ລົດໄຟລາວ-ໄທກຽມພ້ອມເປີດໃຫ້ບໍລິການໃນໄວໆນີ້

ລົດໄຟລາວ-ໄທກຽມພ້ອມເປີດໃຫ້ບໍລິການໃນໄວໆນີ້
ລັດວິສາຫະກິດລົດໄຟແຫ່ງຊາດລາວກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບການລົດໄຟແຫ່ງປະເທດໄທ ໄດ້ເປີດທົດລອງແລ່ນລົດໄຟຈາກສະຖານີທ່ານາແລ້ງ ຫາສະຖານີວຽງຈັນຄຳສະຫວາດ ເພື່ອກວດກາດ້ານເຕັກນິກໃນລະຫວ່າງວັນທີ 14-17 ພຶດສະພາ ນີ້ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການເປີດໃຫ້ບໍລິການແຕ່ສະຖານີໜອງຄາຍ ຣາຊະອາຈັກໄທ ຫາສະຖານີວຽງຈັນຄໍາສະຫວາດ ສປປ ລາວ ຢ່າງເປັນທາງການ ໂດຍຈະແລ່ນທົດລອງ 9 ຖ້ຽວຕໍ່ວັນຊຶ່ງເລີ່ມແຕ່ເວລາ 8:30-15:30 ໂມງ.
    ສ່ວນວັນທີ 18-20 ພຶດສະພາ 2024 ແມ່ນຈະທົດລອງແລ່ນຂະບວນລົດໄຟຈາກສະຖານີອຸດອນທານີ-ສະຖານີໜອງຄາຍ-ສະຖານີທ່ານາແລ້ງ ແລະ ສະຖານີວຽງຈັນຄຳສະຫວາດເພື່ອຮັບປະກັນຄວາມພ້ອມຮອບດ້ານໃຫ້ແກ່ມື້ເປີດໃຫ້ບໍລິການ ຊຶ່ງມື້ເປີດໃຫ້ບໍລິການຢ່າງເປັນທາງການພາກສ່ວນກ່ຽວຂ້ອງຈະແຈ້ງໃຫ້ຊາບຕາມພາຍຫຼັງ.
    ທ່ານ ຄອນສະຫວັນ ຄໍາພິວົງ ຫົວໜ້າສະຖານີລົດໄຟທ່ານາແລ້ງ ໄດ້ລາຍງານໃຫ້ຮູ້ໃນວັນທີ 14 ພຶດສະພາຜ່ານມາວ່າ: ມື້ນີ້, ເປັນມື້ທີ່ພວກເຮົາເລີ່ມທົດລອງການແລ່ນລົດໄຟ ຈາກສະຖານີທ່ານາແລ້ງ ຫາ ສະຖານີຄຳສະຫວາດເປັນຄັ້ງທໍາອິດ ທີ່ໃຊ້ຄົນຂັບລົດໄຟຄົນລາວ ໂດຍໄດ້ສະຫຼັບກັນລະຫວ່າງຄົນຂັບຝ່າຍໄທ ແລະ ຝ່າຍລາວ ຊຶ່ງຄົນຂັບລົດໄຟໄທ ມາຈອດຢູ່ສະຖານີທ່ານາແລ້ງ ແລ້ວປ່ຽນໃຫ້ຄົນຂັບຝ່າຍລາວຂັບຕໍ່ໄປສະຖານີວຽງຈັນຄຳສະຫວາດ. ຜ່ານການທົດລອງໃນມື້ນີ້ເຫັນວ່າດຳເນີນໄປດ້ວຍດີທາງດ້ານເຕັກນິກ ແລະ ເສັ້ນທາງບໍ່ມີຫຍັງຂັດຂ້ອງ ແລະ ຈະສືບຕໍ່ທົດລອງແລ່ນໄປຈົນເຖິງວັນທີ 20 ພຶດສະພາ 2024.
ຂ່າວ: ຂປລ

ຄໍາເຫັນ

ຂ່າວການຮ່ວມມື

ຮ່ວມສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ນະຄອນເຫວ້

ຮ່ວມສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ນະຄອນເຫວ້

ໃນວັນທີ 21 ພຶດສະພາຜ່ານມາ, ສະຫາຍ ແຫວນເພັດ ລັດດາວົງ ກຳມະການປະຈຳພັກແຂວງ ປະ ທານຄະນະປະຕິບັດງານພິເສດ ແຂວງສາລະວັນ ພ້ອມດ້ວຍຄະນະຮັບຜິດຊອບຂຸດຄົ້ນອັດທິ ໄດ້ນຳພາຄະນະເຂົ້າຮ່ວມພິທີຈັດສົ່ງອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ, ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ຫງຽນ ທິ ແທັງ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີສະຫາຍ ຫງຽນ ວັນ ແມັນ ຄະນະກຳມະການພັກນະຄອນ ຮອງປະທານຄະນະກຳມະການປົກຄອງນະຄອນເຫວ້, ຫົວໜ້າຄະນະຊີ້ນຳ 515 ສສ ຫວຽດນາມ, ມີຜູ້ຕາງໜ້າບັນດາອົງການ, ກອງບັນຊາການ, ທະ ຫານແຂວງສາລະວັນ-ເຊກອງ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ

