ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້

ລັດຖະບານຍີ່ປຸ່ນ ຊ່ວຍປັບປຸງໂຮງໝໍຢູ່ເຂດພາກໃຕ້
ວັນທີ 9 ມັງກອນຜ່ານມາ ທີ່ກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນຈັດພິທີເຊັນສັນຍາຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ສຳລັບໂຄງການປັບປຸງໂຮງໝໍຢູ່ເຂດພາກໃຕ້ (ໂຮງໝໍແຂວງຈຳປາສັກໃນ​ມູນ​ຄ່າ 2,865,000,000 ເຢນ ຫຼື​ ປະ​ມານ 18,300,000 ໂດ​ລ​າ​ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ເດືອນມັງກອນ 2026 ຈົນເຖິງທ້າຍປີ 2028).

 

ລດຖະບານຍປນ ຊວຍປບປງໂຮງໝຢເຂດພາກໃຕ - image 1
 
 

ຈຸດປະສົງຂອງໂຄງການແມ່ນເລັ່ງໃສ່ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການກວດວິເຄາະ ແລະ ປິ່ນປົວພະ ຍາດຂອງໂຮງໝໍແຂວງຈຳປາສັກ ຊຶ່ງເປັນໂຮງໝໍຫຼັກໃນ 4 ແຂວງພາກໃຕ້ຂອງ ສປປ ລາວ (ແຂວງຈຳປາສັກ, ອັດ ຕະປື, ສາລະວັນ ແລະ ແຂວງເຊກອງ) ແລະ ປັບປຸງລະບົບການສົ່ງຕໍ່ຄົນເຈັບໃນພາກພື້ນໂດຍສະເພາະຈາກແຂວງໃກ້ຄຽງ ໂດຍການຍົກລະດັບສິ່ງອຳນວຍຄວາມສະດວກ ແລະ ອຸປະກອນທີ່ຈຳເປັນເພື່ອສະໜອງການບໍລິການ ການແພດໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃຫ້ຄົນເຈັບທີ່ມີອາການປ່ວຍຮຸນແຮງ ປະກອບສ່ວນເຂົ້າໃນການເພີ່ມທະວີການບໍລິການດ້ານສາທາລະນະສຸກ ແລະ ການແພດຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ ໂດຍສະເພາະໃນລະບົບທາງການແພດໃນ 4 ແຂວງພາກໃຕ້ ໂດຍປະຕິບັດຕາມການອະນຸມັດຂອງລັດຖະບານ (Full Powers) ຈຶ່ງໄດ້ຈັດພິທີລົງນາມຮ່ວມກັນສອງຝ່າຍ. ຕາງໜ້າລັດຖະບານ ສປປ ລາວ ຮ່ວມລົງນາມໂດຍທ່ານ ວົງຄຳແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ແລະ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ໂດຍທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ, ມີຕາງໜ້າຈາກກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ຫ້ອງການກະຊວງສາທາລະນະສຸກ, ກົມອາຊີ-ປາຊີຟິກ ແລະ ອາຟຣິກາ ກະຊວງການຕ່າງປະເທດເຂົ້າຮ່ວມ. ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດຕົວຈິງພາຍຫຼັງທີ່ໄດ້ເຊັນສັນຍານີ້ ຊຶ່ງຈະຈັດຕັ້ງປະຕິບັດໂດຍອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ກະຊວງສາທາລະນະສຸກ ແນໃສ່ການຍົກລະດັບພື້ນຖານໂຄງລ່າງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນທີ່ຈຳເປັນເພື່ອສະໜອງການບໍລິການ ການແພດ ໂດຍສະເພາະໃນລະບົບທາງການແພດໃນ 4 ແຂວງພາກໃຕ້ຂອງ ສປປ ລາວ ເພື່ອຊ່ວຍໃຫ້ຜູ້ທີ່ຕ້ອງການ ການບໍລິການທາງການແພດ ສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບ ສາມາດໄດ້ຮັບການຮັກສາທ່ວງທັນກັບເວລາ ແລະ ຫຼຸດຜ່ອນຄວາມຈຳເປັນໃນການເດີນທາງໄກເພື່ອຮັບການປິ່ນປົວທີ່ສຳຄັນ.

ຂ່າວ: ຊີລິການດາ

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ໂອຢາຢາຊາ (Ms Oya YAZAR) ເອກອັກຄະລັດຖະທູດຕັວກກີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 11 ມິຖຸນານີ້ ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍໃນອະນາຄົດລະຫວ່າງ ລາວ-ຕັວກກີ. ​
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ໂດຍຕອບສະໜອງຕາມຄຳເຊີນຂອງພັກກອມມູນິດຫວຽດນາມ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຳມະນາສາກົນ ໃນຫົວຂໍ້ “ການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ບັນດາພັກການເມືອງອາຊີຕາເວັນອອກສ່ຽງໃຕ້ ເພື່ອຄວາມກົມກຽວ, ເຂັ້ມແຂງ ແລະ ເປັນເຈົ້າຕົນເອງຫຼາຍຂຶ້ນ ຂອງປະຊາຄົມອາຊຽນ” ຊຶ່ງຈັດຂຶ້ນທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 7-9 ມິຖຸນາ 2026 ພາຍໃຕ້ການເປັນເຈົ້າພາບ ຂອງພັກກອມມູນິດຫວຽດນາມ ແລະ ການເຂົ້າຮ່ວມຂອງ ບັນດາພັກການເມືອງປະເທດອາຊີຕາເວັນອອກສ່ຽງໃຕ້.
ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ທ່ານ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນວັນທີ 11 ມິຖຸນານີ້, ນຳໂດຍທ່ານ ກົວຈ້ຽນຜິງ ຄະນະບໍດີຄະນະກົດໝາຍ ມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນ ແຫ່ງການສົນທະນາອາລິ ຍະທໍາສາ ກົນ ຄັ້ງທີ II ຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ສູນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ; ມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ (ຄອສພ); ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທໍາ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍ ແຂກຖຶກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຄຣອງຂະນິດ ຮັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 10 ມິຖຸນານີ້ ທີ່ ກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍລະຫວ່າງ ລາວ-ໄທ. ​
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຜູ້ແທນເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຫວຽດນາມ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຜູ້ແທນເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຫວຽດນາມ

