ເລຂາທິການ ສພຊ ຕ້ອນຮັບ ຮອງເລຂາທິການໃຫຍ່ ສະພາຄູຣານໃຫຍ່ ແຫ່ງ ມົງໂກລີ

ເລຂາທິການ ສພຊ ຕ້ອນຮັບ ຮອງເລຂາທິການໃຫຍ່ ສະພາຄູຣານໃຫຍ່ ແຫ່ງ ມົງໂກລີ
ທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊ. ບັດບາທາຣ ຮອງເລຂາທິການໃຫຍ່ ສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ໃນວັນທີ 7 ພະຈິກ ນີ້ ທີ່ສະພາແຫ່ງຊາດລາວ ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 6-14 ພະຈິກ 2023.
    ໂອກາດນີ້, ທ່ານເລຂາທິການສະພາແຫ່ງຊາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ຕໍ່ການການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງອົງການນິຕິບັນຍັດ ກໍຄື ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາຄູຣານໃຫຍ່ມົງໂກລີ ໃຫ້ໄດ້ຮັບການເສີມຂະຫຍາຍແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ກໍຍັງສະແດງຄວາມຊົມເຊີຍ ຕໍ່ການພົບປະສອງຝ່າຍລະຫວ່າງ ຮອງເລຂາທິການສະພາແຫ່ງຊາດລາວ ແລະ ຮອງເລຂາທິການໃຫຍ່ສະພາຄູຣານໃຫຍ່ມົງໂກລີ ໂດຍໄດ້ຮັບໝາກຜົນສໍາເລັດຢ່າງຈົບງາມ ໂດຍມີການປຶກສາຫາລື ແລະ ແລກປ່ຽນຄຳເຫັນນຳກັນຫຼາຍບັນຫາ ໂດຍສະເພາະແມ່ນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືສອງຝ່າຍທີ່ດີຢູ່ແລ້ວນັ້ນ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ.
    ທ່ານ ນາງ ປິ່ງຄຳ ລາຊະສິມມາ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຜ້າພົມ ຂອງສະພາຄູຣານໃຫຍ່ມົງໂກລີ ເພື່ອເປັນຂອງຂວັນ ໃຫ້ແກ່ສະພາແຫ່ງຊາດລາວ. ພ້ອມນີ້, ກໍໄດ້ນຳພາພະນັກງານເຕັກນິກ ມາຕິດຕັ້ງ ຊຶ່ງຈະເປັນການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງອົງການນິຕິບັນຍັດ ກໍຄື ປະຊາຊົນສອງຊາດ ລາວ ແລະ ມົງໂກລີ ໃຫ້ໄດ້ຮັບການພັດທະນາ ແລະ ເປັນຮູບປະທຳຍິ່ງໆຂຶ້ນ. ສຳລັບ, ຝ່າຍລາວ ກໍໄດ້ມອບໂຕະຕັ່ງ ຈຳນວນ 50 ຊຸດ ທີ່ ສປປ ລາວ ໄດ້ມອບໃຫ້ເປັນຂອງຂວັນ ໃຫ້ແກ່ສະພາຄູຣານໃຫຍ່, ປັດຈຸບັນ ໄດ້ຜະລິດສຳເລັດແລ້ວ ແລະ ໄດ້ສົ່ງໄປມົງໂກລີ ແລ້ວຈຳນວນໜຶ່ງ ນຳຍົນພິເສດ ຂອງປະທານາທິບໍດີມົງໂກລີ, ສ່ວນຈຳນວນທີ່ເຫຼືອຈະໄດ້ສົ່ງໄປມົງໂກລີ ໃນໄວໆນີ້, ສ່ວນຂັ້ນຕອນໃນການນຳໄປຕິດຕັ້ງແມ່ນຈະໄດ້ມີການປະສານງານຂອງສອງຝ່າຍ ລະອຽດຕື່ມ. ຕອນທ້າຍ, ທ່ານ ເລຂາທິການສະພາແຫ່ງຊາດ ກໍໄດ້ອວຍພອນໃຫ້ ທ່ານ ຊ. ບັດບາທາຣ ພ້ອມຄະນະ ປະສົບຜົນສຳເລັດ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້.
    ໂອກາດດຽວກັນ, ທ່ານ ຊ. ບັດບາທາຣ ກໍໄດ້ຂອບໃຈຕໍ່ ທ່ານເລຂາທິການສະພາແຫ່ງຊາດ ໃນການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງແຜນການເຄື່ອນໄຫວຂອງຄະນະຕົນໃຫ້ຊາບ; ພ້ອມນີ້, ໄດ້ຕີລາຄາສູງການຮ່ວມມືລະຫວ່າງ ລາວ ແລະ ມົງໂກລີ ເວົ້າລວມ,ເວົ້າສະເພາະສອງອົງການນິຕິບັນຍັດ ໂດຍສະເພາະແມ່ນ ການຮ່ວມມື ລະຫວ່າງ ເລຂາທິການສະພາແຫ່ງຊາດລາວ ແລະ ເລຂາທິການໃຫຍ່ ສະພາຄູຣານໃຫຍ່ ແຫ່ງມົງໂກລີ.
(ຂ່າວ: ສຸກສະຫວັນ, ພາບ: ສະພາແຫ່ງຊາດ)