ທະຫານ 3 ແຂວງ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານປ້ອງກັນຊາດ

ກອງບັນຊາການທະຫານແຂວງສະຫວັນນະເຂດ-ຄໍາມ່ວນ ຮ່ວມກັບກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ຈັດກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຊາດ ປະຈຳສົກປີ 2025-2026 ຂຶ້ນໃນວັນທີ 21 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມໂຮງແຮມດົງເຈືອງເຊີ້ນ ນະຄອນດົງຮ່າ ແຂວງກວາງຈິ ສສ ຫວຽດນາມ ຝ່າຍລາວນໍາໂດຍສະຫາຍ ພົຈວ ພັນວິໄລ ລາດສະຍົນ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄໍາມ່ວນ, ຝ່າຍຫວຽດນາມນຳໂດຍ ສະຫາຍ ພັນເອກ ເຈືອງວຽດຫ້າຍ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍຄະນະນຳ ແລະ ວິຊາການທັງ 3 ກອງບັນຊາການທະຫານແຂວງເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ  ເຂົ້າເຝົ້າສົມເດັດ ອົງມົງກຸດລາຊະກຸມມານອະກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ ເຂົ້າເຝົ້າສົມເດັດ ອົງມົງກຸດລາຊະກຸມມານອະກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ

ໃນວັນທີ 21 ພຶດສະພາ ຜ່ານມາ ທີ່ ພະລາຊະວັງອາກາຊາກະ (AkasakaResident), ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າເຝົ້າ ສົມເດັດ ອົງມົງກຸດລາຊະກຸມມານ ອາກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ ຄິໂກະ, ໃນໂອກາດເດີນທາງຢ້ຽມຢາມຍີ່ປຸ່ນ ເພື່ອເຂົ້າຮ່ວມພິທີເປີດງານບຸນລາວ ປະຈໍາປີ 2026 ທີ່ ນະຄອນຫຼວງໂຕກຽວ, ຍີ່ປຸ່ນ.
ຍົກລະດັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ

ຍົກລະດັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ

ພິທີເປີດຝຶກອົບຮົມໂຄງການສ້າງພາວະການເປັນຜູ້ນຳ ດ້ານວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ (WCLI) ໃຫ້ພະນັກງານອົງການໄອຍະການປະຊາຊົນ ຈັດຂຶ້ນໃນວັນທີ 20-22 ພຶດສະພານີ້, ທີ່ໂຮງແຮມສຸພັດຕາ ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າກົມຈາກອົງການໄອຍະການປະຊາຊົນສູງສຸດ, ຜູ້ຕາງໜ້າຈາກບັນດາອົງການໄອຍະການປະຊາຊົນແຂວງຫຼວງນໍ້າທາ, ອຸດົມໄຊ, ຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ອົງການອະນຸລັກສັດປ່າປະຈຳ ສປປ ລາວ ເຂົ້າຮ່ວມ.
ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ກົມຄວບຄຸມພະຍາດຕິດຕໍ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງການນໍາກະຊວງສາທາລະນະສຸກ ຮ່ວມກັບຫ້ອງການປະສານງານຮ່ວມມືສອງຝ່າຍ ກະຊວງສາທາລະນະສຸກ (MOH-USCDC CoAg), ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດ ອາເມຣິກາ (USCDC) ແລະ ອົງການອະນາໄມໂລກ ປະຈຳ ສປປ ລາວ (WHO)
ສປປ ລາວ ນໍາພາຄະນະບໍລິຫານ ສະຖາບັນແມ່ນໍ້າຂອງ ຢ້ຽມຢາມ ສປ ຈີນ

