໃຫ້ແກ່ປະຊາ ຊົນ.

ການພົບປະດັ່ງກ່າວຍັງໄດ້ຍົກໃຫ້ເຫັນການຮ່ວມມືຂອງອົສຕຣາລີໃນພາກພື້ນ ໂດຍຜ່ານຂອບການຮ່ວມມືແມ່ນໍ້າຂອງ-ອົສຕຣາລີ ແລະ ຍຸດທະສາດເສດຖະກິດຂອງອົສຕຣາລີ ໃນພາກພື້ນອາຊີຕາເວັນ ອອກສ່ຽງໃຕ້ຮອດປີ 2040 ຊຶ່ງໄດ້ປະກອບສ່ວນເຮັດໃຫ້ການຮ່ວມມືດ້ານເສດຖະກິດກ້າວສູ່ລວງເລິກ, ສ້າງຄວາມເຂັ້ມແຂງໃນພາກພື້ນ ແລະ ສະໜັບສະໜູນການຂະຫຍາຍຕົວແບບຍືນຍົງໃນອາຊີຕາເວັນ ອອກສ່ຽງໃຕ້.

ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນອົສຕຣາລີ ທີ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນບຸລິມະສິດການພັດທະນາຂອງ ສປປ ລາວ ຕະຫຼອດມາ.

ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ການຮ່ວມມື ເພື່ອສະໜັບສະໜູນການສ້າງອະນາຄົດຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ແບບມີສ່ວນຮ່ວມ ແລະ ມີຄວາມຈະເລີນຮຸ່ງເຮືອງຫຼາຍຂຶ້ນ.

(ແຫຼ່ງຂ່າວ: ສະຖານທູດອົສຕຣາລີປະຈຳລາວ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