ຄໍາເຫັນ

ຂ່າວການຮ່ວມມື

ສໍາເລັດຝຶກອົບຮົມການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສໍາເລັດຝຶກອົບຮົມການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສື່ມວນຊົນລາວ ຈໍານວນ 40 ຄົນ ສໍາເລັດຊຸດຝຶກອົບຮົມ “ທັກສະການນໍາໃຊ້ເຄື່ອງມືປັນຍາປະດິດໃນສື່ມວນຊົນຫຼາຍຮູບແບບ ຫຼາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ, ຜ່ານໂທລະສັບມືຖື”, ພາຍຫຼັງໄດ້ດໍາເນີນມາເປັນເວລາ 5 ວັນ ແຕ່ວັນທີ 22-26 ມິຖຸນານີ້ ທີ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ.
ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ຈັດກິດຈະກຳຢູ່ເມືອງຊະນະສົມບູນ

ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ຈັດກິດຈະກຳຢູ່ເມືອງຊະນະສົມບູນ

ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ພ້ອມດ້ວຍຄະນະແພດໝໍຊາວໜຸ່ມ ນະຄອນໂຮ່ຈິມິນ ສສ ຫວຽດນາມ ເຄື່ອນໄຫວຈັດກິດຈະກຳກວດສຸຂະພາບ ແລະ ຈ່າຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ຄື: ບ້ານຄຳແປງ, ບ້ານໜອງແຄນ ແລະ ບ້ານຄຳຫຼວງ ໃນວັນທີ 21 ມິຖຸນາ ຜ່ານມາ, ທີ່ໂຮງຮຽນມັດທະຍົມຕອນຕົ້ນໜອງແຄນ ໂດຍມີທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ປະທານສະຫະພັນຊາວໜຸ່ມລາວ, ມີທ່ານ ຄຳສີ ຫຼິນສະຫວາດ ເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ, ທ່ານ ສຸວັນນະລາດ ສີຫານົນ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຈຳປາສັກ, ທ່ານ ເຈິ່ນ ທັນ ຫ໊າຍ ກຳມະການຄະນະບໍລິຫານງານຊາວໜຸ່ມ, ຮອງຫົວໜ້າທີມງານຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລາວ-ກຳປູເຈຍ ເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ

ລາວ-ກຳປູເຈຍ ເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ

ພິທີເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນ ວັນທີ 22 ມິຖຸນານີ້ ທີ່ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ມອບຜູ້ຖືກຫາແກ້ງສະແກມເມີ ໃຫ້ທາງການຈີນ