ໃນວັນທີ 9 ມິຖຸນາຜ່ານມາ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນຕີ ເຈິນ ຫງອກ ກວຽນ ຫົວໜ້າການເມືອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ ສໍານັກງານກວດສອບແຫ່ງຊາດ  ມົງໂກລີ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ ສໍານັກງານກວດສອບແຫ່ງຊາດ ມົງໂກລີ

ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບສໍານັກງານກວດສອບແຫ່ງຊາດ ມົງໂກລີ ໃນລະຫວ່າງວັນທີ 8-9 ມິຖຸນາ2026, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສໍານັກງານກວດສອບແຫ່ງຊາດມົງໂກລີ ນະຄອນຫຼວງອູລານບາຕໍ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ມັກໄນຊູເຣນ ຊັນດັກ ປະທານສໍານັກງານກວດສອບແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ.
ທູດຈີນຖະແຫຼງຜົນສໍາເລັດຂອງການຢ້ຽມຢາມ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່ພັກປປ ລາວ

ທູດຈີນຖະແຫຼງຜົນສໍາເລັດຂອງການຢ້ຽມຢາມ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່ພັກປປ ລາວ

ສະຫາຍນາງ ຟາງຫົງ ເອກອັກຄະລັດຖະທູດຈີນປະຈຳລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ-ຈີນກ່ຽວກັບໝາກຜົນການຢ້ຽມຢາມ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກ ປປ ລາວ ປະທານປະເທດແຫ່ງ ສປປ ລາວ ໃນວັນທີ 10 ມິຖຸນານີ້ ທີ່ສະຖານທູດຈີນ ຊຶ່ງໄດ້ຍົກໃຫ້ເຫັນ ຜົນສໍາເລັດ ຂອງການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລະຫວ່າງ ວັນທີ 2-6 ມິຖຸນານີ້.
ເທດສະການຮູບເງົາດີເດັ່ນ ລາວ-ຈີນ: ຂົວຕໍ່ຮຽນຮູ້ການພັດທະນາຂອງຈີນ ເພື່ອເປັນບົດຮຽນໃຫ້ແກ່ການພັດທະນາຂອງລາວ ໂດຍສະເພາະການແກ້ໄຂຄວາມທຸກຍາກ

ເທດສະການຮູບເງົາດີເດັ່ນ ລາວ-ຈີນ: ຂົວຕໍ່ຮຽນຮູ້ການພັດທະນາຂອງຈີນ ເພື່ອເປັນບົດຮຽນໃຫ້ແກ່ການພັດທະນາຂອງລາວ ໂດຍສະເພາະການແກ້ໄຂຄວາມທຸກຍາກ

ໜຶ່ງ​ໃນ​ກິດຈະກຳ​ຂອງ​ການ ເຄື່ອນໄຫວ​ວຽກ​ງານ​ຂອງ​ວິ​ທະ​ຍຸ​-​ໂທລະພາບ​ສູນ​ກາງຈີນ ປະ ​ຈຳລາວ​ແມ່ນ​ການ​ຈັດ​ງານ​ເທດ ສະການ​ຮູບເງົາ​ດີເດັ່ນ ລາວ​-​ຈີນ​ທີ່​ໄດ້​ຮ່ວມ​ກັບ​ກົມ​ຮູບເງົາ​ ກະ ຊວງ​ຖະແຫຼງ​ຂ່າວ, ວັດທະນະ ທຳ​ ແລະ ​ທ່ອງ​ທ່ຽວ​ໃນ​ເມື່ອ​ກ່ອນ​ກໍ​ຄື​ກະຊວງ​ວັດທະນະທຳ​ ແລະ ​ການທ່ອງທ່ຽວ​ໃນ​ປັດຈຸບັນ, ສົມ ທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ​ທັງ​ຢູ່​ສູນ​ກາງ ​ແລະ​ ທ້ອງຖິ່ນ ໂດຍ​ມີຈຸດປະສົງ​ນຳ​ເອົາ​ຮູບເງົາ​ຈີນ ​ດີເດັ່ນ​ທີ່​ພາກ​ພາສາລາວ​ເດີນ​ສາຍ​ໃຫ້​ປະຊາຊົນລາວບັນດາ ເຜົ່າ​ທັງ​ໃນ​ຕົວ​ເມືອງ​ ແລະ ຊົນນະບົດ​ເຂດ​ຫ່າງ​ໄກ​ສອກຫຼີກແຕ່​ ເໜືອ​ຮອດ​ໃຕ້​ສຸດ​ຂອງ​ປະເທດ​ລາວ​ໄດ້​ຮັບ​ຊົມ​ຮູບເງົາ​ຢ່າງ​ເບີກ ບານ​ມ່ວນ​ຊ່ືນ​ມີ​ຊີວິດ​ຊີ​ວາ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ

ໃນວັນທີ 8-9 ມິຖຸນານີ້ ທີ່ ມະນິລາ ປະເທດ ຟີລິບປິນ, ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນທີ່ກ່ຽວຂ້ອງ. ກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ຜູ້ຕາງໜ້າຈາກອາຊຽນ, ປະເທດບວກສາມ, ປະເທດຜູ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ຮອງເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.
ເພີ່ມເຕີມ