ມະຫາວິທະຍາໄລ ຣາດຊະພັກ ແລະ ສູນບໍລິການ SME ຈຳປາສັກ ຮ່ວມມືດ້ານວິຊາການ

ມະຫາວິທະຍາໄລ ຣາດຊະພັກ ແລະ ສູນບໍລິການ SME ຈຳປາສັກ ຮ່ວມມືດ້ານວິຊາການ
ມະຫາວິທະຍາໄລ ຣາດຊະພັກ ອຸບົນລາດ ຣາຊະທານີ ຣາຊາອານາຈັກໄທ ເຊັນສັນຍາຮ່ວມມືທາງວິຊາການ ສ້າງມູນຄ່າເພີ່ມໃນຜະລິດຕະພັນຊຸມຊົນ ກັບສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ແຂວງຈຳປາສັກ, ສປປ ລາວ ເມື່ອບໍ່ດົນຜ່ານມາ ທີ່ຄະນະເຕັກໂນໂລຊີອຸດສາຫະກຳ, ມະຫາວິທະຍາໄລ ຣາດຊະພັກ ຈັງຫວັດອຸບົນຣາຊະທານີ ຕາງໜ້າເຊັນໂດຍ ທ່ານ ທຳມະຣັກ ລະອອງນວນ ຮັກສາການແທນ ອະທິການບໍດີ, ທ່ານ ພົນເອກ ນິຣຸດ ເກດສີຣິ ນາຍົກສະພາມະຫາວິທະຍາໄລ ແລະ ທ່ານ ວັນນະດາ ພົມມະສະຖິດ ຫົວໜ້າສູນບໍລິການວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແຂວງຈຳປາສັກ, ທ່ານ ປາຈິດ ນໍລະແສງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍຮ່ວມເປັນສັກຂີພິຍານ.
ການເຊັນສັນຍາຮ່ວມມືໃນຄັ້ງນີ້ ເພື່ອສ້າງເຄືອຂ່າຍ ແລະ ການປະສານງານການຮ່ວມມື ໃນການຜະລິດ ແລະ ພັດທະນາບຸກຄະລາກອນ ໃນການປະກອບການ SME, ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການຄົ້ນຄວ້າ ແລະ ພັດທະນາການປຸງແຕ່ງກະສິກໍາເປັນອຸດສາຫະກໍາ ແລກປ່ຽນ, ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກໍາ ທັງໃນປະເທດໄທ ແລະ ປະເທດລາວ ໂດຍສະເພາະ ແຂວງຈໍາປາສັກ ກັບຈັງຫວັດອຸບົນຣາຊະທານີ ໃນການສົ່ງເສີມຄວາມຮູ້ ກ່ຽວກັບການປູກກາເຟ ແລະ ປຸງແຕ່ງເພື່ອສົ່ງອອກ ລວມທັງການພັດທະນາຫລັກສູດ ທີ່ຕອບສະໜອງຄວາມຕ້ອງການ ໃນການພັດທະນາບຸກຄະລາກອນຮ່ວມກັນ ເປັນຕົ້ນ ຫຼັກສູດການເປັນຜູ້ປະກອບການ, ຫຼັກສູດການປຸງແຕ່ງ, ຫຼັກສູດປະດິດສ້າງການຜະລິດອຸດສາຫະກຳ, ຫຼັກສູດຟາມທັນສະໄໝ, ການປູກພືດໄມ້ໃຫ້
ໝາກ, ກາເຟ, ລ້ຽງສັດໃຫຍ່, ຫຼັກສູດພັດທະນາທ່າແຮງດ້ານແຮງງານ, ຫຼັກສູດການພັດທະນາບຸກຄະລາກອນ ດ້ານການສຶກສາ ເພື່ອຕອບສະໜອງຄວາມຕ້ອງການ ພັດທະນາເສດຖະກິດ ແລະ ອຸດສາຫະກຳ, ຫຼັກສູດການຕະຫຼາດອອນລາຍ ແລະ ອັອບລາຍ ລວມທັງການພັດທະນາ ແລະ ຍົກລະດັບຜະລິດຕະພັນກະສິກຳປຸງແຕ່ງ ໂດຍສະເພາະ ໝາກມີ້ອົບແຫ້ງ ແລະ ກາເຟ ເພື່ອສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນຊຸມຊົນ.(ຂ່າວ: ເກດສະໜາ ແກ້ວສຸວັນນະແສງ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