ລັດຖະບານຍີ່ປຸ່ນ ໃຫ້ທຶນ 71.500 ໂດລາ ເພື່ອສ້າງຂົວເບຕົງໃໝ່

ລັດຖະບານຍີ່ປຸ່ນ ໃຫ້ທຶນ 71.500 ໂດລາ ເພື່ອສ້າງຂົວເບຕົງໃໝ່
ເມື່ອບໍ່ດົນມານີ້ທີ່ສະຖານເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ມີພິທີເຊັນສັນຍາສະໜອງທຶນຮອນ ເພື່ອກໍ່ສ້າງຂົວເບຕົງໃໝ່ ໃນບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ ຊຶ່ງແນໃສ່ປະກອບສ່ວນເຂົ້າໃນການຍົກລະດັບການຄົມມະນາຄົມ, ໄປມາຫາສູ່ຂອງປະຊາຊົນໃນເຂດດັ່ງກ່າວ ດ້ວຍມູນຄ່າ 71.500 ໂດລາ.
    ພິທີເຊັນສັນຍາດັ່ງກ່າວ, ເປັນການລົງນາມ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ຄຳພອນ ສົມວິຈິດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໂດຍມີ ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ເຂົ້າຮ່ວມເປັນສັກຂີພິຍານ.
    ທ່ານ ແສນສັກ ສຸລິສັກ ໄດ້ມີຄຳເຫັນວ່າ: ເນື່ອງຈາກມີຝົນຕົກໜັກ ແລະ ລົມພັດແຮງໃນແຕ່ລະປີ ເຮັດໃຫ້ຂົວໄມ້ ເກົ່າໃນບ້ານນາຮັງນ້ອຍ ເປ່ເພເສຍຫາຍ ແລະ ມີຄວາມສ່ຽງອັນຕະລາຍໃນການໄປ-ມາຂອງປະຊາຊົນ ຊຶ່ງຜ່ານການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນໃນໂຄງການດັ່ງກ່າວ ພວກເຮົາຈະສາມາດສ້າງຂົວທີ່ໄດ້ຕາມມາດຕະຖານຂອງກະຊວງໂຍທາທິການ ແລະ ຂົນສົ່ງກໍານົດໄວ້, ການຊ່ວຍເຫຼືອອັນລ້ໍາຄ່າໃນຄັ້ງນີ້ ບໍ່ພຽງແຕ່ເປັນການຍົກລະດັບໂຄງລ່າງພື້ນຖານ ການຄົມມະນາຄົມໃນເມືອງອາດສະພອນເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນເຂົ້າໃນການກະຕຸ້ນເສດຖະກິດ ລວມເຖິງການຄ້າຂາຍຜົນຜະລິດກະສິກໍາ ແລະ ການທ່ອງທ່ຽວ; ພ້ອມທັງ, ເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ໃກ້ຄຽງກັບຂົວອີກດ້ວຍ.
