![]() |
ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ທາງການທູດຂອງທ່ານ ນາງ ມໍຣະກົດ ສີສະຫວັດ ໃນໄລຍະທີ່ຜ່ານມາ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີເສີມສ້າງສາຍພົວພັນມິດຕະພາບອັນດີລະຫວ່າງສອງຊາດລາວ-ໄທ, ໄທ-ລາວ ໃນຂົງເຂດການຮ່ວມມືດ້ານຕ່າງໆ, ເສີມສ້າງການໄປມາຫາສູ່ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນລະຫວ່າງປະຊາຊົນສອງຊາດໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ທັງເປັນການປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດໃຫ້ຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ທ່ານ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໄທ-ລາວ, ລາວ-ໄທ ນັບມື້ໄດ້ຮັບການເສີມຂະ ຫຍາຍໃນຫຼາຍດ້ານ ເພື່ອປະກອບສ່ວນຊຸກຍູ້ສົ່ງເສີມການພົວພັນຮ່ວມມືທີ່ດີງາມລະຫວ່າງລັດຖະບານ ກໍຄືປະຊາຊົນສອງຊາດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ: ປ້ອງກັນປະເທດ
ຄໍາເຫັນ