ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມນັກສຶກສາລະບາດວິທະຍາພາກສະໜາມ ຮຸ່ນທີ 16
ກົມຄວບຄຸມພະຍາດຕິດຕໍ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງການນໍາກະຊວງສາທາລະນະສຸກ ຮ່ວມກັບຫ້ອງການປະສານງານຮ່ວມມືສອງຝ່າຍ ກະຊວງສາທາລະນະສຸກ (MOH-USCDC CoAg), ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດ ອາເມຣິກາ (USCDC) ແລະ ອົງການອະນາໄມໂລກ ປະຈຳ ສປປ ລາວ (WHO)
ມອບ-ຮບໃບຢງຢນການຝກອບຮມນກສກສາລະບາດວທະຍາພາກສະໜາມ ຮນທ 16 - image 1
 

 

ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການຝຶກອົບຮົມລະບາດວິທະຍາພາກສະໜາມ ຫຼັກສູດ 1 ປີ ຮຸ່ນທີ 16 ຂຶ້ນໃນວັນທີ 21 ພຶດສະພານີ້ ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ແລະ ໃຫ້ກຽດມອບໃບຢັ້ງຢືນໃນຄັ້ງນີ້ຂອງ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ມິກເຊວ ອາວລໍ (Michelle Outlaw) ອຸປະທູດ ຊົ່ວຄາວ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ທິໂມທີ ອາມສຕຣອງ (Dr Timothy Armstrong) ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ ແລະ ທ່ານ ນາງ ວຽງສະຫວັນ ຄິດທິພົງ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີຜູ້ຕາງໜ້າຈາກສູນ USCDC, ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ (DTRA), ຫ້ອງການ MOH-USCDC CoAg, ອົງການ WHO ແລະ DFA, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ມອບ-ຮບໃບຢງຢນການຝກອບຮມນກສກສາລະບາດວທະຍາພາກສະໜາມ ຮນທ 16 - image 2
 

ຊຸດອົບຮົມລະບາດວິທະຍາພາກສະໜາມເປັນຫຼັກສູດ 1 ປີ ໄດ້ສ້າງຕັ້ງຂຶ້ນໃນ ປີ 2009. ຈຸດ ປະສົງໃນການສ້າງຕັ້ງຊຸດອົບຮົມດັ່ງກ່າວຂຶ້ນ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ໃຫ້ພະນັກການຂອງວຽກງານສາທາລະນະສຸກໃນການພັດທະນາຄວາມອາດສາມາດທາງດ້ານລະບາດວິ ທະຍາງານຜູ້ທີ່ຮັບຜິດຊອບວຽກງານກັນ ແລະ ຄວບຄຸມພະຍາດ ຫຼື ເຫດການສຸກເສີນ ແຕ່ສູນກາງລົງຮອດທ້ອງຖິ່ນ ຊຶ່ງຫຼັກສູດດັ່ງກ່າວປະກອບມີການຮຽນທັງພາກທິດສະດີ, ການລົງພາກປະຕິບັດຕົວຈິງຢູ່ພາກສະໜາມ ຊຶ່ງລວມມີການສອບສວນການລະບາດຂອງພະຍາດຕິດຕໍ່ ຫຼື ເຫດການສຸກເສີນທາງດ້ານສາທາລະນະສຸກອື່ນໆ, ການທົບທວນຄືນສະພາບການເກີດຂອງພະຍາດ/ອາການພາຍໃຕ້ລະ ບົບເຝົ້າລະວັງ. ນອກຈາກນີ້, ຍັງມີການເຮັດບົດຄົ້ນຄວ້າວິທະຍາສາດສາທາລະນະສຸກ ທີ່ສອດຄ່ອງກັບຄວາມຕ້ອງການຕົວຈິງໃນ ສປປ ລາວ. ຊຶ່ງນັກສຶກສາຈົບໃນຊຸດນີ້ ລວມທັງໝົດມີ 8 ທ່ານ ທີ່ມາຈາກພະແນກສາທາລະນະສຸກແຂວງໄຊສົມບູນ, ເມືອງສຸຂຸມາ ແຂວງຈຳປາສັກ, ເມືອງ ຊານໄຊ ແຂວງ ອັດຕະປື, ເມືອງຂວາ ແຂວງ ຜົ້ງສາລີ, ເມືອງຊອນ ແຂວງ ຫົວພັນ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງວຽງຈັນ, ກົມເສນາຮັກ ກະຊວງປ້ອງກັນຄວາມສະຫງົບ ແລະ ສະຖາອານາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ກະຊວງປ້ອງກັນຊາດ.

