ລັດຖະມົນຕີກະຊວງ ສສກ ຕ້ອນຮັບທູດປະເທດເພື່ອນມິດ

ລັດຖະມົນຕີກະຊວງ ສສກ ຕ້ອນຮັບທູດປະເທດເພື່ອນມິດ

ລັດຖະມົນຕີກະຊວງ ສສກ ຕ້ອນຮັບທູດປະເທດເພື່ອນມິດ
ໃນວັນທີ 14 ກໍລະກົດ ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຂອງທ່ານນາງ ເມແກນ ໂຈນສ (Megen Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອົສຕຣາລີ ປະຈຳສປປ ລາວ ແລະ ທ່ານ ໂທມັດ ລາມມາ (Thomas Lammar) ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກປະຈຳ ສປປ ລາວ ພ້ອມຄະນະ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງ ສສກ ຄົນໃໝ່.
ລດຖະມນຕກະຊວງ ສສກ ຕອນຮບທດປະເທດເພອນມດ - image 1
 

ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານທູດ ແລະ ອຸປະທູດ ທັງສອງທ່ານພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ພົບປະໃນຄັ້ງນີ້, ເພື່ອປຶກສາຫາລື ແລະ ທົບທວນຄືນການຮ່ວມມື ແລະ ຊຸກຍູ້ສົ່ງເສີມດ້ານການສຶກສາຢູ່ ສປປ ລາວ ເປັນການປະກອບສ່ວນຮັດແໜ້ນການພົວພັນຮ່ວມມືດ້ານຕ່າງໆ ໂດຍສະເພາະດ້ານການສຶກສາລະຫວ່າງສອງປະເທດລາວ-ອົສຕຣາລີ ແລະ ລາວ-ລຸກຊຳບວກ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານ ທອງສະລິດ ມັງໜໍ່ເມກ ຍັງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານດ້ານການສຶກສາ ກໍຄືວຽກງານການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືດ້ານການສຶກສາຂອງສອງປະເທດ, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານອົສຕຣາລີ ແລະ ລຸກຊຳບວກ ທີ່ໄດ້ໃຫ້ການສະໜັບສະໜູນ, ຊຸກຍູ້ສົ່ງເສີມຊ່ວຍເຫຼືອດ້ານການສຶກສາແກ່ ສປປ ລາວ ມາໂດຍຕະຫຼອດ ເຮັດໃຫ້ລະບົບການສຶກສາ ກໍຄືວຽກງານການສຶກສາຢູ່ ສປປ ລາວ ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

 ທ່ານທູດອົສຕຣາລີ ແລະ ອຸປະທູດລຸກຊຳບວກປະຈຳລາວ ຕ່າງກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທອງສະລິດ ມັງໝໍ່ເມກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງ ສສກ ຄົນໃໝ່. ພ້ອມທັງຢືນຢັນວ່າ ຈະສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອດ້ານການສຶກສາແກ່ ສປປ ລາວ ກໍຄືຮ່ວມມືກັບກະຊວງ ສສກ ເພື່ອພັດທະນາວຽກງານການສຶກສາຢູ່ ສປປ ລາວ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ພັດທະນາຂຶ້ນໄປເລື້ອຍໆ. 

ຂ່າວ: ທະນູທອງ, ພາບ: ເກດສະໜາ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມສາມັນ ຄັ້ງທີ 10 ລະຫວ່າງ ກອງພົນທີ 5 ແລະ ບໍລິສັດ ມິດຕະພາບ 206

ກອງປະຊຸມສາມັນ ຄັ້ງທີ 10 ລະຫວ່າງ ກອງພົນທີ 5 ແລະ ບໍລິສັດ ມິດຕະພາບ 206

ວັນທີ 4 ກັນຍາ 2026, ຢູ່ທີ່ຫ້ອງປະຊຸມ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມສາມັນ ຄັ້ງທີ 10 ປະຈຳປີ 2026 ລະຫວ່າງ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ບໍລິສັດ ມິດຕະພາບ 206 ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານ ກອງພົນທີ 5 ກອງທັບປະຊາຊົນລາວ ແລະ ສະຫາຍ ໂງ ແມັງ ຮຸ່ງ ອຳນວຍການບໍລິສັດ ມິດຕະພາບ 206, ມີບັນດາຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.
ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ອວຍພອນວັນວັນຊາດ ສສຫວຽດນາມ ຄົບຮອບ81ປີ( 2ກັນຍາ1945-2ກັນຍາ2026) ໃນ​ວັນ​ທີ 3 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຊຽງ​ຂວາງ ໂດຍມີຄະນະຄຸ້ມຄອງຊາວຫວຽດນາມ, ກອງຂຸດຄົ້ນອັດຖິທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ແຂວງຊຽງຂວາງ ໃນພາລະກິດຕ້ານຈັກກະພັດຜູ້ຮຸກຮານ, ບໍລິສັດໂກເອໂກ, ກອງກໍ່ສ້າງກ່າ(ກອງກ່າ), ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ຄະນະບໍລິສັດລາວຈັງໂກ ວີນາມີ້ວ.
ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ  ພາຍໃຕ້ຫົວຂໍ້ “People-Partnership-Progress”

ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People-Partnership-Progress”

ຫວ່າງບໍ່ດົນມານີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ຂອນແກ່ນ ປະເທດໄທ, ໂດຍມີສະມາຊິກສະພາບໍລິຫານງານສະຖາບັນແມ່ນ້ຳຂອງ, ສະມາຊິກຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (GMS) ທີ່ ຂອນແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ພະນັກງານຂອງສະຖາບັນດັ່ງກ່າວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເມື່ຶອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ນະຄອນຫຼວງ Riga ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ພະນະທ່ານ Edgars Rinkevics ປະທານາທິບໍດີແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ລັດເວຍ.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວ ນໍາໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມຢູ່ບາງກອກປະເທດໄທ ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການເປັນເຈົ້າພາບຂອງກະຊວງແຮງງານແຫ່ງປະເທດໄທ ພາຍໃຕ້ຫົວຂໍ້: “ການພັດທະນາທຶນມະນຸດອາຊຽນ ເພື່ອນຳໄປສູ່ການຮັບຮູ້ການຢັ້ງຢືນສີມືແຮງງານໃນລະດັບສາກົນ”, ຊຶ່ງມີຜູ້ແທນຈາກ 11 ປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ.
ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ​ຈໍາປາສັກພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວ MICE ໃນຍຸກໃໝ່: ຍືນຍົງ - ເຊື່ອມໂຍງ - ໂອກາດ” ຈັດຂຶ້ນໃນລະຫວ່າງວັນທີ 27 - 29 ສິງຫາ 2026 ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ.
ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ວັນທີ 3 ກັນຍາ ນີ້, ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ນຳພາຄະນະສື່ມວນຊົນລາວ ເຂົ້າຢ້ຽມຊົມ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (China Southern Power Grid) ເພື່ອຮັບຮູ້ເຖິງການນຳໃຊ້ເຕັກໂນໂລຊີສະໄໝໃໝ່ ແລະ ນະວັດຕະກຳໃນວຽກງານພະລັງງານ-ໄຟຟ້າ.
ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ໃນວັນທີ 2 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ.
ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໄດ້ມອບ-ຮັບໂຄງການ “ຫໍສະໝຸດ 2030” ຄັ້ງທີ 17 ແລະ ອຸປະກອນການຮຽນ ໃຫ້ແກ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນມິດຕະພາບລາວ-ຫວຽດນາມ ແຂວງອັດຕະປື.ພິທີໄດ້ຈັດຂຶ້ນ ໃນ​ວັນທີ​ 31​ ສິງຫາ​ 2026​ ທີ່ໂຮງຮຽນດັ່ງກ່າວ,​ ໂດຍການເຂົ້າຮ່ວມຂອງທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ຫວຽດ​ນາມ ປະຈຳ 4 ແຂວງພາກໃຕ້ລາວ, ພ້ອມດ້ວຍຜູ້ແທນ, ນັກທຸລະກິດ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການສົ່ງເສີມການຄ້າ ແລະ ການລົງທຶນເກົາຫຼີ (KOTRA) ໄດ້ເຕົ້າໂຮມບັນດາບໍລິສັດ ສ ເກົາຫຼີ, ອົງການພາກລັດຂອງລາວ, ອົງການສາກົນ ແລະ ບັນດາທຸລະກິດພາຍໃນປະເທດ ເຂົ້າຮ່ວມງານ “the 2nd Korea–Laos Net-Zero Partnership 2026”ຈັດຂຶ້ນໃນວັນທີ 27–28 ສິງຫາ ທີ່ໂຮງແຮມ DoubleTree by Hilton Vientiane, ເພື່ອສົ່ງເສີມການຮ່ວມມືດ້ານພະລັງງານທົດແທນ, ການຫຼຸດຜ່ອນກາກບອນ ແລະ ການລົງທຶນສີຂຽວ.
ເພີ່ມເຕີມ