ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນເດີນທາງໄປຢ້ຽມຢາມຫວຽດນາມທາງລັດຖະກິດ, ລາຍການ“ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ພາກທີ 2 (ພາສາຫວຽດນາມ)ທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ນັ້ນໄດ້ເລີ່ມອອກອາກາດຢູ່ຫວຽດນາມໃນວັນທີ 11 ທັນວາຜ່ານມາ.
ທ່ານເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນໄດ້ກ່າວໃນພິທີເລີ່ມອອກອາກາດລາຍການດັ່ງກ່າວວ່າ: ປີນີ້ແມ່ນປີທີ່ຈີນແລະ ຫວຽດນາມສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄົບຮອບ 15 ປີ. ປະມຸກລັດສອງປະເທດກ່າວເນັ້ນວ່າ, ຄວນເພີ່ມທະວີການແລກປ່ຽນບົດຮຽນດ້ານການປົກຄອງບໍລິຫານປະເທດ, ຊຸກຍູ້ໃຫ້ສາຍພົວພັນຈີນ-ຫວຽດນາມແລະ ພາລະກິດສັງຄົມນິຍົມສອງປະເທດໄດ້ຮັບປະສິດທິຜົນຫຼາຍກວ່າເກົ່າ. CMG ນຳສະເໜີລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ພາກທີ 2 (ພາສາຫວຽດນາມ)ທີ່ເຕັມໄປດ້ວຍມົນສະເໜ່ແຫ່ງວັດທະນະທຳຈີນແລະພະລັງຊີວິດແຫ່ງຍຸກສະໄໝຕໍ່ຜູ້ຊົມຫວຽດນາມ, ເພື່ອແບ່ງປັນສະຕິປັນຍາແລະບົດຮຽນດ້ານການປົກຄອງບໍລິຫານປະເທດຂອງທ່ານສີຈິ້ນຜິງ ທີ່ສະແດງອອກໃນຄຳບູຮານເຫຼົ່ານີ້.
ຂ່າວ: ຊີອາໄອ
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10
ໃນວັນທີ 15 ສິງຫາ ນີ້ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ ພາຍໃຕ້ຄຳຂວັນ: ທົດສະວັດສີທອງ: ສືບຕໍ່ຍຶດໝັ້ນກໍ່ສ້າງປະຊາຄົມທີ່ດີກວ່າດ້ວຍຄວາມສາມັກຄີ(Golden Decade: Staying Committed to Building a Better Community through Solidarity) ໂດຍການເປັນປະທານຮ່ວມຂອງ ທ່ານ ຫວັງ ອີ້, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທໂດຍໄດ້ມີບັນດາລັດຖະມົນຕີຕ່າງປະເທດພ້ອມດ້ວຍຄະນະຜູ້ແທນຈາກປະເທດສະ ມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
ຄໍາເຫັນ