    ການສະໜອງທຶນຄັ້ງນີ້, ແມ່ນພາຍໃຕ້ໂຄງການເສີມສ້າງຄວາມຫມັ້ນຄົງຂອງມະນຸດຂັ້ນ ຮາກຖານ (GGP) ຊຶ່ງ ທ່ານ ໂຄບະຢະຊິ ເຄັນອິຈິ ກໍໄດ້ກ່າວວ່າ: ໂຄງການນີ້, ແມ່ນການສະໜອງທຶນທີ່ຈໍາເປັນ ໃຫ້ແກ່ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງ ເພື່ອການ ພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ. ຂະນະທີ່, ຂົວບ້ານນາຮັງນ້ອຍ ທີ່ມີໃນປັດຈຸບັນ ໄດ້ເກົ່າແກ່ຊຸດໂຊມລົງ ເຮັດໃຫ້ເກີດມີຄວາມສ່ຽງທີ່ຈະຖະຫຼົ່ມລົງ ຈຶ່ງໄດ້ມີການຫ້າມລົດບັນທຸກທີ່ຂົນຜົນຜະລິດຈາກຫມູ່ບ້ານເຂົ້າໄປໃນເມືອງ ຊຶ່ງໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງເຂົາເຈົ້າ. ດັ່ງນັ້ນ, ຊາວບ້ານຈຶ່ງຈໍາເປັນຕ້ອງໄດ້ນໍາໃຊ້ຂົວຂອງເມືອງໃກ້ຄຽງ ແລະ ຕ້ອງໄດ້ນໍາໃຊ້ທາງອ້ອມ ເພື່ອເຂົ້າໃນເມືອງ ອັນໄດ້ສ້າງຄວາມລໍາບາກໃຫ້ແກ່ປະຊາຊົນເປັນຢ່າງຍິ່ງ. ສະນັ້ນ, ການຊ່ວຍເຫຼືອນີ້ຈະຊ່ວຍໃຫ້ ການເດີນທາງໄປມາຂອງປະຊາຊົນໃນບ້ານນາຮັງນ້ອຍ ແລະ ບ້ານອ້ອມຂ້າງ ໄດ້ຮັບການປັບປຸງ; ພ້ອມທັງ, ເປັນການກະຕຸ້ນເສດຖະກິດ ແລະ ຍົກລະດັບສະພາບຊີວິດການເປັນຢູ່ຂອງປະຊາຊົນ ຜ່ານການຊ່ວຍເຫຼືອໃນຄັ້ງນີ້.
    ຈາກການໃຫ້ທຶນຄັ້ງນີ້, ເຮັດໃຫ້ຈໍານວນເງິນທີ່ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜຸນ ແກ່ແຂວງສະຫວັນນະເຂດ ລວມເປັນມູນຄ່າຫຼາຍກວ່າ 1.190.000 ໂດລາ ໂດຍເຂົ້າໃນດ້ານການສຶກສາ, ໂຄງລ່າງພື້ນຖານ ແລະ ດ້ານອື່ນໆຢ່າງກວ້າງຂວາງ ໃນໄລຍະ 5 ປີຜ່ານມາ. ປະເທດຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວ ໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.
(ຂ່າວ: ສຸກສະຫວັນ, ຂໍ້ມູນຈາກ: ສະຖານທູດຍີ່ປຸ່ນ)

