ລັດຖະມົນຕີກະຊວງສຶກສາ ແລະ ທູດອົສຕຣາລີ ຢ້ຽມຢາມໂຮງຮຽນປະຖົມເມືອງຄຳ 

ລັດຖະມົນຕີກະຊວງສຶກສາ ແລະ ທູດອົສຕຣາລີ ຢ້ຽມຢາມໂຮງຮຽນປະຖົມເມືອງຄຳ 
ເມື່ອບໍ່ດົນມານີ້,ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມແຫ່ງໜຶ່ງ ຢູ່ເມືອງຄຳ ແຂວງຊຽງຂວາງ ເພື່ອສັງເກດການສອນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ເປັນຕົ້ນ ວິຊາພາສາລາວ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາອັງກິດ  ພ້ອມດ້ວຍສື່ການຮຽນ-ການສອນອື່ນໆ ຈຳນວນໜຶ່ງ.
ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ຮັບຮູ້ວ່າ ການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ ເປັນພື້ນຖານຂອງປະເທດຊາດທີ່ຈະເລີນຮຸ່ງເຮືອງ ແລະ ສະຫງົບສຸກ. ດ້ວຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງການສຶກສາຂັ້ນພື້ນຖານ (ບີຄວາ), ພວກເຮົາໄດ້ປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ເພື່ອປະສົມປະສານວິທີການສິດສອນແບບໃໝ່ ຊຶ່ງສົ່ງເສີມການມີສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກຮຽນ ຜ່ານກິດຈະກຳການຮຽນ-ການສອນ, ການປະຕິບັດຕົວຈິງ ແລະ ການນຳໃຊ້ໃນຊີວິດຕົວຈິງ. ການລົງຢ້ຽມຢາມໂຮງຮຽນດັ່ງກ່າວ, ກໍເພື່ອສັງເກດວິທີການສອນ ແລະ ການຮຽນແບບໃໝ່ ທີ່ເປັນທິດທາງໃນການພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ ໃນອະນາຄົດ. ຜ່ານການລົງສັງເກດການຄັ້ງນີ້, ເຫັນໄດ້ວ່ານັກຮຽນຮ່ວມມືຊ່ວຍເຫຼືອກັນໃນການຮຽນ, ມີສ່ວນຮ່ວມກັບສື່ການຮຽນ-ການສອນ, ຮຽນຮູ້ໂດຍຜ່ານການທົດລອງ ແລະ ການທົບທວນຄືນໃນສິ່ງທີ່ເຂົາເຈົ້າກໍາລັງເຮັດ. 
ໂອກາດນີ້, ທ່ານ ພຸດ ສິມມາລາວົງ ຍັງໄດ້ເນັ້ນເຖິງບົດບາດສໍາຄັນຂອງຄູທີ່ຈະນໍາເອົາຫຼັກສູດສະບັບປັບປຸງໃໝ່ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ການປ່ຽນແປງອັນສຳຄັນ ແມ່ນການເລີ່ມນຳໃຊ້ວິທີການຮຽນທີ່ເນັ້ນໃສ່ນັກຮຽນເປັນໃຈກາງ ແລະ ເນັ້ນການປະຕິບັດຕົວຈິງ, ໄດ້ຫັນຈາກການຮຽນຮູ້ແບບເກົ່າ ໄປສູ່ການຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ ທັກສະທີ່ຈຳເປັນສຳລັບສະຕະວັດທີ 21 ຊຶ່ງຄູຈະຕ້ອງໄດ້ສືບຕໍ່ຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງຢ່າງຕໍ່ເນື່ອງ ເພື່ອຮັບປະກັນວ່າເຂົາເຈົ້າສາມາດປະຕິບັດການຮຽນ-ການສອນແບບໃໝ່ຢ່າງຄົບຖ້ວນ. 
ທ່ານ ນາງ ເມແກນ ຈອນ ໄດ້ມີຄຳເຫັນວ່າ: ລັດຖະບານອົສຕຣາລີ ມີການຮ່ວມມືອັນຍາວນານກັບລັດຖະບານລາວ ໃນດ້ານການສຶກສາ ເປົ້າໝາຍ ກໍຄືການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ເພື່ອຊ່ວຍໃຫ້ເດັກນ້ອຍໃນເກນເຂົ້າຮຽນຊັ້ນປະຖົມສຶກສາ ໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ດ້ອຍໂອກາດ, ມີຄວາມຫ້າວຫັນປະກອບສ່ວນໃນການຮຽນ ແລະ ມີຜົນການຮຽນທີ່ດີຂຶ້ນ. ລັດຖະບານອົສຕຣາລີ ຈະສືບຕໍ່ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ຈະສຸມໃສ່ການພັດທະນາວິຊາຊີບຄູໃນ ສປປ ລາວ ໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ.