ມອບຜູ້ຖືກຫາແກ້ງສະແກມເມີ ໃຫ້ທາງການຈີນ

ໃນວັນທີ 18 ມິຖຸນາຜ່ານມາ, ທີ່ດ່ານສາກົນບໍ່ເຕ່ນ ສປປ ລາວ - ບໍ່ຫ່ານ ສປ ຈີນ ໄດ້ມີພິທີມອບ-ຮັບຜູ້ຖືກຫາສັນຊາດຈີນ ທີ່ກະທຳຜິດກົດໝາຍຂອງ ສປປລາວ ຈຳນວນ 145 ຄົນ ລະຫວ່າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍ່ແກ້ວ ສປປ ລາວ ແລະ ເຈົ້າໜ້າທີ່ວິຊາສະເພາະ ຈາກ ສປ ຈີນ ເພື່ອນໍາຕົວໄປດໍາເນີນຄະດີຢູ່ ສປ ຈີນ.
ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສື່ມວນຊົນຈາກ ສປປ ລາວ ເດີນທາງຢ້ຽມຢາມປະເທດອົສຕຣາລີ ຕາມຄໍາເຊີນຂອງກະຊວງການຕ່າງປະເທດ ແລະ ການຄ້າອົສຕຣາລີ (DFAT). ການຢ້ຽມຢາມຄັ້ງນີ້ແມ່ນເປັນໂອກາດດີໃຫ້ຜູ້ນໍາສື່ມວນຊົນລາວໄດ້ພົບປະກັບພະນັກງານຂັ້ນສູງຂອງລັດຖະບານອົສຕຣາລີ ແລະ ໄປຢ້ຽມຢາມອົງກອນສື່ມວນຊົນຊັ້ນນໍາຂອງອົສຕຣາລີນຳອີກ.
ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຂະແໜງກະສິກຳ

ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຂະແໜງກະສິກຳ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງກະສິກໍາ ແຫ່ງ ສາທາລະນະລັດ ຟິລິບປິນ ໄດ້ຈັດຂຶ້ນໃນ 22 ມິຖຸນາ ນີ້ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດນ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມຄະນະ, ຝ່າຍຟີລິບປິນ ນຳໂດຍ ທ່ານ ຟຣານຊິດສະໂກ ຕີວລໍເຣວ ລັດຖະມົນຕີກະຊວງກະສິກຳ ແຫ່ງ ສາທາລະນະລັດ ຟີລິບປິນ ພ້ອມດ້ວຍຄະະນະ.
ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 (The 20th Meeting of the Board of Advisory Council) ຫຼື BAC-20 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ມິຖຸນາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການນຳພາຮ່ວມຂອງ ທ່ານ ໄຄຣູນ ຣີຊັນ (Dr. Khairul Rizal) ຫົວໜ້າອົງການວິໄຈ ແລະ ນະວັດຕະກຳແຫ່ງຊາດ ປະເທດອິນໂດເນເຊຍ ທັງເປັນປະທານຄະນະກຳມະການ BAC ແລະ ທ່ານ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດຕາເວັນອອກສ່ຽງໃຕ້ ຫຼື ຊີເມວ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ (AMS) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ຈັດຊຸດຝຶກອົບຮົມ “ທັກສະການນໍາໃຊ້ເຄື່ອງມືປັນຍາປະດິດໃນສື່ມວນຊົນຫຼາຍຮູບແບບ ຫຼາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ, ຜ່ານໂທລະສັບມືຖື” ຂຶ້ນໃນວັນທີ 22 ມິຖຸນານີ້
ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ກອງປະຊຸມພົບປະສອງຝ່າຍລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມຄະນະ, ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມຄະນະ.
ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ໂດຍສືບຕໍ່ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ​ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ຊຶ່ງໄດ້ລົງນາມໃນປີ 2013 ທີ່ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນລາວ ນໍາໂດຍ ທ່ານ ເອກະພາບ ພັນທະວົງ ຫົວໜ້າກົມເອີຣົບ ແລະ ອາເມຣິກາ ກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ​ ລາວ ແລະ ຕວັກກີ ຄັ້ງທີ 2 ໃນວັນທີ 11-12 ມິຖຸນາ 2026 ທີ່ ​ນະຄອນຫຼວງ​ ອັງກາລາ ປະເທດຕວັກກີ, ຄະນະຜູ້ແທນຕວັກກີ ນໍາໂດຍ ທ່ານ ກໍກູດ ຢືນເຢັນ (KorkutGüNGEN) ຫົວໜ້າກົມອາຊີ-ປາຊີຟິກ ກະຊວງການຕ່າງປະເທດຕວັກກີ.
ເພີ່ມເຕີມ