ຄໍາເຫັນ

ຂ່າວການຮ່ວມມື

ອົງການໃຈບຸນສາກົນ ເດເຊເຣັດ (DIC) ມອບເຂົ້າສານ 300 ໂຕນ ໃຫ້ ສນຊ

ອົງການໃຈບຸນສາກົນ ເດເຊເຣັດ (DIC) ມອບເຂົ້າສານ 300 ໂຕນ ໃຫ້ ສນຊ

ເພື່ອເປັນການປະກອບສ່ວນຮ່ວມໃຈບັນເທົາທຸກ ມອບນໍ້າໃຈໃຫ້ຜູ້ປະສົບໄພ, ໃນວັນທີ 14 ກັນຍາ 2026, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີ ມອບ-ຮັບ ເຂົ້າສານ ຈຳນວນ 300 ໂຕນລວມມູນຄ່າ 248,017 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອສົ່ງຕໍ່ຄວາມຫ່ວງໃຍ ແລະ ໃຫ້ການຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພນ້ຳຖ້ວມ ຢູ່ 2 ແຂວງພາກໃຕ້ ຄື: ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.
ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະຫງົບປະຈຳປີ 2026 ຄັ້ງ ທີ່ l

ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະຫງົບປະຈຳປີ 2026 ຄັ້ງ ທີ່ l

ໃນວັນທີ 11ກັນຍາ 2026 ທີ່ຫ້ອງປະຊຸມກອງບັນຊາ ການ ປກສ ແຂວງກວາງງາຍ ສສ ຫວຽດນາມ ໄດ້ຈັດພິທີ ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍ ປະຈຳປີ 2026 ຄັ້ງ ທີ່ l ລະຫວ່າງກອງບັນຊາການ ປກສ ແຂວງກວ່າງງາຍ ແຫ່ງ ສສ ຫວຽດນາມ ກັບກອງບັນຊາການ ປກສ ແຂວງອັດຕະປື, ຈຳປາສັກ ແລະ ກອງບັນຊາການ ປກສ ແຂວງເຊກອງ ແຫ່ງ ສປປ ລາວ,
ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ອີງຕາມກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ສະບັບເລກທີ 88/ສພຊ, ລົງວັນທີ 12 ພະຈິກ 2020; ໃນວັນທີ 14 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຜູ້ຖືກຫາກໍ່ອາຊະຍາກຳທາງອິນເຕີເນັດ ສັນຊາດຈີນ ຈໍານວນ 98 ຄົນ ຍິງ 6 ຄົນ ພ້ອມຂອງກາງມີໂທລະສັບ 50 ໜ່ວຍ, ຄອມພິວເຕີຕັ້ງໂຕະ 50 ເຄື່ອງ ແລະ ອື່ນໆອີກຈຳນວນໜຶ່ງ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ນຳຕົວໄປດຳເນີນຄະດີ.
ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ໂດຣນຄົ້ນຫາ ແລະ ກູ້ໄພໄດ້ບິນຂຶ້ນສູ່ທ້ອງຟ້າເພື່ອສຳຫຼວດທາງອາກາດໃນຂອບເຂດກວ້າງ, ໃນຂະນະທີ່ໝາຫຸ່ນຍົນສີ່ຂາເຂົ້າໄປໃກ້ຈຸດເກີດໄພເພື່ອສຳຫຼວດສະພາບພື້ນທີ່ ແລະ ຍານພາຫະນະບໍ່ມີຄົນຄວບຄຸມແບບຕິດຕາມເສັ້ນທາງໄດ້ເຄື່ອນໄປຂ້າງໜ້າເພື່ອລຳລຽງ “ຜູ້ບາດເຈັບ”.
ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ໃນວັນທີ 9 ກັນຍາຜ່ານ​ມາທີ່ຫ້ອງວ່າການແຂວງເຊກອງ, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຈຳນວນ 250 ຖົງ ເພື່ອຊ່ວຍປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ໂດຍຜ່ານການນໍາແຂວງ ເພື່ອມອບຕໍ່ໃຫ້ກັບປະຊາຊົນ, ກ່າວຮັບແມ່ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ວັນທີ 9 ກັນຍາຜ່ານມາ, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 23 (ຜ່ານລະບົບທາງໄກ). ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້: “ການເສີມສ້າງກອງທັບອາກາດອາຊຽນໃຫ້ມີຄວາມສາມາດປະສານງານ ແລະ ເຊື່ອມໂຍງກັນ ການຮ່ວມມືປະຕິບັດການເພື່ອສະຖຽນລະພາບພາກພື້ນ” ໂດຍການເປັນປະທານຂອງທ່ານ ພົນໂທ ອາເທີມ ໂກດູລາ ຜູ້ບັນຊາການທະຫານອາກາດ ແຫ່ງຟີລິບປິນ ພ້ອມດ້ວຍຜູ້ບັນຊາການທະຫານອາກາດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ.
ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ພິທີເຊັນສັນຍາ ຮ່ວມມື (MOA) ວ່າດ້ວຍການພັດທະນາ ແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງ ສປປ ລາວ ລະຫວ່າງ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ບໍລິສັດ ເທັດສະຫຍາມອິນເຕີເນເຊີນໍ ຈຳກັດ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ຕາງໜ້າກົມໄປສະນີ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ໂກວິດ ທັນຍາຣັດຕະກູນ ປະທານກຳມະການຜູ້ຈັດການ ບໍລິສັດ ເທດສະຍາມອິນເຕີເນເຊີນໍ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງຣາຊະອາຈັກໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-09/09/2026),
ເພີ່ມເຕີມ