ໃນວັນດຽວກັນ, ທ່ານທູດຍັງໄດ້ເຂົ້າຮ່ວມເປັນເຈົ້າພາບຈັດສຳມະນາ ເພື່ອໃຫ້ຂໍ້ມູນກ່ຽວກັບທຶນການສຶກສາຂອງລັດຖະບານອົສຕຣາລີ ໃຫ້ຜູ້ທີ່ສົນໃຈຢາກຍື່ນສະໝັກເອົາທຶນ ໄປສຶກສາຕໍ່ທີ່ປະເທດອົສຕຣາລີນຳອີກ. 
ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍ ລັດຖະບານແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID. ແຜນງານບີຄວາ ເນັ້ນໃສ່ການປັບປຸງຜົນການຮຽນສຳລັບໄວໜຸ່ມ ແລະ ຜູ້ທີ່ດ້ອຍໂອກາດ ໃນ ສປປ ລາວ. ນອກນັ້ນ, ແຜນງານບີຄວາ ຍັງຈະສືບຕໍ່ເອົາໃຈໃສ່ການຮັບປະກັນດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສົ່ງເສີມການສຶກສາຮຽນຮ່ວມສຳລັບທຸກຄົນໃນທຸກກິດຈະກໍາຂອງແຜນງານ.
(ຂ່າວ-ພາບ:ບີຄວາ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947-27/7/2025), ໃນວັນທີ 27 ກໍລະກົດນີ້, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ນໍາໂດຍທ່ານ ນາງ ຕ້າເຟືອງຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ພ້ອມຄະນະ ໄດ້ເຂົ້າວາງພວງມາລາ, ທູບ-ທຽນ ທີ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ທັງນີ້ກໍເພື່ອລະນຶກວັນນັກຮົບເສຍສະຫຼະຊີວິດເພື່ອຊາດ.
ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄະນະກຳມະການຊາຍແດນຮ່ວມລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ26 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍ ທ່ານ ລາມເຈຍ ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້​ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ຄັ້ງທີ 8ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຕາມແຜນການທີ່ໄດ້ກະກຽມໄວ້, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງສອງປະເທດ ລາວ ແລະ ກຳປູເຈຍ.
ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ໃນລະຫວ່າງວັນທີ 14 - 23 ກໍລະກົດ ຜ່ານມາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທີ່ນິວຢອກ ສ ອາເມລິກາ, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ແລະ ຈາກ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025
ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ໂລກໃນທຸກມື້ນີ້, ມີການຜັນແປຢ່າງໄວວາທີ່ສຸດ ທີ່ບໍ່ເຄີຍເຫັນໃນຮອບໜຶ່ງສະຕະ​ວັດທີ່ຜ່ານມາ, ແຕ່ແນວໃດກໍຕາມ, ສັນຕິພາບ ​ແລະ​ ການພັດທະນາ ຍັງເປັນກະແສຫຼັກຂອງຍຸກສະໄໝ ປັດຈຸບັນ. ​ທ່າອ່ຽງຈຸດໝາຍປາຍທາງຮ່ວມຂອງບັນດາປະເທດໃນພາກພື້ນ ນັບມື້ພົ້ນເດັ່ນຂຶ້ນ. ສະນັ້ນ, ຕ້ອງຮ່ວມກັນສ້າງປະຊາຄົມຊາຕາກຳ. ປະເທດຈີນ, ຫວຽດນາມ ແລະ ລາວ ລ້ວນແຕ່ແມ່ນປະເທດສັງຄົມນິຍົມ ທີ່ມີອຸດົມການ,​ ໜ້າທີ່ປະຫວັດສາດ ແລະ ເປົ້າໝາຍການພັດທະນາທີ່ຄ້າຍຄືກັນ. ສະນັ້ນ, ການພົບປະ​ແລກປ່ຽນວັດທະນະທຳດ້ານການປະຕິວັດ ກໍເລີ່ມກາຍເປັນກິດຈະກຳອັນສຳຄັນ ສຳລັບທັງ 3 ປະເທດ.
ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ໃນຕອນເຊົ້າວັນທີ 23 ກໍລະກົດນີ້ ຢູ່ທີ່ຫ້ອງວ່າການປົກຄອງເມືອງປາກກະດິງ ໄດ້ຕ້ອນຮັບ ການມາຢ້ຽມຢາມຂອງຄະນະຜູ້ແທນ ອຳເພີບຶງໂຂງຫຼົງ ຈັງຫວັດບຶງການ ຣາຊະອານາຈັກໄທ ທີ່ໄດ້ເດີນທາງມາຢ້ຽມຢາມເມືອງປາກກະດິງ ແຂວງບໍລິຄຳໄຊ ສປປລາວ.
ວາລະສານອາລຸນໃໝ່ ໄປຢ້ຽມຢາມ ແລະ ເຮັດວຽກກັບວາລະສານຊິວສື

ວາລະສານອາລຸນໃໝ່ ໄປຢ້ຽມຢາມ ແລະ ເຮັດວຽກກັບວາລະສານຊິວສື

ເມື່ອຕົ້ນເດືອນກໍລະກົດນີ້, ຄະນະຜູ້ແທນວາລະສານອະລຸນໃໝ່ ຊຶ່ງແມ່ນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນ ປະຕິວັດລາວ ນໍາໂດຍສະຫາຍ ວັນລາຕີ ຄໍາວານວົງສາ ກຳມະການຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການວາລະສານອະລຸນໃໝ່ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບວາລະສານຊິວສື ຂອງສູນກາງພັກກອມມູນິດຈີນ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ; ໃຫ້ກຽດຕ້ອນຮັບໂດຍສະຫາຍ ເຊີນຢາງຢົງ ຜູ້ອຳນວຍການວາລະສານຊິວສື ທັງເປັນຫົວໜ້າບັນນາທິການວາລະສານຊິວສື ພ້ອມດ້ວຍຄະນະ.
ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ສຸພາສິດຈີນ ໄດ້ກ່າວວ່າ: “ພີ່ນ້ອງທີ່ຢູ່ຫ່າງໄກກັນ ບໍ່ດີເທົ່າກັບເພື່ອນບ້ານທີ່ຢູ່ໃກ້ຄຽງກັນ”. ທ່ານ ສີຈີ້ຜິງ ເລຂາທິການໃຫຍ່ ໄດ້ກ່າວເນັ້ນວ່າ: “ປະເທດອ້ອມຂ້າງເປັນບ່ອນເພິ່ງພາອາໄສຂອງຈີນ ແລະ ເປັນພື້ນຖານອັນໜັກແໜ້ນ ໃນການພັດທະນາ”. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດເປັນຕົ້ນມາ, ຝ່າຍຈີນ ໄດ້ສະເໜີວິໄສທັດ ວຽກງານການຕ່າງປະເທດຂອງຕົນ ຕໍ່ກັບບັນດາປະເທດໃກ້ຄຽງ ຄື: “ສະໜິດສະໜົມ, ຈິງອົກຈິງໃຈ, ໃຫ້ຜົນປະໂຫຍດ, ເອື້ອອາລີ” ແລະ ໄດ້ສະເໜີຂໍ້ລິເລີ່ມ ໃນການສົ່ງເສີມກໍ່ສ້າງປະຊາຄົມຮ່ວມຊາຕາກຳປະເທດອ້ອມຂ້າງ. ຝ່າຍຈີນ ໄດ້ລົງເລິກສ້າງການຮ່ວມມືຢ່າງຮອບດ້ານກັບບັນດາປະເທດອ້ອມຂ້າງ, ເພີ່ມທະວີການແລກປ່ຽນໃນທຸກຂົງເຂດ ໂດຍຖືເອົາການຊີ້ນຳ-ນຳພາຂອງການນຳສູງສຸດຂອງປະເທດ ເພື່ອປົກປ້ອງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.
ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ(ອກສລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນລະຫວ່າງທີ 16-20 ກໍລະກົດ ຜ່ານມາ.
ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ ສປສສ, ໃຫ້ກຽດປາຖະກະຖາ ໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຊຶ່ງມີຮອງປະທານ ສປສສ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຂອງສານເຂົ້າຮ່ວມ.
ເພີ່ມເຕີມ