ສປປ ລາວ ນໍາພາຄະນະບໍລິຫານ ສະຖາບັນແມ່ນໍ້າຂອງ ຢ້ຽມຢາມ ສປ ຈີນ

ໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານໝູນວຽນຂອງ ສະພາບໍລິຫານງານສະຖາບັນແມ່ນໍ້າຂອງ (Council of Mekong Institute) ປະຈໍາສົກປີ 2025-2027 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ: ການຫັນນະໂຍບາຍໃຫ້ເປັນຮູບປະທໍາ”(Connectivity and Resilience: from Policy to Action) ແລະ ເພື່ອເປັນການສະເຫຼີມສະຫຼອງສາຍພົວພັນການທູດ ສປປ ລາວ ແລະ ສປ ຈີນ ຄົບຮອບ 65 ປີ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ນໍາພາຄະນະຜູ້ແທນ ຈາກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຜູ້ອຳນວຍການໃຫຍ່ ແລະ ກອງເລຂາປະສານງານ ສະຖາບັນແມ່ນໍ້າຂອງ ທີ່ມີສໍານັກງານຕັ້ງຢູ່ ຂອນແກ່ນ, ປະເທດໄທ ຮ່ວມເດີນທາງໄປຢ້ຽມຢາມ ແລະ ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງຂອງ ສປ ຈີນ ໃນລະຫວ່າງວັນທີ 11-15 ພຶດສະພາ 2026 ທີ່ນະຄອນຫຼວງປັກກິ່ງ ແລະ ນະຄອນຄຸນໝິງ, ສປ ຈີນ.
ທະຫານແຂວງກວາງຈິ ຂຸດຄົ້ນອັດຖິທະຫານອາສາສະໝັກໄດ້ 12 ອັດຖິ ກຽມນຳສົ່ງກັບຄືນປະເທດ

ທະຫານແຂວງກວາງຈິ ຂຸດຄົ້ນອັດຖິທະຫານອາສາສະໝັກໄດ້ 12 ອັດຖິ ກຽມນຳສົ່ງກັບຄືນປະເທດ

ຄະນະປະຕິບັດງານພິເສດແຂວງສະຫວັນນະເຂດ ແລະ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດກອງປະ ຊຸມເອກະພາບເນື້ອໃນທິດທາງແຜນການ ຊອກຄົ້ນທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ພຶດສະພາຜ່ານມາ, ທີ່ແຂວງສະ ຫວັນນະເຂດ ປະຈຳສົກປີ 2025-2026 ເພື່ອຈັດພິທີກະກຽມຈັດສົ່ງກັບຄືນປະເທດຢ່າງສົມກຽດ. ຊຶ່ງນຳໂດຍສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຄະນະປະຈຳພັກແຂວງ, ຮອງຫົວໜ້າຄະນະປະຕິບັດງານພິເສດຂັ້ນແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມຄະນະ ແລະ ຝ່າຍແຂວງກວາງຈິ ນຳໂດຍສະຫາຍ ເລວັນບາວ ຮອງປະທານຄະນະກຳມະການປົກຄອງແຂວງ ຫົວໜ້າຄະນະປະຕິບັດງານພິເສດຂັ້ນແຂວງ ພ້ອມຄະນະເຂົ້າຮ່ວມ.
ຫົວໜ້າ​ ຄຕພ ຕ້ອນຮັບ​ ເອກ​ອັກຄະ​ລັດຖະທູດຟີລິບປິນ ປະຈຳ ສປປ ລາວ

ຫົວໜ້າ​ ຄຕພ ຕ້ອນຮັບ​ ເອກ​ອັກຄະ​ລັດຖະທູດຟີລິບປິນ ປະຈຳ ສປປ ລາວ

ໃນ​​​ວັນ​ທີ 18 ພຶດສະພາ ຜ່ານມາ ທີ່ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາ​ງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ ທ່ານນາງ ອີລີສະເບດ ຕັນ ເຕ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຟີລິບປິນ ປະຈໍາ ສປປ ລາວ ຄົນໃໝ່.
ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ

ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 136 ປີ (19/5/1890-19/5/2026), ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນ ໃນວັນທີ 19 ພຶດສະພານີ ທີ່ສະຖານທູດຫວຽດນາມ.
ກອງປະຊຸມປະຈຳປີ ວ່າດ້ວຍປ່າໄມ້ດັ້ງເດີມ ຂອງພາກພື້ນອາຊີ ແລະປາຊີຟິກ

ກອງປະຊຸມປະຈຳປີ ວ່າດ້ວຍປ່າໄມ້ດັ້ງເດີມ ຂອງພາກພື້ນອາຊີ ແລະປາຊີຟິກ

ກອງປະຊຸມປະຈຳປີວ່າດ້ວຍປ່າໄມ້ດັ້ງເດີມ ຫຼື ປ່າດົງດິບ ຂອງພາກພື້ນອາຊີ ແລະ ປາຊີຟິກ (SEAP Primary Forest Annual Conference), ໄດ້ຈັດຂື້ນ ໃນວັນທີ່ 18 ພຶດສະພາ 2026 ນີ້ ທີ່ແຂວງຫຼວງພະບາງ, ໂດຍມີ ທ່ານ ສົມຫວັງ ພີມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍຜູ້ຕາງໜ້າຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