ມອບ-ຮບໃບຢງຢນການຝກອບຮມນກສກສາລະບາດວທະຍາພາກສະໜາມ ຮນທ 16 - image 3
 

ຜົນງານສໍາຄັນທີ່ຍາດມາໄດ້ຂອງຫຼັກສູດລະບາດວິທະຍາພາກສະໜາມ ນັບແຕ່ປີ 2009 ເຖິງປັດຈຸບັນສາມາດສ້າງນັກລະບາດວິທະຍາພາກສະໜາມລວມທັງຮຸ່ນທີ່ກໍາລັງຈົບໄດ້ທັງໝົດ 126 ທ່ານ. ໃນນັ້ນ, ຢູ່ຂັ້ນສູນກາງມີ 41 ທ່ານ (ຈາກຂະແໜງສາທາລະນະສຸກ 23 ທ່ານ, ສັດຕະວະແພດຈາກກະສິກຳ ແລະ ສິ່ງແວດລ້ອມ 5 ທ່ານ, ກະຊວງປ້ອງກັນຊາດ 7 ທ່ານ ແລະ ກະຊວງປ້ອງກັນຄວາມສະຫງົບ 6 ທ່ານ). ຢູ່ຂັ້ນແຂວງ 58 ທ່ານ (ຂະແໜງສາທາ 42 ທ່ານ, ສັດຕະວະແພດຈາກ ກະສິກຳ ແລະ ສິ່ງແວດລ້ອມ 14 ທ່ານ, ກະຊວງປ້ອງກັນຊາດ 1 ທ່ານ ແລະ ກະຊວງປ້ອງກັນຄວາມສະຫງົບ 1 ທ່ານ) ແລະ ຢູ່ຂັ້ນເມືອງ 27 ທ່ານ (ຂະແໜງສາທາ 26 ທ່ານ ແລະ ກະສິກໍາ ແລະ ສິ່ງແວດລ້ອມ 1 ທ່ານ). ບົດບາດສໍາຄັນຂອງນັກສຶກສາລະບາດວິທະຍາພາກສະໜາມຜູ້ທີ່ຈົບໄປແລ້ວຕໍ່ວຽກງານສາທາລະນະສຸກ ແມ່ນການປະກອບສ່ວນເຂົ້າໃນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຫດການສຸກເສີນດ້ານສາທາລະນະສຸກ ເປັນຕົ້ນການປະກອບສ່ວນຢ່າງຕັ້ງໜ້າໃນວຽກງານເຝົ້າລະວັງ, ສອບສວນການລະບາດ, ວິເຄາະຂໍ້ມູນ ແລະ ຕອບໂຕ້ຕໍ່ການລະບາດ ແຕ່ສູນກາງຮອດທ້ອງຖິ່ນ. ພ້ອມດຽວກັນນີ້, ຍັງໄດ້ເຂົ້າຮ່ວມການສອບສວນການລະບາດຂອງພະຍາດຕິດຕໍ່ຢ່າງຫຼວງ ຫຼາຍ ເປັນຕົ້ນການລະບາດຂອງພະຍາດໂປລີໂອ, ພະຍາດໄອໄກ່, ໄຂ້ ແລະ ອອກຕຸ່ມຜື່ນແດງ, ເຂົ້າຮ່ວມປະເມີນຄວາມສ່ຽງເຝົ້າລະວັງສາມວັນປະຫວັດສາດ ແລະ ພະຍາດໄຂ້ທໍລະພິດ. ພ້ອມດຽວກັນນີ້ ເພື່ອຮັບປະກັນການເສີມສ້າງຄວາມອາດສາມາດໃຫ້ອະດີດນັກສຶກສາລະບາດວິທະຍາໃນຂອບເຂດທົ່ວປະເທດຈຶ່ງໄດ້ສືບຕໍ່ເສີມຄວາມເຂັ້ມແຂງໃຫ້ເຄືອຄ່າຍອະດີດນັກສຶກສາລະບາດວິທະຍາ/ນັກ ລະບາດວິທະຍາພາກສະໜາມ ໃຫ້ກາຍເປັນກ້ອນກໍາລັງທີ່ສໍາຄັນໃນການປະສອບສ່ວນໃຫ້ແກ່ວຽກງານເຝົ້າລະ ວັງ ແລະ ໂຕ້ຕອບຕໍ່ການລະບາດ/ເຫດການສຸກເສີນໃນແຕ່ລະຂັ້ນພ້ອມທັງການສຶກສາຄົ້ນຄ້ວາກ່ຽວກັບບັນຫາທາງດ້ານສາທາລະນະສຸກທີ່ມີໃນປັດຈຸບັນເພື່ອຊອກຫາສາເຫດຂອງການເຈັບເປັນທີ່ເປັນຂໍ້ມູນສໍາຄັນໃນການສະໜັບສະໜູນການວາງມາດຕະການແກ້ໄຂ ແລະ ປັບປຸງວຽກງານກັນ ແລະ ຄວບຄຸມ ພະຍາດໃຫ້ດີຂຶ້ນໃນຕໍ່ໜ້າ ກໍຄືການກັນ ແລະ ຫຼຸດຜ່ອນໄພຂົ່ມຂູ່ດ້ານສຸຂະພາບຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມ ຢ່າງຕໍ່ເນື່ອງ.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